ນິເວດວິທະຍາການເມືອງ (Political ecology)

ຈາກ ວິກິພີເດຍ
Jump to navigation Jump to search
A picture of rice fields: evidence of the interaction of culture, economics and the environment
ນິເວດວິທະຍາທາງດ້ານການເມືອງແມ່ນການສຶກສາກ່ຽວກັບການພົວພັນລະຫວ່າງ ເສດຖະກິດ, ການເມືອງ, ເຕັກໂນໂລຢີ, ປະເພນີສັງຄົມ ແລະ ສະພາບແວດລ້ອມດ້ານຊີວະພາບ. ທົ່ງນາທີ່ເປັນຊັ້ນໆເຫຼົ່ານີ້ ແມ່ນຢູ່ ຢູນນານ, ປະເທດຈີນ, ເຊິ່ງເປັນຫຼັກຖານທີ່ສະແດງເຖິງ ສະພາບແລດລ້ອມຕ່າງໆແມ່ນຖືກສ້າງ ແລະ ອອກແບບໂດຍ ເສດຖະກິດ ແລະ ສັງຄົມ.

ນິເວດວິທະຍາການເມືອງ ແມ່ນການສຶກສາກ່ຽວກັບການພົວພັນລະຫວ່າງປັດໃຈດ້ານການເມືອງ, ເສດຖະກິດ ແລະ ສັງຄົມຕໍ່ກັບ ບັນຫາດ້ານສິ່ງແວດລ້ອມ ແລະ ການປ່ຽນແປງ. ນິເວດວິທະຍາທາງດ້ານການເມືອງນີ້ ແຕກຕ່າງຈາກ ການສຶກສາດ້ານນິເວດວິທະຍາໂດຍທົ່ວໄປຄື ມັນມີຄວາມກ່ຽວຂ້ອງກັບການເມືອງ ຕໍ່ບັນຫາດ້ານສິ່ງແວດລ້ອມ ແລະ ປາກົດການຕ່າງໆ.

ວິຊານີ້ເປັນວິຊາທີ່ມີການສຶກສາຢ່າງກວ້າງຂວາງ, ປະສົມປະສານກັນລະຫວ່າງ ວິທະຍາສາດສັງຄົມນິເວດວິທະຍາ ແລະ ເສດຖະກິດທາງດ້ານການເມືອງ [໑] ໃນຫົວຂໍ້ຕ່າງໆເຊັ່ນ: ການທຳຮ້າຍແລະການກີດກັນທາງສັງຄົມ, ການຂັດແຍ່ງທາງດ້ານສິ່ງແວດລ້ອມ, ການອະນຸລັກແລະຄວບຄຸມ, ອົງກອນດ້ານສິ່ງແວດລ້ອມ ແລະ ການເຄື່ອນໄຫວຕ່າງໆທາງສັງຄົມ [໒]

ຕົ້ນກໍາເນີດ[ແກ້ໄຂ]

ຄໍາວ່າ "ນິເວດວິທະຍາທາງດ້ານການເມືອງ" ຖືກສ້າງຂື້ນໂດຍ ແຟຣງຄ໌ ທອນ (Frank Thone) ໃນບົດຄວາມທີ່ຈັດພິມຂຶ້ນໃນປີ 1935. [໓] ນັບຕັ້ງແຕ່ນັ້ນມາ, ມັນໄດ້ຖືກນໍາໃຊ້ຢ່າງກວ້າງຂວາງຢູ່ໃນຂົງເຂດ ພູມສັນຖານມະນຸດ ແລະ ລະບົບນິເວດຂອງມະນຸດ ແຕ່ບໍ່ມີຄວາມຫມາຍທີ່ເປັນລະບົບຄັກແນ່. ຕໍ່ມາ, ນັກມະນຸດວິທະຍາ ເອຣິກ ໂວລຟ໌( Eric R. Wolf) ໄດ້ເຮັດໃຫ້ຄຳນີ້ປາກົດຂຶ້ນມາອີກຄັ້ງຫນຶ່ງ ໃນປີ 1972, ໃນບົດຄວາມທີ່ມີຊື່ວ່າ " ສິດທິການເປັນເຈົ້າຂອງ (ນິຕິບຸກຄົນ) ແລະ ນິເວດວິທະຍາທາງດ້ານການເມືອງ " ສົນທະນາກ່ຽວກັບ ກົດລະບຽບທ້ອງຖິ່ນຂອງສິດທິການເປັນເຈົ້າຂອງ ແລະ ການສືບທອດມໍລະດົກ. "ເປັນສື່ກາງເຈລະຈາ ລະຫວ່າງຄວາມກົດດັນຈາກທາງສັງຄົມທີ່ໃຫຍ່ກວ່າ ແລະ ຄວາມຕ້ອງການຂອງລະບົບນິເວດທ້ອງຖິ່ນ ", ແຕ່ຫລັງຈາກນັ້ນກໍ່ບໍ່ໄດ້ພັດທະນາແນວຄິດນີ້ຕື່ມອີກ. [໔] ຕົ້ນກໍາເນີດອື່ນໆລວມເຖິງວຽກງານຊ່ວງທຳອິດຕ່າງໆຂອງ Eric R. Wolf, Hans Magnus Enzensberger, Susanna Hecht, ແລະອື່ນໆໃນຊຸມປີ 1970 ແລະ 1980.

ຕົ້ນກໍາເນີດຂອງຂະແຫນງຄວາມຮູ້ດັ່ງກ່າວ ໃນຊຸມປີ 1970 ແລະ 1980 ແມ່ນຜົນຈາກການພັດທະນາ ພູມສາດພັດທະນາ ແລະ ນິເວດວິທະຍາທາງດ້ານວັດທະນະທໍາ . [໕] ໂດຍສະເພາະແມ່ນວຽກງານຂອງ Piers Blaikie ກ່ຽວກັບຕົ້ນກໍາເນີດທາງດ້ານ sociopolitical (ສັງຄົມ ແລະ ການເມືອງ) ສຳລັບການເຊາະເຈື່ອນຂອງດິນ. [໖] ໃນປະຫວັດສາດ, ນິເວດວິທະຍາການເມືອງ ໄດ້ສຸມໃສ່ປະກົດການ ແລະ ຜົນກະທົບທີ່ມີຕໍ່ໂລກທີ່ກຳລັງພັດທະນານີ້; ນັບຕັ້ງແຕ່ການລິເລີ່ມຂອງຂະແໜງຄວາມຮູ້ດັ່ງກ່າວ, "ການຄົ້ນຄວ້າໄດ້ສະແດງໃຫ້ເຫັນເຖິງ ຂອບເຂດດ້ານການເມືອງທີ່ອ້ອມຮອບໄປດ້ວຍວັດຖຸ ແລະ ຄວາມຫຍຸ້ງຍາກຊັບຊ້ອນໃນສະພາບແວດລ້ອມຂອງໂລກທີສາມ(ປະເທດທີ່ກຳລັງພັດທະນາ)". [໗]

ນັກວິຊາການດ້ານນິເວດວິທະຍາການເມືອງ ໄດ້ສຶກສາລົງເລິກເຖິງວິຊາຕ່າງໆ,ເຊິ່ງລວມທັງພູມສາດ, ມະນຸດວິທະຍາ, ການສຶກສາການພັດທະນາ, ວິທະຍາສາດການເມືອງ ແລະ ສັງຄົມ, ພູຜາປ່າໄມ້ ແລະ ປະຫວັດສາດສິ່ງແວດລ້ອມ.

Petra Kelly ແມ່ນຫນຶ່ງໃນຜູ້ກໍ່ຕັ້ງຂອງ ຝ່າຍນິເວດວິທະຍາທາງດ້ານການເມືອງໃນປະເທດເຢຍລະມັນ ແລະ ເອີຣົບ .

ພາບລວມ[ແກ້ໄຂ]

ພາບລວມຂອງ ນິເວດວິທະຍາການເມືອງ ແລະ ວິຊາຄວາມຮູ້ຕ່າງໆທີ່ກ່ຽວຂ້ອງກັນນັ້ນ ແມ່ນເປັນໄດ້ຫຼາກຫຼາຍຄວາມໝາຍ ແລະ ຫຼາກຫຼາຍຄວາມເຂົ້າໃຈ. ຢ່າງໃດກໍຕາມ, ການສັນນິຖານໂດຍທົ່ວໄປຕ່າງໆຂອງຂະແໜງຄວາມຮູ້ນີ້ ແມ່ນມີຄວາມໝາຍທີ່ກ່ຽວຂ້ອງກັນ. ເຣມ້ອນ ໄບຣຢັນ( [./https://en.wikipedia.org/wiki/Raymond_L._Bryant Raymond L. Bryant] ) ແລະ ຊິເນດ ໄບເລ້ (Sinead Bailey) ໄດ້ພັດທະນາ 3 ຂໍ້ສັນນິຖານພື້ນຖານ ເຂົ້າໃນການປະຕິບັດຕົວຈິງຂອງນິເວດວິທະຍາການເມືອງຄື:

  • ໜຶ່ງຄື, ການປ່ຽນແປງຕ່າງໆຂອງສິ່ງແວດລ້ອມແມ່ນຈະບໍ່ກະທົບຕໍ່ສັງຄົມໃນແບບດຽວກັນ: ຄວາມແຕກຕ່າງຂອງການເມືອງ, ສັງຄົມ ແລະ ເສດຖະກິດແມ່ນມີຜົນແກ່ການກະຈາຍທີ່ບໍ່ສະໝຳ່ສະເໝີຂອງ ຄວາມເສຍຫາຍ ແລະ ຜົນປະໂຫຍດຕ່າງໆ.
  • ສອງຄື, ການປ່ຽນແປງຂອງສະພາບແວດລ້ອມທຳມະຊາດຕ່າງໆແມ່ນມີຜົນກະທົບຕໍ່ສະພາບທາງການເມືອງ ແລະ ເສດຖະກິດ.[໘]
  • ສາມຄື, ການແຈກຢາຍທີ່ບໍ່ເທົ່າທຽມກັນຂອງຄວາມຄວາມເສຍຫາຍ ແລະ ຜົນປະໂຫຍດຕ່າງໆ ພ້ອມດ້ວຍ ການສົ່ງເສີມ ຫຼື ການຫລຸດຜ່ອນ ຄວາມບໍ່ສະເຫມີພາບທີ່ມີຢູ່ກ່ອນຫນ້ານີ້ນັ້ນ ມີຜົນກະທົບຕໍ່ການເມືອງໃນແງ່ຂອງຄວາມສຳພັນເຊີງອຳນາດທີ່ປ່ຽນແປງໄປ.

