ນິທານພະເວດສັນດອນ

ຈາກ ວິກິພີເດຍ
Jump to navigation Jump to search

ນິທານພະເວດສັນດອນແມ່ນຈະກ່າວເຖິງພົບຊາດສຸດທ້າຍຂອງພະພຸດທະເຈົ້າທີ່ຈະມາເກີດເປັນມະນຸດເພື່ອບໍາເພັນທານບາລະມີ,ກ່ອນຈະວຽນວ້າຍຕາຍເກີດອີກຫຼາຍພົບຫຼາຍຊາດແລ້ວຈຶ່ງມາເກີດເປັນພະພຸດທະເຈົ້າ,ເລື່ອງນີ້ເກີດຂຶ້ນຕັ້ງແຕ່ສະໄໝເກົ້າສິບແປດກັບກ່ອນສະໄໝພຸດທະການສະມະນະໂຄດົມ.

ເນື້ອໃນຂອງນິທານທັງໝົດມີປະມານນີ້:

ເມື່ອສະໄໝພະວິປັດສີພະພຸດເຈົ້າບັງເກີດຂຶ້ນໃນໂລກນັ້ນ,ມີພະເຈົ້າແຜ່ນດິນຜູ້ໜຶ່ງຊື່ວ່າພະເຈົ້າພັນທຸມະລາດຂຶ້ນຄອງລາດຢູ່ເມືອງພັນທຸມະດີນະຄອນ,ມີເມືອງຂຶ້ນສົ່ງດອກໄມ້ທອງຄໍາແລະແກ່ນຈັນແດງມາໃຫ້ເປັນເຄື່ອງບັນນາການເປັນອັນມາກ.ໃນການໜຶ່ງເມື່ອໄດ້ຮັບເຄື່ອງບັນນາການມາແລ້ວທ່ານກໍ່ໄດ້ມອບດອກໄມ້ຄໍານັ້ນໃຫ້ແກ່ລູກສາວຜູ້ເປັນນ້ອງສ່ວນແກ່ນຈັນແດງນັ້ນມອບໃຫ້ແກ່ລູກສາວຜູ້ເປັນເອື້ອຍ. ທັງສອງເຫຼື້ອມໃສໃນພຸດທະສາດສະໜາດັ່ງນັ້ນຜູ້ນ້ອງຈຶ່ງໄດ້ເອົາດອກໄມ້ຄໍານັ້ນໄປໃຫ້ຊ່າງຄໍາເພື່ອຕີເປັນເຄື່ອງປະດັບເອິກ(ສ້ອຍຄໍຂະໜາດໃຫຍ່ທີ່ປົກໄປຈົນເຖິງເອິກ)ແລ້ວນໍາໄປມອບແກ່ພະວິປັດສີພ້ອມກັບນຶກປາດຖະໜາວ່າ"ຊາດໜ້າສັນໃດຂໍໃຫ້ຂ້າພະເຈົ້າຈົ່ງເກີດມາພ້ອມກັບເຄື່ອງປະດັບເອິກເຊັ່ນນີ້ດ້ວຍເທີ້ນ". ສ່ວນຜູ້ເປັນເອື້ອຍກໍ່ໄດ້ເອົາໄມ້ຈັນແດງນັ້ນມາບົດແລ້ວກໍ່ນໍາໄປມອບແກ່ພະພຸດທະເຈົ້າວິປັດສີສ່ວນໜຶ່ງແລ້ວເອົາສ່ວນທີ່ເຫຼືອໄປໂຮຍອ້ອມຮອບກຸຕິຂອງທ່ານພ້ອມກັບປາດຖະໜາໃນໃຈວ່າ"ເກີດຊາດໜ້າສັນໃດຂໍໃຫ້ຂ້າພະເຈົ້າຈົ່ງໄດ້ເກີດເປັນແມ່ຂອງພະພຸດທະເຈົ້າເທີ້ນ." ເມື່ອຕາຍຈາກຊາດນັ້ນແລ້ວທັງສອງກໍ່ໄດ້ວຽນວ້າຍຕາຍເກີດອີກຫຼາຍພົບຫຼາຍຊາດຢູ່ທີ່ສະຫວັນຊັ້ນຕ່າງໆຈົນເຖິງເວລາທີ່ພະພຸດທະເຈົ້າກັດສະປະມາບັງເກີດເທິງໂລກມະນຸດທັງສອງຈຶ່ງໄດ້ຈຸຕິລົງມາເກີດເປັນລູສາວຂອງພະເຈົ້າກິ່ງກິດສະລາດ,ໂດຍທີ່ຜູ້ເປັນນ້ອງສາວນັ້ນກໍ່ໄດ້ເກີດມາພ້ອມກັບເຄື່ອງປະດັບເອິກ,ເມື່ອໃຫຍ່ຂຶ້ນມາກໍ່ໄດ້ຟັງເທດຈາກພະພຸດທະເຈົ້າກັດສະປະຈົນບັນລຸອໍລະຫັນໄປ. ສ່ວນນາງລູກສາວຜູ້ເປັນເອື້ອຍນັ້ນກໍ່ໄດ້ມາເກີດເປັນລູກສາວຂອງພະເຈົ້າແຜ່ນດິນກິ່ງກິດສະລາດເໝືອນກັນແຕ່ຕ່າງແມ່,ນາງຜູ້ເປັນເອື້ອຍນີ້ບໍ່ສາມາດບັນລຸທໍາຂັ້ນໃດທັງນັ້ນແຕ່ດ້ວຍກຸສົນຂອງການເປັນຜູ້ມັກເຮັດບຸນເຮັດທານຈຶ່ງໄດ້ສົ່ງເສີມໃຫ້ລາວໄດ້ໄປເກີດທີ່ສະຫວັນຊັ້ນດາວະດຶງເປັນເມຍເອກຂອງອົງອິນຊື່ວ່ານາງຜຸດສະດີ. ເມື່ອນາງຜຸດສະດີໄກ້ຈະໝົດບຸນແລ້ວອົງອິນກໍ່ໄດ້ພານາງໄປທ່ຽວຊົມສວນເພື່ອຄວາມສະບາຍໃຈ,ປາດສະຈາກຄວາມທຸກໃຈທັງປວງ.ເມື່ອໄດ້ໂອກາດປະຈວບເໝາະແລ້ວອົງອິນຈຶ່ງເລີ່ມບົນສົນທະນາວ່າ: "ດູກ່ອນຜຸດສະດີຜູ້ງົດງາມທັງເບື້ອງໜ້າ.ເບື້ອງຊ້າຍ,ເບື້ອງຂວາແລະເບື້ອງຫຼັງ,ຕອນນີ້ກໍ່ເຖິງເວລາທີ່ເຮົາຈະຈາກກັນແລ້ວເຈົ້າຈົ່ງເລືອກເອົາພອນສິບປະການທີ່ເຈົ້າພໍອົກພໍໃຈເຖີດ." ນາງຜຸດສະດີຮູ້ສຶກໜ້ອຍໃຈຈຶ່ງໄດ້ຖາມກັບໄປວ່າ: "ໂປດຊ່ວຍບອກນ້ອງດ້ວຍເຖີດອົງອິນ,ນ້ອງນັ້ນໄດ້ເຮັດໃຫ້ທ່ານຜິດຂ້ອງໝອງໃຈສິ່ງໃດຫຼືທ່ານຈຶ່ງຈະສັ່ງໃຫ້ນ້ອງຕ້ອງຈຸຕິຈາກທິບສະຖານທີ່ນ່າພໍໃຈແຫ່ງນີ້ດຸດດັ່ງລົມພັດຕົ້ນໄມ້ໃຫຍ່ໃຫ້ຫັກໄປແບບນັ້ນ." "ເຈົ້າບໍ່ໄດ້ເຮັດຫຍັງໃຫ້ອ້າຍຂັດຂ້ອງໝອງໃຈເລີຍແລະເຈົ້າຈະເປັນທີ່ກຽດຊັງຂອງອ້າຍນັ້ນກໍ່ບໍ່ແມ່ນ,ທີ່ອ້າຍຕ້ອງສັ່ງໃຫ້ເຈົ້າໄປເກີດໃນເມືອງມະນຸດນັ້ນກໍ່ເພາະວ່າບຸນຂອງເຈົ້າໄດ້ໝົດແລ້ວ,ດັ່ງນັ້ນອ້າຍຈຶ່ງໄດ້ກ່າວກັບເຈົ້າເຊັ່ນນີ້,ເຈົ້າໄກ້ຈະຕາຍແລ້ວ,ເຈົ້າຈະຕ້ອງພັດພາກຈາກອ້າຍໄປຢ່າງຫຼີກລ້ຽງບໍ່ໄດ້.ເຈົ້າຈົ່ງເລືອກເອົາພອນສິບປະການທີ່ອ້າຍຈະມອບໃຫ້ເຖີດ,ນັ້ນຈະເປັນສິ່ງສຸດທ້າຍທີ່ອ້າຍຈະເຮັດໃຫ້ເຈົ້າພໍໃຈໄດ້." "ຖ້າຫາກເປັນເຊັ່ນນັ້ນກໍ່ຂໍໃຫ້ອົງອິນຈົ່ງຟັງເຖິດນ້ອງຈະຂໍພອນສິບປະການດັ່ງນີ້: 1.ຂໍໃຫ້ນ້ອງຈົ່ງເປັນຜູ້ມີຕາດໍາທີ່ມີສີດໍາກວ່າຄົນທັງຫຼາຍ. 2.ຂໍໃຫ້ນ້ອງຈົ່ງເປັນຜູ້ມີຂົນຄິ້ວດໍາກວ່າຂົນຄິ້ວທັງຫຼາຍ. 3.ຂໍໃຫ້ນ້ອງມີຊື່ວ່າຜຸດສະດີດັ່ງເດີມ. 4.ຂໍໃຫ້ນ້ອງມີລູກຊາຍຜູ້ມີໃຈເກື້ອກູນບໍ່ຂີ້ຖີ່ແລະເປັນຜູ້ທີ່ພະລາຊາທຸກປະເທດຕ້ອງບູຊາ. 5.ເມື່ອນ້ອງຖືພານັ້ນຢ່າໃຫ້ທ້ອງປຸ້ງ. 6.ນົມທັງສອງເຕົ້າຂອງນ້ອງຈົ່ງຢ່າຢ່ອນຍານ. 7.ຢ່າໃຫ້ນ້ອງເປັນຜູ້ມີຜົມຫງອກ. 8.ຮ່າງກາຍຂອງນ້ອງຈະຕ້ອງສະອາດຕະຫຼອດເວລາ. 9.ຂໍໃຫ້ນ້ອງສາມາດປ່ອຍນັກໂທດທີ່ມີໂທດເຖິງຕາຍໄດ້. 10.ຂໍໃຫ້ນ້ອງຈົ່ງເປັນເມຍເອກທີ່ນ່າພໍໃຈຍິ່ງຂອງພະລາຊາແຄວ້ນສີພີ." "ນ້ອງພໍໃຈກັບພອນນັ້ນແລ້ວຫຼື?" "ເຈົ້ານ້ອງພໍໃຈແລ້ວ" "ຖ້າເຊັ່ນນັ້ນເຈົ້າຈົ່ງຮັບພອນຈາກອ້າຍເຖີດ,ພອນເຫຼົ່ານີ້ຈະເລີ່ມປາກົດຂຶ້ນແກ່ເຈົ້າຫຼັງຈາກທີ່ເຈົ້າໄປເກີດເປັນມະນຸດແລ້ວ" ນາງຜຸດສະດີນັ່ງລົງແລະກົ້ມກາບອົງອິນດ້ວຍຄວາມອາໄລຮັກຢ່າງຊຸດຊຶ້ງແລ້ວກໍ່ໄດ້ຈຸດຕິຈາກສະຫວັນຊັ້ນຟ້າດາວະດຶງລົງມາເກີດເປັນມະນຸດໃນຕະກູນກະສັດທີ່ຊື່ວ່າມັດທະລາດ.ເມື່ອເຕີບໃຫຍ່ໄດ້ໄວອາຍຸສິບຫົກປີແລ້ວກໍ່ຖືກແຕ່ງໃຫ້ໄປເປັນເມຍຂອງພະເຈົ້າສັນໄຊເມືອງສີພີລາດ.ເມື່ອອົງອິນເຫັນວ່າເຖິງເວລາອັນສົມຄວນແລ້ວທີ່ນາງຈະໄດ້ເປັນແມ່ທ່ານກໍ່ໄດ້ຂຶ້ນໄປອັນເຊີນພະໂພທິສັດທີ່ຊັ້ນດຸສິດໃຫ້ລົງມາເກີດທີ່ຄັນຂອງນາງ.ເມື່ອນາງຖືພາໄກ້ຈະຄອດແລ້ວນັ້ນກໍ່ເກີດຢາກທ່ອງທ່ຽວຊົມນະຄອນ.ພະເຈົ້າສັນໄຊກໍ່ບໍ່ໄດ້ຂັດຂ້ອງໝອງໃຈຫຍັງພ້ອມກັບຈັດແຕ່ງຂະບວນແຫ່ໃຫ້ແກ່ນາງຜຸດສະດີເພື່ອໃຫ້ນາງໄດ້ທ່ອງທ່ຽວຊົມນະຄອນຕາມອໍາເພີໃຈ.ພໍມາຮອດຮ່ອມພໍ່ຄ້ານາງກໍ່ເກີດເຈັບທ້ອງຄອດຂຶ້ນມາ.ແລ້ວກໍ່ໃຫ້ກໍາເນີດລູກຊາຍຢູ່ທີ່ນັ້ນ,ດັ່ງນັ້ນລູກຊາຍຜູ້ນີ້ຈຶ່ງໄດ້ມີຊື່ວ່າເວດສັນດອນທີ່ແປວ່າທ່າມກາງພວກພໍ່ຄ້າ. ຄັ້ນເມື່ອພະເວດສັນດອນມີອາຍຸໄດ້ສີ່ປີກໍ່ໄດ້ແກ້ເຄື່ອງນຸ່ງແລະເຄື່ອງປະດັບໃຫ້ແກ່ພວກເອື້ອຍລ້ຽງນາງນົມເສຍຈົນໝົດສິ້ນເຖິງເຈັດຄັ້ງ.ພະເຈົ້າສັນໄຊເຫັນວ່າແປກຄົນຈຶ່ງໄດ້ເອີ້ນລູກມາຖາມວ່າເປັນຫຍັງຈຶ່ງໄດ້ເຮັດເຊັ່ນນັ້ນພະເວດສັນດອນກໍ່ຕອບໄປວ່າ"ຢ່າວ່າແຕ່ຂອງນອກກາຍເລີຍແມ້ວ່າສາວໃຊ້ນາງນົມພວກນີ້ຕ້ອງການດວງຕາ,ຊີ້ນ,ເລືອດແລະຮ່າງກາຍນີ້ຫາກມີຄົນມາຂໍລູກກໍ່ຍິນດີໃຫ້,ລູກພໍໃຈກັບການໃຫ້ທານຍິ່ງນັກ,ເມື່ອນຶກເຖິງການໃຫ້ທານຄາວໃດໃຈຂອງລູກນີ້ກໍ່ປຶ້ມປິຕິມຸ່ງໝັ້ນຈະໃຫ້ບໍ່ຫວັ່ນໄຫວບໍ່ສັ່ນຄອນ." ເມື່ອໄດ້ຮັບຄໍາຕອບເຊັ່ນນັ້ນພະເຈົ້າສັນໄຊຈຶ່ງໄດ້ອອກຄໍາສັ່ງລັບອອກມາວ່າ:"ຫ້າມຂ້າລາດຊະການຄົນໃດທີ່ກິນເບ້ຍບໍາເນັດຂອງເຮົາເອີ່ຍປາກຂໍສິ່ງຂອງສິ່ງໃດຈາກພະເວດສັນດອນເດັດຂາດ,ຫາກມີການຂໍແມ້ເຂັມດວງດຽວຄົນຜູ້ນັ້ນກໍ່ຈະຕ້ອງໂທດອາຍາແຜ່ນດິນທັນທີ." ນັບຈາກວັນນັ້ນເປັນຕົ້ນມາພະເວດສັນດອນກໍ່ໄດ້ໃຫ້ທານພຽງພວກໄພ່ຟ້າລາດຊະດອນເທົ່ານັ້ນ. ເມື່ອພະເວດສັນດອນອາຍຸໄດ້ສິບຫົກປີກໍ່ໄດ້ຂຶ້ນຄອງລາດແທນພະເຈົ້າສັນໄຊພ້ອມກັບໄດ້ສູ່ຂໍນາງມັດທີໃນຕະກູນມາຕຸລາດມາເປັນເມຍ. ເມື່ອຂຶ້ນຄອງລາດແລ້ວທ່ານກໍ່ສັ່ງໃຫ້ມີການເຮັດໂຮງທານຂຶ້ນຫົກແຫ່ງ,ສີ່ແຫ່ງທີ່ປະຕູເມືອງທັງສີ່ທິດເພື່ອໃຫ້ທານແກ່ຜູ້ທຸກຍາກທີ່ບໍ່ສາມາດຊ່ວຍເຫຼືອຕົວເອງໄດ້ທີ່ອາໃສຢູ່ນອກເມືອງ,ສ້າງໂຮງທານຂຶ້ນແຫ່ງໜຶ່ງທີ່ໃຈກາງເມືອງເພື່ອໃຫ້ທານແກ່ຜູ້ທີ່ອາໃສຢູ່ໃນເມືອງ,ອີກແຫ່ງໜຶ່ງແມ່ນໃຫ້ຈັດຂຶ້ນຢູ່ທີ່ປະຕູວັງເພື່ອໃຫ້ທານແກ່ສະມະນະຊີພາມທັງຫຼາຍ. ຕາບຈົນເທົ່ານາງມັດທີໄດ້ໃກ້ກໍາເນີດລູກສອງຄົນຄົນອ້າຍນັ້ນເມື່ອເກີດໄດ້ຖືກຮອງຮອບດ້ວຍແຫຄໍາດັ່ງນັ້ນຈຶ່ງໄດ້ຊື່ວ່າຊາລີສ່ວນຜູ້ນ້ອງນັ້ນຖືກຮັບດ້ວຍໜັງໝີຈຶ່ງໄດ້ຊື່ວ່າກັນຫາ. ໃນວາລະນັ້ນທີ່ເມືອງກະລິງຄະລາດເກີດເຂົ້າຍາກໝາກແພງ,ຝົນແລ້ງແດດເຜົາເຮັດໃຫ້ປະຊາຊົນໄດ້ຮັບຄວາມເດືອດຮ້ອນຍິ່ງນັກ.ເມື່ອເປັນເຊັ່ນນັ້ນພະເຈົ້າກະລິງຄະລາດກໍ່ພິຈາລະນາຕົວເອງວ່າໄດ້ເຮັດຜິດສິນຜິດທໍາຂໍ້ໃດຫຼືບໍ່,ເມື່ອສໍາຫຼວດຕົວເອງແລ້ວກໍ່ບໍ່ມີທ່ານຈຶ່ງໄດ້ສໍາຫຼວດຂຸນນາງຂັ້ນຜູ້ໃຫຍ່ທຸກວ່າຄົນໃດເຮັດຊົ່ວຜິດສິນທໍຫຼືບໍ່ແຕ່ກໍ່ບໍ່ປາກົດຄວາມຜິດຂຶ້ນມາເລີຍ.ທ່ານຈຶ່ງໄດ້ສັ່ງໃຫ້ປະຊາຊົນເຮັດພິທີບູຊາເທບພະເຈົ້າແຫ່ງຄວາມອຸດົມສົມບູນດ້ວຍວິທີການຕ່າງໆແຕ່ຝົນກໍ່ຍັງບໍ່ຕົກ,ທ່ານກໍ່ໄດ້ໄປຈໍາສິນເປັນເວລາເຈັດວັນແຕ່ຝົນກໍ່ຍັງບໍ່ຕົກ,ທ່ານຈຶ່ງໄດ້ຊວນເສນາອາມາດທັງຫຼາຍໄປຈໍາສິນຮ່ວມກັນອີກເຈັດວັນແຕ່ຝົນກໍ່ຍັງບໍ່ຕົກເໝືອນເດີມ. ເຫດການຂັບຂັນ,ປະຊາຊົນເດືອດຮ້ອນ,ເກີດຂີ້ລັກຂີ້ຂະໂມຍຂຶ້ນທົ່ວທຸກຫົວລະແຫງ.ແຕ່ລະວັນມີດີກາຮ້ອງທຸກຖືກສົ່ງຍື່ນມາໃຫ້ຢ່າງບໍ່ຂາດສາຍ.ພະເຈົ້າກະລິງຄະລາດກໍ່ໝົດປັນຍາທີ່ຈະແກ້ໄຂ,ພາງຈົ່ມກັບເສນາວ່າ"ຂ້າພະເຈົ້າກໍ່ເປັນພຽງຄົນທໍາມະດາເໝືອນກັບພວກທ່ານທັງຫຼາຍ,ພວກທ່ານທັງຫຼາຍກໍ່ເອີ້ນຂ້າພະເຈົ້າວ່າສົມມຸດເທບບໍ່ແມ່ນຫຼື?