ບິກແບງ

ຈາກ ວິກິພີເດຍ

ບິກແບງ (ອັງກິດ: Big Bang, "ການລະເບີດຄັ້ງໃຫຍ່") ແມ່ນແບບຈຳລອງຂອງການກຳເໜີດແລະວິວັດທະນາການຂອງເອກະພົບໃນຈັກກະວານວິທະຍາເຊິ່ງໄດ້ຮັບການສະໜັບສະໜູນຈາກຫຼັກຖານທາງວິທະຍາສາດແລະຈາກການສັງເກດການທີ່ແຕກຕ່າງກັນຈຳນວນຫຼາຍ. ນັກວິທະຍາສາດໂດຍທົ່ວໄປໃຊ້ຄຳນີ້ກ່າວເຖິງແນວຄຶດການຂະຫຍາຍໂຕຂອງເອກະພົບຫຼັງຈາກສະພາວະທຳອິດທີ່ທັງຮ້ອນແລະໜາແໜ້ນຢ່າງຫຼາຍໃນຊ່ວງເວລາຈຳກັດໄລຍະນຶ່ງໃນອະດີດ ແລະຍັງຄືຊິດຳເນີນການຂະຫຍາຍໂຕຢູ່ຈົນຮອດໃນປັດຈຸບັນ.