ນອກຈາກນັ້ນ, ນິເວດວິທະຍາການເມືອງຍັງພະຍາຍາມສະແດງຄວາມຄິດເຫັນ ແລະ ທາງເລືອກຕ່າງໆ ໃນການພົວພັນຂອງສິ່ງແວດລ້ອມ ແລະ ປັດໃຈດ້ານການເມືອງ, ເສດຖະກິດແລະສັງຄົມ. ພອລ ຣອບບິ້ນສ໌ (Paul Robbins) ຢືນຢັນວ່າວິຊານີ້ມີ "ຄວາມເຂົ້າໃຈໃນທາງກົດເກນທີ່ດີກວ່າ, ມີຄວາມຕຶງຄຽດໜ້ອຍກວ່າ,ສະແຫວງຫາຜົນປະໂຫຍດໜ້ອຍກວ່າ ແລະ ມີວິຖີທາງທີ່ຍືນຍົງກວ່າ ສຳລັບການເຮັດສິ່ງຕ່າງໆ". [໙]

ຈາກສົມມຸດຕິຖານເຫຼົ່ານີ້, ນິເວດວິທະຍາທາງດ້ານການເມືອງສາມາດໃຊ້ເພື່ອ:

  • ແຈ້ງໃຫ້ຜູ້ນໍານະໂຍບາຍແລະອົງການຕ່າງໆກ່ຽວກັບຄວາມຫຍຸ້ງຍາກສັບສົນຂອງສິ່ງແວດລ້ອມ ແລະ ການພັດທະນາ, ໂດຍສະເພາະ ການປະກອບສ່ວນເຂົ້າໃນການຄຸ້ມຄອງສິ່ງແວດລ້ອມທີ່ດີຂຶ້ນ.
  • ເຂົ້າໃຈການຕັດສິນໃຈຕ່າງໆຂອງຊຸມຊົນ ກ່ຽວກັບສິ່ງແວດລ້ອມທໍາມະຊາດ ໃນສະພາບການທາງດ້ານການເມືອງ, ຄວາມກົດດັນທາງເສດຖະກິດ ແລະ ກົດລະບຽບຂອງສັງຄົມ.
  • ສຶກສາເບິ່ງເຖິງຄວາມສໍາພັນທີ່ບໍ່ເທົ່າທຽມກັນທ່າມກາງສັງຄົມຕ່າງໆ ທີ່ມີຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ, ໂດຍສະເພາະໃນນະໂຍບາຍຂອງລັດຖະບານ.

ຂອບເຂດ ແລະ ອິດທິພົນ[ແກ້ໄຂ]

ການເຄື່ອນໄຫວຂອງນິເວດວິທະຍາການເມືອງ ເຊິ່ງເປັນຂະແໜງການວິຊາຫນຶ່ງ ທີ່ກຳເນີດຂຶ້ນຕັ້ງແຕ່ ຊຸມປີ 1970 ໄດ້ເຮັດໃຫ້ຂອບເຂດ ແລະ ເປົ້າຫມາຍຕ່າງໆຂອງມັນເບິ່ງຊັບຊ້ອນ. ຜ່ານປະຫວັດສາດ ຫຼື ຄວາມເປັນມາຂອງວິຊາການດັ່ງກ່າວ, ອິດທິພົນບາງອິດທິພົນກໍໄດ້ມີການເຕີບໃຫຍ່ຂຶ້ນ ແລະ ບາງ ກໍມີອິດທິພົນໜ້ອຍ ຕໍ່ການກໍານົດຈຸດສຸມຂອງການສຶກສາ. ປີເຕີ້ ວອກເກີ້ ( Peter A. Walker ) ໄດ້ຮວບຮວມຄວາມສໍາຄັນຂອງວິທະຍາສາດນິເວດວິທະຍາ ເຂົ້າໃນ ນິເວດວິທະຍາການເມືອງ.[໑໐] ລາວໄດ້ຊີ້ໃຫ້ເຫັນເຖິງການປ່ຽນແປງສໍາລັບການວິພາກວິຈານຫຼາຍຢ່າງ ຈາກວິຖີ "ໂຄງສ້າງນິຍົມ (structuralist)" ໃນຊຸມປີ 1970 ແລະ 1980 ທີ່ນິເວດວິທະຍາ ໄດ້ຮັກສາບົດບາດທີ່ສໍາຄັນໃນຂະແໜງວິຊາດັ່ງກ່າວ ຕໍ່ວິຖີການ " ໂຄງສ້າງນິຍົມທີ່ມີການສືບຕໍ່ (poststructuralist) " ໂດຍເນັ້ນໃສ່ "ການເມືອງ" ໃນນິເວດວິທະຢາການເມືອງ[໑໑]. ການຫັນປ່ຽນນີ້ໄດ້ເຮັດໃຫ້ເກີດມີຫຼາກຫຼາຍຄຳຖາມຂຶ້ນມາ ກ່ຽວກັບຄວາມແຕກຕ່າງລະຫວ່າງ ການເມືອງທາງດ້ານສິ່ງແວດລ້ອມ ແລະ ຄຳຂອງຂະແໜງວິຊາການດັ່ງກ່າວ ທີ່ເອີ້ນວ່າ 'ນິເວດວິທະຍາ'. ການຄົ້ນຄວ້າທາງດ້ານນິເວດວິທະຍາການເມືອງ ໄດ້ປ່ຽນຈາກການສອບສວນອິດທິພົນທາງດ້ານການເມືອງຢູ່ເທິງໜ້າໂລກ ສູ່ການຫັນມາເນັ້ນໃສ່ອິດທິພົນທາງດ້ານນິເວດສາດ ແລະ ທາງດ້ານນິເວດວິທະຍາ ຕໍ່ກັບການເມືອງ ແລະ ອໍານາດ - ເຊິ່ງເປັນຂອບເຂດທີ່ຄຳນຶງເຖິງການເມືອງທາງດ້ານສິ່ງແວດລ້ອມ .

