ດອກຈຳປາ

ຈາກ ວິກິພີເດຍ
ດອກຈຳປາ

ດອກຈຳປາ ແມ່ນໄມ້ດອກຢືນຕົ້ນໃນສະກຸນ Plumeria. ມີຫຼາຍຊະນິດນຳກັນ. ນິຍົມຊົມຊື່ນປຸກກັນແພ່ຫຼາຍ.

ຊື່ທາງວິທະຍາສາດ[ດັດແກ້]

ດອກຈຳປາ ມີຊື່ທາງວິທະຍາສາດວ່າ Plumeria rubra, ຊື່ທົ່ວໄປເປັນພາສາອັງກິດ Frangipanil tree, Temple tree, Werst indian Jasmine ເຊິ່ງມີຕົ້ນກຳເນີດມາຈາກເຂດຮ້ອນຂອງທະວີບອາເມຣິກາ.

ລັກສະນະທົ່ວໄປ[ດັດແກ້]

ໃນປະເທດລາວ[ດັດແກ້]

ໃນປະເທດລາວດອກຈຳປາເປັນດອກໄມ້ທີ່ພົບເຫັນແຕ່ເໜືອຕະຫຼອດໃຕ້ຄືຕັ້ງແຕ່ແຂວງຜົ້ງສາລີ ຈົນຮອດ ແຂວງຈຳປາສັກ. ດອກຈຳປາມີລຳຕົ້ນສູງປະມານ 6-12 ແມັດ, ແຕກກ່ິງງ່າ ຄົດໂງ ພໍສົມຄວນ, ທຸກສ່ວນມີນ້ຳຢາງສີຂາວ, ດອກ ມີລັກສະນະເປັນຊໍ່ໃຫຍ່ ເຕົ້າໂຮມກັນຢູ່ທ່ີປາຍກິ່ງ, ດອກເປັນຮູບຈວຍ,ປາຍແຍກເປັນ 5 ກີບ ເຊ່ິງແຕ່ລະກີບເອີ້ນວ່າ ກີບດອກ, ແຕ່ລະກີບດອກຊ້ອນເຫຼ່ືອມກັນ, ມີຫຼາຍສີໃນດອກດຽວກັນເຊ່ັນ ສີຂາວ ເຊ່ິງເພິ່ນມັກເຫັນຢູ່ແຄມດ້ານນອກ ຂອງກີບດອກ, ຖັດເຂົ້າໄປຂ້າງໃນຂອງກີບດອກ ມີລັກສະນະເປັນສີເຫຼືອງ ແລະເຫຼືອງເຂັ້ມ ເມ່ືອລົງຮອດໃຈກາງຂອງດອກ. ຢູ່ພື້ນຂອງກີບດອກ ພົບວ່າມີສີແດງ,ສີບົວ ແຊກຢູ່ກັບສີຂາວ. ດອກມີກິ່ນຫອມ ແບບທຳມະຊາດ ຕະລອດທັງວັນ, ບໍ່ຫ່ຽວງ່າຍ, ເລີ້ມອອກດອກ ກ່ອນປີໃໝ່ລາວ ແລະ ໂດຍທົ່ວໄປ ດອກອອກກ່ອນໃບ.ນອກຈາກນັ້ນ ຍັງເປັນພືດ ທ່ີບໍ່ມັກເປັນພະຍາດ ແລະ ບໍ່ຄ່ອຍມີມອດ ແມງມາລົບກວນ. ບາງຄັ້ງ ຜູ້ຄົນຫຼົງດອກລັ່ນທົມ ເຊິ່ງມີຊື່ວິທະຍາສາດວ່າ “Plumeria obtusa” ເປັນດອກຈຳປາ ເພາະໃນຕົວຈິງ ຕົ້ນດອກໄມ້ສອງຊະນິດນີ້ກໍມີລັກສະນະໄກ້ຄຽງກັນຫຼາຍ ແຕ່ຖ້າສັງເກດຄັກໆ ກໍພໍຈຳແນກໄດ້ ດັ່ງ ຕົ້ນດອກລັ່ນທົມ ມີໃບແຜ່ກວ້າງຢູ່ສ່ວນປາຍຫຼາຍກວ່າສ່ວນກົກຂອງແຜ່ນໃບ (ຮູບໄຂ່ປີ້ນ) ແລະ ອອກສີຂຽວເຂັ້ມ,ແຜ່ນໃບເຫຼື້ອມ. ກີບດອກລັ່ນທົມ ອອກສີຂາວຈະແຈ້ງກວ່າດອກຈຳປາ, ກີບດອກບໍ່ຊ້ອນເຫຼ່ືອມກັນ, ທັງດອກກໍ່ໃຫຍ່ກວ່າ ແລະ ປາຍກີບດອກແອນ ແລະ ໂກບເຂົ້າຫາຕີນດອກເຫັນຢ່າງແຈ່ມແຈ້ງ. ໃນທ້ອງຕະຫຼາດ ກໍມີການພັດທະນາຫາພັນປະສົມໄປເລື້ອຍໆເຮັດໃຫ້ຜູ້ຄົນສັບສົນໄປຕາມໆກັນ. ເພ່ິນນິຍົມປູກດອກຈຳປາ ໄວ້ເປັນດອກໄມ້ປະດັບຕາມສະຖານທ່ີສາທະລະນະຕ່າງໆ ເຊັ່ນ ຢູ່ຕາມວັດວາອາຮາມ, ດັ່ງ ໃນກໍລະນີຢູ່ຕາມເດີ່ນຂອງ ວັດພູ ແຂວງຈຳປາສັກ; ໃນໄລຍະໃໝ່ ກໍໄດ້ມີການນິຍົມປູກຕາມແຄມຖະໜົນ ຫົນທາງ ແລະ ສະຖານທ່ີລັດຖະການອີກດ້ວຍ. ການປູກຕົ້ນດອກຈຳປາເປັນພືດປະດັບໃນເດີ່ນບ້ານເດີ່ນສວນຂອງຊາວລາວໄດ້ຮັບຄວາມນິຍົມຫຼາຍຂຶ້ນອັນເຮັດໃຫ້ພັນດອກຈຳປາປຸງແຕ່ງ ຫຼືພັນຊອດຂະຫຍາຍຕົວຫຼາຍຂຶ້ນ ໃນຊຸມທົດສະວັດຫຼັງມານີ້.ນັບແຕ່ ບູຮານນະການມາ ຊາວລາວທັງຫຼາຍ ນຳໃຊ້ດອກຈຳປາ ປະສົມກັບນ້ຳຫອມເພື່ອສົງພະ ໃນໂອກາດປີໃໝ່ລາວ, ໃຊ້ປະດັບປະດາພາຂວັນ, ຮ້ອຍ ຫຼື ແຊມໃສ່ເກົ້າຜົມ ໃນເວລາມີງານສະແດງສິນລະປະ ໂດຍສະເພາະ ແມ່ນການຟ້ອນ“ດອກຈຳປາ” ຢູ່ຕາມພິທີທາງການຕ່າງໆ ເຊັ່ນ ໃນພິທີຮັບແຂກບ້ານ ແຂກເມືອງ, ໃນໂຮງຮຽນ ຫຼື ບ່ອນອ່ືນໆ, ຮ້ອຍເປັນ-ພວງມາໄລ ເພ່ືອນຳມາຄ້ອງຄໍໃຫ້ແກ່ແຂກບ້ານແຂກເມືອງ ທ່ີມາຢ້ຽມຢາມ, ຄ້ອງຄໍໃຫ້ແກ່ເຈົ້າສາວ ເພ່ືອຈອງເປັນຄູ່ຟ້ອນລຳວົງຕາມງານ ບຸນປະເພນີຕ່າງໆ. ນອກຈາກນັ້ນ ດອກຈຳປາ ຍັງຖືກນຳໃຊ້ເປັນສະໝູນໄພເຊ່ັນວ່າ ຝັກ ຖືກນຳໃຊ້ ຝົນທາແກ້ລິດສະດວງທວານໜັກ. ເປືອກຂອງຕົ້ນ ໃຊ້ປະສົມກັບນ້ຳໝາກພ້າວ, ກັບນ້ຳນົມເຂົ້າ ເພ່ືອແກ້ອາການຖອກທ້ອງ, ຂັບຖ່າຍປັດສະວະ ແລະປະຈຳເດືອນ, ແກ້ອາການໄຂ້. ດອກ ມີລົດຂົມ ໃຊ້ປະສົມໃບພູ ກິນແກ້ໄຂ້ມາລາເລຍ.ສ່ວນຮາກ ມີລົດຂົມ ເປັນຢາຖ່າຍ ແກ້ໂລກໜອງໃນ, ໂລກໄຂຂ້ໍອັກເສບ ແລະ ຂັບລົມດັ່ງນີ້ເປັນຕົ້ນ.