ເທບທີ່ຖືກສົມມຸດຂຶ້ນມາຈະສາມາດດົນບັນດານໃຫ້ຝົນຕົກເໝືອນກັບເທບຈິງໆໄດ້ຈັ່ງໃດ?ຂ້າພະເຈົ້າໝົດປັນຍາແລ້ວແທ້ໆ." ໃນເວລານັ້ນເອງໄດ້ມີອາໝາດຄົນໜຶ່ງເອີ່ຍຂຶ້ນມາວ່າ: "ຂ້າແດ່ສົມມຸດເທບ,ທີ່ເມືອງສີພີນັ້ນອຸດົມສົມບູນດ້ວຍເຂົ້ານໍ້າຊໍ້າປາ,ການເພາະປູກແມ້ວ່າຈະດໍາເນີນການຫຼາຍໜ້ອຍເທົ່າໃດຝົນກໍ່ຈະຕົກລົງມາເພື່ອສະໜອງນໍ້າໃຫ້ຢ່າງພຽງພໍສະເໝີ.ຄົນຊ່າລືກັນວ່າເປັນເພາະເມືອງນີ້ມີຊ້າງວິເສດຕົວໜຶ່ງ,ຊ້າງຕົວນີ້ຊື່ວ່າປັດໃຈນາເຄນ,ເກີດວັນດຽວເວລາດຽວກັບພະເວດສັນດອນ,ແມ່ຊ້າງຕົວນີ້ກໍ່ວິເສດສາມາດເດີນທາງທ່ອງທ່ຽວໃນອາກາດໄດ້.ສ່ວນລູກຊ້າງນັ້ນມີຄວາມສາມາດໃນການສ້າງຄວາມອຸດົມສົມບູນໃຫ້ແກ່ຜືນແຜ່ນດິນ,ບ່ອນໃດທີ່ຊ້າງນີ້ຍ່າງໄປດິນແຂັງກໍ່ຈະກາຍເປັນດິນນຸ້ມເໝາະແກ່ການເພາະປູກ,ບ່ອນໃດແຫ້ງແລ້ງກໍ່ຈະມີຝົນຕົກ,ບ່ອນໃດມີຄົນອົດຢາກເມື່ອຊ້າງນີ້ຢ່າງກາຍຄົນຜູ້ນັ້ນກໍ່ຈະອີ່ມຂຶ້ນມາເອງ..." ເມື່ອບັນຍາຍຊັບພະຄຸນທຸກຢ່າງເສັດສັບແລ້ວພະເຈົ້າກະລິງຄະລາດກໍ່ເກີດຄວາມປິຕິຢາກຢືມຊ້າງຕົວນີ້ມາເປັນຊ້າງຄູ່ບ້ານຄູ່ເມືອງເພື່ອຊ່ວຍບັນເທົາທຸກຮ້ອນໃຫ້ແກ່ປະຊາຊົນ. ແຕ່ວ່າອະໝາດຄົນດັ່ງກ່າວກໍ່ໃຫ້ຄໍາເຫັນວ່າຄົງຈະຍາກເພາະມັນເປັນຊ້າງຄູ່ບາລະມີຂອງພະເວດສັນດອນ,ທຸກວັນພະເວດສັນດອນຈະຕ້ອງຂີ່ຄໍຊ້າງນີ້ເພື່ອອອກໃຫ້ທານແກ່ຜູ້ທຸກຈົນທັງຫຼາຍ. ເມື່ອໄດ້ຍິນຄໍາວ່າພະເວດສັນດອນອາໝາດອີກຜູ້ໜຶ່ງກໍ່ເໝືອນຈະຄິດຫຍັງອອກຈຶ່ງໄດ້ເອີ່ຍຂຶ້ນມາວ່າ: "ຂ້າແດ່ສົມມຸດເທບຖ້າເປັນພະເວດສັນດອນກໍ່ບໍ່ນ່າຈະຍາກ,ຢ່າວ່າແຕ່ຢືມມາໄຊ້ງານຊົ່ວຄາວເລີຍຈະເອົາຊ້າງຕົວນີ້ໄວ້ເປັນຊ້າງຄູ່ບ້ານຄູ່ເມືອງຂອງພວກເຮົາຕະຫຼອດໄປເລີຍກໍ່ຄົງຈະພໍມີທາງເປັນໄປໄດ້.ເພາະພະເວດສັນດອນນັ້ນໃຈດີ,ພໍໃຈໃນການໃຫ້ທານ.ພວກເຮົາຄວນຈະລອງເອີ່ຍປາກຂໍຊ້າງຕົວນັ້ນມາໄວ້ເລີຍເສຍກ່ອນ,ຖ້າຫາກເຮົາຂໍບໍ່ໄດ້ແລ້ວຈຶ່ງຄ່ອຍຂໍຢືມກໍ່ຄົງຈະສາມາດເຮັດໄດ້ເພາະພະເວດສັນດອນເປັນຄົນໃຈດີ." ເມື່ອພະເຈົ້າກະລິງຄະລາດໄດ້ຍິນແບບນັ້ນກໍ່ເກີດມີຄວາມຫວັງຂຶ້ນມາ,ທ່ານຈຶ່ງໄດ້ມອບໜ້າທີ່ໄປຂໍຢືມຊ້າງໃຫ້ແກ່ອະໝາດຄົນນັ້ນ. ຝ່າຍອາມາດເມື່ອໄດ້ຮັບຄໍາສັ່ງຂອງພະເຈົ້າກະລິງຄະລາດແລ້ວກໍ່ໄດ້ເລືອກເອົາພາມຝີປາກດີອີກເຈັດຄົນໄປເຮັດໜ້າທີ່ຂໍຢືມຊ້າງກັບຕົວເອງດ້ວຍ. ພວກເຂົາຕົກລົງກັນວ່າຈະຕ້ອງບໍ່ອາບນໍ້າ,ປ່ອຍໃຫ້ເລັບຍາວ,ແຂ້ວບໍ່ຖູແລະເອົາຂີ້ເທົ່າທາໜ້າເພື່ອໃຫ້ເປັນຕາອີ່ຕົນ. ເມື່ອໄປເຖິງເມືອງສີພີພາມທັງແປດກໍ່ໄດ້ລັກຕິດຕາມເບິ່ງການອອກໃຫ້ທານຂອງພະເວດສັນດອນ,ພວກເຂົາຕິດຕາມເບິ່ງນິດໃສຂອງພະເວດສັນດອນຈົນແນ່ແກ່ໃຈວ່າແຜນການຂໍຢືມຊ້າງຂອງພວກຈະຕ້ອງສໍາເລັດແນ່ນອນ,ພວກເຂົາຈຶ່ງໄດ້ຫາໂອກາດເໝາະໆແລ້ວກໍ່ພ້ອມກັນຍົກແຂນຂວາຂຶ້ນພ້ອມກັບໃຫ້ອາມາດຜູ້ເປັນຫົວໜ້າເອີ່ຍປາກຂໍໄປວ່າ "ຂ້າແດ່ສົມມຸດເທບ,ຂໍໄດ້ໂປດເມດຕາພວກຂ້າພະເຈົ້າດ້ວຍ,ບ້ານເມືອງຂອງພວກຂ້າພະເຈົ້າກໍາລັງເດືອນຮ້ອນເພາະຝົນຟ້າບໍ່ຕົກຕ້ອງຕາມລະດູການ,ປະຊາຊົນອົດຢາກເຂົ້າຍາກໝາກແພງ,ພ້ອມກັບມີຂະໂມຍຂະໂຈນຫຼວງຫຼາຍ,ຂໍໃຫ້ທ່ານຈົ່ງເມດຕາພວກຂ້າພະເຈົ້າດ້ວຍເທີ້ນ." "ທຸກຂອງພວກທ່ານນັ້ນໜັກໜາຫຼາຍຂ້າພະເຈົ້າຈະຊ່ວຍພວກທ່ານໄດ້ດ້ວຍວິທີໃດ?" "ຖ້າຫາກທ່ານປາດຖະໜາຢາກຊ່ວຍພວກຂ້າພະເຈົ້າແລ້ວທ່ານຍ່ອມເຮັດໄດ້ຢ່າງແນ່ນອນ." "ຖ້າເຊັ່ນນັ້ນກໍ່ໃຫ້ທ່ານບອກມາເຖີດວ່າຂ້າພະເຈົ້າຈະຊ່ວຍໄດ້ແນວໃດ,ຫາກຂ້າພະເຈົ້າຊ່ວຍໄດ້ຂ້າພະເຈົ້າຍ່ອມຕ້ອງຊ່ວຍຢ່າງບໍ່ຕ້ອງສົງໃສ" "ຂ້າແຕ່ສົມມຸດເທບ,ຊ້າງຕົວປະເສີດຂອງທ່ານນັ້ນເປັນຊ້າງວິເສດສາມາດປະທານຄວາມອຸດົມສົມບູນແກ່ບ້ານເມືອງຂອງພວກເຮົາໄດ້.ຂໍໃຫ້ທ່ານຈົ່ງປະທານຊ້າງຕົວນີ້ໃຫ້ແກ່ພວກຂ້າພະເຈົ້າເຖີດ.ຫາກໄດ້ຊ້າງຕົວນີ້ໄປເປັນຊ້າງຄູ່ບ້ານຄູ່ເມືອງແລ້ວບັນຫາທັງຫຼາຍທີ່ເມືອງຂອງພວກຂ້າພະເຈົ້າກໍ່ຈະໝົດໄປສິ້ນ." "ຖ້າເຊັ່ນນັ້ນກໍ່ຈົ່ງຮັບເອົາຊ້າງຕົວນີ້ໄປເຖີດ." ພະເວດສັນດອນມອບຊ້າງໃຫ້ແກພາມພວກນັ້ນໂດຍດີ.ນອກຈາກຊ້າງແລ້ວທ່ານຍັງໄດ້ມອບຊັດຂາວ,ເຄື່ອງລາດ,ໝໍຊ້າງແລະຄົນລ້ຽງຊ້າງໄປພ້ອມກັນອີກດ້ວຍ. ເມື່ອພາມເຫຼົ່ານັ້ນໄດ້ຮັບຊ້າງແລ້ວກໍ່ພາກັນຂຶ້ນຂີ່ແລະຂັບອອກຈາກເມືອງໄປ,ລະຫວ່າງທາງຄົນກໍ່ຮ້ອງຮ້າຍຮ້ອງດ່າສະລະພັດພວກພາມເຫຼົ່ານັ້ນກໍ່ເຮັດຫູທວນລົມເສຍຕັ້ງໃຈຂັບຊ້າງກັບບ້ານພຽງຢ່າງດຽວ. ເມື່ອຊ້າງກ້າວເຂົ້າປະຕູເມືອງກະລິງຄະລາດແລ້ວກໍ່ເກີດຝົນຫ່າໃຫຍ່ຂຶ້ນ,ຄວາມເດືອດຮ້ອນທັງຫຼາຍຄ່ອຍໆໄດ້ຮັບການບັນເທົາຂຶ້ນເທື່ອລະໜ້ອຍຈົນເມືອງກະລິງຄະລາດກັບມາສະຫງົບສຸກດັ່ງເດີມ,ນີ້ເປັນເພາະປາຕິຫານຂອງຊ້າງຄູ່ບາລະມີຂອງພະເວດສັນດອນແທ້ໆ.

ເມື່ອພະເວດສັນດອນໄດ້ມອບຊ້າງເຜືອກຄູ່ບາລະມີໃຫ້ແກ່ເມືອງກະລິງຄະລາດແລ້ວສຽງຈົ່ມວ່າຂອງປະຊາຊົນກໍ່ອື້ອຶງຂຶ້ນ.ພວກເຂົາກ່າວເປັນສຽງດຽວກັນວ່າພະເວດສັນດອນຄວນຈະມອບເຂົ້າ,ນໍ້າ,ຜ້ານຸ່ງຫົ່ມແລະທີ່ຢູ່ອາໄສໃຫ້ແກ່ພວກພາມທັງແປດຈຶ່ງຈະຄວນບໍ່ແມ່ນຈະມາມອບຊ້າງຄູ່ບ້ານຄູ່ເມືອງໃຫ້ເຊັ່ນນີ້. ໃນເວລາຕໍ່ມາບັນດາຜູ້ມີຊື່ສຽງ,ພວກລາດຊະບຸດ,ພວກພໍ່ຄ້າຊາວນາ,ພວກພາມ,ກອງທະຫານມ້າ,ກອງທະຫານລົດ,ກອງທະຫານລາບແລະຊາວເມືອງສີພີທັງໝົດກໍ່ໄດ້ມາຮ່ວມຕົວກັນເພື່ອສົ່ງຂ່າວໃຫ້ແກ່ພະເຈົ້າສັນໄຊໃຫ້ກໍາຈັດພະເວດສັນດອນຜູ້ນີ້ເສຍ,ວັນນີ້ທ່ານປະທານຊ້າງຄູ່ບ້ານຄູ່ເມືອງໃຫ້ກັບຄົນອື່ນວັນໜ້າທ່ານຈະຕ້ອງຍົກບ້ານຍົກເມືອງໃຫ້ກັບຄົນອື່ນແນ່ແທ້ຢ່າງບໍ່ຕ້ອງສົງໄສ. ພວກເຂົາສະເໜີໃຫ້ພະເຈົ້າສັນໄຊຈົ່ງຂ້າພະເວດສັນດອນຖິ້ມເສຍຖ້າບໍ່ເຊັ່ນນັ້ນພວກເຂົາຈະບຸກເຂົ້າວັງແລ້ວຈັບພະເວດສັນດອນຂ້າເສຍເອງ. ເລື່ອງນີ້ຮູ້ເຖິງຫູນາງຜຸດສະດີ,ນາງຈຶ່ງຟ້າວມາຂໍຮ້ອງພະເຈົ້າສັນໄຊທັງຮ້ອງທັງໃຫ້ວ່າຈົ່ງຢ່າໄດ້ຂ້າພະເວດສັນດອນເລີຍ.ພະເຈົ້າສັນໄຊກໍ່ບອກກັບໄປວ່າ "ເວດສັນດອນເປັນທີ່ຮັກຍິງຂອງເຮົາແມ້ວ່າແວ່ນແຄວ້ນຂອງເຮົາຈະພິນາດໄປເຮົາກໍ່ບໍ່ເຄີຍຄິດຂ້າລູກຄົນນີ້ເລີຍ,ເຮົາຢ້ານແຕ່ວ່າເຮົາຈະປົກປ້ອງເວດສັນດອນໄວ້ບໍ່ໄດ້ເພາະຕອນນີ້ປະຊາຊົນໂກດແຄ້ນຍິ່ງນັກ." ນາງຜຸດສະດີຂໍໄປເຈລະຈາກັບປະຊາຊົນກໍ່ຖືກພະເຈົ້າສັນໄຊຫ້າມໄວ້ເພາະຢ້ານວ່າຈະເກີດເຫດຮ້າຍແກ່ນາງ.ເມື່ອສະຖານະການກືນບໍ່ເຂົ້າຄາຍບໍ່ອອກເຊັ່ນນີ້ກໍ່ໄດ້ມີອາມາດຜູ້ໜຶ່ງເອີ່ຍຂຶ້ນມາວ່າເຫດການຂັບຂັນເຊັ່ນນີ້ຕ້ອງເຈລະຈາດ້ວຍທູດ,ຂໍໃຫ້ພະເຈົ້າສັນໄຊຈົ່ງສົ່ງທູດໄປຂໍເຈລະຈາກັບກອງກໍາລັງປະຊາຊົນເພື່ອໃຫ້ພວກເຂົາຍົກໂທດໃຫ້ພະເວດສັນດອນເຖີດ. ນາງຜຸດສະດີຈຶ່ງຂໍເດີນທາງຮ່ວມໄປກັບຄະນະທູດ,ເພື່ອຈະໄດ້ຊ່ວຍເຫຼືອຄະນະທູດອີກແຮງໜຶ່ງ.ພະເຈົ້າສັນໄຊກໍ່ອະນຸຍາດ. ການເຈລະຈາເປັນໄປດ້ວຍຄວາມລໍາບາກເພາະປະຊາຊົນເອົາແຕ່ບໍ່ຍອມຢ່າງດຽວ,ພວກເຂົາຕ້ອງການໃຫ້ພະເວດສັນດອນຖືກຂ້າຖິ້ມເທົ່ານັ້ນ. ເມື່ອສຸດຈະທົນໄຫວນາງຜຸດສະດີກໍ່ເຜີຍຕົວອອກມາແລ້ວກໍ່ຂໍຮ້ອງປະຊາຊົນດ້ວຍຕົວນາງເອງ,ດ້ວຍພອນຂອງພະອິນຈຶ່ງໄດ້ເຮັດໃຫ້ປະຊາຊົນໃຈອ່ອນລົງ,ພວກເຂົາໄດ້ຍົກເວັ້ນໂທດຕາຍໃຫ້ແກ່ພະເວດສັນດອນແຕ່ວ່າພະເວດສັນດອນຍັງຕ້ອງຮັບໂທດດ້ວຍການຖືກໄລ່ໜີໃຫ້ໄປຢູ່ເຂົາວົງກົດໃນບ່ອນທີ່ພວກກະສັດຊົ່ວທັງຫຼາຍເຄີຍຖືກຂັບໄລ່ໄປທຸກຄົນ,ກໍານົດໂທດແມ່ນບໍ່ໃຫ້ກາຍມື້ອື່ນເຊົ້າ. ເມື່ອຄະນະທູດໄດ້ຮັບຂໍ້ສະເໜີຂອງປະຊາຊົນແລ້ວກໍ່ໄດ້ກັບມາລາຍງານໃຫ້ພະເຈົ້າສັນໄຊຊາບ.ເມື່ອພະເຈົ້າສັນໄຊໄດ້ຮັບຂໍ້ສະເໜີດັ່ງກ່າວແລ້ວກໍ່ໄດ້ເດີນທາງໄປຫາພະເວດສັນດອນດ້ວຍຕົນເອງ. "ເວດສັນດອນລູກພໍ່,ມື້ອື່ນຕອນເຊົ້າເຈົ້າຕ້ອງຈາກພໍ່ໄປແລ້ວເພາະຄວາມຜິດທີ່ເຈົ້າໄດ້ມອບຊ້າງຄູ່ບ້ານຄູ່ເມືອງໃຫ້ແກ່ຄົນອື່ນ," "ທ່ານພໍ່,ຄວາມຜິດນີ້ໃຫຍ່ຫຼວງຫຼາຍແມ້ວ່າປະຊາຊົນສີພີຈະຂ້າແລະຕັດລູກອອກເປັນເຈັດທ່ອນກໍ່ຍັງບໍ່ສາສົມແກ່ຄວາມຜິດ,ລູກເຫັນວ່າການໃຫ້ຊ້າງຄູ່ບ້ານຄູ່ເມືອງນັ້ນບໍ່ໄດ້ອະປະໂຫຍດ,ຊໍ້າຍັງຈະເກີດປະໂຫຍດແກ່ຊາວນະຄອນກະລິງຄະລາດເປັນອັນມາກ,ນີ້ເປັນການທານທີ່ສົມເຫດສົມຜົນ,ແມ້ຕ້ອງຕາຍລູກກໍ່ຈະບໍ່ງົດການໃຫ້ທານ" "ເວລາທີ່ເຈົ້າຈະຕ້ອງຈາກພໍໄປໄກ້ເຂົ້າມາແລ້ວ,ເຈົ້າຢາກຈະຂໍຈາກພໍ່ຫຼືບໍ່?" "ລູກຈະຕ້ອງຈາກພໍ່ໄປແທ້ບໍ່ປ່ຽນແປງ,ແຕ່ລູກຢາກຂໍເວລາເພີ່ມ,ລູກຕ້ອງການເວລາໜຶ່ງວັນກັບໜຶ່ງຄືນເພື່ອເຮັດມະຫາທານໃຫຍ່ແລ້ວລູກຈະອອກຈາກເມືອງໄປ." "ລູກຈົ່ງບອກມາເຖີດວ່າລູກຕ້ອງການຫຍັງແດ່?" "ລູກຕ້ອງການຊ້າງ,ມ້າ,ລົດ,ງົວນົມ,ທາດຊາຍ,ທາດຍິງແລະນາງສະໜົມຢ່າງລະເຈັດລ້ອຍ." "ຖ້າເຊັ່ນນັ້ນພໍ່ຈະຈັດການໃຫ້." ແລ້ວພະເຈົ້າສັນໄຊກໍ່ຈາກໄປ. ພະເວດສັນດອນໄປລານາງມັດທີເພື່ອຈະໄດ້ອອກຈາກວັງໄປຢ່າງສະບາຍໃຈ. "ມະທີ,ຫຼັງຈາກເຮັດມະຫາທານແລ້ວອ້າຍຈະຕ້ອງຈາກເຈົ້າໄປ,ຂໍໃຫ້ເຈົ້າຈົ່ງຊ່ວຍເບິ່ງແຍງລູກແທນອ້າຍດ້ວຍ,ຫາກວ່າມີຜູ້ໃດມາມັກມານພານຮ້າຍ,ຂໍໃຫ້ເຈົ້າຈົ່ງຮັກຕອບແລະເບິ່ງແຍງທ່ານຜູ້ນັ້ນດ້ວຍຄວາມເຄົາລົບ,ຫາກແມ່ວ່າບໍ່ມີໃຜມາມັກມາຮັກນ້ອງກໍ່ຂໍໃຫ້ນ້ອງຈົ່ງຊອກຫາສາມີທີ່ສົມຄວນແກ່ນ້ອງເຖີດຢ່າໄດ້ເປັນທຸກເພາະຕ້ອງຈາກກັນກັບອ້າຍເລີຍ.