ພະເວດສັນດອນ

ຈາກ ວິກິພີເດຍ

ພະເວດສັນດອນເປັນຕົວລະຄອນໜຶ່ງໃນນິທານເລື່ອງພະເວດສັນດອນ,ທ່ານຜູ້ນີ້ເປັນຜູ້ມີນິດໄສມັກໃຫ້ທານຢ່າງຍິ່ງ,ຂໍແຕ່ວ່າຂອງສິ່ງໃດທີ່ຂຶ້ນຊື່ວ່າເປັນຂອງລາວລ້ວນແລ້ວແຕ່ສາມາດຖືກທານໄດ້ໝົດ,ບໍ່ເວັ້ນແມ່ນແຕ່ລູກຫຼືເມຍຖ້າມີຄົນມາຂໍລາວກໍ່ພ້ອມທີ່ຈະໃຫ້ຢ່າງບໍ່ຫວັ່ນໄຫວ.

ຈາກການສືບຄົ້ນຢ່າງລະອຽດຈຶ່ງໄດ້ຮູ້ວ່ານິທານເລື່ອງນີ້ຖືກບອກເລົ່າເປັນຄັ້ງທໍາອິດໂດຍພະພຸດທະເຈົ້າສະມະນະໂຄດົມ.ຫຼາຍຄົນເຊື່ອວ່າພະເວດສັນດອນເປັນຊາດສຸດທ້າຍຂອງພະພຸດທະເຈົ້າທີ່ຈະມາເກີດເພື່ອສ້າງພຸດທະພູມ,ແຕ່ຄວາມຈິງກັບບໍ່ໄດ້ເປັນແບບນັ້ນພະເວດສັນດອນເປັນພຽງຊາດທີ່ໃກ້ທີ່ສຸດ(ຄຶນຫຼັງໄປເກົ້າສິບແປດກັບ,ໜຶ່ງກັບແມ່ນຊົ່ວອາຍຸເກີດດັບຂອງດວງດາວຄັ້ງໜຶ່ງ)ທີ່ຖືກຍົກມາເປັນຕົວຢ່າງໃນເລື່ອງການບໍາເພັນທານນະບາລະມີເທົ່ານັ້ນ,ເມື່ອຕາຍຈາກຊາດພະເວດສັນດອນແລ້ວທ່ານກໍຍັງວົນວຽນຕາຍເກີດໄປໃນພົບພູມຕ່າງໆອີກຕັ້ງຫຼາຍຊາດກວ່າຈະມາເກີດເປັນພະພຸດທະເຈົ້າ.ເມື່ອເວົ້າເຖິງການບໍາເພັນທານນະບາລະມີແລ້ວຊາດທີ່ເປັນພະເວດສັນດອນນີ້ຍັງບໍ່ໄດ້ແມ່ນຊາດທີ່ຍິ່ງໃຫຍ່ທີ່ສຸດເລີຍດ້ວຍຊໍ້າໄປ,ພະພຸດທະເຈົ້າພຽງຈັບຊາດທີ່ເປັນພະເວດສັນດອນເພື່ອເອົາມາເປັນຕົວຢ່າງເທົ່ານັ້ນ,ສາເຫດຄົງເປັນດັ່ງທີ່ກ່າວມາແລ້ວວ່າເພາະມັນເປັນຊາດທີ່ໃກ້ທີ່ສຸດນັ້ນເອງ,ຖ້າຫາກນຶກໄກຄືນຫຼັງໄປອີກກໍ່ຍັງມີອີກຫຼາຍພົບຊາດທີ່ພະພຸດທະເຈົ້າເຄີຍເຮັດເຊັ່ນນີ້ຫຼືເຮັດຫຼາຍຍິ່ງກວ່ານີ້.ລາຍລະອຽດເລື່ອງພະເວດສັນດອນນັ້ນໃຫ້ຜູ້ອ່ານຕິດຕາມອ່ານໃນບົດຄວາມທີ່ມີຊື່ວ່ານິທານພະເວດສັນດອນແລ້ວຈະໄດ້ເຂົ້າໃຈແລະຮູ້ກ່ຽວກັບພະເວດສັນດອນໄດ້ຫຼາຍຂຶ້ນ.

