ຜູ້ໃຊ້:Kimmie023/ຕາຕະລາງທາດມູນເຄມີ

ຈາກ ວິກິພີເດຍ

ຕາຕະລາງທາດມູເຄມີ ( ພາສາອັງກິດ: Periodic Table ) ແມ່ນການຈັດລຽງທາດເຄມີ ຕາມອົງປະກອບທາງເຄມີ ໃນຮູບແບບຕາຕະລາງຕາມ ຈໍານວນປະລໍາມະນູ(ອະຕອມຫຼືອາໂຕມ)​ , ການຈັດລຽງອີເລັກຕຣອນ(ເອເລັກຕຣົງ)​, ແລະ ຄຸນສົມບັດທາງເຄມີທີ່ຄ້າຍຄືກັນ, ໂດຍມີການນໍາໃຊ້ແນວໂນ້ມຂອງຕາຕະລາງທາດມູນເພາະມັນເປັນໂຄງສ້າງພື້ນຖານຂອງຕາຕະລາງທາດ, ແຖວນອນທັງ 7 ແຖວນອນຂອງຕາຕະລາງທາດ ເອີ້ນວ່າ " ຮອບວຽນ " ໂດຍປົກກະຕິໂລຫະຈະຢູ່ເບື້ອງຊ້າຍແລະອະໂລຫະຢູ່ເບື້ອງຂວາ,​ ສ່ວນແຖວຕັ້ງເອີ້ນວ່າ "ຈຸ"​ ເຊິ່ງປະກອບດ້ວຍທາດທີ່ມີຄຸນລັກສະນະທາງເຄມີທີ່ຄ້າຍຄືກັນ ມີ 6 ຈຸທີ່ໄດ້ຮັບການຕັ້ງຊື່ແລະເລກຈຸເຊັ່ນ: ທາດຈຸທີ17ມີຊື່ວ່າ ຮາໂລເຈນ (ພາສາລາວ:ຮາໂລແຊນ)​ ແລະທາດຈຸທີ 18 ມີຊື່ວ່າ ໂນໂບລກາສ (ພາສາລາວ:ກາສລ້າ),​ຕາຕະລາງທາດຍັງມີຮູບແບບສີ່ຫຼ່ຽມແບບງ່າຍດາຍທີ່ເອີ້ນວ່າ "ຫ້ອງ"​ເຊິ່ງມີຄວາມກ່ຽວຂ້ອງກັບການເຕີມອອກບີທໍ(ອອກບີຕານ)​ໃນລະດັບອະຕອມທີ່ມີຄວາມແຕກຕ່າງກັນ

ອົງປະກອບທີ່ມີຄຸນສົມບັດທາງເຄມີຄ້າຍຄືກັນ, ມີຈຸຸ່ທີ່ມີໃຫ້ຊື່ເລກຂອງແຸຸ່ມທີ່ຍອມຮັບທົ່ວໄປ, ຕົວຢ:ຈຸທີຸ່ມ 17 ເອີ້ນວຮາໂລເຈນ່າ halogens ແລະກຸ່ມ 18 ອົງປະກອບ ແມ່ນທາດອາຍຜິດອັນສູງສົ່ງ . ວົງໂຄຈອນປະລໍາມະນູ ແຕກຕ່າງກັນ