ຕົວອ້າຍນັ້ນຈະຕ້ອງໄປສູ່ປ່າທີ່ເປັນຕາຢ້ານທີ່ເຕັມໄປດ້ວຍສັດຮ້າຍແມ້ຈະຕາຍຫຼືຍັງກໍ່ຈະບໍ່ມີໃຜຮູ້" "ເປັນຫຍັງອ້າຍຈຶ່ງກ່າວເຊັ່ນນີ້,ຕົວອ້າຍຄິດຈະຖິ້ມນ້ອງໄວ້ແລ້ວໜີເອົາຕົວລອດແຕ່ພຽງຜູ້ດຽວຫຼື,ຫາກຄວາມສຸກສະບາຍຂອງນ້ອງນີ້ເຮັດໃຫ້ພວກເຮົາຕ້ອງຈາກກັນ,ນ້ອງຂໍໄປຕາຍເອົາດາບໜ້າ,ທົນທຸກທໍລະມານກັບອ້າຍຢູ່ທີ່ເຂົາວົງກົດພຸ້ນເຫັນວ່າຈະສົມຄວນກວ່າ.ນາງຊ້າງທີ່ບຸກປ່າຝ່າດົງໄປກັບພະຍາຊ້າງສັນໃດນ້ອງກໍ່ຂໍບຸກປ່າຝ່າດົງໄປກັບອ້າຍສັນນັ້ນ.ນ້ອງຈະພາລູກສອງຄົນຕິດຕາມອ້າຍໄປ,ນ້ອງຈະເປັນຜູ້ວ່າງ່າຍບໍ່ເຮັດໃຫ້ອ້າຍລໍາບາກ." "ເຈົ້າຈະເອົາລູກໄປລໍາບາກດ້ວຍເພື່ອຫຍັງກັນ,ເດັກນ້ອຍທັງສອງຍັງອ່ອນເຍົາເກີນ,ພວກເຂົາບໍ່ເຄີຍພົບກັບຄວາມລໍາບາກພວກເຂົາຈະມີອັນຕະລາຍໃນປ່າເຂົາວົງກົດນັ້ນ." "ແມ້ວ່າບໍ່ຢູ່ເຂົາວົງກົດ,ອ້າຍກໍ່ຄິດວ່າພວກເຂົາຈະປອດໄພຢູ່ຫຼື?ຂະໜາດອ້າຍເປັນລູກຂອງພະເຈົ້າສັນໄຊຍັງຖືກຂັບໄລ່ປານນີ້ແລ້ວຊິພາສາອີ່ຫຍັງກັບຫຼານຂອງທ່ານ,ປະຊາຊົນຈະຕ້ອງປອງຮ້າຍພວກເຂົາທັງສອງຢ່າງບໍ່ຜິດພ້ຽນ,ດັ່ງນັ້ນເດັກທັງສອງຈະຕ້ອງເດີນທາງໄປພ້ອມກັບພວກເຮົາ.ແມ້ຫາກມີຄວາມລໍາບາກໃດເກີດຂຶ້ນກັບສອງຄົນນີ້ນ້ອງຈະຮັບຜິດຊອບເອງ" ເມື່ອເຫັນວ່ານາງມະທີໃຈແຂັງເຖິງພຽງນັ້ນພະເວດສັນດອນກໍ່ຈໍາເປັນຕ້ອງປ່ອຍໃຫ້ລາວແລະລູກໆເດີນທາງໄປທີ່ເຂົາວົງກົດດ້ວຍ. ຫຼັງຈາກເຮັດມະຫາທານເປັນທີ່ຮຽບຮ້ອຍແລ້ວພະເວດສັນດອນເມຍແລະລູກໆທັງສີ່ກໍ່ໄດ້ຂຶ້ນລົດມ້າເດີນທາງອອກໄປຍັງເຂົາວົງກົດ,ໃນລະຫວ່າງທາງກໍ່ມີພາມມາຂໍເອົາມ້າທຽມລົດ,ທ່ານກໍ່ໃຫ້ໄປ,ເມື່ອບໍ່ມີມ້າລົດກໍ່ບໍ່ສາມາດເດີນທາງໄດ້ຈຶ່ງເດືອດຮ້ອນໄປເຖິງອົງອິນຈຶ່ງໄດ້ສັ່ງໃຫ້ເທບພະເຈົ້າອົງໜຶ່ງມາແປງກາຍເປັນລະມັ່ງລາກລົດໃຫ້ສາມາດເດີນທາງໄປຕໍ່ໄດ້. ມີພາມເຫຼົ່າໜຶ່ງໄດ້ຂ່າວວ່າພະເວດສັນດອນຈະກາຍມາທາງນີ້ຈຶ່ງໄດ້ອອກມາລັດທາງແລະຂໍເອົາລົດຂອງພະເວດສັນດອນໄປ. ເມື່ອບໍ່ມີລົດແລ້ວ,ລະມັ່ງກໍ່ໜີເຂົ້າປ່າໄປເສຍ,ພະເວດສັນດອນແລະລູກເມຍຈຶ່ງພາກັນຍ່າງເພື່ອເດີນທາງໄປເຂົາວົງກົດຕາມທາງຍ່າງທີ່ພົນລະເມືອງທົ່ວໄປໃຊ້ກັນ,ເມື່ອພົບໃຜແລ້ວພວກເຂົາກໍ່ຖາມເຖິງທາງໄປເຂົາວົງກົດພວກເຂົາກໍ່ລ້ວນແຕ່ຕອບວ່າຍັງໄກ,ພ້ອມກັບຊີ້ມືໄປຂ້າງຫຼັງ.ແມ່ນຍ່າງໄປໄກເຂົ້າຊັກໄຊ້ລູກທັງສອງກໍ່ເລີ່ມເມື່ອຍ,ພະເວດສັນດອນກໍ່ອຸ້ມເອົາຊາລີ,ສ່ວນນາງມັດທີກໍ່ອຸ້ມເອົາກັນຫາເພື່ອອອກເດີນທາງຕໍ່ໄປ. ເມື່ອລູກທັງສອງເຫັນຕົ້ນໄມ້ທີ່ມີໝາກຫຼວງຫຼາຍກໍ່ໃຫ້ເພາະຢາກກິນ,ຕົ້ນໄມ້ນັ້ນກໍ່ເໝືອນກັບຈະເຫັນໃຈເດັກນ້ອຍທັງສອງຈຶ່ງໄດ້ໂນ້ມກິ່ງລົງມາເອງເພື່ອໃຫ້ເດັກນ້ອຍທັງສອງເດັດເອົາໝາກໄປກິນໄດ້. ຝ່າຍນາງມັດທີເຫັນເຫດການກໍ່ເກີດອັດສະຈັນໃຈອຸທານອອກມາວ່ານີ້ຄົງເປັນບຸນບາລະມີຂອງພະເວດສັນດອນຢ່າງແນ່ແທ້ທີ່ຕົ້ນໄມ້ສາມາດກົ່ງງໍລົງມາເອງໄດ້ແບບນີ້. ເພາະຄວາມອີ່ຕົນສົງສານທີ່ມີແກ່ກຸມານທັງສອງເທບພະເຈົ້າທັງຫຼາຍຈຶ່ງໄດ້ຫຍໍ້ແຜ່ນດິນໃຫ້ຄົນທັງສີ່ໄປເຖິງເມືອງເຈດຕະລາດໃນວັນນັ້ນເອງ. ເມືອງເຈດຕະລາດນີ້ເປັນເມືອງທີ່ຈະເລີນມັ່ງຄັ່ງແລະອຸດົມສົມບູນໄປດ້ວຍເຂົ້າປາອາຫານເປັນອັນມາກ. ທັງສີ່ຄົນໄດ້ເຂົ້າໄປພັກທີ່ສາລາແຄມທາງແຫ່ງໜຶ່ງ,ເວລານັ້ນໄດ້ມີຜູ້ຍິງກຸ່ມໜຶ່ງກາຍມາແລ້ວກໍ່ຮູ້ສຶກປະຫຼາດໃຈກັບຄວາມງາມຂອງນາງມະທີຈຶ່ງໄດ້ເວ່ເຂົ້າໄປຖາມໄຖ່ວ່ານາງເປັນໃຜມາຈາກໃສ,ຈຶ່ງໄດ້ຄວາມວ່າທັງສີ່ຄົນແມ່ນຄອບຄົວຂອງພະເວດສັນດອນ. ເມື່ອຂ່າວລືໄປເຖິງເຈົ້າເມືອງເຈດຕະລາດ,ທ່ານກໍ່ປິຕິຍິນດີຢ່າງຍິ່ງພ້ອມກັບອອກເດີນທາງມາຕ້ອນຮັບພະເວດສັນດອນທີ່ສາລານັ້ນດ້ວຍຕົນເອງ,ທັນທີທີ່ພວກເຂົາເຫັນພະເວດກໍ່ເກີດນໍ້າຕາໄຫຼອອກມາເອງໂດຍບໍ່ຮູ້ຕົວ. "ຂ້າແດ່ສົມມຸດເທບ,ທ່ານຍັງສະບາຍດີຢູ່ຫຼື?ທ່ານມີຄວາມທຸກສຸກປະການໃດແດ່ຫຼືບໍ່?ພໍ່ຂອງທ່ານເດຍັງສະບາຍດີດັ່ງເດີມຢູ່ບໍ່?ຊາວເມືອງສີພີເດສະບາຍດີຢູ່ບໍ່?ຂ້າແຕ່ສົມມຸດເທບເຄື່ອງນຸ່ງຂອງຖືທີ່ສົມຄວນແກ່ທ່ານຢູ່ແຫ່ງຫົນໃດ?,ຂະບວນລົດຂອງທ່ານເດຢູ່ແຫ່ງໃດ?ທ່ານເດີນທາງມາໄກເຖິງພຽງນີ້ໂດຍທີ່ບໍ່ມີລົດ,ບໍ່ມີມ້າເຊັ່ນນີ້ເປັນເພາະທ່ານຖືກຍໍ່າຍີມາຫຼື?" "ດູກ່ອນເຈົ້າເມືອງເຈດຕະລາດ,ຂ້າພະເຈົ້າມີຄວາມສຸກດີ,ບໍ່ມີໂລກບຽບບຽນ,ຂ້າພະເຈົ້າບໍ່ມີຄວາມທຸກບຽດບຽນ.ພໍ່ແລະຊາວເມືອງກໍ່ສະບາຍດີ.ທີ່ຂ້າພະເຈົ້າຕ້ອງເດີນທາງມານີ້ກໍ່ເພາະວ່າຂ້າພະເຈົ້າໄດ້ໃຫ້ທານຊ້າງປັດໃຈນາເຄນ,ທັງສະເວດຕະສັດແລະເຄື່ອງປູລາດ,ທັງໝໍຊ້າງແລະຄວນຊ້າງໃຫ້ແກ່ພາມຂອງເມືອງກະລິງຄະລາດ.ຊາວນະຄອນສີພີໂກດເຄືອງແກ່ຂ້າພະເຈົ້າຈຶ່ງໄດ້ຂັບໄລ່ຂ້າພະເຈົ້າໃຫ້ໄປອາໄສຢູ່ທີ່ເຂົາວົງກົດ.ຂ້າພະເຈົ້າກໍ່ຢາກຖາມທ່ານວ່າເຂົາວົງກົດນັ້ນໄປທາງໃດ." "ຂ້າແດ່ສົມມຸດເທບທ່ານມາຫາຂ້າພະເຈົ້າດ້ວຍເຈດຕະນາດີບໍ່ໄດ້ມາຮ້າຍເລີຍ,ຂໍໃຫ້ທ່ານຈົ່ງອາໄສຢູ່ກັບຂ້າພະເຈົ້າທີ່ເມືອງນີ້ດ້ວຍເຖີດ,ທ່ານເປັນແຂກທີ່ພວກຂ້າພະເຈົ້າທັງຫຼາຍພໍໃຈຕ້ອນຮັບ" "ສິ່ງໃດທີ່ພວກທ່ານປາດຖະໜາຈະໃຫ້ນັ້ນຂ້າພະເຈົ້າຂໍຮັບໄວ້.ແຕ່ຂ້າພະເຈົ້າຕ້ອງການຈະໄປອາໄສທີ່ເຂົາວົງກົດຫຼາຍກວ່າຂໍໃຫ້ພວກທ່ານຈົ່ງເອີ່ຍປາກບອກທາງແກ່ຂ້າພະເຈົ້າແດ່ທ້ອນ" "ຂໍທ່ານຈົ່ງຢູ່ກັບພວກຂ້າພະເຈົ້າກ່ອນເຖີດ,ຂ້າພະເຈົ້າຈະສົ່ງທູດໄປຂໍຮ້ອງໃຫ້ພະເຈົ້າສັນໄຊຜ່ອນໂທດແກ່ທ່ານ.ຂໍໃຫ້ທ່ານຈົ່ງຢູ່ກັບຂ້າພະເຈົ້າຢ່າງສະບາຍໃຈເຖີດ." "ສະຫາຍທີ່ຮັກ,ທ່ານຈົ່ງຢ່າພໍໃຈກັບການໄປຂໍລົດໂທດແກ່ຂ້າພະເຈົ້າເລີຍ.ເພາະໂທດຂອງຂ້າພະເຈົ້າເກີດຈາກປະຊາຊົນ,ຖ້າຫາກພະລາຊາຍົກໂທດໃຫ້ແກ່ຂ້າພະເຈົ້າປະຊາຊົນກໍ່ຄົງຈະທໍາຮ້າຍພະລາຊາເສຍ,ດ້ວຍເຫດເພາະທ່ານຍົກໂທດໃຫ້ຂ້າພະເຈົ້າ." "ຂ້າແດ່ສົມມຸດເທບຫາກເປັນເຊັ່ນນັ້ນ,ຂ້າພະເຈົ້າກໍ່ຂໍເຊີນທ່ານຈົ່ງຂຶ້ນຄອງລາດທີ່ເມືອງເຈດຕະລາດນີ້ເຖີດ,ເມືອງນີ້ກໍ່ອຸດົມສົມບູນແລະກວ້າງໃຫຍ່ບໍ່ດ້ອຍໄປກວ່າເມືອງສີພີເລີຍ,ຂໍໃຫ້ທ່ານຈົ່ງຂຶ້ນຄອງລາດທີ່ເມືອງນີ້ເຖີດ." "ຂ້າພະເຈົ້າບໍ່ພໍໃຈ,ແລະບໍ່ສະບາຍໃຈທີ່ຈະມາຂຶ້ນຄອງລາດສົມບັດຂອງທ່ານ,ສະຫາຍຮັກ,ຂໍໃຫ້ທ່ານຈົ່ງຟັງຂ້າພະເຈົ້າກ່ອນ,ຫາກແມ້ຂ້າພະເຈົ້າຂຶ້ນຄອງລາດທີ່ເມືອງນີ້ກໍ່ຈະຕ້ອງເກີດສົງຄາມກັບເມືອງສີພີຢ່າງແນ່ນອນ,ຄົນທັງຫຼາຍກໍ່ຈະມາຂ້າຟັນກັນຕາຍເພາະຂ້າພະເຈົ້າພຽງຜູ້ດຽວ.ສິ່ງເຫຼົ່ານີ້ຈະສ້າງຄວາມໂສກເສົ້າແກ່ຂ້າພະເຈົ້າຍິງນັກ.ຂ້າພະເຈົ້າຂໍຂອບໃຈແລະຂໍຮັບທຸກຢ່າງທີ່ທ່ານມອບໃຫ້ທັງໝົດທັງສິ້ນ.ແຕ່ຂ້າພະເຈົ້າຈະໄປເຂົາວົງກົດຂໍທ່ານທັງຫຼາຍຈົ່ງບອກທາງແກ່ຂ້າພະເຈົ້າດ້ວຍເຖີດ." ເມື່ອເຫັນວ່າພະເວດສັນດອນມຸ່ງໝັ້ນຈະໄປເຂົາວົງກົດພຽງຢ່າງດຽວພວກເຈົ້າເມືອງເຈດຕະລາດຈຶ່ງຕົກລົງໃຈບອກທາງໃຫ້. "ທ່ານສົມມຸດເທບຜູ້ປະເສີດ,ນັ້ນແມ່ນພູເຂົາສີລາຊື່ວ່າຄັນທະມາດອັນເປັນສະຖານທີ່ທີ່ທ່ານ,ເມຍແລະລູກໆຈະໃຊ້ເປັນທີ່ອາໃສ.ຂໍໃຫ້ທ່ານຈົ່ງມຸ່ງໜ້າໄປເຖີດ." ເຈົ້າເມືອງເຈດຕະລາດເຖິງກັບຫຼັ່ງນໍ້າຕາອອກມາຢ່າງບໍ່ຕັ້ງໃຈ. "ຂໍໃຫ້ພວກທ່ານທັງສີ່ຈົ່ງມຸ່ງໜ້າຂຶ້ນໄປທາງທິດເໜືອ,ເດີນທາງກົງໄປຍັງສະຖານທີ່ທີ່ເຕັມໄປດ້ວຍພູເຂົານັ້ນ,ລໍາດັບນັ້ນທ່ານຈະເຫັນພູເຂົາເວລະບັນພົດອັນດາດດື່ນໄປດ້ວຍໝູ່ໄມ້ນາໆພັນທີ່ມີເງົາຮົ່ມເຢັນ,ເປັນທີ່ລື່ນລົມໃຈ,ເມື່ອເດີນທາງລ່ວງເລີຍເວລະບັນພົດນັ້ນແລ້ວຈະໄດ້ເຫັນແມ່ນໍ້າອັນມີຊື່ວ່າເກດມະດີເປັນແມ່ນໍ້າເລິກໄຫຼມາຈາກຊອກເຂົາທີ່່ເຕັມໄປດ້ວຍຝູງປາຫຼາຍຫຼາຍສາຍພັນ.ມີທ່ານໍ້າລາບລຽບດີ,ມີນໍ້າຫຼາຍ.ທ່ານຈົ່ງອາໄສອາບແລະກິນແມ່ນໍ້ານັ້ນ.ຖັດຈາກນັ້ນໄປຈະໄດ້ເຫັນຕົ້ນໄຊທີ່ມີໝາກລົດຫວານຢູ່ເທິງຍອດເຂົາ,ຖັດໄປທ່ານຈະໄດ້ເຫັນພູເຂົາຊື່ວ່ານາລິກບັນພົດອັນເກື່ອນກົ່ນໄປດ້ວຍຝູງນົກນາໆຊະນິດແລະເປັນທີ່ຊຸມນຸມຂອງເຫຼົ່າກິນນະລອນແລະກິນນະລີ.ທາງທິດຕາເວັນອອກສຽງເໜືອຂອງພູເຂົານາລິກບັນພົດນັ້ນມີສະນໍ້າຊື່ວ່າມຸດຈະລິນທີ່ເຕັມໄປດ້ວຍດອກບົວສີຂາວແລະດອກໄມ້ກິ່ນຫອມຫວນ.ຂໍໃຫ້ທ່ານຈົ່ງມຸ່ງໜ້າເຂົ້າໄປໃນໄພສົນວົນສະຖານອັນເປັນພູເຂົາຂຽວທີ່ເຕັມໄປດ້ວຍໄມ້ດອກແລະໄມ້ຜົນທັງສອງຢ່າງ,ໃນໄພສົນນັ້ນມີນົກຫຼາກຫຼາຍສາຍພັນຫຼາກຫຼາຍສີສັນມີສຽງກົມກ່ອມຕ່າງສົ່ງສຽງປະສານກັນຢູ່ເທິງຕົ້ນໄມ້ອັນອອກດອກຕາມລະດູການ.ເມື່ອເຖິງຊອກເຂົາທີ່ເປັນທາງເດີນລໍາບາກທີ່ເປັນແດນເກີດແຫ່ງແມ່ນໍ້າທັງຫຼາຍທ່ານຈະໄດ້ເຫັນສະໂບກຂໍລະນີທີ່ເຕັມໄປດ້ວຍປາຫຼາກຫຼາຍຊະນິດແລະມີນໍ້າເຕັມຢູ່ຕະຫຼອດເວລາ.ເປັນສະສີ່ຫຼ່ຽມມີນໍ້າຈືດບໍ່ມີກິ່ນເໝັນ,ຂໍໃຫ້ທ່ານຈົ່ງສ້າງສາລາທີ່ທິດຕາເວັນອອກສຽງເໜືອຂອງສະໂບກຂໍລະນີນັ້ນແລ້ວຫາລ້ຽງຊີບດ້ວຍໝາກໄມ້ແລະໝູ່ສັດທີ່ຫຼາກຫຼາຍແລະອຸດົມສົມບູນຢູ່ທີ່ນັ້ນເຖີດ.