ສ່ວນຫຼາຍແມ່ນໄດ້ຖືກຊັກຈູງຈາກນິເວດວິທະຍາດ້ານວັດທະນະທຳ, ເປັນຮູບແບບການວິເຄາະທີ່ສະແດງໃຫ້ເຫັນວ່າ ວັດທະນະທຳນັ້ນແມ່ນໄດ້ຂຶ້ນກັບ ແລະ ໄດ້ຖືກຊັກຈູງແນວໃດ, ສະພາບການເນື້ອໃນຂອງສັງຄົມ (ນິເວດວິທະຍາການເມືອງໄດ້ກວມເອົາ ນິເວດວິທະຍາວັດທະນະທຳເກືອບທັງໝົດ ໃນຖານະເປັນຮູບແບບການວິເຄາະ, ອີງຕາມ ປີເຕີ້ ວອກເກີ້).[໑໒] ອີງຕາມຄຳກ່າວຂອງ ເປີເຕີ້ ວອກເກີ້ ໃນຂະນະທີ່ ທິດສະດີຂອງ ນິເວດວິທະຍາວັດທະນະທຳ ແລະ ລະບົບນັ້ນແມ່ນເນັ້ນໃສ່ການປັບຕົວ ແລະ ພາວະຄວາມສົມດຸນ, ແຕ່ ນິເວດວິທະຍາການເມືອງນັ້ນສຸມໃສ່ບາດບາດຂອງເສດຖະກິດການເມືອງ ໂດຍເປັນແຮງກຳລັງຫນຶ່ງໃນການປັບຕົວ ແລະ ຄວາມບໍ່ສະຖຽນລະພາບ. [໑໓]

ນັກນິເວດວິທະຍາການເມືອງ ມັກໃຊ້ຮູບແບບການເຮັດວຽກຂອງ ເສດຖະກິດທາງດ້ານການເມືອງ ເພື່ອວິເຄາະບັນຫາຕ່າງໆທາງດ້ານສິ່ງແວດລ້ອມ. ຕົວຢ່າງຕົ້ນໆທີ່ພົ້ນເດັ່ນໃນກໍລະນີນີ້ແມ່ນ: ຕົວຢ່າງບົດຄວາມ 'ເສດຖະກິດທາງດ້ານການເມືອງຂອງການເຊາະເຈື່ອນຂອງດິນໃນປະເທດທີ່ກຳລັງພັດທະນາ ໂດຍ Piers Blaikie' ໃນປີ 1985, ເຊິ່ງໄດ້ທຳການຕິດຕາມສືບສວນຂໍ້ມູນຂອງ ການເຊາະເຈື່ອນຂອງທີ່ດິນ ໃນອາຟຣິກາ ເພື່ອນະໂຍບາຍອານານິຄົມຂອງ ການຈັດສັນທີ່ດິນ, ແທນທີ່ຈະ ເປັນການຂູດຮີດ ໂດຍຊາວກະສິກອນໃນອາຟຣິກາ. ແລະ ຕົວຢ່າງບົດຄວາມ 'Silent Violence: ອາຫານ, ຄວາມອຶດຢາກ ແລະ ຊາວກະສິກອນ ໃນພາກເຫນືອຂອງໄນຈີເຣັຽ ໂດຍ Michael Watts ໃນປີ 1983' ເຊິ່ງໄດ້ທຳການສືບສວນຂໍ້ມູນກ່ຽວກັບຄວາມອຶດຢາກໃນພາກເຫນືອຂອງໄນຈີເຣຍໃນຊ່ວງຊຸມປີ 1970 ເພື່ອສົ່ງຜົນກະທົບຕໍ່ລະບອບອານານິຄົມ, ແທນທີ່ຈະເຮັດກ່ຽວກັບ ຜົນຮັບທີ່ຫຼີກລ້ຽງບໍ່ໄດ້ຂອງໄພແຫ້ງແລ້ງ ໃນ Sahel.

ຄວາມສໍາພັນຂອງ ມະນຸດວິທະຍາ ແລະ ພູມສາດ[ແກ້ໄຂ]

ໄດ້ກຳເນີດຂຶ້ນໃນລະຫວ່າງ ສະຕະວັດທີ 18 ແລະ 19 ເຊິ່ງມີນັກວິທະຍາສາດເຊັ່ນ: ອາດາມສະມິດ (Adam Smith), ກາກມາກ (Karl Marx), ແລະ ໂທມາສ໌ ມໍຕັສ (Thomas Malthus), ເສດຖະກິດທາງດ້ານການເມືອງ ໄດ້ພະຍາຍາມອະທິບາຍເຖິງການພົວພັນລະຫວ່າງ ຂະບວນການຜະລິດຂອງເສດຖະກິດ ແລະ ຂະບວນການທາງດ້ານການເມືອງ. [໑໔] [໑໕] ມັນຄ່ອນຂ້າງກ່ຽວຂ້ອງກັບຄໍາອະທິບາຍຂອງ ໂຄງສ້າງນິຍົມ(Structuralist) ຫຼາຍເກີນໄປ, ໂດຍສຸມໃສ່ບົດບາດຂອງການພົວພັນດ້ານເສດຖະກິດຂອງນິຕິບຸກຄົນ ໃນການຮັກສາລະບົບສັງຄົມ[໑໖]. ເອຣິກ ໂວຟ໌ (Eric Wolf) ໄດ້ນໍາໃຊ້ເສດຖະກິດທາງດ້ານການເມືອງເຂົ້າໃນຮູບແບບວຽກງານຂອງ ລະບອບມາກຊິດນິຍົມໃຫມ່(neo-Marxist ) ເຊິ່ງໄດ້ເລີ່ມຕົ້ນແກ້ໄຂພາລະບົດບາດຂອງວັດທະນະທໍາທ້ອງຖິ່ນ, ອັນເປັນສ່ວນຫນຶ່ງຂອງລະບົບທຶນນິຍົມຂອງໂລກ, ເຊິ່ງປະຕິເສດທີ່ຈະເຫັນວັດທະນະທໍາເຫຼົ່ານັ້ນເປັນ "ກຸ່ມທີ່ແຍກຕົວອອກຈາກສັງຄົມ"[໑໗]. ແຕ່ໄດ້ເນັ້ນໜັກໃສ່ເລື່ອງຜົນກະທົບຕໍ່ສິ່ງແວດລ້ອມໃນຂະບວນການທາງດ້ານການເມືອງແລະເສດຖະກິດ. [໑໕]