ບາງຄົນບອກວ່າຕາຍຈາກພະເວດສັນດອນແລ້ວກໍ່ໄປເກີດເປັນເທບພະເຈົ້າຢູ່ສະຫວັນຊັ້ນດູສິດແລະກໍ່ມາເກີດເປັນພະພຸດທະເຈົ້າ,ນັ້ນກໍ່ຜິດອີກເໝືອນກັນເພາະອາຍຸຂອງເທວະດາຊັ້ນດູສິດໂດຍສະເລ່ຍປະມານ3,650,000,000ປີເມືອງມະນຸດ(ຄໍານວນຕາມທີ່ພະໄຕປີດົກບັນຍັດໄວ້),ຖ້າເປັນອົງອິນກໍ່ໃຫ້ຕື່ມເລກສູນເຂົ້າໄປອີກໂຕໜຶ່ງ.ແມ່ນວ່າປ່ຽນອົງອິນຊັ້ນດູສິດອີກພັນອົງກໍຍັງບໍ່ເຖິງໜຶ່ງກັບ.ຖ້າພະເວດສັນດອນໄປເກີດຊັ້ນດູສິດແລ້ວເປັນອົງອິນກໍ່ໃຫ້ລອງຄິດເບິ່ງວ່າທ່ານຈະຕ້ອງເປັນອົງອິນຈັກສະໄໝຈຶ່ງຈະເຖິງເກົ້າສິບແປດກັບ.ດ້ວຍການຄໍານວນງ່າຍໆເທົ່ານີ້ກໍ່ຮູ້ແລ້ວວ່າພະເວດສັນດອນບໍ່ແມ່ນຊາດສຸດທ້າຍຂອງພະພຸດທະເຈົ້າທີ່ຈະມາເກີດເປັນມະນຸດເພື່ອສ້າງພຸດທະພູມ.

ແລ້ວກັບໜຶ່ງມັນດົນເທົ່າໃດ,ພະພຸດທະເຈົ້າໄດ້ປຽບທຽບໄວ້ດັ່ງນີ້ມີພູເຂົາລູກໜຶ່ງກວ້າງໜຶ່ງໂຍດ(ແປດກິໂລແມັດ),ຍາວໜຶ່ງໂຍດ,ສູງໜຶ່ງໂຍດບໍ່ມີປ່ອງບໍ່ມີຮູເປັນແທ່ງທຶບໜາ.ມີບຸລຸດຄົນໜຶ່ງເອົາຜ້າຂາວບາງໆມາຈາກແຄວ້ນກາສີແລ້ວເອົາຜ້າຂາວນັ້ນປັດພູເຂົານັ້ນໜຶ່ງຮ້ອຍປີຄັ້ງໜຶ່ງ,ຈົນພູເຂົານັ້ນຫາຍໄປໝົດສິ້ນເພາະຄວາມພະຍາຍາມຂອງບູລຸດນັ້ນກໍ່ຍັງທຽບບໍ່ໄດ້ກັບເວລາໜຶ່ງກັບ.ຈາກຂໍ້ຄວາມນີ້ກໍ່ລອງຄໍານວນເບິ່ງວ່າເວລາໜຶ່ງກັບມັນດົນຂະໜາດໃດ.

ບາງຄົນບອກວ່າພະໄຕປີດົກຂຽນໄວ້ພະພຸດທະເຈົ້າລົງມາເກີດຈາກສະຫວັນຊັ້ນດູສິດນັ້ນກໍເປັນຄວາມຈິງແຕ່ບໍ່ແມ່ນຊັ້ນດູສິດສະໄໝທີ່ເປັນພະເວດສັນດອນ,ແຕ່ເປັນຊັ້ນດູສິດຂອງຊາດໃດກໍ່ຍັງບໍ່ມີໃຜຮູ້ເພາະພະພຸດທະເຈົ້າບໍ່ໄດ້ລະບຸໄວ້.

ບາງຄົນບອກວ່າຕາຍຈາກພະເວດສັນດອນແລ້ວກໍ່ໄປເກີດເປັນເທບພະເຈົ້າຢູ່ສະຫວັນຊັ້ນດູສິດແລະກໍ່ມາເກີດເປັນພະພຸດທະເຈົ້າເປັນຂໍ້ຄວາມໃນພະໄຕປີດົກ,ຖ້າເຊັ່ນນັ້ນກໍ່ຈົ່ງເຂົ້າໃຈໃໝ່ເລີຍວ່າພະໄຕປີດົກເລັ້ມນັ້ນມີການແຕ່ງເພີ່ມຕາມໃຈຂອງຜູ້ຂຽນ.ເພາະມັນບໍ່ສອດຄ່ອງກັບຄວາມນ່າຈະເປັນໄປໄດ້ທາງວິທະຍາສາດ.