ໃນເວລານັ້ນທີ່ເມືອງກະລິງຄະລາດມີພາມຜູ້ໜຶ່ງຊື່ວ່າຊູຊົກເປັນຜູ້ມີອາຊີບຂໍທານ.ພາມຜູ້ນີ້ແມ້ຈະເປັນຂໍທານແຕ່ກໍ່ເປັນຄົນມັກເກັບມັກທ້ອນຈົນມີເງິນເກັບຫຼາຍເຖິງໜຶ່ງລ້ອຍກະສາບ.ເນື່ອງຈາກວ່າເມືອງກະລິງຄະລາດນີ້ເລີ່ມເຂົ້າສູ່ພາວະອົດຢາກເຂົ້າຍາກໝາກແພງ,ຜູ້ຄົນເຄີຍໃຫ້ທານກັບກາຍເປັນຄົນຕະນີ່ຖີ່ໜຽວ,ພາມຊູຊົກຜູ້ນີ້ຈຶ່ງຄິດຈະເດີນທາງໄປຂໍທານທີ່ຕ່າງບ້ານຕ່າງເມືອງເພື່ອວ່າມັນຈະສາມາດຫາກິນໄດ້ງ່າຍກວ່ານີ້,ແຕ່ກໍ່ນຶກຢ້ານວ່າຈະຖືກປຸ້ນຈີ້ລະຫວ່າງການເດີນທາງເລີຍໄດ້ເອົາເງິນໄປຝາກເພື່ອນຜູ້ທີ່ເຊື່ອໃຈໄດ້ຜູ້ໜຶ່ງເກັບຮັກສາໄວ້ໃຫ້.ຝ່າຍເພື່ອນກໍ່ຮັບປາກວ່າຈະເບິ່ງແຍງໃຫ້ຢ່າງດີ.ຊູຊົກກໍ່ສະບາຍໃຈອອກເດີນທາງຢ່າງບໍ່ມີກັງວົນ. ເຖົ້າພາມຊູຊົກເດີນທາງອອກໄປໄກແລະດົນນານແລ້ວແຕ່ກໍ່ບໍ່ມີເງິນເກັບເງິນທ້ອນເລີຍ,ພໍດີວັນໜຶ່ງມີຄົນບອກວ່າເມືອງກະລິງຄະລາດນັ້ນອຸດົມສົມບູນເຊັ່ນດັ່ງເດີມແລ້ວລາວກໍ່ຄິດເຖິງບ້ານຂຶ້ນມາ,ພາມຊູຊົກຄິດໃນໃຈວ່າ"ທີ່ເຮົາໜີມານີ້ເພາະຄວາມຮູ້ສຶກກຽດຊັງບ້ານເມືອງຕົວເອງກໍ່ບໍ່ແມ່ນ,ເປັນເພາະຊາວບ້ານກຽດຊັງເຮົາກໍ່ບໍ່ແມ່ນ,ເຮົາໜີມາຫາກິນໄກບ້ານເຖິງພຽງນີ້ກໍ່ເພາະວ່າບ້ານເມືອງຂອງເຮົາໃນຍຸກນັ້ນຫາກິນລໍາບາກ,ແຕ່ດຽວນີ້ບ້ານເມືອງຂອງເຮົາກັບມາອຸດົມສົມບູນດັ່ງເດີມແລ້ວ,ເຖິງເວລາແລ້ວທີ່ເຮົາຕ້ອງກັບບ້ານກັບຊ່ອງເສຍທີ."ເມື່ອຄິດໄດ້ເຊັ່ນນີ້ເຖົ້າພາມຊູຊົກກໍ່ມຸ່ງໜ້າກັບບ້ານທັນທີ. ຝ່າຍເພື່ອນຂອງຊູຊົກເຫັນວ່າຊູຊົກຫາຍໜ້າໄປຫຼາຍປີແລ້ວກໍ່ຍັງບໍ່ກັບບໍ່ຕ່າວຈຶ່ງຄິດວ່າຊູຊົກຄົງລົ້ມຕາຍໄປແລ້ວ,ປະກອບກັບຊ່ວງນັ້ນທີ່ເມືອງກາລິງກະລາດເກີດເຂົ້າຍາກໝາກແພງລາວຈຶ່ງໄດ້ເອົາເງິນໜຶ່ງລ້ອຍກະສາບຂອງພາມຊູຊົກໄປໃຊ້ຈົນໝົດ.ເມື່ອຊູຊົກມາເຖິງລາວກໍ່ສາລະພາບວ່າໄດ້ໃຊ້ເງິນຂອງຊູຊົກໄປຈົນໝົດແລ້ວ,ດັ່ງນັ້ນຈຶ່ງໄດ້ຕົກລົງຍົກລູກສາວຂອງຕົວເອງໃຫ້ເປັນເມຍຊູຊົກ. ອາມິຕະຕາປະນານັ້ນເປັນສາວນ້ອຍອາຍຸພຽງສິບສີ່ເຂົ້າສິບຫ້າເທົ່ານັ້ນເມື່ອຮູ້ວ່າຕ້ອງໄປເປັນເມຍພາມເຖົ້າລຸ້ນດຽວກັບພໍ່ກໍ່ບໍ່ພໍໃຈເທົ່າໃດ,ແຕ່ນາງກໍ່ມິດງຽບຍອມໄປເປັນເມຍຂອງພາມຊູຊົກແຕ່ໂດຍດີພ້ອມປະຕິບັດແລະເບິ່ງແຍງພາມຊູຊົກດ້ວຍດີຕະຫຼອດມາຢ່າງບໍ່ຂາດຕົກບົກພ່ອງ. ຜູ້ຍິງແຖວນັ້ນເລີຍຖືກຜົວເຕະຕີກັນເປັນແຖວສາເຫດເພາະວ່າພວກເຂົາບໍ່ເປັນເມຍທີ່ດີເໝືອນອະມິດຕະຕາ,ນານວັນເຂົ້າພວກເຂົາກໍ່ເກີດກຽດຊັງອະມິດຕະຕາຂຶ້ນມາແລ້ວກໍ່ເວົ້າສຽດເວົ້າແທງນາງສາລະພັດ.ອະມິດຕະຕາກໍ່ເບິ່ງແຍງຜົວເຖົ້າຂອງຕົວເອງຢ່າງຕັ້ງອົກຕັ້ງໃຈ.ໃຜຈະເວົ້າຫຍັງວ່າຫຍັງນາງກໍ່ຈະກົ້ມໜ້າຍອມຮັບບໍ່ປາກບໍ່ເວົ້າບໍ່ຕອບໂຕ້ໃຜທັງສິ້ນບໍ່ວ່າມັນຈະເປັນຄວາມຈິງຫຼືຄວາມເທັດ...ນໍ້າຢົດລົງຫິນທຸກວັນມັນກະຍັງໂກນ,ອະມິດຕະຕາປະນາກໍ່ເໝືອນກັນເມື່ອມີຄົນເວົ້າຄົນວ່າຊໍ້າແລ້ວຊໍ້າເລົ່າກໍ່ເກີດມີຄວາມລະອາຍບໍ່ຢາກອອກຈາກບ້ານ. "ພໍ່ແມ່ຂອງເຈົ້າຄົງຈະດ່າຜູ້ມີສິນບໍລິສຸດມາແມ່ນບໍ່ບາບກໍາຈຶ່ງມາຕົກກັບເຈົ້າເຖິງພຽງນີ້." "ຖ້າຊິໃຫ້ຢູ່ກັບຜົວເຖົ້າໆແບບນັ້ນຕາຍເສຍດີກວ່າ,ພໍ່ແມ່ຂອງເຈົ້າຄົງຈະຫາຜູ້ຊາຍດີໆໃຫ້ເຈົ້າບໍ່ໄດ້ແລ້ວແມ່ນບໍ່ຈຶ່ງໄດ້ມອບເຈົ້າໃຫ້ກັບເຖົ້າຜູ້ນີ້" "ໄດ້ຜົວເຖົ້ານີ້ມັນຄືຊິວາງຕົວລໍາບາກນໍ້,ຊິລູບຫົວກັນຫຼິ້ນກໍ່ຄົງບໍ່ໄດ້,ຊິເວົ້າຢອກເວົ້າໄຍກັນຄົງບໍ່ໄດ້,ຊິໃຫ້ມ່ວນຊື່ນຄືຜົວໜຸ່ມເມຍສາວຄົງຈະເປັນໄປບໍ່ໄດ້ນໍ້..."

ອາມິດຕະຕາໄດ້ແຕ່ນັ່ງຊຶມຢູ່ບໍ່ປາກບໍ່ເວົ້າ.ຊູຊົກເຫັນວ່າເມຍບໍ່ສະບາຍໃຈຈຶ່ງເຂົ້າໄປຖາມໄຖ່ຈຶ່ງໄດ້ຮູ້ວ່າທີ່ອາມິດຕະຕາເປັນແບບນີ້ກໍ່ເພາະຖືກພວກຊາວບ້ານເຍາະເຍີ້ຍເລື່ອງທີ່ລາວໄດ້ຜົວເຖົ້າ. "ອະມິດຕະຕາ...ຖ້າຫາກເປັນເຊັ່ນນັ້ນເຈົ້າກໍ່ຈົ່ງຢູ່ໃນບ້ານໃຫ້ສະບາຍໃຈເຖີດ.ອ້າຍຈະເຮັດວຽກເຮືອນເອງ,ອ້າຍຈະຕັກນໍ້າເອງ." "ນ້ອງບໍ່ໄດ້ເກີດມາໃນຕະກູນທີ່ຈະໃຊ້ຜົວຕັກນໍ້າ.ຖ້າຫາກອ້າຍໄປຕັກນໍ້າໃຫ້ນ້ອງໃຊ້ແລ້ວເຫັນທີນ້ອງຄົງຈະບໍ່ສາມາດຢູ່ບ້ານດຽວກັບອາຍໄດ້ແລ້ວ." "ອະມິດຕະຕາຖ້າເຊັ່ນນັ້ນພວກເຮົາຈະແກ້ບັນຫານີ້ໄດ້ຢ່າງໃດ?" "ທ່ານຕ້ອງຫາທາສາຫຼືທາສີມາໃຫ້ນ້ອງແລ້ວທຸກຢ່າງຈະຄີ່ຄາຍໄປເອງ." "ຄວາມຮູ້,ສິນລະປະ,ຊັບຫຼືເຂົ້າເປືອກຂອງອ້າຍກໍ່ບໍ່ມີຈະໃຫ້ໄປຫາທາສາທາສີມາແຕ່ໃສໄດ້.ຈະເອົາຫຍັງໄປຈ້າງໄປບ່າຍພວກເຂົາ." "ອ້າຍພາມ,ນ້ອງໄດ້ຍິນມາວ່າພະເວດສັນດອນຜູ້ທີ່ເປັນເຈົ້າຄອງແຄວ້ນສີພີຜູ້ນີ້ເປັນຜູ້ມີບຸນນັກສັກໃຫຍ່ເຄີຍເຮັດມະຫາທານມອບທາສາທາສີໃຫ້ແກ່ຜູ້ຄົນມາຫຼາຍແລ້ວ,ຂໍໃຫ້ອ້າຍຈົ່ງໄປຂໍທາສາທາສີກັບທ່ານເຖີດ,ທ່ານນ່າຈະສາມາດຊ່ວຍພວກເຮົາໄດ້." "ເສັ້ນທາງໄປເມືອງສີພີນັ້ນໄກຫຼາຍ,ອ້າຍກໍ່ເຖົ້າແລ້ວຈະໃຫ້ເດີນທາງໄປຂໍທາສາທາສີເຖິງເມືອງສີພີນັ້ນຄົງຈະເກີນກໍາລັງອ້າຍ,ຂໍໃຫ້ນ້ອງຈົ່ງສະບາຍໃຈເຖີດອ້າຍຈະເບິ່ງແຍງເຈົ້າເອງ." "ກະບອກແລ້ວວ່ານ້ອງໃຊ້ຜົວບໍ່ໄດ້,ຖ້າຍັງຢາກຢູ່ກັບນ້ອງອ້າຍຕ້ອງໄປຂໍທາສາທາສີກັບພະເວດສັນດອນມາເທົ່ານັ້ນຖ້າບໍ່ດັ່ງນັ້ນນ້ອງຈະໜີໄປເສຍໃຫ້ພົ້ນຈາກບ້ານຫຼັງນີ້." ລໍາດັບນັ້ນພາມກໍ່ຕົກໃຈຢ້ານເມຍໜີປະ,ດ້ວຍຄວາມຮັກທີ່ມີຕໍ່ນາງຢ່າງເຫຼືອລົ້ນພົ້ນປະມານພາມເຖົ້າຈຶ່ງໄດ້ຕັດສິນໃຈເດັດຂາດຈະອອກໄປຂໍທາສາທາສີກັບພະເວດສັນດອນໃຫ້ແກ່ເມຍຂອງຕົນ. ເມື່ອເດີນທາງມາເຖິງເມືອງສີພີແລ້ວກໍ່ຖາມປະຊາຊົນທີ່ມາປະຊຸມກັນຢູ່ໃນທີ່ນັ້ນວ່າພະເວດສັນດອນພັກຢູ່ໃສ,ພວກເຂົາກໍ່ບອກໄປວ່າຕອນນີ້ທ່ານໄດ້ຖືກຂັບໄລ່ໃຫ້ໄປພັກອາໄສທີ່ເຂົາວົງກົດພຸ້ນແລ້ວ.ຕອນນີ້ທ່ານບໍ່ມີສົມບັດແລະຂ້າທາດບໍລິວານໃດໆທັງສິ້ນ,ທ່ານມີພຽງເມຍແລະລູກທັງສອງເທົ່ານັ້ນ. ເມື່ອພາມໄດ້ຍິນຂ່າວແລ້ວກໍ່ນຶກເສຍໃຈທີ່ຕົວເອງມາບໍ່ທັນໃນຕອນທີ່ພະເວດສັນດອນຄອງລາດຢູ່,ຄັ້ນຈະກັບໄປມືເປົ່າເມຍກໍ່ຈະໜີປະ,ຄັ້ນຈະມາຂໍທາສາທາສີຜູ້ທີ່ຈະໃຫ້ກໍ່ບໍ່ຢູ່ແລ້ວ.ທັນໃດນັ້ນເອງພາມກໍ່ຄິດຂຶ້ນມາໄດ້ວ່າແມ້ພະເວດສັນດອນຈະບໍ່ມີຂ້າທາດບໍລິວານໃຫ້ທານແກ່ເຮົາແລ້ວກໍ່ຕາມ,ລູກຂອງທ່ານທັງສອງຄົນຄົງຈະສາມາດເຮັດວຽກຮັບໃຊ້ເຮົາໄດ້ບໍ່ຕ່າງກັບພວກທາດທົ່ວໄປແນ່ແທ້,ເຫັນທີວ່າເຮົາຈະຕ້ອງໄປທີ່ເຂົາວົງກົດເພື່ອຂໍເອົາລູກທັງສອງຂອງທ່ານມາໃຫ້ໄດ້.ເມື່ອຄິດໄດ້ເຊັ່ນນັ້ນແລ້ວພາມກໍ່ໄດ້ຟ້າວມຸງໜ້າໄປເຂົາວົງກົດ.ພໍພົບຄົນກາຍທາງມາກໍ່ຖາມຫາທາງໄປເຂົາວົງກົດ,ແທນທີ່ຈະໄດ້ຮັບຄໍາຕອບລາວກັບໄດ້ຮັບຄໍາດ່າ,ຕີນ,ໝັດ,ເຂົ່າ,ສອກແທນ.ນັ້ນກໍ່ເພາະດ້ວຍຄວາມແຄ້ນທີ່ມີໃຫ້ແກ່ພວກພາມທັງແປດທີ່ມາຈາກເມືອງກະລິງຄະລາດ,ທີ່ມາຂໍຊ້າງຄູ່ບ້ານຄູ່ເມືອງໃນຄາວນັ້ນ,ພໍດີວ່າຊູຊົກກໍ່ເປັນພາມທີ່ມາຈາກເມືອງດັ່ງກ່າວພວກເຂົາຈຶ່ງສະແດງຄວາມຫຍາບຊ້າໃຫ້ແກ່ລາວຢ່າງເຕັມທີ.ແຕ່ດ້ວຍຄວາມຮັກທີ່ມີຕໍ່ເມຍຊູຊົກກໍ່ໄດ້ອົດທົນເສາະສະແຫວງຫາທາງໄປເຂົາວົງກົດຈົນໄດ້ໂດຍອາໃສອອກອຸບາຍຕົວະຄົນຜ່ານທາງວ່າຕົວເອງເປັນພາມມາຈາກເມືອງສີພີຄິດຈະໄປຈໍາສິນກັບພະເວດສັນດອນທີ່ເຂົາວົງກົດ.

ພໍເຖິງທາງເຂົ້າເຂົາວົງກົດພາມກໍ່ຮູ້ສຶກສະບາຍໃຈແຕ່ໃນຂະນະທີ່ລາວກໍາລັງສະບາຍໃຈຢູ່ນັ້ນກໍ່ໄດ້ມີສຽງໝາເຫົ່າຂຶ້ນແລະມັນກໍ່ໄກ້ເຂົ້າມາຫາລາວເລື້ອຍໆ,ພາມຊູຊົກບໍ່ຮູ້ວ່າເປັນໝາຜີຫຼືໝາຄົນແຕ່ຖ້າມັນມາທາງນີ້ກໍ່ຕ້ອງຂໍຫຼົບກ່ອນນ່າຈະດີກວ່າ.ລາວປີນຂຶ້ນຕົ້ນໄມ້ສູງແລ້ວພວກໝາກໍ່ມາເຫົ່າຫ້ອມລ້ອມຕົ້ນໄມ້ນັ້ນໄວ້.ໃນເວລານັ້ນເອງພາມຈຶ່ງໄດ້ຈົ່ມອອກມາວ່າ: "ໃຜໜໍຈະສາມາດນໍາຄວາມປະສົງຂອງເຮົາໄປບອກແກ່ພະເວດສັນດອນຜູ້ປະເສີດໄດ້ຫຼືໃຜກັນໜໍຈະສາມາດໃຫ້ຄວາມປອດໄພແກ່ເຮົາຈົນກວ່າຈະໄປເຖິງທ່ານໄດ້.ໃຜກັນໜໍຈະກະລຸນາບອກທາງທີ່ປອດໄພທີ່ຈະໄປເຖິງພະເວດສັນດອນແກ່ເຮົາໄດ້." ໃນເວລານັ້ນນານພານເຈດຕະບຸດທີ່ເຝົ້າເບິ່ງສະຖານະການຢູ່ຈຶ່ງໄດ້ເອີ້ນຕອບພາມໄປວ່າ: "ພະເວດສັນດອນຖືກພວກທ່ານລົບກວນມາພໍແລ້ວ,ຂໍໃຫ້ທ່ານຈົ່ງກັບໄປເຖີດ,ທ່ານມາຈາກທາງໃດກໍ່ຈົ່ງກັບໄປທາງນັ້ນເຖີດ.ຖ້າບໍ່ດັ່ງນັ້ນທ່ານຈະຕ້ອງຕາຍຢູ່ທີ່ນີ້,ລູກສອນຂອງຂ້າພະເຈົ້າຈະດື່ມເລືອດຂອງເຈົ້າ,ຂ້າພະເຈົ້າຈະຕັດຫົວຂອງທ່ານແລ້ວຄວັກເອົາຕັບໄຕໄສ້ພຸງຂອງທ່ານອອກມາເປັນເຄື່ອງບູຊາຍັນແກ່ພວກຍັກພວກມານ.ຖ້າບໍ່ຢາກຕາຍຈົ່ງກັບໄປເສຍເຖີດ." ເມື່ອເຫັນວ່າສະຖານະການບໍ່ເປັນດັ່ງທີ່ຄາດໄວ້ພາມຈຶ່ງໄດ້ອອກອຸບາຍເພື່ອຫຼອກລໍ້ໃຫ້ນາຍພານຜູ້ນີ້ໃຈເຢັນລົງ. "ດູກ່ອນນາຍພານ,ຈົ່ງຟັງຂ້າພະເຈົ້າກ່ອນ,ພາມຜູ້ເປັນທູດນັ້ນບໍ່ມີໂທດມີໄພເພາະເຫດນັ້ນແລຄົນທັງຫຼາຍຈຶ່ງບໍ່ຂ້າທູດ.ນີ້ເປັນທໍານຽມສືບເນື່ອງມາແຕ່ບູຮານ.ຊາວເມືອງສີພີທຸກຄົນຍິນຍອມແລ້ວ,ທັງພໍ່ແລະແມ່ຂອງພະເວດສັນດອນກໍ່ມີປະສົງຢາກພົບໜ້າລູກ.ຂ້າພະເຈົ້ານັ້ນເປັນທູດທີ່ຊາວເມືອງສີພີສົ່ງມາເພື່ອເຊີນພະເວດສັນດອນແລະຄອບຄົວກັບບ້ານ.ທ່ານຈົ່ງບອກຫົນທາງທີ່ປອດໄພແກ່ຂ້າພະເຈົ້າເຖີດ" "ດູກ່ອນພາມ,ຖ້າຫາກວ່າທ່ານເປັນທູດທີ່ຮັກພະເວດສັນດອນແລ້ວທ່ານກໍ່ຈະຕ້ອງເປັນທີ່ຮັກຂອງຂ້າພະເຈົ້າດ້ວຍ,ທ່ານຈົ່ງລົງມາເຖີດ,ຂ້າພະເຈົ້າຈະບອກທາງແກ່ທ່ານ." ນາຍພານເຈດຕະບຸດໄດ້ສັ່ງໃຫ້ໝາງຽບລົງແລ້ວກໍ່ເຂົ້າໄປຊ່ວຍໂຈມພາມຊູຊົກລົງຈາກຕົ້ນໄມ້,ແລ້ວກໍ່ບອກທາງໃຫ້ເດີນທາງໄປຫາອະຈຸຕະລືສີ,ແລະຈະຕ້ອງເປັນລືສີຜູ້ນີ້ເທົ່ານັ້ນຈຶ່ງຈະສາມາດບອກທາງທີ່ຖືກຕ້ອງໄດ້.ພໍລົມກັນຈົບສິ້ນແລ້ວພານເຈດຕະບຸດກໍ່ໄດ້ມອບເຕົ້ານໍ້າເຜີ້ງແລະຂາກວາງປິ້ງໃຫ້ແກ່ພາມເພື່ອເປັນສະບຽງໃນການເດີນທາງ.