ໃນທາງກົງກັນຂ້າມ, ທິດສະດີຂອງລະບົບນິເວດວິທະຍາຂອງ Julian Steward ແລະ Roy Rappaport ແມ່ນບາງຄັ້ງກໍໍຂຶ້ນກັບ ການປ່ຽນແປງຂອງມະນຸດວິທະຍາໃນເຊີງຂອງ ກຸ່ມຫນ້າທີ່ນິຍົມ (Functionalist-oriented anthropology) ໃນຊຸມປີ 1950 & 1960 ແລະ ການລວມເອົານິເວດວິທະຍາ ແລະ ສິ່ງແວດລ້ອມເຂົ້າໃນການສຶກສາເລື່ອງເຜົ່າພັນວິທະຍາ (Ethnography).[໑໘]

ນັກພູມສາດ ແລະ ນັກມະນຸດວິທະຍາ ໄດ້ພັດທະນາຈຸດແຂງຂອງ ພູມສາດ ແລະ ມະນຸດວິທະຍາ ເພື່ອສ້າງພື້ນຖານໃຫ້ກັບ ນິເວດວິທະຍາການເມືອງ. [໑໙] [໒໐] [໒໑] [໒໒] [໒໓] ນິເວດວິທະຍາການເມືອງ ຫຼື PE (Political Ecology) ໄດ້ມຸ່ງເນັ້ນໃສ່ບັນຫາຂອງອຳນາດ, ຮັບຮູ້ຄວາມສໍາຄັນຂອງການອະທິບາຍເຖິງຜົນກະທົບດ້ານສິ່ງແວດລ້ອມໃນຂະບວນການທາງວັດທະນະທໍາຕ່າງໆ ໂດຍບໍ່ແຍກອອກຈາກສະພາບການທາງດ້ານການເມືອງແລະເສດຖະກິດ.

ການນໍາໃຊ້ນິເວດວິທະຍາທາງດ້ານການເມືອງເຂົ້າໃນວຽກງານຂອງ ນັກມະນຸດວິທະຍາ ແລະ ນັກພູມສາດນັ້ນແຕກຕ່າງກັນ. ໃນຂະນະທີ່ວິທີການອື່ນໆແມ່ນຈະຄຳນຶງເຖິງຄວາມສຳຄັນຂອງທັງເສດຖະກິດການເມືອງ ແລະອສິ່ງແວດລ້ອມ, ແຕ່ການເນັ້ນໜັກອາດບໍ່ເທົ່າທຽມກັນ. ບາງນັກວິທະຍາສາດ ເຊັ່ນ: ນັດພູມສາດ ໄມເຄີ້ນ ວັດສ໌ (geographer Michael Watts) , ໄດ້ສຸມໃສ່ເຖິງ ການອ້າງສິດໃນອຳນາດ ໄດ້ສົ່ງຜົນກະທົບຕໍ່ການເຂົ້າເຖິງຊັບພະຍາກອນສິ່ງແວດລ້ອມແນວໃດ. ວິທີການຂອງລາວມັກຈະສະແດງໃຫ້ເຫັນເຖິງຄວາມອັນຕະລາຍຕໍ່ສິ່ງແວດລ້ອມ ທີ່ລວມເຖິງສາເຫດແລະຜົນກະທົບຂອງ " ການຖືກແບ່ງແຍກຈາກສັງຄົມ ". [໒໔]

ນິເວດວິທະຍາການເມືອງ ມີທັງຈຸດແຂງແລະຈຸດອ່ອນ. ໃນຈຸດສຳຄັນຂອງມັນ, ໄດ້ຕີກອບເນື້ອໃນຄວາມໝາຍຂອງການເມືອງແລະນິເວດວິທະຍາກ່ຽວກັບພຶດຕິກໍາຂອງມະນຸດ. ແຕ່ວ່າ ວອກເກີ້ (Walker) [໒໕] ໄດ້ຊີ້ໃຫ້ເຫັນວ່າ ມັນບໍ່ສາມາດນຳສະເໜີ "ການບັນລະຍາຍທີ່ຫນ້າສົນໃຈ ແລະ ປະທັບໃຈ" ໃຫ້ກັບ "ບົດຄວາມການບັນລະຍາຍທີ່ເກີນຄວາມເປັນຈິງທີ່ມີອິດທິພົນ ແລະ ມີຊື່ສຽງຢ່າງກວ້າງຂວາງ ແຕ່ພັດມີຂໍ້ບົກພ່ອງ ແລະ ບໍ່ມີຄວາມຮູ້ສຶກຜິດໃດໆຂອງ ຄະຕິນິຍົມມັນທູຊຽນໃຫມ່ ເຊັ່ນ: Robert Kaplan 's (1994) 'ລະບອບການປົກຄອງແບບອະທິປະໄຕທີ່ກຳລັງຈະເກີດຂຶ້ນ' ແລະ Jared Diamond 's (2005) 'ການລົ້ມລະລາຍ' (385) . ໃນທີ່ສຸດ, ການນໍາໃຊ້ນິເວດວິທະຍາການເມືອງໃນການຕັດສິນໃຈຕ່າງໆຕໍ່ນະໂຍບາຍ, ໂດຍສະເພາະໃນສະຫະລັດອາເມລິກາ ແລະ ເອີຣົບຕາເວັນຕົກນັ້ນ ຈະຍັງຄົງມີບັນຫາຢູ່ ດັ່ງທີ່ຍັງຄົງມີການຕໍ່ຕ້ານກັບທິດສະດີ ມາກຊິດ (Marxist) ແລະ ທິດສະດີມາກຊິດໃໝ່ (Neo-Marxist). [໒໖]