ທາດທຸກໆນັບຕັ້ງແຕ່ມີເລກອາໂຕມເທົ່າກັບ 1 (ໄຮໂດຣເຈນຫຼືຮີໂດຣແຊນ)​ ຈົນເຖິງ 118 (ອໍກາເນສຊອນ)​ໄດ້ຮັບການຄົ້ນພົບຫຼືການສັງເຄາະຂື້ນມາ ມັນໄດ້ເຮັດໃຫ້ຕາຕະລາງທາດໃນປັດຈຸບັນມີຄົບ 7 ຮອບວຽນ,​ 94 ທາດທຳອິດສາມາດພົບເຫັນໄດ້ໃນທຳມະຊາດ ແຕ່ບາງທາດອາດຈະມີປະລິມານທີ່ໜ້ອຍແລະຈະມີການສັງເຄາະທາດນັ້ນຂື້ນກ່ອນທີ່ຈະມີການຄົ້ນພົບໃນທຳມະຊາດກໍຕາມ ສ່ວນທາດທີ່ມີເລກອະຕອມເທົ່າ 95 ຈົນເຖິງ 118ແມ່ນຖືກສັງເຄາະຂື້ນໃນໃນຫ້ອງທົດລອງທາງວິທະຍາສາດ ຫຼືໃນ ເຕົາປະຕິກອນນິວເຄລຍ (ເຕົາປະລຳມະນູ)​ສຳລັບທາດທີ່ມີເລກອະຕອມທີ່ສູງກ່ວານີ້ ໃນປັດຈຸບັນ ນັກເຄມີກໍກຳລັງພະຍາຍາມສ້າງທາດໃຫມ່ຂື້ນມາ ທາດເຫຼົ່ານີ້ ຈະເລີ່ມຈາກ ຮອບວຽນທີ8 ແລະມີການຕັ້ງທິດສະດີຕ່າງໆ ທີ່ໃຫ້ລາຍລະອຽດກ່ຽວກັບທາດໃນຕຳແໜ່ງນັ້ນ ຈາກ ຂະບວນການ ນິວໄຄລ໌ກຳມັນຕະພາບລັງສີ ສັງເຄາະບັນດາທາດທີ່ມີເລກອະຕອມສູງໆຂອງທາດທີ່ພົບເຫັນໄດ້ໃນທຳມະຊາດກໍ່ສາມາດສ້າງຂື້ນໃນຫ້ອງປະຕິບັດການເຊັ່ນດຽວກັນ


ການຈັດລຽງຕາຕະລາງທາດສາມາດນໍາໃຊ້ເພື່ອອະທິບາຍຄວາມສໍາພັນລະຫວ່າງຄຸນສົມບັດທາດຕ່າງໆແລະເພື່ອຄາດຄະເນຄຸນສົມບັດທາງເຄມີແລະພຶດຕິກໍາຫຼືປະຕິກິລິຍາຂອງອົງປະກອບທີ່ຍັງບໍ່ໄດ້ຮັບການຄົ້ນພົບຫຼືການສັງເຄາະໃຫມ່. ທ່ານ ດີມິດຕຣີ ແມນເດເລແອຟ ນັກເຄມີຊາວໂຊວຽດ ໄດ້ຈັດພິມຕາຕະລາງທາດໂດຍຈັດລຽງທາດຕ່າງໆຕາມມວນສານອາໂຕມຈາກນ້ອຍໄປຫາຫຼາຍເປັນຄັ້ງທໍາອິດຂອງໃນປີ 1869, ໂດຍມີການຈັດລຽງຕາມຄຸນສົມບັດທາງເຄມີຂອງທາດທີ່ມີຢູ່ໃນເວລານັ້ນ. ແລະ ທ່ານ ດີມິດຕຣີ ແມນເດເລແອຟ ຍັງສາມາດ ຄາດຄະເນທາດທີ່ຍັງບໍ່ໄດ້ຄົ້ນພົບ ທີ່ສາມາດຄາດວ່າຈະຕື່ມໃນຊ່ອງຫວ່າງໃນຕາຕະລາງທາດໄດ້ ການຄາດຄະເນຂອງທ່ານສ່ວນໃຫຍ່ພິສູດໄດ້ຖືກຕ້ອງ. ແນວຄິດຂອງ ທ່ານ ດີມິດຕຣີ ແມນເດເລແອຟ ໄດ້ຄ່ອຍໆຂະຫຍາຍເພີ່ມຂື້ນ ແລະປັບປຸງໂດຍ ການຄົ້ນພົບຫຼືການສັງເຄາະທາດໃໝ່ໆ ແລະການພັດທະນາແບບຈຳລອງຂອງທິດສະດີໃໝ່ໆເພື່ອໃຊ້ອະທິບາຍພຶດຕິກໍາຂອງທາດເຄມີ. ຕາຕະລາງໃນປັດຈຸບັນນີ້ໃຫ້ກອບແນວຄວາມຄິດທີ່ເປັນປະໂຫຍດສໍາລັບການວິເຄາະ. ປະຕິກິລິຍາເຄມີ ແລະຖືກນໍາໃຊ້ຢ່າງກວ້າງຂວາງໃນການສຶກສາວິຊາ ເຄມີສາດ , ຟີຊິກນິວເຄລຍ. ຫຼືສາຂາອື່ນໆຂອງວິທະຍາສາດ.​

ພາບລວມ[ດັດແກ້]

ແມ່ແບບ:ตารางธาตุ (มาตรฐาน)