ເມື່ອຊູຊົກມາພົບກັບອະຈຸຕະລືສີແລ້ວກໍ່ຖາມທັກທາຍສະບາຍດີແກ່ລືສີຕາມເຫັນສົມຄວນແລ້ວຈຶ່ງຖາມທາງໄປຫາພະເວດສັນດອນ. ຝ່າຍລືສີໄດ້ຍິນເຊັ່ນນັ້ນກໍ່ສະແດງອາການບໍ່ພໍໃຈອອກມາໃຫ້ເຫັນຢ່າງຊັດເຈນພ້ອມກັບກ່າວວ່າ: "ດູກ່ອນພາມ,ເຈົ້ານັ້ນບໍ່ໄດ້ມາເພາະປະສົງດີແກ່ພະເວດສັນດອນເລີຍ,ເຈົ້າຄົງຕັ້ງໃຈຈະມາຂໍນາງມັດທີໄປເປັນເມຍຫຼືບໍ່ກໍ່ຂໍຊາລີແລະກັນຫາໄປເປັນທາສາທາສີຂອງເຈົ້າຢ່າງແນ່ນອນບໍ່ຕ້ອງສົງໄສ" ຊູຊົກເຫັນທ່າບໍ່ດີຈຶ່ງໄດ້ອອກອຸບາຍຂຶ້ນມາອີກວ່າ: "ດູກ່ອນທ່ານລືສີຂ້າພະເຈົ້າເປັນຜູ້ທີ່ທ່ານບໍ່ຄວນໂກດເຄືອງເລີຍຕ່າງຫາກ,ຂ້າພະເຈົ້າບໍ່ໄດ້ມາເພື່ອຂໍທານ,ຂ້າພະເຈົ້າເຊື່ອວ່າການໄດ້ພົບເຫັນຜູ້ຈະເລີນທີ່ສາມາດເອົາຊະນະຄວາມເຫັນແກ່ຕົວໄດ້ນັ້ນເປັນຄວາມດີ,ການໄດ້ຢູ່ຮ່ວມກັບຜູ້ຈະເລີນເຊັ່ນນັ້ນກໍ່ເປັນຄວາມດີ,ຂ້າພະເຈົ້າຫວັງຢາກຈະໄປຖືສິນຢູ່ດ້ວຍກັບທ່ານ,ນັບຕັ້ງແຕ່ພະເວດສັນດອນຈາກເມືອງສີພີມານີ້ຂ້າພະເຈົ້າຍັງບໍ່ທັນໄດ້ພົບເຫັນທ່ານເລີຍ,ຫາກທ່ານລືສີຮູ້ທິດຮູ້ທາງກໍ່ຈົ່ງຊ່ວຍບອກຂ້າພະເຈົ້າແຕ່ໂດຍດີເຖີດ." ລືສີຄິດວ່າຊູຊົກເວົ້າຄວາມຈິງຈຶ່ງຮູ້ສຶກດີຂຶ້ນມາແລະບອກເສັ້ນທາງໄປຫາພະເວດສັນດອນແກ່ພາມຊູຊົກທັນທີ "ພູເຂົາລູກນັ້ນເອີ້ນວ່າພູເຂົາຄັນທະມາດ,ກາຍພູເຂົານັ້ນໄປຈະມີທາງຍ່າງທີ່ສະດວກສະບາຍໄປສູ່ເຂົາວົງກົດບ່ອນທີ່ພະເວດສັນດອນອາໃສຢູ່,ບໍ່ຕ້ອງຢ້ານຫຼັງທາງດອກເພາະມັນມີເສັ້ນທາງດຽວ." ເມື່ອໄດ້ຮັບຄໍາແນະນໍາຈາກອະຈຸຕະລືສີແລ້ວຊູຊົກກໍ່ຟ້າວອອກເດີນທາງໄປທັນທີພາງຄິດໃນໃຈວ່າ:"ຂ້າພະເຈົ້າຈະໄດ້ທາສາທາສີໄປມອບແກ່ອະທິດຕະຕາກໍ່ຄາວນີ້ແລ,ເຫັນດີຕ້ອງເລັ່ງໃຫ້ໄປເຖິງກ່ອນຄໍ່າ." ຊູຊົກເລັ່ງເຕັມທີ່ແລະກໍ່ໄປເຖິງທີ່ພັກຂອງພະເວດສັນດອນກ່ອນຄໍ່າໃນວັນນັ້ນເອງ,ເມື່ອເຖິງແລ້ວຊູຊົກບໍ່ເຂົ້າໄປຂໍໃນທັນທີ,ລາວເຝົ້າເບິ່ງພໍ່ແມ່ລູກທັງສີ່ຄົນຢູ່ໄກໆພ້ອມກັບພິຈາລະນາໄປວ່າ:"ອັນຜູ້ຍິງນັ້ນມີຄວາມຮັກລູກເຫຼືອປະມານຖ້າເຮົາເຂົ້າໄປຕອນນີ້ເຫັນທີອັນຕະລາຍຈະເກີດແກ່ເຮົາແນ່ແທ້,ເຮົາຄວນຈະພັກຢູ່ນີ້ເພື່ອເບິ່ງການເຄື່ອນໄຫວຂອງພໍ່ແມ່ລູກນີ້ຈັກສອງສາມວັນເສຍກ່ອນແລະຄ່ອຍອອກອຸບາຍໄປຂໍລູກທັງສອງຂອງພະເວດສັນດອນຄົງຈະບໍ່ລ້າບໍ່ສວຍເກີນໄປ." ພໍຄິດໄດ້ເຊັ່ນນັ້ນລາວກໍ່ໄປຫາຜູກເປນອນຢູ່ໄກ້ໆອາສົມຂອງທັງສີ່ຄົນນັ້ນເພື່ອສັງເກດການ. ເວລາຜ່ານໄປສອງສາມວັນຊູຊົກກໍ່ຈັບຈຸດໄດ້ວ່ານາງມັດທີນັ້ນຈະຕ້ອງເຂົ້າປ່າໄປຫາໝາກໄມ້ທຸກເຊົ້າແລະກັບມາໃນເວລາຕອນສວຍເຊັ່ນນີ້ສະເໝີ.ດັ່ງນີ້ພາມຈຶ່ງໄດ້ວາງແຜນເອົາໄວ້ວ່າມື້ອື່ນຕອນເຊົ້າຫຼັງຈາກທີ່ນາງມະທີເຂົ້າປ່າແລ້ວລາວຈະປາກົດຕົວອອກໄປຂໍລູກທັງສອງກັບພະເວດສັນດອນທັນທີ.ແລງນັ້ນລາວກໍ່ເຂົ້ານອນທີ່ບໍລິເວນໄກ້ໆອາສົມຂອງຄົນທັງສີ່ດັ່ງເດີມ. ຄືນນັ້ນນາງມັດທີຝັນຮ້າຍຕື່ນຂຶ້ນມາກາງເດິກ,ນາງຮູ້ສຶກບໍ່ສະບາຍໃຈດັ່ງນັ້ນຈຶ່ງໄດ້ຟ້າວເຂົ້າໄປແຈ້ງຄວາມຝັນນັ້ນແກ່ພະເວດສັນດອນທັນທີ. "ພະເວດສັນດອນ,ນ້ອງຂໍພົບແດ່" "ມັດທີຫຼື?ພວກເຮົາຕົກລົງກັນແລ້ວວ່າຕອນກາງຄືນພວກເຮົາຈະບໍ່ໄປມາຫາສູ່ກັນບໍ່ແມ່ນຫຼື?" "ນ້ອງຝັນບໍ່ດີ,ຂໍໃຫ້ອ້າຍຈົ່ງຊ່ວຍວິເຄາະດີຮ້າຍໃຫ້ແດ່." "ຖ້າເຊັ່ນນັ້ນເຈົ້າກໍ່ຈົ່ງນັ່ງທີ່ນອກຫ້ອງນັ້ນແລ້ວເລົ່າຄວາມຝັນມາເຖີດ." "ນ້ອງຝັນວ່າມີຊາຍຮູບຮ່າງໃຫຍ່,ຖັດດອກໄມ້ສີແດງໄວ້ທີ່ສອງຫູຖືດາບເລ່ມໃຫຍ່ແລ່ນເຂົ້າມາແທງທີ່ທ້ອງແລ້ວກໍ່ຈົກເອົາຫົວໃຈຂອງນ້ອງໄປ.ຂໍໃຫ້ລືສີເຈົ້າຈົ່ງຊ່ວຍວິເຄາະຄວາມຝັນໃຫ້ດ້ວຍເຖີດ." ເມື່ອໄດ້ຍິນເຊັ່ນນັ້ນແລ້ວພະເວດສັນດອນກໍ່ຮູ້ທັນທີວ່າມື້ອື່ນນີ້ຈະມີຄົນມາຂໍລູກທັງສອງຂອງລາວໄປແຕ່ຖ້າຈະບອກມັດທີໄປແບບນັ້ນນາງກໍ່ຈະບໍ່ເຂົ້າປ່າຫາໝາກໄມ້,ການໃຫ້ທານຂອງຕົນກໍ່ຈະບໍ່ບັງເກີດຂຶ້ນໄດ້ດັ່ງນັ້ນທ່ານຈຶ່ງໄດ້ບ່າຍບ່ຽງໄປວ່າ: "ບໍ່ມີຫຍັງດອກນ້ອງນາງ,ເຈົ້າເຄີຍຢູ່ບ່ອນສະບາຍ.ຕັ້ງແຕ່ມາຢູ່ອາສົມແຫ່ງນີ້ເຈົ້າກໍ່ກິນແຕ່ເຜືອກມັນແລະໝາກໄມ້ເຮັດໃຫ້ທາດຂັນວິປະລິດວິປະລາດໄປຈຶ່ງເຮັດໃຫ້ຝັນຮ້າຍ,ຂໍໃຫ້ເຈົ້າຈົ່ງກັບໄປນອນໃຫ້ສະບາຍໃຈເຖີດ." ເມື່ອນາງມັດທີໄດ້ຍິນພະເວດສັນດອນແກ້ຄວາມຝັນໃຫ້ແລ້ວກໍ່ຮູ້ສຶກບໍ່ຢາກເຊື່ອເທົ່າໃດນັກ,ແຕ່ກໍ່ຈໍາເປັນຕ້ອງໄປເພາະໃນທີ່ແຫ່ງນີ້ນອກຈາກພະເວດສັນດອນແລ້ວກໍ່ຄົງຈະບໍ່ມີໃຜສາມາດແກ້ຄວາມຝັນໄດ້ອີກແລ້ວ. ເຊົ້າຂອງວັນຕໍ່ມາ,ນາງທັດທີບໍ່ຢາກເຂົ້າປ່າຫາໝາກໄມ້ແລະເຜືອກມັນເທົ່າໃດນັກເພາະຮູ້ສຶກເປັນຫ່ວງລູກທັງສອງ.ແຕ່ຄັ້ນຈະບໍ່ໄປອາຫານທີ່ຍັງເຫຼືອມັນກໍ່ມີໜ້ອຍບໍ່ພໍຈະໃຊ້ລ້ຽງກັນໄດ້.ເມື່ອເປັນເຊັ່ນນັ້ນນາງຈຶ່ງຈໍາເປັນຕ້ອງເຂົ້າປ່າໄປ,ກ່ອນຈະໄປນາງໄດ້ເອົາລູກມາຝາກພະເວດສັນດອນໄວ້ແລ້ວກໍ່ຈາກໄປແລ້ວນາງກໍ່ວົກກັບມາອີກຫຼາຍຫຼົບຫຼາຍຕ່າວກວ່າຈະຕັດໃຈຈາກລູກທັງສອງໄປໄດ້. ຝ່າຍເຖົ້າຊູຊົກທີ່ເຝົ້າເບິ່ງຢູ່ເມື່ອເຫັນວ່ານາງໄປແລ້ວຈຶ່ງໄດ້ຄ່ອຍປາກົດຕົວອອກມາ. ຝ່າຍພະເວດສັນດອນເຫັນພາມກໍາລັງຍ່າງມຸ່ງໜ້າມາຫາຕົນກໍ່ໄດ້ສັ່ງໃຫ້ຊາລີລຸກຂຶ້ນຕ້ອນຮັບແລ້ວກໍ່ເຊີນນັ່ງໃນທີ່ອັນສົມຄວນແກ່ແຂກຜູ້ມາຢ້ຽມຢາມ. "ສະບາຍດີທ່ານສົມມຸດເທບການໃຊ້ຊີວິດໃນປ່າດົງພົງໄພເຊັ່ນນີ້ທ່ານມີຄວາມລໍາບາກຫຍັງແດ່ຫຼືບໍ່?ຜູ້ຄົນກໍ່ຄອຍແວະວຽນມາຫາທ່ານຢູ່ຫຼື?" "ດູກ່ອນພາມ,ຂ້າພະເຈົ້ານັ້ນບໍ່ເດືອດຮ້ອນອັນໃດ,ອາຫານກໍ່ອຸດົມສົມບູນ,ສັດທີ່ຄອຍກໍ່ກວນເຊັ່ນຍຸງ,ເຮືອດ,ທາກແລະງູກໍ່ມີໜ້ອຍ,ຂ້າພະເຈົ້າມີເຖິງນີ້ໄດ້ເຈັດເດືອນນີ້ແລ້ວກໍ່ມີທ່ານພຽງຄົນດຽວນີ້ແລທີ່ມາຢ້ຽມຂ້າພະເຈົ້າ.ທ່ານຈະມີປະສົງດີຮ້າຍປະການໃດຈົ່ງກ່າວມາເຖີດ." "ຫ້ວງນໍ້າໃນປັນຈະມະຫານະທີເຕັມປ່ຽມຕະຫຼອດເວລາບໍ່ເຫືອດແຫ້ງສັນໃດ,ພະອົງກໍ່ມີໃຈເຕັມປ່ຽມສັນນັ້ນ.ຂ້າພະເຈົ້າມີຈຸດປະສົງຢາກຈະມາຂໍລູກທັງສອງຂອງພະອົງເພື່ອໄປເປັນທາສາແລະທາສີໃຫ້ແກ່ນາງພາມມະນີເມຍຂອງຂ້າພະເຈົ້າ." "ດູກ່ອນພາມ,ເຮົາຍອມໃຫ້ທ່ານຢ່າງບໍ່ຕ້ອງສົງໄສ,ທ່ານຈົ່ງພາເອົາຄົນທັງສອງໄປເຖີດ.ແຕ່ການເດີນທາງໃນປ່ານີ້ຂ້ອນຂ້າງລໍາບາກຂໍໃຫ້ທ່ານຈົ່ງຄອຍຖ້າຈັກວັນໜຶ່ງເຖີດ,ຄອຍໃຫ້ນາງມັດທີເອົາອາຫານກັບມາເສຍກ່ອນມື້ອື່ນຈຶ່ງຄ່ອຍອອກເດີນທາງໄປພ້ອມກັບອາຫານທີ່ບໍລິບູນຈຶ່ງສົມຄວນ." "ຂ້າແດ່ທ່ານສົມມຸດເທບ,ຂ້າພະເຈົ້ານັ້ນຈະພັກຢູ່ນີ້ດົນບໍ່ໄດ້,ແມ້ວ່າຈະມີອັນຕະລາຍຂວາງໜ້າຢູ່ຂ້າພະເຈົ້າກໍ່ຈະຕ້ອງຟ້າວໄປ.ຖ້າຫາກຊັກຊ້ານາງມັດທີອາດຈະມາພົບພານເຂົ້າຂ້າພະເຈົ້າຈະອົດໄດ້ລາບ,ຊໍ້າຮ້າຍອາດຖືກນາງເຮັດອັນຕະລາຍໃຫ້ໄດ້.ຂໍທ່ານຈົ່ງຢ່າໃຫ້ຂ້າພະເຈົ້າໄດ້ພົບກັບນາງເຖີດ." "ຖ້າທ່ານບໍ່ຢາກພົບກັບເມຍຂອງຂ້າພະເຈົ້າທ່ານກໍ່ຈົ່ງພາກັນຫາແລະຊາລີໄປໃຫ້ພະເຈົ້າສັນໄຊເຖີດ,ເມື່ອທ່ານເຫັນກຸມານທັງສອງນີ້ທ່ານກໍ່ຈະໄດ້ລາບຍົດ,ຊື່ສຽງແລະເງິນຄໍາເປັນອັນມາກ." "ຂ້າແດ່ທ່ານສົມມຸດເທບຂ້າພະເຈົ້າຢ້ານວ່າມັນຈະກົງກັນຂ້າມ,ຂ້າພະເຈົ້າຢ້ານວ່າພະເຈົ້າສັນໄຊຈະສັ່ງປະຫານຂ້າພະເຈົ້າເສຍໃນໂທດຖານມາລັກເອົາຫຼານຂອງພະອົງໄປເປັນທາສີທາສາ.ຂໍທ່ານຈົ່ງຢ່າຖ່ວງເວລາຂ້າພະເຈົ້າເລີຍຈົ່ງມອບລູກທັງສອງຂອງທ່ານແກ່ຂ້າພະເຈົ້າໂດຍໄວດ້ວຍເຖີດ." "ຖ້າເຊັ່ນນັ້ນທ່ານຈົ່ງພາພວກເຂົາທັງສອງໄປກັບທ່ານດຽວນີ້ເຖີດ." ເມື່ອຊາລີແລະກັນຫາໄດ້ຍິນຂໍ້ຄວາມອັນຫຍາບຊ້າຂອງພາມຜູ້ນັ້ນກໍ່ພາກັນແລ່ນໜີໄປລີ້ທີ່ໜອງນໍ້າແລ້ວເອາໃບບົວປົກຫົວໄວ້,ທັງສອງຄົນໄດ້ອອກອຸບາຍຢ່າງຖອຍຫຼັງລົງສະເພື່ອໃຫ້ຜູ້ພົບເຫັນຄິດວ່າພວກເຂົາທັງສອງໄດ້ຂຶ້ນຈາກສະໜີໄປບ່ອນອື່ນແລ້ວ. ເມື່ອພາມອອກໄປຊອກຫາເດັກທັງສອງເທົ່າໃດກໍ່ຊອກບໍ່ເຫັນຈຶ່ງໄດ້ມາຂໍຮ້ອງໃຫ້ພະເວດສັນດອນໄປຊອກໃຫ້. ເມື່ອພະເວດສັນດອນມາເຖິງແຄມສະກໍ່ເຫັນຮອຍຕີນຂຶ້ນຈາກນໍ້າໜີໄປແລ້ວເໝືອນກັນແຕ່ມັນນ່າສັງເກດຢູ່ບ່ອນວ່າມັນບໍ່ມີຮອຍຕີນລົງນໍ້າເລີຍ.