ແອນດຣິວ ເວດ້າ (Andrew Vayda) ແລະ ບຼັດເລ້ ວໍເຕີ້ສ໌ (Bradley Walters) (ໃນປີ 1999) ໄດ້ວິພາກວິຈານເຖິງ ນັກນິເວດວິທະຍາການເມືອງສໍາລັບການຄາດຄະເນເຖິງ "ຄວາມສໍາຄັນ ... ບາງປະເພດຂອງປັດໃຈທາງການເມືອງໃນການອະທິບາຍການປ່ຽນແປງຂອງສິ່ງແວດລ້ອມ" (167). ການຕອບສະຫນອງຂອງ ເວດ້າ ແລະ ວໍເຕີ້ ຕໍ່ກັບວິຖີການຕ່າງໆ ທາງດ້ານການເມືອງ ໃນດ້ານນິເວດວິທະຍາການເມືອງ ແມ່ນເພື່ອຊຸກຍູ້ສິ່ງທີ່ພວກເຂົານັ້ນເອີ້ນວ່າ "ນິເວດວິທະຍາ", [໒໗] ສຸມໃສ່ການຕອບສະຫນອງຂອງມະນຸດກ່ຽວກັບເຫດການສິ່ງແວດລ້ອມຕ່າງໆ ໂດຍປາສະຈາກການຄາດເດົາຜົນກະທົບຕໍ່ດ້ານຂະບວນການທາງການເມືອງຕໍ່ເຫດການສິ່ງແວດລ້ອມຕ່າງໆ. ການວິພາກວິຈານດັ່ງກ່າວຍັງບໍ່ທັນໄດ້ຖືກປະຕິບັດຢ່າງກວ້າງຂວາງ.

ຄວາມສໍາພັນຂອງການອະນຸລັກ[ແກ້ໄຂ]

ມີຫຼາກຫຼາຍແນວຄິດຕ່າງໆ ລະຫວ່າງ ວິທະຍາສາດການອະນຸລັກ ແລະ ນິເວດວິທະຍາການເມືອງ. ນັກອະນຸລັກວິທະຍາໄດ້ສ້າງຕັ້ງ ເຂດປ່າສະຫງວນຂຶ້ນ ເພື່ອຮັກສາ ຄວາມຫຼາກຫຼາຍຂອງຊີວະນາໆພັນ, "ນັກວິທະຍາສາດດ້ານນິເວດວິທະຍາການເມືອງ ໄດ້ເອົາໃຈໃສ່ໃນການສຶກສາເຂດປ່າສະຫງວນ, ເຊິ່ງບໍ່ເປັນທີ່ຫນ້າແປກໃຈ ເນື່ອງຈາກຄວາມສົນໃຈໂດຍລວມຂອງນິເວດວິທະຍາການເມືອງແມ່ນກ່ຽວກັບຮູບແບບຕ່າງໆຂອງການເຂົ້າເຖິງ ແລະ ຄວບຄຸມຊັບພະຍາກອນທຳມະຊາດ". [໒໘] ການຂັດແຍ່ງຕ່າງໆ ຕໍ່ການສະຫງວນທີ່ດິນເພື່ອການອະນຸລັກແມ່ນວ່າ ມັນເປັນອັນຕະລາຍຕໍ່ປະຊາຊົນທ້ອງຖິ່ນ ແລະ ລະບົບການດໍາລົງຊີວິດຂອງພວກເຂົາ, ໂດຍການຫ້າມໃຫ້ພວກເຂົານັ້ນເຂົ້າໄປຫຍຸ້ງກ່ຽວກັບບໍລິເວນທີ່ຖືກສະຫງວນຕ່າງໆ. ອີງຕາມຄຳກ່າວຂອງ ດັອຟ (Dove) ແລະ ຄາເພນເຕີ້ ( Carpenter): "ຊາວບ້ານ ຫຼື ປະຊາຊົນທ້ອງຖິ່ນ ແມ່ນມີຄວາມຮູ້ກ່ຽວກັບສິ່ງແວດລ້ອມທີ່ຈຳເປັນ ອັນສາມາດປະກອບສ່ວນເຂົ້າໃນການອະນຸລັກໄດ້". [໒໙] ຈຸດປະສົງຂອງນັກນິເວດວິທະຍາການເມືອງຄື ກົດລະບຽບການນໍາໃຊ້ທີ່ດິນແມ່ນຖືກວາງໂດຍ NGOs (Non-government organizations) ແລະ ລັດຖະບານ, ປະຕິເສດການເຂົ້າເຖິງ, ປະຕິເສດການອະນຸລັກເຂດປ່າສະຫງວນ ແລະ ສັດພັນນາໆຊະນິດໂດຍປະຊາຊົນທ້ອງຖິ່ນເອງ. ແລະ ເຮັດໃຫ້ມີຄວາມສ່ຽງ ຫຼື ຂໍ້ຄວນລະວັງຂອງການລ່າຫຼາຍຂຶ້ນ .

