Jump to content

ບຸນພະເວດສັນດອນ

ຈາກ ວິກິພີເດຍ

ບຸນພະເວດສັນດອນຫຼືທີ່ຄົນລາວພວກເຮົາເອີ້ນກັນຈົນຕິດປາກວ່າບຸນພະເຫວດນັ້ນເປັນປະເພນີຕັ້ງເດີມທີ່ສືບເນື່ອງກັນມາເປັນເວລາດົນນານ,ຄາດກັນວ່ານ່າຈະເປັນປະເພນີທີ່ເລີ່ມຕົ້ນມາຕັ້ງແຕ່ສະໄໝເຈົ້າຟ້າງຸ່ມເພາະວ່າທ່ານເປັນຄົນທໍາອິດທີ່ນໍາເອົາສາດສະໜາພຸດເຂົ້າມາໃນປະເທດລາວ.

ຄົນລາວເຊື່ອວ່າຖ້າຫາກຜູ້ໃດໄດ້ຟັງເທດສະໜາເລື່ອງພະເວດສັນດອນຈົນຄົບສິບສາມກັນ(ມີທັງໝົດໜຶ່ງພັນຄາຖາ)ຈົບໃນວັນດຽວຈະໄດ້ເກີດຮ່ວມພົບຮ່ວມຊາດດຽວກັນກັບພະສີອະລິຍະເມດໄຕ.

ຕາມປະເພນີດັ້ງເດີມນັ້ນບຸນພະເວດຈະຈັດກັນເປັນເວລາສາມວັນ,ວັນທໍາອິດຈະເປັນການກະກຽມສະຖານທີ່ຕົກແຕ່ງວັດວາອາຮາມໃຫ້ງົດງາມແລ້ວສົມມຸດໄວ້ວ່າສະຖານທີ່ນີ້ເປັນພະລາດຊະວັງ,ພ້ອມກັບປຸກຜາມໄວ້ຕ້ອນຮັບພະສົງແລະຜູ້ຕິດຕາມພະສົງທີ່ຈະມາຈາກວັດອື່ນເພື່ອຊ່ວຍງານ.ໃນການຕົງແຕ່ງນັ້ນຈະມີກົດຄືບ່ອນທີ່ຈະຈັດພິທີຟັງເທດຟັງທໍານັ້ນຈະຕ້ອງປັກທຸງໄຊແປດຜືນໄວ້ແປດທິດສະເລ່ຍທິດລະຜືນ,ແຕ່ລະຈຸດທີ່ປັກທຸກນັ້ນຈະຕ້ອງມີຕະຕ່າເອົາໄວ້ໃສ່ເຂົ້າພັນກ້ອນ,ຈະມີທຸງໄຊຜືນນ້ອຍໆຫ້ອຍໄວ້ໃນບໍລິເວນວັດແລະສາລາຟັງທໍາລວມກັນໜຶ່ງພັນຜືນ.ວັນທີສອງແມ່ນຊາວບ້ານ,ພິສຸຂອງວັດເຈົ້າພາບຈັດງານແລະພິສຸວັດໄກ້ຄຽງຈະມາຮ່ວມກັນເຮັດພິທີເຊີນພະອຸປະຄຸດໃຫ້ມາປົກປ້ອງຄຸ້ມຄອງຂະບວນແຫ່ຫຼັງຈາກນັ້ນກໍ່ເລີ່ມແຫ່ພະເວດແລະນາງມັດທີເຂົ້າເມືອງ(ຜ້າຜືນຍາວທີ່ຂຽນພາບເລົ່າເລື່ອງພະເວດສັນດອນ),ໃນການແຫ່ພະເວດແລະນາງມັດທີເຂົ້າເມືອງນີ້ມັກຈະມີການຮ້ອງລໍາທໍາເພງ,ຟ້ອນແລະແຫ່ຕົ້ນເງິນໄປພ້ອມໆກັນດ້ວຍ.ໃນຕອນແລງຂອງວັນທີສອງນີ້ຈະມີການເທດມະໄລໝື່ນມະໄລແສນທີ່ຈະເລົ່າເລື່ອງພະມາໄລເດີນທາງໄປທ່ອງທ່ຽວໃນສະຖານທີ່ຕ່າງໆ.ໃນຄືນຂອງວັນທີສອງນີ້ຈະມີການແຫ່ເຂົ້າພັນກ້ອນເພື່ອເປັນການບູຊາກັນພະເວດທີ່ມີໜຶ່ງພັນຄາຖາ,ສະເລ່ຍໄດ້ຄາຖາລະກ້ອນ.ຂັ້ນຕອນການແຫ່ເຂົ້າພັນກ້ອນແມ່ນແຕ່ລະບ້ານທີ່ມີສັດທາຈະປັ້ນເຂົ້າໜຽວໃຫ້ເປັນກ້ອນເທົ່າຫົວໂປ້ມືຈົນໄດ້ເຂົ້າຄົບໜຶ່ງພັນກ້ອນແລ້ວກໍ່ແຫ່ກັນມາແຕ່ບ້ານໃຜບ້ານມັນມາທີ່ວັດ,ວົນອ້ອມສິມສາມຮອບແລ້ວກໍ່ໄປຖອກກອງກັນໄວ້ທີ່ກະຕ່າກ້ອງທຸງໄຊແຕ່ລະທິດນັ້ນ.ໃນວັນທີສາມຈະມີການແຫ່ຕົ້ນເງິນຕົ້ນຄໍາເຂົ້າວັດອີກຮອບໜຶ່ງເອີ້ນວ່າການແຮ່ກັນຫຼອນ,ສ່ວນທີ່ວັດກໍ່ຈະມີການຕັ້ງໂຮງທານເພື່ອເປັນການປະຕິບັດບູຊາແກ່ພະເວດສັນດອນ,ໃຜທີ່ແຫ່ກັນຫຼອນມາຮອດແລ້ວກໍ່ສາມາດມາເລືອກກິນທີ່ໂຮງທານໄດ້ເລີຍໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ,ນອກຈາກນີ້ແລ້ວຫາກຊາວບ້ານຮ່ານຫຍ້າແຖວນັ້ນຫຼືຜູ້ຄົນທີ່ກາຍໄປກາຍມາທີ່ຕ້ອງການຈະມາຮ່ວມກິນຮ່ວມດື່ມທີ່ໂຮງທານກໍ່ສາມາດເຮັດໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍອີກເໝືອນກັນ.

ສ່ວນໄທບ້ານກໍ່ຈະຈັດງານລ້ຽງທີ່ບ້ານໃຜບ້ານມັນເພື່ອເປັນການສະເຫຼີມສະຫຼອງງານບຸນດັ່ງກ່າວຕະຫຼອດສາມວັນ.ໃນການຈັດງານລ້ຽງຂອງໄທບ້ານນັ້ນຈະຈັດຕາມແຕ່ສະດວກບາງຄົນຈະຈັດມື້ທີໜຶ່ງ,ບາງຄົນຈະຈັດມື້ທີສອງ,ບາງຄົນກໍ່ຈະຈັດມື້ທີສາມ.ການຈັດງານລ້ຽງຂອງໄທບ້ານຈະເນັ້ນຕ້ອນຮັບສະເພາະຍາດພີ່ນ້ອງແລະເພື່ອນຝູງເທົ່ານັ້ນ.

ບຸນພະເຫວດຂອງບ້ານເມືອງນ້ອຍທຸກເທື່ອແມ່ນຈັດຂື້ນຢູ່ວັດ ( ບ້ານເມືອງນ້ອຍມີທັງຫມົດ 3 ວັດ, ສະນັ້ນໃນແຕ່ລະປີແຕ່ລະວັດຈະຜັດປ່ຽນກັນເຮັດ ແລ້ວແຕ່ຄວາມພ້ອມຂອງວັດ ແລະ ກຳມະການ ). ພາຍໃນວັດຈະມີການຄົບງັນກັນ, ຈະມີທັງແມ່ຄ້າຊາວຂາຍທີ່ມາຂາຍເຄື່ອງກິນ, ເຄື່ອງຫລີ້ນຕ່າງໆ. ຜູ້ທີ່ໄປວັດສ່ວນໃຫ່ຍແລ້ວຖ້າແມ່ນຜູ່ເຖົ້າຜູ້ແກ່ກໍ່ຈະມາຊ່ວຍຕົກແຕ່ງປະດັບປະດາວັດ ແລະ ກິນທານນຳວັດ. ເພື່ອເພີ່ມຄວາມມ່ວນຊື່ນ ແລະ ດຶງດູດໃຫ້ຄົນມາຄົບງັນວັດຫລາຍຂື້ນ ປະຈຸບັນເພີ່ນໄດ້ມີການຈັດລຳວົງຢູ່ນອກເດີ່ນຂອງວັດ ເພື່ອບໍ່ເປັນການລົບກວນພະສົງທີ່ກຳລັງເທດສະຫນາຢູ່. ປະຊາຊົນໃນແຕ່ລະເຮືອນຈະພາກັນກະກຽມເຂົ້າປາອາຫານເພື່ອຕ້ອນຮັບແຂກທີ່ຈະມາເຢືອນເຮືອນ: ອາຫານທີ່ກະກຽມເປັນຕົ້ນຈະມີ ເຂົ້າປຸ້ນ, ລາບ, ແກງ ແລະ ອື່ນໆ ແລ້ວແຕ່ຂໍ້ສະດວກຂອງແຕ່ລະຄອບຄົວ.

ການຟັງເທດພະເວດສັນດອນນັ້ນນອກຈາກຈະເຮັດໃຫ້ໄປເກີດໃນຍຸກສະໄໝຂອງພະສີອາລະຍະເມດໄຕຕາມຄວາມເຊື່ອແລ້ວຍັງເປັນການປູກຈິດສໍານຶກໃຫ້ຜູ້ຟັງຮູ້ຈັກການໃຫ້,ຮູ້ຈັກການເສຍສະຫຼະ,ຮູ້ຈັກການເຫັນປະໂຫຍດສ່ວນລວມສໍາຄັນກວ່າຜົນປະໂຫຍດສ່ວນຕົວດັ່ງທີ່ພະເວດສັນດອນໄດ້ເຮັດໄວ້ເປັນແບບເປັນຢ່າງ.