ເມື່ອທ່ານພໍເດົາທາງໄດ້ແລ້ວວ່າເດັກນ້ອຍທັງສອງຄົງຕ້ອງລົງໄປລີ້ບ່ອນໃດບ່ອນໜຶ່ງໃນໜອງນໍ້າແຫ່ງນີ້ຢ່າງແນ່ແທ້ແລ້ວທ່ານຈຶ່ງໄດ້ເອີ່ຍປາກຂຶ້ນມາວ່າ: "ກັນຫາແລະຊາລີລູກຮັກຂອງພໍ່ລູກທັງສອງຈົ່ງອອກມາເຖີດ,ລູກທັງສອງຈົ່ງມາຊ່ວຍເຕີມບາລະມີຂອງພໍ່ໃຫ້ເຕັມ,ຈົ່ງມາຊ່ວຍຮົດນໍ້າຊະໂລມຈິດໃຈຂອງພໍໃຫ້ຊຸ່ມເຢັນ,ຈົ່ງເຮັດຕາມປະສົງຂອງພໍ່ເຈົ້າເຖີດ.ເຈົ້າຈົ່ງເປັນດັ່ງເຮືອທີ່ບໍ່ຫວັ່ນໄຫວແກ່ກະແສນໍ້າບໍ່ວ່າແຮງຫຼືຄ່ອຍບໍ່ວ່າຊ້າຫຼືໄວ,ເຈົ້າຈົ່ງຊ່ວຍສົ່ງພໍ່ຂ້າມຝັ່ງດ້ວຍ." ພໍກ່າວຈົບລູກທັງສອງກໍ່ຢືນຂຶ້ນແລ້ວກໍ່ຕາມພໍ່ມາແຕ່ໂດຍດີ,ຝ່າຍຊູຊົກເມື່ອເຫັນເດັກທັງສອງແລ້ວກໍ່ຢ້ານພວກເຂົາຈະແລ່ນໜີອີກຈຶ່ງໄດ້ໃຊ້ແຂ້ວກັດເຖົາວັນຂາດແລ້ວກໍ່ເອົາມາມັດຜູກມືຂອງກຸມານທັງສອງໄວ້.ແລ້ວກໍ່ເອົາໄມ້ເຖົ້າທຸບຕີກຸມານໃຫ້ເດີນໄປຕາມທາງທີ່ຕົວຕ້ອງການຕໍ່ໜ້າພະເວດສັນດອນນັ້ນເລີຍ. ຊາລີດິ້ນຈົນເຖົາວັນຫຼຸດຈາກມືແລ້ວກໍ່ຟ້າວແລ່ນມາຫາພໍ່ພ້ອມກັບກ່າວວ່າ: "ລູກບໍ່ໄດ້ຂັດຂ້ອງໝອງໃຈຫຍັງກັບທ່ານພໍ່,ແຕ່ຂ້າພະເຈົ້ານັ້ນຕ້ອງການຢາກຈະພົບໜ້າແມ່ເປັນຄັ້ງສຸດທ້າຍເສຍກ່ອນເມື່ອນັ້ນພາມຜູ້ຫຍາບຊ້ານີ້ຈະຂາຍຫຼືຈະທໍລະມານຢ່າງໃດກໍ່ຕາມແຕ່ຈະປາດຖະໜາ.ຂ້າພະເຈົ້າເຫັນແລ້ວວ່າພາມເຖົ້ານີ້ປະກອບດ້ວຍບຸດລຸດໂທດສິບແປດປະການ,ຄືມີຕີນຄົດ,ມີເລັບເນົ້າ,ມີຂານ່ອງຍ້ອຍຍານ,ມີຮີມສົບດ້ານເທິງຍາວ,ມີນໍ້າລາຍໄຫຼຍືດ,ມີແຂ້ວງອກຂຶ້ນເໝືອນແຂ້ວໝູ,ມີດັງແໝບ,ມີທ້ອງປ່ອງດັ່ງໝໍ້,ມີຫຼັງຄ້ອມ,ມີຕາຂ້າງນ້ອຍຂ້າງໃຫຍ່,ມີໜວດແດງ,ມີຜົມບາງສີເຫຼືອງ,ຜິວໜັງແຫ່ວຍານປານຕົກກະທັງຕົວ,ມີຕາເຫຼືອງ,ມີຄົດສາມແຫ່ງຄືທີ່ແອວ,ຫຼັງແລະຄໍ,ມີຂາງຈ່າງ,ຍ່າງສຽງດັງ,ມີຂົນຕາມຕົວທີ່ຍາວແລະຫຍາບ.ຊໍ້າຮ້າຍບຸລຸດຜູ້ນີ້ຍັງມີຈິດໃຈທີ່ໂຫດຮ້າຍດັ່ງຍັກທີ່ຈະກິນຊີ້ນແລະເລືອດເປັນເຄື່ອງບໍລິໂພກ.ລູກທັງສອງກໍາລັງຈະຖືກພາມປີສາດນໍາຕົວໄປແລ້ວ.ດູກ່ອນທ່ານພໍ່ເຫດໃດໜໍທ່ານຈຶ່ງຍັງນິ້ງເສີຍຢູ່,ທ່ານບໍ່ໄດ້ຮັກລູກທັງສອງແລ້ວຫຼື,ພາມຜູ້ນີ້ທັງມັດ,ທັງຕີ,ທັງລາກປານຄົນລ້ຽງງົວກໍາລັງທຸບຕີງົວກໍ່ປານນັ້ນ.ຂໍໃຫ້ພໍ່ຈົ່ງຢ່າໄດ້ມອບກັນຫາໃຫ້ແກ່ພາມຜູ້ນີ້ເລີຍ,ນ້ອງຍັງບໍ່ຮູ້ຈັກຄວາມທຸກຍາກລໍາບາກອີ່ຫຍັງເມື່ອນາງບໍ່ເຫັນແມ່ແລ້ວກໍ່ຈະຮ້ອງໃຫ້ປານງົວນ້ອຍຫິວນົມທີ່ພັດພາກຈາກຝູງບໍ່ເຫັນແມ່ກໍ່ປານນັ້ນ.ຄວາມທຸກຄວາມລໍາບາກທັງຫຼາຍນີ້ສົມຄວນແກ່ລູກຜູ້ຊາຍຈະໄດ້ຮັບ,ແຕ່ທຸກທີ່ລູກບໍ່ໄດ້ລາແມ່ນີ້ເປັນທຸກຍິ່ງກວ່າຖືກພາມຜູ້ຫຍາບຊ້າຄົນນີ້ຂ້ຽນຕີເສຍອີກ." ພະເວດສັນດອນຍັງເຮັດຕົວເມີນເສີຍບໍ່ມີທຸກມີຮ້ອນເຊັ່ນເດີມ,ເມື່ອຊາລີເຫັນວ່າຈະບໍ່ສາມາດປ່ຽນໃຈພໍ່ໄດ້ແທ້ແລ້ວຈຶ່ງໄດ້ເອີ່ຍຂຶ້ນມາອີກວ່າ: "ດູກ່ອນທ່ານພໍ່,ຖ້າເຊັ່ນນັ້ນກໍ່ໃຫ້ທ່ານຈົ່ງຊ່ວຍບອກແກ່ທ່ານແມ່ວ່າພວກລູກໄປດີແລ້ວ,ຄວາມທຸກຄວາມໂສກທັງຫຼາຍຈະບໍ່ເກີດແກ່ລູກທັງສອງ,ຕຸກກະຕາຊ້າງ,ມ້າ,ງົວ,ຄວາຍທີ່ເຄີຍເປັນຂອງຫຼິ້ນຂອງພວກເຮົາທັງສອງນັ້ນຈົ່ງມອບໃຫ້ກັບທ່ານແມ່ເພື່ອບັນເທົາຄວາມໂສກເສົ້າຈາກການຄິດເຖິງລູກລົງ.ພວກຕຸກກະຕາເຫຼົ່ານີ້ຈະເຮັດໃຫ້ຄວາມຄິດເຖິງຂອງຜູ້ເປັນແມ່ເຫືອດແຫ້ງລົງຫຼາຍສ່ວນ." ພະເວດສັນດອນຍິ້ມເພື່ອເປັນຄໍາຕອບແກ່ລູກ,ທ່ານຍັງຄົງບໍ່ເວົ້າຫຍັງດັ່ງເດີມ.ທີ່ທ່ານບໍ່ເວົ້າບໍ່ວ່າຫຍັງກໍ່ເພາະບໍ່ຕ້ອງການໃຫ້ຕົວເອງໃຈອ່ອນ,ເກີດປ່ຽນໃຈບໍ່ຢາກໃຫ້ລູກແກ່ພາມຫຼືອາດເຖິງຂັ້ນເຂົ້າໄປກະທໍາອັນຕະລາຍແກ່ພາມເສຍດ້ວຍທີ່ບັງອາດມາຕີລູກຂອງທ່ານ. ເມື່ອສັ່ງລາແກ່ພໍ່ຮຽບຮ້ອຍແລ້ວຊາລີກໍ່ກັບໄປໃຫ້ເຖົ້າພາມມັດໄວ້ດັ່ງເດີມ,ເຖົ້າພາມຢ້ານຊາລີຫຼຸດອີກກໍ່ໄດ້ມັດແໜ້ນກວ່າເກົ່າຈຶ່ງສ້າງຄວາມເຈັບປວດໃຫ້ແກ່ຊາລີເປັນອັນມາກ.ກ່ອນຈະເລີ່ມອອກເດີນທາງຊາລີກໍ່ໄດ້ໄປຊື່ມນ້ອງໄປວ່າ: "ນັບຈາກນີ້ໄປພວກເຮົາທັງສອງຈະບໍ່ມີພໍ່ມີແມ່ຄອຍຄຸ້ມຄອງປ້ອງກັນແລ້ວ.ມຸ່ງໜ້າໄປເຖີດກັນຫາ,ພວກເຮົາທັງສອງຈະໄປຕາຍດ້ວຍກັນ.ພວກເຮົາຈະດິ້ນໃຫ້ຫຼຸດແລ້ວກໍ່ໜີເຂົ້າປ່າເສຍຫາກິນແລະຫຼັບນອນຢູ່ໃນປ່າແຫ່ງນີ້ແມ້ຈະລໍາບາກແຕ່ກໍ່ຄົງຈະດີກວ່າການໄປເປັນທາສາແລະທາສີໃຫ້ແກ່ຊາຍເຖົ້າຜູ້ນີ້." ລໍາດັບນັ້ນພະເວດສັນດອນເມື່ອໄດ້ໃຫ້ທານເປັນທີ່ຮຽບຮ້ອຍແລ້ວກໍ່ໄດ້ເຂົ້າໄປນັ່ງໄຫ້ໃນອາສົມເພາະຄິດເຖິງລູກທັງສອງພາງກ່າວອອກມາວ່າ: "ວັນນີ້ລູກນ້ອຍທັງສອງຂອງເຮົາຄົງຈະຫິວເຂົ້າແລະຢາກນໍ້າເຕັມທີໜໍ,ພວກເຂົາທັງສອງຈະຕ້ອງເດີນທາງໄກພ້ອມກັບຮ້ອງໃຫ້ສະອຶກສະອື້ນ,ແລງວັນນີ້ໃຜໜໍຈະມອບອາຫານແກ່ພວກເຈົ້າ.ເຈົ້າທັງສອງຈະຕ້ອງເມື່ອຍ,ອ່ອນແຮງ,ມີຝາຕີນຟົກຊໍ້າ,ດໍາບວມ.ພາມຜູ້ຫຍາບຊ້ານີ້ຈະກະທໍາໂຫດຮ້າຍແກ່ເຈົ້າຢ່າງໃດແດ່ໜໍ.ພາມຜູ້ນີ້ຊ່າງຮ້າຍກາດບໍ່ລະອາຍຕໍ່ການຂ້ຽນຕີລູກຕໍ່ໜ້າເຮົາທີ່ຍັງເບິ່ງເຫັນຢູ່ເໝືອນດັ່ງປາຢູ່ປາກລອບປາກໄຊເຊັ່ນນີ້.ຖ້າເຮົາບໍ່ໄດ້ບໍາເພັນທານບາລະມີຢູ່ເຮົາຄົງຈະຖືທະນູດ້ວຍມືຊ້າຍແລະຖືດາບດ້ວຍມືຂວາເພື່ອໄປຕາມເອົາລູກເຮົາກັບມາດຽວນີ້ໃຫ້ໄດ້ເສຍແລ້ວ."

ເຫຼົ່າເທວະດາເຫັນເຫດການທຸກຢ່າງ,ການທານຄັ້ງນີ້ໃຫຍ່ຫຼວງຍິ່ງນັກ,ເຫັນທີວ່າຄົງຈະສໍາເລັດໄດ້ຍາກ,ເພື່ອບໍ່ໃຫ້ການທານເຫຼົ່ານີ້ມີອຸປະສັກພວກເຂົາຈຶ່ງຕົກລົງກັນວ່າຈະແປງກາຍເປັນສິງຕົວໜຶ່ງ,ເສືອໂຄ່ງຕົວໜຶ່ງແລະເສືອເຫຼືອງອີກຕົວໜຶ່ງເພື່ອໄປນອນຂວາງທາງກັບບ້ານຂອງນາງມັດທີຈົນກວ່າພາມຈະສາມາດພາຊາລີແລະກັນຫາໜີພົ້ນເສຍກ່ອນ. ຝ່າຍນາງມັດທີກໍ່ທັງຟ້າວທັງຝັ່ງແຕ່ຍິ່ງຟ້າວຟັ່ງເທົ່າໃດກໍ່ຍິ່ງມີບັນຫາຫຼາຍເທົ່ານັ້ນດຽວກໍ່ສຽມຫຼຸດ,ດຽວກໍ່ກະຕ່າຮົ່ວ,ບ່ອນເຄີຍມີເຜືອກມີມັນເປັນອັນມາກວັນນີ້ກັບບໍ່ມີ,ເຮັດໃຫ້ນາງຕ້ອງອອກເດີນທາງໄປຊອກຫາໄກຂຶ້ນໄປອີກ.ເຖິງປານນັ້ນນາງກໍ່ຍັງສາມາດຫາອາຫານໄດ້ຈົນເຕັມກະຕ່າໄດ້ກ່ອນທ່ຽງ.ພໍ່ນາງເດີນທາງມາເຖິງຮ່ອມພູແຫ່ງໜຶ່ງທີ່ເປັນທາງເສັ້ນດຽວທີ່ຈະພານາງກັບອາສົມໄດ້ນັ້ນກໍ່ມີສັດຮ້າຍສາມຕົວມານອນຂວາງທາງຢູ່.ທໍາມະດາແລ້ວສັດທັງສາມຊະນິດນີ້ເຫັນກັນແລ້ວຈະຕ້ອງຕໍ່ສູ້ກັນຢ່າງເອົາເປັນເອົາຕາຍແຕ່ວັນນີ້ພວກມັນກັບນອນຄົດລວມກັນຢູ່ຢ່າງສະຫງົບ. ນາງກາບໄຫວ້ເທວະດາທັງຫຼາຍເພື່ອມາຊ່ວຍໃຫ້ນາງລອດພົ້ນຈາກສັດຮ້າຍທັງສາມນັ້ນເພື່ອກັບບ້ານໄດ້ຢ່າງປອດໄພ. "ຕາເວັນກໍ່ໄກ້ຈະຕົກແລ້ວອາສົມກໍ່ຍັງຢູ່ໄກ,ສັດຮ້າຍກໍ່ມີຂວາງໜ້າໄວ້ກັບບໍ່ໄດ້ໄປກໍ່ບໍ່ເຖິງ.ປານນີ້ລູກແລະຜົວຂອງເຮົາຄົງຈະຫິວຫຼາຍແລ້ວ,ອາຫານທີ່ມີພຽງເລັກນ້ອຍນັ້ນຄົງຈະບໍ່ພໍລ້ຽງຄົນທັງສາມໄດ້ຢ່າງແນ່ນອນ.ບັນດາເທວະດາທັງຫຼາຍຈົ່ງຊ່ວຍດົນຈິດດົນໃຈໃຫ້ສັດຮ້າຍທັງສາມນີ້ຈົ່ງຫຼີກທາງຂ້າພະເຈົ້າດ້ວຍເຖີດ.ສັດຮ້າຍທັງສາມເອີ້ຍ,ທ່ານນັ້ນກໍ່ເປັນເພື່ອນຂອງຂ້າພະເຈົ້າໂດຍທໍາ,ຂ້າພະເຈົ້ານັ້ນອ້ອນວອນໃຫ້ພວກທ່ານຈົ່ງເຫັນໃຈຂ້າພະເຈົ້າດ້ວຍ.ຈົ່ງຊ່ວຍຫຼືທາງໃຫ້ແກ່ຂ້າພະເຈົ້າດ້ວຍເຖີດ,ຂ້າພະເຈົ້າຄິດເຖິງລູກແລະຜົວເຕັມທີ່ແລ້ວ.ຂ້າພະເຈົ້າອ້ອນວອນແລ້ວຂໍໃຫ້ພວກເຈົ້າຈົ່ງຫຼີກທາງໃຫ້ກັບຂ້າພະເຈົ້າດ້ວຍເທີ້ນ." ບໍ່ວ່ານາງຈະອ້ອນວອນຫຼືກາບໄຫວ້ພຽງໃດສັດຮ້າຍທັງສາມກໍ່ຍັງນັ່ງຍັງນອນເສີຍຢູ່ບໍ່ຍອມຫຼີກທາງໃຫ້,ຈົນຄໍ່າແລ້ວຈຶ່ງໄດ້ແຍກຍ້າຍກັນໄປຄົນລະທິດລະທາງແລ້ວກໍ່ຫາຍໃນຄວາມມືດ. ເມື່ອນາງມັດທີເຫັນທາງໂລ່ງແລ້ວກໍ່ຟ່າວມຸ່ງໜ້າກັບອາສົມໂດຍໄວ,ພໍມາເຖິງແລ້ວລູກແລະຜົວທີ່ເຄີຍອອກມາຮັບຕ້ອນເໝືອນດັ່ງເຄີຍເປັນມາກໍ່ບໍ່ໄດ້ອອກມາຮັບຕ້ອນຄືເກົ່າ,ບັນຍາກາດຊ່າງງຽບເຫງົງວັງເວງ.ນາງຟ້າວປົງອາຫານໄວ້ໃສທີ່ອັນສົມຄວນແລ້ວກໍ່ເອີ້ນຫາລູກທັງສອງກໍ່ບໍ່ມີສຽງຕອບກັບໃດໆ,ນາງຟ້າວໄປຊອກໃນສະຖານທີ່ຕ່າງໆທີ່ຄາດວ່າລູກນ່າຈະໄປຫຼິ້ນຢູ່ກໍ່ບໍ່ພົບບໍ່ເຫັນຈັກບ່ອນ.ນາງຈຶ່ງວົກກັບມາຖາມພະເວດສັນດອນວ່າເຫັນລູກຫຼືບໍ່ພະເວດສັນດອນກໍ່ງຽບເສຍ,ເພາະຢ້ານວ່າຖ້າບອກຄວາມຈິງກັບນາງແລ້ວນາງອາດຈະບຸກປ່າຝ່າດົງເພື່ອໄປຕາມເອົາລູກກັບມາ.