ໃນບາງກໍລະນີ, ອາດເປັນໄປໄດ້,ໂດຍສະເພາະ ຊຸມຊົນທ້ອງຖິ່ນທີ່ໜ້າເຫັນໃຈຕ່າງໆໄດ້ຖືກເຄື່ອນຍ້າຍອອກໄປ ເພື່ອການສ້າງສວນສາທາລະນະຕ່າງໆ ແລະ ເພື່ອເປັນການອະນຸລັກເຂດປ່າໄມ້ນັ້ນ. ແຕ່ໂຊກດີທີ່ປະຈຸບັນຫລາກຫລາຍກົດລະບຽບຂອງການອະນຸລັກ ໄດ້ຄຳນຶງເຖິງບັນຫາທີ່ໄດ້ກ່າວມາກ່ອນໜ້ານີ້, ຖ້າຊຸມຊົນນັ້ນໆໄດ້ສືບທອດການບໍລິຫານການນຳໃຊ້ປ່າໄມ້ແຫ່ງນັ້ນເປັນເວລາຫລາຍພັນປີມາແລ້ວ, ການລະເວັ້ນເຂດດັ່ງກ່າວແມ່ນຈະເໝາະສົມກວ່າ. (Sutton 2004: 302)

ນັກນິເວດວິທະຍາການເມືອງ[ແກ້ໄຂ]

ບາງນັກວິຊາການທີ່ມີຊື່ສຽງປະຈຸບັນປະກອບມີ:

ບົດຄວາມຕ່າງໆທີ່ກ່ຽວຂ້ອງ[ແກ້ໄຂ]

ບົດຄວາມວິຊາການຕ່າງໆ ທີ່ສໍາຄັນຕໍ່ກັບການພັດທະນາ (ແລະການວິພາກວິຈານ) ຂອງຂະແໜງວິຊານີ້ປະກອບມີ:

ເບິ່ງເພີ່ມຕື່ມ[ແກ້ໄຂ]

ອ້າງອິງ[ແກ້ໄຂ]

ຫມາຍເຫດ[ແກ້ໄຂ]

  1. Peet and Watts, 1996, p.6.
  2. Robbins, 2012
  3. "Nature Rambling: We Fight for Grass," The Science Newsletter 27, 717, Jan. 5:14.
  4. Wolf, 1972, p202
  5. Bryant, 1998, p80.
  6. Piers Blaikie, 1985
  7. Bryant, 1998, p89.
  8. Paul Robbins, 2012.
  9. Walker, 2005, p74
  10. Walker, 2005, p74-75
  11. Ritzer, 2008: 28
  12. Perry, 2003: 123.
  13. Walker, 2005, p74-75
  14. Wolf, 1997: 7-9.
  15. ໑໕.໐ ໑໕.໑ Wolf, 1997: 13
  16. Perry, 2003: 154-157.
  17. Wolf, 1972
  18. Watts, 1983
  19. Blaikie, 1985
  20. Hecht & Cockburn, 1990
  21. Peluso, 1992
  22. Greenberg & Park, 1994
  23. Hershkovitz, 1993
  24. Paulson, 2003: 205
  25. Walker, 2006
  26. Walker, 2006: 388-389
  27. Vayda & Walters, 1999: 169
  28. Hanna, et al, 2004: 203.
  29. Dove & Carpenter, 2008: 4

ບັນນານຸກົມ[ແກ້ໄຂ]

