ປະຕູໄຊ
ຮູບຮ່າງການສະແດງຜົນ
| ປະຕູໄຊ | |
|---|---|
ພາບດ້ານໜ້າຂອງປະຕູໄຊ, ນະຄອນຫຼວງວຽງຈັນ | |
| ຊື່ເດີມ | ອານຸສາວະລີ |
| ຄວາມໝາຍ | ປະຕູໄຊຊະນະ |
| ຂໍ້ມູນທົ່ວໄປ | |
| ປະເພດ | ອະນຸສອນສົງຄາມ |
| ຮູບແບບສະຖາປັດຕະຍະກຳ | ຊາວລາວ |
| ທີ່ຕັ້ງ | ວຽງຈັນ, ປະເທດລາວ |
| ທີ່ຢູ່ | ຖະໜົນລ້ານຊ້າງ |
| ພິກັດ | 17°58′14″N 102°37′07″E / 17.97056°N 102.61861°E |
| ເລີ່ມກໍ່ສ້າງ | 1957 |
| ສຳເລັດ | 1968 |
| ເປີດຢ່າງເປັນທາງການ | 2010 (ຄົບຮອບ 450 ປີນະຄອນຫຼວງວຽງຈັນ) |
| ຄ່າໃຊ້ຈ່າຍ | 63 ລ້ານກີບ |
| ເຈົ້າຂອງ | ລັດຖະບານລາວ |
| ລາຍລະອຽດດ້ານວິຊາການ | |
| ລະບົບໂຄງສ້າງ | ເບຕົງ |
| ຈຳນວນຊັ້ນ | ເຈັດ |
| ການອອກແບບ ແລະ ການກໍ່ສ້າງ | |
| ນັກສະຖາປະນິກ | ທຳ ໄຊຍະສິດເສນາ |
ປະຕູໄຊ (ຄຳເຄົ້າ: ປະຕູຊັຍ; Patuxay) ຫລື ອານຸສາວະລີ ແມ່ນສິ່ງກໍສ້າງ ເພື່ອເປັນອານຸສອນ ແກ່ການປະກາດເອກກະລາດຈາກການປົກຄອງຂອງປະເທດຝຣັ່ງ. ຮູບຊົງແມ່ນຮຽນແບບ ປະຕູໄຊເມືອງປາຣີ (Arc de Triomphe) ແຕ່ຕົບແຕ່ງໂດຍສິນລະປະພື້ນເມືອງລາວ. ຖືກສ້າງຂື້ນເມື່ອປີ ຄ.ສ1957 - ຄ.ສ1968 ທີ່ໃຈກາງເມືອງວຽງຈັນ[1] ແລະ ລະຫວ່າງກາງຖະຫນົນລ້ານຊ້າງ, ແຕ່ຍ້ອນໄພສົງຄາມກາງເມືອງ ການກໍ່ສ້າງຈຶ່ງບໍ່ສໍາເລັດສົມບູນ ແລະ ຖືກປະໄວຈົນເຖິງປັດຈຸບັນ.
ປະຕູໄຊ ເຊິ່ງຊື່ເດີມເອີ້ນວ່າ “ ອະນຸສາວະລີໄຊຊະນະ ”ເຊິ່ງນັກທ່ອງທ່ຽວມັກປຽບທຽບວ່າເປັນ “ ອາກເດີ ທຣີອົມ ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ອະນຸສາວະລີ ປະຕູໄຊມີລັກໂດດເດັ່ນທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນວ່າ “ຊ້ອງ ເອລິເຊ້” ເຊິ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ)
-
ປະຕູໄຊຊ່ວງປີ 60
-
ສວນປະຕູໄຊຖ່າຍຈາກມຸມສູງ