ນາງມັດທີເມື່ອເຫັນວ່າຜົວບໍ່ປາກກໍ່ມຸ່ງໜ້າໄປຊອກຫາລູກຕໍ່ອີກຫຼາຍຄັ້ງຫຼາຍຄາວກໍ່ບໍ່ເຫັນລູກ,ນາງຈຶ່ງໄດ້ວົກກັບມາຖາມຫາລູກກັບພະເວດສັນດອນອີກ,ພະເວດສັນດອນຈຶ່ງອອກອຸບາຍເພື່ອບ່ຽງເບນຄວາມສົນໃຈຂອງນາງດ້ວຍການກ່າວຮ້າຍນາງວ່າ: "ທີ່ປ່າດົງພົງໄພແຫ່ງນີ້ບໍ່ໄດ້ມີແຕ່ໝາກໄມ້ແລະຝູງສັດ,ວິຊາທອນກໍ່ມີ,ຄົນທັນກໍ່ມີ,ນາຍພານກໍ່ມີ,ກັບບ້ານຄໍ່າມືດປານນີ້ຄົງຈະມ່ວນຊື່ນເຮຮາມາແລ້ວແມ່ນບໍ່ນີ້?" ນາງມັດທີມາຖາມຫາຄວາມສະບາຍໃຈແຕ່ກັບໄດ້ຄວາມທຸກໃຈກັບມາແທນ,ແຕ່ເພາະຄວາມຄິດເຖິງລູກນາງຈຶ່ງບໍ່ໄດ້ທຸ້ມຖຽງກັບພະເວດສັນດອນໃຫ້ເສຍເວລາ.ນາງຄິດເຖຖິງສັດຮ້າຍທັງສາມທີ່ນາງພົບພໍ້ແລ້ວກໍ່ນຶກວ່າຄົງຈະຕ້ອງເກີດອັນຕະລາຍແກ່ລູກຂອງຕົວແລ້ວຢ່າງບໍ່ຕ້ອງສົງໄສ.ເຖິງປານນັ້ນນາງກໍ່ຍັງບໍ່ຫວັ່ນໄຫວຕັ້ງໃຈຊອກຫາລູກພ້ອມກັບຮ້ອງໄຫ້ເຊັດນໍ້າຕາໄປພ້ອມຈົນໝົດສະຕິໄປຕອນໃດກໍ່ບໍ່ມີໃຜຮູ້. ເຊົ້າວັນຕໍ່ມາພະເວດສັນດອນເຫັນເມຍນອນໝົດສະຕິຢູ່ທີ່ໜ້າສາລາກໍ່ເຂົ້າໄປເອົານໍ້າພົມໜ້າ,ພານາງມັດທີຕື່ນຂຶ້ນມາແລ້ວລາວຈຶ່ງໄດ້ບອກຄວາມຈິ່ງແກ່ນາງ. "ມັດທີ,ມື້ວານມີຄົນມາຂໍລູກທັງສອງໄປແລ້ວ.ເຈົ້າຈົ່ງວາງໃຈເຖີດລູກຂອງພວກເຮົາບໍ່ມີອັນຕະລາຍ,ຫາກແມ້ເວລາຜ່ານໄປພວກເຮົາກໍ່ຈະໄດ້ພົບກຸມານທັງສອງເອງໃນວັນໃດວັນໜຶ່ງຂ້າງໜ້າ." ນາງມັດທີໂລ່ງໃຈທີ່ບໍ່ໄດ້ມີອັນຕະລາຍໃດໆເກີດຂຶ້ນແກ່ລູກຂອງຕົນ,ເມື່ອນາງເຫັນໃບໜ້າທີ່ແຈ່ມໃສໄຮ້ກັງວົນຂອງພະເວດແລ້ວນາງກໍ່ຕົກລົງໃຈຂໍອະນຸໂມທະນາບຸນໄປນໍາ. "ພະເວດສັນດອນ,ທ່ານນັ້ນເປັນຜູ້ໃຫ້ຢ່າງແທ້ຈິງ,ທ່ານນັ້ນເປັນຜູ້ພໍໃຈໃນການໃຫ້ທານຢ່າງແທ້ຈິງ,ຂ້າພະເຈົ້າຂໍອະນຸໂມທະນາບຸນຮ່ວມກັນກັບທ່ານດ້ວຍເຖີດ." ພໍນາງກ່າວຈົບກໍ່ເກີດສຽງຟ້າຮ້ອງຟ້າຜ່າຂຶ້ນມາ,ນັ້ນເປັນສັນຍານວ່າພວກເທວະດາທັງຫຼາຍທີ່ເຝົ້າເບິ່ງເຫດການຢູ່ນີ້ກໍ່ໄດ້ຮ່ວມອະນຸໂມທະນາບຸນນໍາ. ລໍາດັບນັ້ນລືສີທັງຫຼາຍທີ່ນໍາສິນພາວະນາຢູ່ເຂດນັ້ນກໍ່ໄດ້ຊາບຂ່າວເລື່ອງພະເວດສັນດອນໄດ້ໃຫ້ທານລູກທັງສອງຂອງຕົນຈາກສຽງຟ້າຮ້ອງຟ້າຜ່ານັ້ນ.ພວກລືສີທັງຫຼາຍທີ່ຍັງບໍາເພັນພຽນບໍ່ເຖິງຂັ້ນຍັງມີຄວາມຢາກໃນກາມມະລົມຢູ່ກໍ່ຄິດຢາກໄດ້ນາງມັດທີມາເປັນເມຍແກ່ຕົນ.ພວກເຂົາເຄີຍໄດ້ຍິນຂ່າວລືຈາກພວກລຸກຂະເທວາວ່ານາງມັດທີຜູ້ນີ້ມີຄວາມງາມເປັນເລີດດຸດດັ່ງນາງຟ້າ.ດັ່ງນັ້ນພວກເຂົາຈຶ່ງຄິດຈະໄປຂໍເອົານາງມັດທີມາເປັນເມຍຂອງຕົນເສຍ. ອົງອິນທີ່ສະຫວັນຊັ້ນດາວະດຶງກໍ່ສາມາດຮັບຮູ້ເຫດການທັງໝົດໄດ້ເໝືອນກັນ,ທ່ານຈຶ່ງໄດ້ແປງກາຍເປັນພາມເຖົ້າຜູ້ໜຶ່ງລົງມາທີ່ເຂົາວົງກົດແຫ່ງນັ້ນ,ທ່ານໄດ້ເນລະມິດຕົ້ນມັກກະລີຜົນຂຶ້ນມາຕົ້ນໜຶ່ງທີ່ທາງເຂົ້າເຂົາວົງກັນທີ່ເປັນເສັ້ນທາງເສັ້ນດຽວທີ່ຈະເດີນທາງໄປຫາພະເວດສັນດອນນັ້ນ.ມັກກະລີຜົນຕົ້ນນີ້ອອກໝາກອອກຜົນມາເປັນຮູບສາວງາມທີ່ບໍ່ມີເຄື່ອງນຸ່ງຮົ່ມ,ທ່ານເນລະມິດໄວ້ເພື່ອໃຫ້ພວກລືສີນັ້ນໄດ້ມາເສບກາມກັບມັກກະລີຜົນພວກນີ້ແລ້ວກໍ່ລືມເລື່ອງນາງມັດທີໄປເສຍ. ລໍາດັບນັ້ນພາມເຖົ້າທີ່ເປັນຮ່າງຈໍາແລງຂອງອົງອິນກໍ່ໄດ້ເດີນທາງໄປຫາພະເວດສັນດອນເພື່ອລັກຂໍນາງມັດທີຕັດໜ້າພວກລືສີທັງຫຼາຍ. ເມື່ອມາເຖິງກໍ່ກ່າວທັກທາຍສະບາຍດີກັນຕາມເຫັນສົມຄວນແລ້ວພາມເຖົ້າກໍ່ເອີ່ຍຂຶ້ນມາວ່າ: "ຂ້າແດ່ສົມມຸດເທບທີ່ຂ້າພະເຈົ້າມາວັນນີ້ມີເຈດຕະນາຈະມາຂອງນາງມະທີໄປໄວ້ໃຊ້ສອຍເປັນນາງທາສີ.ທ່ານຈະມີຄວາມຂັດຂ້ອງໝອງໃຈຫຍັງຫຼືບໍ່່?" "ດູກ່ອນພາມ,ເຮົານັ້ນຫາກໍ່ໃຫ້ລູກທັງສອງຂອງເຮົາແກ່ພາມຜູ້ໜຶ່ງໄປມື້ວານນີ້.ຖ້າຫາກວັນນີ້ທ່ານມາຂໍນາງມັດທີທີ່ເປັນເມຍຂອງຂ້າພະເຈົ້າອີກຈັກຄົນເຮົາກໍ່ເຕັມໃຈມອບໃຫ້." ເມື່ອພາມເຖົ້າໄດ້ຍິນເຊັ່ນນັ້ນແລ້ວກໍ່ຫັນໄປຫານາງມັດທີແລ້ວກ່າວຂຶ້ນວ່າ: "ເຈົ້າເດ,ພໍໃຈທີ່ໄດ້ເປັນຂອງທານໃຫ້ແກ່ພະເວດສັນດອນຫຼືບໍ່?" "ຂ້າພະເຈົ້ານັ້ນໄດ້ຝາກຕົວເປັນບາດຈະບໍລິກັນນິກາແກ່ພະເວດສັນດອນມາຕັ້ງແຕ່ໄວລຸ້ນສາວ.ແມ້ວ່າທ່ານຈະເອົາຂ້າພະເຈົ້າໄປຂາຍຫຼືໄປຂ້າຖິ້ມຕົວຂ້າພະເຈົ້າກໍ່ລ້ວນແຕ່ຍິນດີບໍ່ຂັດຂ້ອງ." "ຖ້າເຊັ່ນນັ້ນນັບຈາກລົມຫາຍໃຈນີ້ເປັນຕົ້ນໄປນາງມັດທີຜູ້ນີ້,ໄດ້ເປັນທາສີຂອງຂ້າພະເຈົ້າແລ້ວທຸກຄົນເຂົ້າໃຈຕົງກັນແມ່ນບໍ່?" ທັງສອງຄົນກໍ່ຕອບມາພ້ອມກັນວ່າ"ແມ່ນແລ້ວ." ເມື່ອອົງອິນໄດ້ນາງມັດທີມາແລ້ວກໍ່ໄດ້ຝາກພະເວດສັນດອນໄວ້. "ນາງຜູ້ນີ້ທ່ານໄດ້ມອບແກ່ຂ້າພະເຈົ້າແລ້ວ,ຂ້າພະເຈົ້າໃຄ່ຢາກຈະຝາກນາງກັບທ່ານໄວ້ກ່ອນ,ຂອງສິ່ງໃດທີ່ທ່ານໄດ້ມອບໃຫ້ຜູ້ໜຶ່ງແລ້ວທ່ານຈະບໍ່ສາມາດມອບໃຫ້ຜູ້ອື່ນໃດອີກທ່ານເຂົ້າໃຈຕາມນີ້ຫຼືບໍ່?" "ຂ້າພະເຈົ້າຍ່ອມເຂົ້າໃຈ."

ລໍາດັບນັ້ນພາມເຖົ້າກໍ່ຄ່ອຍໆແປງກາຍເປັນອົງອິນແລ້ວກໍ່ບອກຄວາມຈິງແກ່ພະເວດສັນດອນໄປວ່າ: "ນາງຜູ້ນີ້ເໝາະຈະເປັນຄູ່ບາລະມີຂອງທ່ານເທົ່ານັ້ນ,ຈະມອບໃຫ້ເປັນຄູ່ບາລະມີຄົນອື່ນເຫັນວ່າບໍ່ສົມຄວນ.ຂ້າພະເຈົ້າເປັນທ້າວສັກກະເທວະລາດ,ຂ້າພະເຈົ້າມາທີ່ນີ້ເພື່ອປ້ອງກັນນາງມັດທີໃຫ້ປອດໄພຈາກຜູ້ປະສົງຮ້າຍ.ຂ້າພະເຈົ້າຍິນດີຈະມອບພອນແປດປະການໃຫ້ແກ່ທ່ານ,ຂໍໃຫ້ທ່ານຈົ່ງເລືອກເອົາເຖີດ." "ຂ້າແດ່ທ້າວສັກກະເທວະລາດຫາກທ່ານສາມາດປະສິດປະສາດພອນໃຫ້ຂ້າພະເຈົ້າໄດ້ດັ່ງທີ່ປາດຖະໜາແລ້ວຂ້າພະເຈົ້າຈະຂໍພອນດັ່ງນີ້: 1.ຂໍໃຫ້ປະຊາຊົນຈົ່ງຫາຍໂກດເຄືອງແກ່ຂ້າພະເຈົ້າແລ້ວມາຮັບຂ້າພະເຈົ້າເຂົ້າໄປເຄືອງເມືອງດັ່ງເດີມ; 2.ຂໍໃຫ້ຂ້າພະເຈົ້າມີປັນຍາໃນການປົດປ່ອຍຜູ້ທີ່ຕ້ອງໂທດປະຫານທຸກຄົນ; 3.ຂໍໃຫ້ປະຊາຊົນທັງປວງພຶງມາອາໄສຂ້າພະເຈົ້າເພື່ອລ້ຽງຊີວິດ; 4.ຂໍໃຫ້ຂ້າພະເຈົ້າຮັກນາງມັດທີພຽງຜູ້ດຽວ,ຢ່າໄດ້ມີໃຈຂ້ອງກ່ຽວກັບນາງຄົນອື່ນ; 5.ຂໍໃຫ້ບຸດແລະທິດາທີ່ພັດພາກໄປນັ້ນໄດ້ກັບມາຢູ່ກັບຂ້າພະອົງ; 6.ທັນທີທີ່ຂ້າພະເຈົ້າໄດ້ຂຶ້ນຄອງລາດແລ້ວໃນແຈ້ງຂອງວັນຕໍ່ໄປຈົ່ງມີອາຫານໄວ້ໃຫ້ທານຢ່າງພຽງພໍ; 7.ຂອງທີ່ຂ້າພະເຈົ້າກໍາລັງໃຫ້ທານຢູ່ນັ້ນຈົ່ງຢ່າໄດ້ໝົດໃນຂະນະທີ່ຂ້າພະເຈົ້າກໍາລັງໃຫ້ທານຢູ່; 8.ຕາຍຈາກໂລກມະນຸດນີ້ແລ້ວຂໍໃຫ້ຂ້າພະເຈົ້າໄດ້ໄປເກີດທີ່ສະຫວັນ." ເມື່ອໄດ້ຟັງພອນທັງແປດຂໍ້ແລ້ວທ້າວສັກກະເທວະລາດກໍ່ໄດ້ເອີ່ຍຂຶ້ນມາວ່າ: "ຂໍໃຫ້ທ່ານຈົ່ງອົດທົນພອນຂອງທ່ານຈະປະກົດຜົນເປັນຈິງໃນອີກບໍ່ດົນ." ເວົ້າແລ້ວທ້າວສັກກະເທວະລາດກໍ່ຫາຍຕົວໄປ.

ຄັ້ນທ້າວສັກກະເທວະລາດໄດ້ຮັບຄໍາຂໍພອນຂອງພະເວດສັນດອນແລ້ວກໍ່ມຸ່ງໜ້າໄປທີ່ເມືອງກະລິງຄະລາດ,ໄປດົນຈິດດົນໃຈເຮັດພະເຈົ້າເມືອງກະລິງຄະລາດສໍານຶກຜິດທີ່ໄປຂໍຊ້າງຂອງເມືອງສີພີມາຈົນເຮັດໃຫ້ພະເວດສັນດອນຖືກຂັບໄລ່.ແຕ່ຖ້າຈະສົ່ງຄືນຫາກເກີດເຫດໄພແລ້ງຂຶ້ນມາອີກກໍ່ຈະບໍ່ມີຊ້າງບັນດານຝົນໃຫ້,ທ່ານຄິດແລ້ວຄິດອີກຈົນໄດ້ຂໍ້ແກ້ທີ່ຕົງໃຈວ່າ: "ເຮົາຈະສົ່ງທູດໄປທີ່ເມືອງສີພີເພື່ອຂໍສົ່ງຊ້າງທີ່ເຮົາຂໍມານັ້ນຄືນໃຫ້ແກ່ເຂົາໂດຍມີເງື່ອນໄຂວ່າຖ້າຫາກບ້ານເມືອງເຮົາເກີດໄພແລ້ງອີກເຮົາຈະຕ້ອງສາມາດຂໍຢືມຊ້າງມາດົນບັນດານຄວາມອຸດົມສົມບູນແກ່ບ້ານເມືອງເຮົາໄດ້ທຸກເມື່ອ.ແລະການຢືມແຕ່ລະຄັ້ງຈະຕ້ອງສົ່ງເມື່ອບ້ານເມືອງກັບສູ່ພາວະປົກກະຕິແລ້ວເທົ່ານັ້ນ.ຖ້າຫາກເມືອງສີພີບໍ່ຍອມຮັບເງື່ອນໄຂເຮົາຈະບໍ່ສົ່ງຊ້າງ,ຖ້າຫາກເມືອງສີພີຍອມຮັບເຮົາຈຶ່ງຈະຍອມສົ່ງຊ້າງໃຫ້." ພໍຄິດໄດ້ເຊັ່ນນັ້ນແລ້ວເຈົ້າເມືອງກະລິງຄະລາດກໍ່ໄດ້ແຕ່ງຕັ້ງຄະນະລາດຊະທູດຂຶ້ນມ້າໄປເຈລະຈາເລື່ອງຂໍສົ່ງຊ້າງທີ່ເມືອງສີພີ.ຂ່າວພະເຈົ້າກະລິງຄະລາດຈະສົ່ງຊ້າງເຜືອກປັດໄຈນາເຄນຄືນແກ່ເມືອງສີພີແພ່ສະພັດໄປທົ່ວໂດຍໄວ. ຄະນະລາດຊະທູດຂອງເມືອງກະລິງກະລາດໄດ້ບອກແກ່ຊາວສີພີວ່າ,ພວກເຂົາພຽງຕ້ອງການຢືມຊ້າງໄປໃຊ້ງານເທົ່ານັ້ນບໍ່ໄດ້ມີເຈດຕະນາຢາກໄດ້ໄວ້ຄອບຄອງແຕ່ຢ່າງໃດເລີຍ,ທີ່ພວກເຮົາມາຂໍຊ້າງຈາກພະເວດສັນດອນນັ້ນກໍ່ພຽງຕ້ອງການຢັ່ງເບິ່ງຄວາມເລິກຄວາມຕື້ນຂອງພະເວດສັນດອນເທົ່ານັ້ນ.ເພື່ອພິສູດຄວາມຈິງໃຈດັ່ງກ່າວນີ້ພວກຂ້າພະເຈົ້າຈະກັບມາອີກຄັ້ງເພື່ອຈະເອົາຊ້າງມາສົ່ງເມືອງສີພີພາຍໃນວັນຖ້ວນເຈັດຂໍໃຫ້ພວກທ່ານຈົ່ງຄອຍເຝົ້າດູເອົາເຖີດ. ພໍຄົບວັນຖ້ວນເຈັດຄະນະທູດຂອງເມືອງກະລິງຄະລາດກໍ່ໄດ້ເອົາຊ້າງເຜືອກປັດໄນນາເຄນມາສົ່ງຕາມທີ່ກ່າວໄວ້ແທ້ເຮັດໃຫ້ຄວາມໂກດແຄ້ນໃນໃຈຂອງປະຊາຊົນທີ່ມີຕໍ່ພະເວດສັນດອນນັ້ນເບົາລົງເປັນອັນມາກ.