  • Blaikie, P, and Brookfield, H Degradation and Society Land Methuen: 1987
  • Blaikie, Piers 1985 ເສດຖະກິດທາງດ້ານການເມືອງຂອງການເຊາະເຈື່ອນທີ່ດິນໃນປະເທດທີ່ກໍາລັງພັດທະນາ . ລອນດອນ New York: Longman
  • Bryant, Raymond L 1998 ສິດອຳນາດ, ຄວາມຮູ້ແລະ ນິເວດວິທະຍາການເມືອງໃນໂລກທີສາມ(ປະເທດທີ່ກຳລັງພັດທະນາ): ການທົບທວນຄືນ, ຄວາມຄືບຫນ້າໃນພູມສາດທາງດ້ານຮ່າງກາຍ 22 (1): 79-94.
  • Bryant, R. (ed.) 2015. ປື້ມຄູ່ມືສາກົນຂອງນິເວດວິທະຍາທາງການເມືອງ . Edward Elgar
  • Bryant, Raymond L ແລະ Sinead Bailey. 1997 ຊີວະວິທະຍາທາງດ້ານການເມືອງຂອງໂລກທີສາມ . Routledge.
  • Dove, Michael R, ແລະ Carol Carpenter, eds. 2008 Anthropology ສິ່ງແວດລ້ອມ: ນັກປະຫວັດສາດປະຫວັດສາດ . MA: Blackwell
  • Escobar, Arturo 1996 "ການກໍ່ສ້າງຂອງທໍາມະຊາດ: ອົງປະກອບສໍາລັບນິເວດວິທະຍາທາງດ້ານການເມືອງທາງດ້ານໂຄງສ້າງ". Futures 28 (4): 325-343
  • Gar, Josep A 2000 ນິເວດວິທະຍາການເມືອງກ່ຽວກັບຊີວະນາໆພັນ: ການອະນຸລັກຊີວະນາໆພັນແລະການພັດທະນາຊົນນະບົດສຳລັບຊາວທ້ອງຖິ່ນ ແລະ ຊາວກະສິກອນ. D.Hil. ປະລິນຍາຕີ, ມະຫາວິທະຍາໄລ Oxford. ຫ້ອງສະຫມຸດອັງກິດ 011720099 (DSC D213318).
  • Gar, Josep A 2000 La ecologa poltica de la biodiversidad EcologaPottica 20: 15-24
  • Greenberg, James B ແລະ Thomas K. Park. 1994 ນິເວດວິທະຍາທາງດ້ານການເມືອງ, ວາລະສານວິທະຍາສາດທາງດ້ານການເມືອງ 1: 1-12.
  • Hecht, Susanna & Alexander Cockburn. 1990 [ສະບັບປັບປຸງ 2010]. ຄວາມຫມາຍຂອງປ່າ: ຜູ້ພັດທະນາ, ຜູ້ທໍາລາຍແລະຜູ້ຖືກປົກປ້ອງຂອງ Amazon. University of Chicago Press
  • Hershkovitz, Linda 1993 ນິເວດວິທະຍາທາງດ້ານການເມືອງແລະການຄຸ້ມຄອງສິ່ງແວດລ້ອມໃນເຂດພູພຽງລໍາພັງ, ປະເທດຈີນ, ລະບົບນິເວດມະນຸດ 21 (4): 327-353.
  • Martinez-Alier, Joan. 2002 ດ້ານສິ່ງແວດລ້ອມຂອງຜູ້ທຸກຍາກ: ການສຶກສາກ່ຽວກັບການຂັດແຍ້ງດ້ານສິ່ງແວດລ້ອມແລະການປະເມີນມູນຄ່າ . Edward Elgar
  • Paulson, Susan, Lisa L. Gezon, ແລະ Michael Watts. 2003 ການຄົ້ນຫາທາງດ້ານການເມືອງໃນນິເວດສາດທາງການເມືອງ: ການນໍາສະເຫນີ, ອົງການຈັດຕັ້ງມະນຸດ 62 (3): 205-217.
  • Peet, Richard ແລະ Michael Watts. 1993 ການນໍາສະເຫນີ: ທິດສະດີການພັດທະນາແລະສິ່ງແວດລ້ອມໃນອາຍຸການຕະຫຼາດ Triumphalism, Geography Economic 68 (3): 227-253.
  • Peet, Richard, Paul Robbins, ແລະ Michael Watts. (eds) 2011 Global Ecology ທາງດ້ານການເມືອງ . Routledge.
  • Peet, Richard ແລະ Michael Watts. eds 1996 ລະບົບນິເວດການປະຕິເສດ: ສິ່ງແວດລ້ອມ, ການພັດທະນາ, ການເຄື່ອນໄຫວທາງສັງຄົມ . Routledge.
  • Peluso, Nancy Lee 1992 ປ່າອຸດົມສົມບູນ, ຜູ້ທຸກຍາກ: ການຄວບຄຸມຊັບພະຍາກອນແລະການຕໍ່ຕ້ານໃນ Java . University of California Press
  • Peluso Nancy Lee & Michael Watts (eds.). 2001 Violent Environments . Cornell University Press
  • Perreault, T., G. Bridge ແລະ J. McCarthy (eds.). 2015. Routledge Handbook of Ecology ທາງດ້ານການເມືອງ . Routledge.
  • Perry, Richard J 2003 ຫ້າແນວຄິດທີ່ສໍາຄັນໃນການຄິດໄລ່ຂອງນັກວິທະຍາສາດ . Upper Saddle River, NJ: Prentice Hall
  • Ritzer, George 2008 ທິດສະດີທາງດ້ານສັງຄົມສາດທີ່ທັນສະໄຫມ . Boston: McGraw-Hill.
  • Robbins, Paul 2012 ນິເວດວິທະຍາທາງການເມືອງ: ການແນະນໍາສໍາຄັນ. 2nd ed Blackwell
  • Rocheleau, D 1995 ເພດແລະທັດສະນະດ້ານນິເວດວິທະຍາທາງດ້ານການເມືອງຂອງແມ່ຍິງ, ສະຖາບັນການພັດທະນາ IDS 26 (1): 9-16.
  • Sayre, Nathan. 2002 ຊະນິດຂອງທຶນ: Ranching, ຊະນິດທີ່ໃກ້ຈະສູນພັນ, ແລະຕົວເມືອງໃນພາກຕາເວັນຕົກສຽງໃຕ້ . University of Arizona Press
  • Sutton, Mark Q. ແລະ EN Anderson. 2004 ການແນະນໍາກ່ຽວກັບນິເວດວິທະຍາ . Altamira
  • Vayda, Andrew P. ແລະ Bradley B. Walters. 1999 ຕໍ່ກັບນິເວດວິທະຢາທາງດ້ານການເມືອງ, ສະ ພາບແວດລ້ອມຂອງມະນຸດ 27 (1): 167-179.
  • Walker, Peter A 2005 ນິເວດວິທະຍາທາງດ້ານການເມືອງ: ບ່ອນທີ່ມີລະບົບນິເວດຢູ່ໃສ? Progress in Human Geography 29 (1): 73-82.
  • Watts, Michael 1983 [reprinted 2013]. ຄວາມຮຸນແຮງທີ່ງຽບງັນ: ອາຫານ, ຄວາມອຶດຢາກ ແລະ ຊາວກະສິກອນໃນພາກເຫນືອຂອງໄນຈີເຣຍ . University of California Press
  • Watts, Michael 2000 "ນິເວດວິທະຍາທາງດ້ານການເມືອງ". ໃນ Sheppard, E. ແລະ T. Barnes (eds. ), ຄູ່ຮ່ວມກັບພູມສາດເສດຖະກິດ . Blackwell
  • Walker, Peter A 2006 ນິເວດວິທະຍາທາງດ້ານການເມືອງ: ນະໂຍບາຍແມ່ນຢູ່ບ່ອນໃດ? Progress in Human Geography 30 (3): 382-395.
  • Wolf, Eric 1972 ນິຕິບຸກຄົນແລະນິເວດວິທະຍາທາງດ້ານການເມືອງ, ໄຕມາດຂອງມະນຸດວິທະຍາ ປີ 45 (3): 201-205.

ຂໍ້ມູນທີ່ກ່ຽວຂ້ອງພາຍນອກ[ແກ້ໄຂ]