ກຸມານທັງສອງເມື່ອຈາກພໍ່ມາແລ້ວກໍ່ຄິດແຕ່ຈະຫາທາງໜີ,ຊູຊົກເຫັນທ່າບໍ່ດີ,ພາງຄິດໄປວ່າຖ້າຫາກເດັກພວກນີ້ແລ່ນໜີເຂົ້າປ່າບໍ່ກັບໄປຫາພໍ່ຫາແມ່ແລ້ວເຮົາຈະໄລ່ຕາມພວກເຂົາທັນໄດ້ຈັ່ງໃດກັນ,ເຖົາວັນທີ່ເຮົມມັດນັ້ນແມ້ຈະແໜ້ນໜາພຽງໃດມັນກໍ່ຄົງຈະສາມາດຂາດອອກມາໄດ້,ເຫັນທີເຮົານ່າຈະອອກອຸບາຍເພື່ອດຶງໃຈເດັກສອງຄົນນີ້ໃຫ້ມາຢູ່ກັບເຮົາຈະດີກວ່າ. "ພວກເຈົ້າຢ້ານຫຼື?"ຊູຊົກຖາມກຸມານທັງສອງດ້ວຍນໍ້າສຽງທີ່ຫ່ວງໃຍ. "ພວກຂ້າພະເຈົ້າຕ້ອງເດີນທາງຮ່ວມກັບເຖົ້າປີສາດເຊັ່ນທ່ານຍ່ອມຕ້ອງຢ້ານເປັນທໍາມະດາ." "ບໍ່ຕ້ອງຢ້ານດອກ,ຂ້າພະເຈົ້າຈະພາທ່ານໄປຫາພະເຈົ້າສັນໄຊແຫ່ງເມືອງສີພີ,ເພື່ອວ່າພວກເຈົ້າຈະໄດ້ໄປອ້ອນວອນໃຫ້ພະເຈົ້າສັນໃຊມາເຮົາເອົາພໍ່ແລະແມ່ຂອງພວກເຈົ້າ." "ຖ້າຈະພາພວກຂ້າພະເຈົ້າໄປຫາພະເຈົ້າສັນໄຊແທ້ແລ້ວເປັນຫຍັງທ່ານຕ້ອງຕີຕ້ອງລາກພວກເຮົາມາດ້ວຍ." "ຂ້າພະເຈົ້າພຽງຕ້ອງການຢັ່ງເບິ່ງຄວາມເລິກຄວາມຕື້ນຂອງຈິດໃຈພະເວດສັນດອນເທົ່ານັ້ນດອກ,ຢ່າສົງໃສເລີຍ." "ຖ້າທ່ານບໍ່ແມ່ນຄົນຊົ່ວແລ້ວເປັນຫຍັງຈຶ່ງຕ້ອງມັດພວກເຮົາດ້ວຍ." "ນັ້ນເປັນເພາະຂ້າພະເຈົ້າຕ້ອງການຢັ່ງເບິ່ງຄວາມເລິກຕື້ນຂອງຈິດໃຈພະເວດເທົ່ານັ້ນດອກ,ຕອນນີ້ລັບຕາພະເວດແລ້ວໃຫ້ຟ້າວມາຫາຂ້າພະເຈົ້າກ່ອນເຖີດດຽວຂ້າພະເຈົ້າຈະແກ້ໃຫ້." ວ່າແລ້ວຊູຊົກກໍ່ແກ້ມັດໃຫ້ກຸມານທັງສອງ. "ນີ້ທ່ານພາມພວກຂ້າພະເຈົ້າຂໍກັບໄປລາແມ່ກ່ອນຈະໄດ້ຫຼືບໍ່?" "ບໍ່ໄດ້ເດັດຂາດ,ຖ້າແມ່ເຈົ້າບໍ່ຍອມປ່ອຍເຈົ້າກັບມາແລ້ວຈະໃຫ້ຂ້າພະເຈົ້າເອົາຜູ້ໃດໄປອ້ອນວອນພະເຈົ້າສັນໄຊລະ.ຖ້າຫາກພວກເຈົ້າຕ້ອງການຊ່ວຍເຫຼືອພໍ່ແມ່ຂອງພວກເຈົ້າແລ້ວຈະຕ້ອງຕັ້ງໃຈເດີນທາງໄປເມືອງສີພີເທົ່ານັ້ນ." ກຸມານທັງສອງໝົດຄວາມສົງໄສຕໍ່ພາມຊູຊົກຈົນໝົດສິ້ນ,ແລ້ວກໍ່ກາຍເປັນຜູ້ວ່ານອນສອນງ່າຍຂຶ້ນມາທັນທີ.ຝ່າຍຊູຊົກເມື່ອເຫັນວ່າເດັກທັງສອງເກີດເຊື່ອໝັ້ນຕົວເອງແລ້ວກໍ່ທໍາທ່າເຮັດເປັນຫ່ວງເປັນໃຍເດັກທັງສອງດັ່ງພວກເຂົາເປັນລູກຂອງຕົນກໍ່ບໍ່ປານ.ພວກເຂົາເດີນທາງແບບບໍ່ຟ້າວຝັ່ງ,ເມື່ອຍກໍ່ພັກ,ຄໍ່າກໍ່ນອນ.ຈົນວັນທີສີ່ພວກເຂົາທັງສາມກໍ່ໄດ້ມາພົບກັບນາຍພານເຈດຕະບຸດ. ນາຍພານເຈດຕະບຸດເຫັນກຸມານທັງສອງກໍ່ຮູ້ທັນທີວ່າພາມຊູຊົກນີ້ຄົງຈະຕ້ອງໄປຂໍເອົາມາເປັນທາສາແລະທາສີຢ່າງແນ່ນອນບໍ່ຕ້ອງສົງໄສຈຶ່ງໄດ້ຖືດາບຍ່າງເຂົ້າຫາຫວັງຈະຟັນຄໍພາມເຖົ້າໃຫ້ຂາດຕົກໄປເສຍ. ພາມເຖົ້າເຫັນເຊັ່ນນັ້ນຈຶ່ງຟ້າວເອີ່ຍຂຶ້ນມາວ່າ: "ດູກ່ອນເຈດຕະບຸດພານ,ເດັກທັງສອງນີ້ຈະຕິດຕາມເຮົາກັບເມືອງສີພີເພື່ອໄປອ້ອນວອນພະເຈົ້າສັນໄຊມາເຊີນພະເວດສັນດອນກັບບ້ານກັບເມືອງ.ຫາກທ່ານຂ້າຂ້າພະເຈົ້າເສຍແລ້ວສອງຄົນນີ້ຈະຕ້ອງເດີນທາງກັບໄປຫາພໍ່ກັບແມ່ຢ່າງແນ່ນອນແລ້ວພວກເຂົາກໍ່ຈະຕ້ອງທົນຢູ່ປ່າແທນການເສບສຸກຢູ່ໃນວັງ.ທ່ານພໍໃຈໃຫ້ເປັນເຊັ່ນນັ້ນຫຼື?" ຕໍ່ຄໍາກ່າວຂອງຊູຊົກເຮັດໃຫ້ພາມເຈດຕະບຸດໃຈເຢັນລົງ,ຈຶ່ງຫັນໄປຖາມກຸມານທັງສອງວ່າເປັນຄວາມຈິງຫຼື,ກຸມານທັງສອງກໍ່ຕອບວ່າເປັນຄວາມຈິງ,ຕະຫຼອດສີ່ວັນມານີ້ພາມເຖົ້າຜູ້ນີ້ເບິ່ງແຍງພວກເຂົາເປັນຢ່າງດີ. ພານເຈດຕະບຸດຮູ້ສຶກລະອາຍໃຈຈຶ່ງກ່າວອອກມາວ່າ: "ທ່ານພາມເຖົ້າຈົ່ງຍົກໂທດໃຫ້ຂ້າພະເຈົ້າດ້ວຍເຖີດ,ຂ້າພະເຈົ້າເກືອບຂ້າຄົນດີເສຍແລ້ວ,ຂ້າໃຫ້ພວກທ່ານຈົ່ງຮັບເອົາຊີ້ນແລະນໍ້າເຜີ້ງກັບຂ້າພະເຈົ້າຕິດຕົວໄວ້ເພື່ອເປັນສະບຽງໃນການເດີນທາງເຖີດ." ເວົ້າແລ້ວພານເຈດຕະບຸດກໍ່ໄດ້ເອົານໍ້າເຜິ້ງແລະຊີ້ນທີ່ປິ້ງສຸກແລ້ວມອບແກ່ຄົນທັງສາມ. ຄົນທັງສາມເດີນທາງດ້ວຍກັນມາເຖິງທາງສາມແຍກ,ແຍກໜຶ່ງເປັນທາງທີ່ພວກເຂົາເດີນທາງມາ,ແຍກໜຶ່ງເດີນທາງໄປທີ່ເມືອງສີພີ,ສ່ວນອີກແຍກໜຶ່ງເດີນທາງໄປທີ່ເມືອງກະລິງຄະລາດ.ທີ່ແຫ່ງນີ້ພາມເຖົ້າຊູຊົກຕ້ອງຄິດໜັກວ່າຈະຈັດການກັບກຸມານທັງສອງນີ້ຢ່າງໃດດີ.ຕະຫຼອດເວລາສິບກວ່າວັນທີ່ເດີນທາງມາດ້ວຍກັນນີ້ຊູຊົກກໍ່ເກີດມີຄວາມຮັກຄວາມເມດຕາແກ່ເດັກທັງສອງດັ່ງລູກ.ຖ້າຈະສົ່ງເດັກສອງຄົນນີ້ກັບບ້ານເມຍທີ່ເປັນທີ່ຮັກກໍ່ຈະໜີຈາກ,ຖ້າຈະເອົາເດັກສອງຄົນນີ້ໄປເປັນທາດຕົວເອງກໍ່ຮູ້ສຶກຮັກດັ່ງລູກ.ເມື່ອຄິດທົບທວນຢູ່ດົນນານຊູຊົກຈຶ່ງໄດ້ເອີ່ຍກັບກຸມານທັງສອງວ່າ: "ແຍກທາງຂວາມືນີ້ຈະພາພວກເຮົາໄປເມືອງສີພີ,ຄົງຈະໃຊ້ເວລາເດີນທາງອີກປະມານສອງຫາສາມວັນກໍ່ຄົງຈະເຖິງ." ຊາລີນັ້ນເປັນຜູ້ມີປັນຍາຈຶ່ງເອີ່ຍປາກຖາມຄືນໄປວ່າ: "ທ່ານບອກທາງແກ່ພວກເຮົາເຮັດຫຍັງ,ທ່ານຈະປ່ອຍໃຫ້ພວກເຮົາເດີນທາງກັນເອງຫຼື?" "ບໍ່ແມ່ນດອກລູກຮັກ,ຂ້າພະເຈົ້າຈະໄປສົ່ງເຈົ້າຈົນເຖິງມືພະເຈົ້າສັນໄຊຢ່າງແນ່ນອນ,ແຕ່ພໍ່ຂໍຮ້ອງເຈົ້າຈັກສອງຢ່າງຈະໄດ້ຫຼືບໍ່?" "ຢ່າວ່າແຕ່ສອງຢ່າງເລີຍຖ້າຫາກຂ້າພະເຈົ້າສາມາດຊ່ວຍໄດ້ສິບຢ່າງຂ້າພະເຈົ້າກໍ່ຈະຊ່ວຍ." "ຕັ້ງໃຈຟັງໃຫ້ດີ,ຂໍ້ໜຶ່ງນັ້ນເຈົ້າຈົ່ງຢ່າໃຫ້ເກີດໂທດແກ່ຂ້າພະເຈົ້າເລີຍບໍ່ວ່າຈະເປັນໂທດໜັກຫຼືໂທດເບົາ,ຂໍ້ສອງນັ້ນເຈົ້າຈົ່ງມອບນາງທາສີແກ່ຂ້າພະເຈົ້າຜູ້ໜຶ່ງ,ຂ້າພະເຈົ້າຈະເອົາໄປມອບແກ່ນາງພາມມະນີຜູ້ເປັນເມຍ.ສອງຂໍ້ນີ້ເຈົ້າຊ່ວຍໄດ້ຫຼືບໍ່?" "ຂ້າພະເຈົ້າຍ່ອມຊ່ວຍໄດ້." "ເອົາລະ,ພວກເຮົາອອກເດີນທາງກັນເທາະ." ວ່າແລ້ວພວກເຂົາກໍ່ອອກເດີນທາງດ້ວຍກັນຈົນໄປເຖິງເມືອງສີພີ.ເມື່ອເຖິງເມືອງແລ້ວຊູຊົກກໍ່ໄດ້ພາເດັກທັງສອງໄປແຈ້ງແກ່ເຈົ້າພະນັກງານ,ເມື່ອຊາບຄວາມແລ້ວເຈົ້າພະນັກງານກໍ່ໄດ້ເຊີນຄົນທັງສາມໄປນັ່ງຖ້າໃນທີ່ອົນສົມຄວນແລ້ວກໍ່ໄປລາຍງານຂໍ້ຄວາມແກ່ພະເຈົ້າສັນໄຊໃນທັນທີ. ພະເຈົ້າສັນໄຊເມື່ອໄດ້ຮັບຊາບວ່າຫຼານທັງສອງຂອງຕົນໄດ້ເດີນທາງມາຫາຕົນເຖິງທີ່ເຊັ່ນນີ້ກໍ່ເກີດຄວາມປຶ້ມປິຕິຍິ່ງ,ຟ້າວໄປຫາໂດຍທັນທີ,ຍ່າງໄປນໍາແລ່ນໄປນໍາຈົນເຖິງທີ່. ຫຼານທັງສອງເມື່ອເຫັນພະເຈົ້າສັນໄຊກໍ່ແລ່ນໄປກອດດັ່ງທີ່ເຄີຍເປັນແລ້ວກໍ່ລາຍງານເຫດການແລະເລື່ອງລາວຕ່າງໆຕອນໄປຢູ່ປ່າໃຫ້ແກ່ພະເຈົ້າສັນໄຊຟັງ,ພ້ອມກັບກ່າວເຖິງຄວາມດີຂອງພາມເຖົ້າຊູຊົກທີ່ໃຫ້ການຊ່ວຍເຫຼືອພວກເຂົາຕະຫຼອດການເດີນທາງໂດຍບໍ່ໄດ້ກ່າວໂທດພາມຊູຊົກເລີຍແມ້ແຕ່ຢ່າງດຽວ. ພະເຈົ້າສັນໄຊພໍໃຈຫຼາຍຈຶ່ງຕອບແທນຊູຊົກເປັນອັນມາກ,ທັງຊັບ,ສິງຂອງແລ້ວທາສາທາສີຢ່າງຫຼວງຫຼາຍ,ພ້ອມກັບແຕ່ງຕັ້ງໃຫ້ເປັນມະຫາເສດຖີປະຈໍາເມືອງມີທີ່ນາໃຫ້ຄົນເຊົ່າເປັນອັນມາກ. ພາມເຖົ້າຊູຊົກເມື່ອໄດ້ເສບສຸກແລ້ວກໍ່ຄິດເຖິງອະມິດຕະຕາເມຍຮັກ,ຈຶ່ງໄດ້ສັ່ງໃຫ້ທາສາຜູ້ໜຶ່ງໄປເຊີນອາມິດຕະຕາພ້ອມກັບພໍ່ແລະແມ່ຂອງລາວໃຫ້ມາອາໃສທີ່ເມືອງສີພີດ້ວຍກັນ.ເມື່ອຊູຊົກລໍ້າລວຍແລ້ວກໍ່ບໍ່ຈໍາເປັນຕ້ອງກິນອົດໆຢາກໆອີກຕໍ່ໄປ,ລາວສັ່ງນາງທາສີໃນບ້ານປຸງອາຫານມາໃຫ້ຕົວເອງກິນຈົນອີ່ມເຕັມທີ່.ບຸນມີແຕ່ກໍາບັງ,ກະເພາະຂອງຊູຊົກນັ້ນເຄີຍກິນອົດໆຢາກໆ,ພໍມາກິນອີ່ມໝີພີມັນແບບນີ້ມັນກໍ່ເກີດເປັນໂລກອາຫານບໍ່ຍ່ອຍ,ເຮັດໃຫ້ຊູຊົກຕ້ອງເຈັບທ້ອງຈົນຕາຍໃນຄືນນັ້ນເອງ. ຝ່າຍກະສັດເຫັນວ່າຊູຊົກຕາຍແລ້ວກໍ່ປະກາດຫາຍາດພີ່ນ້ອງເພື່ອຈະໄດ້ມາຮັບຊັບສືບທອດສັບສິນ.ປະມານວັນຖ້ວນເຈັດກໍ່ມີຍິງຊາວບ້ານຄົນໜຶ່ງມາອ້າງຕົວວ່າເປັນເມຍຂອງຊູຊົກທ່ານຈຶ່ງໄດ້ສັ່ງໃຫ້ເຈົ້າພະນັກງານສືບສວນເບິ່ງວ່າຈິງຫຼືເທັດຈົນຮູ້ວ່ານາງຜູ້ນັ້ນເປັນເມຍຂອງຊູຊົກຈິງຊື່ວ່ານາງອະມິດຕະຕາ,ນາງຜູ້ນີ້ເປັນຜູ້ບໍາລຸງຜົວໂດຍດີໂດຍຊອບມາໂດຍຕະຫຼອດ,ສົມຄວນແລ້ວທີ່ນາງຈະໄດ້ຄອງສົມບັດຂອງຊູຊົກ.ພະລາຊາເລີຍແຕ່ງຕັ້ງໃຫ້ນາງອະມິດຕະຕາເປັນເສດຖີນີໃນເມືອງນັ້ນ,ແລະຄອບຄອງຊັບສົມບັດຂອງຊູຊົກໝົດທຸກຢ່າງ. ອະມິດຕະຕາພໍໄດ້ດິບໄດ້ດີແລ້ວກໍ່ນຶກເຖິງຊູຊົກຂຶ້ນມາທັນທີ,ແມ້ວ່າລາວຈະເປັນຄົນອັບປະລັກພຽງໃດແຕ່ກໍ່ຂຶ້ນຊື່ວ່າເປັນຜົວຂອງນາງ,ແລະທີ່ສໍາຄັນກວ່ານັ້ນຊູຊົກຮັກນາງຍິ່ງກວ່າສິ່ງໃດ,ນາງຈຶ່ງໄດ້ຕອບແທນຄວາມຮັກຂອງຊູຊົກດ້ວຍການຄອງໂສດຈົນວັນຕາຍ.

ກ່າວເຖິງພະເຈົ້າສັນໄຊພໍເຫັນໜ້າຫຼານແລ້ວກໍ່ຄິດຮອດລູກ,ຈຶ່ງໄດ້ປະກາດກັບໄພ່ຟ້າອອກໄປວ່າ: "ຕອນນີ້ຊ້າງປັດໄຈນາເຄນກໍ່ກັບເຂົ້າສູ່ວັງສູ່ຫໍແລ້ວ,ຍັງຂາດແຕ່ກັດສັດຜູ້ເປັນຄູ່ບາລະມີກັບຊ້າງນີ້ເທົ່ານັ້ນທີ່ຍັງອາໄສຢູ່ໃນປ່າ.ຂ້າພະເຈົ້າພະເຈົ້າສັນໄຊມີເຈດຕະນາຢາກໄປເຊີນພະເວດສັນດອນແລະນາງມັດທີເຂົ້າວັງເພື່ອສະເຫວີຍລາດດັ່ງເດີມ.ປະຊາຊົນຈະເຫັນວ່າແນວໃດ." ບໍ່ມີປະຊາຊົນຄົນໃດເອີ່ຍປາກຂັດຂ້ອງເລີຍແມ້ແຕ່ຄົນດຽວທັນໃດນັ້ນເອງໄດ້ມີສຽງໜຶ່ງຮ້ອງຂຶ້ນ "ເອົາພະເວດສັນດອນແລະນາງມັດທີກັບມາ" ສຽງຮ້ອງດັ່ງກ່າວຄ່ອຍໆດັງກ້ອງຂຶ້ນຈາກໜຶ່ງເປັນສອງຈາກສອງເປັນສີ່ຈາກສີ່ເປັນແປດ,ຈົນໃນທີ່ສຸດທຸກຄົນໃນນະຄອນກໍ່ຮ້ອງເຊັ່ນດຽວກັນສ້າງຄວາມພໍໃຈແກ່ພະເຈົ້າສັນໄຊເປັນຢ່າງຍິ່ງ. ໃນວັນຕໍ່ມາພະເຈົ້າສັນໄຊໄດ້ຈັດຂະບວນມ້າເພື່ອໄປຮັບເອົາພະເວດສັນດອນມາຈາກເຂົາວົງກົດ.ພະອິນເຫັນວ່າເປັນໂອກາດເໝາະທີ່ພະເວດສັນດອນຈະໄດ້ເຂົ້າວັງແລ້ວຈຶ່ງໄດ້ຫຍໍ້ແຜ່ນດິນໃຫ້ເຮັດໃຫ້ກອງມ້າດັ່ງກ່າວນັ້ນເດີນທາງໄປກັບໄດ້ພາຍໃນວັນດຽວ. ຂ່າວພະເວດສັນດອນແລະນາງມັດທີມາເຖິງນະຄອນແລ້ວອື້ອຶງໄປທົ່ວ,ພະຊາຊົນອອກມາຕ້ອນຮັບເປັນອັນມາກ,ພະເຈົ້າສັນໄຊ,ນາງຜຸດສະດີ,ຊາລີແລະກັນຫາກໍ່ອອກມາຕ້ອນຮັບດ້ວຍ.ໃນຂະນະທີ່ບ້ານເມືອງກໍາລັງຢູ່ໃນພາວະປຶ້ມປິຕິເຊັ່ນນີ້ກໍ່ເກີດຝົນຫ່າໃຫຍ່ຂຶ້ນ,ຝົນນີ້ປະຫຼາດຍິ່ງໜັກ,ແມ້ໃຜຕ້ອງການປຽກຈຶ່ງຈະປຽກ,ຫາກແມ້ບໍ່ຕ້ອງການຈະປຽກຝົນກໍ່ຈະໄຫຼຜ່ານດັ່ງນໍ້າໄຫຼຢູ່ເທິງໃບບອນ.ນໍ້າຝົນນີ້ກໍ່ມີສີເງິນສາມາດຊ່ວຍຊໍາລະຄວາມເປື້ອນໄດ້ເປັນຢ່າງດີບໍ່ວ່າຜູ້ນັ້ນຈະປຽກຫຼືບໍ່ກໍ່ຕາມ. ໃນທີ່ສຸດພະເວດສັນດອນກໍ່ກັບມາຄອງລາດແລະເຮັດບຸນເຮັດທານຈົນເທົ້າທ່ານໄດ້ຕາຍໄປໃນທີ່ສຸດ.