ຄວາມໜາຍຄວາມສໍາຄັນຂອງດອກຈໍາປາຕໍ່ປະເທດລາວ[ດັດແກ້]

ດອກໄມ້ຢູ່ໃນແຕ່ລະປະເທດມີຫຼາຍຊະນິດ ແຕ່ມີພຽງດອກໄມ້ຊະນິດໃດໜຶ່ງເທົ່ານັ້ນທີ່ບາງປະເທດຖືວ່າເປັນດອກໄມ້ປະຈຳຊາດຂອງຕົນ ຫຼື ເປັນສັນຍາລັກຂອງຊາດ. ປະເທດລາວກໍ່ຖືເອົາ ດອກຈຳປາ ເປັນສັນຍາລັກ ຫຼື ເປັນດອກໄມ້ປະຈຳຊາດ ດັ່ງທີ່ຊາວລາວເຄີຍໄດ້ຍິນ ແລະ ໄດ້ຮ້ອງເພັງ ດອກຈຳປາ ມາໄດ້ຫຼາຍທົດສະວັດແລ້ວ, ເນື້ອໃນບາງຕອນກໍ່ໄດ້ບົ່ງບອກສັນຍາລັກດັ່ງກ່າວມານີ້ແທ້:

ໂອດວງຈຳປາ
ງາມດັ່ງດວງດາວ
ເກີດຢູ່ພາຍໃນ
ບຸບຜາເມືອງລາວ
ຊາວລາວເພິ່ງໃຈ
ດິນແດນລ້ານຊ້າງ...
ຮູບ:Laos champa.png
ຕົ້ນດອກຈຳປາ

ແຕ່ລະສ່ວນຂອງດອກຈໍາປາກໍ່ມີສັນຍາລັກກ່ຽວກັບປະເທດລາວເຊັ່ນວ່າ ພາກສ່ວນ ”ດອກ” ທີ່ມີຫ້າກີບ ກໍ່ບົ່ງບອກໃຫ້ຄົນລາວຮູ້ວ່າປະເທດລາວມີຊາຍແດນຕິດຈອດກັບ 5 ປະເທດຄື ຫວຽດນາມ, ກໍາປູເຈຍ, ຈີນ, ມຽນມາ ແລະ ໄທ. ສ່ວນວ່າລໍາຕົ້ນທີ່ມີຫຼາຍກິ່ງຫຼາຍງ່າຕິດຕໍ່ກັນເປັນພຸ່ມໃຫຍ່ນັ້ນກໍ່ໄດ້ສື່ໃຫ້ເຫັນວ່າປະເທດລາວແມ່ນປະກອບມີຫຼາຍຊົນເຜົ່າ, ຫຼາຍເຜົ່າຊົນ ເຊິ່ງມີຄວາມສາມັກຄີປອງດອງກັນຕໍ່ສູ້ຕ້ານສັດຕູຜູ້ທີ່ຫວັງທໍາລາຍຊາດລາວຢ່າງພິລາອາດຫານ ແລະ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານ. ດັ່ງທີ່ຄົນລາວເຄີຍໄດ້ຍິນ ແລະ ໄດ້ຮ້ອງເພັງ ດອກຈຳປາ ມາໄດ້ຫຼາຍທົດສະວັດແລ້ວທີ່ບົ້ງບອກເຖີງລັກສະນະຄວາມເປັນຊາດລາວ. ສ່ວນໃບນັ້ນເປັນພຸ່ມເຕົ້າໂຮມກັນເປັນກຸ່ມເປັນກ່ອນກໍ່ສື່ໃຫ້ຄົນລາວຮູ້ວ່າປະຊາຊົນລາວມີຄວາມສາມັກຄີ ປອງດອງກັນຮູ້ຮັກແພງຈັກຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີນໍ້າໃຈເອື້ອເຜື້ອເພື່ອແຜ ສາມາດຢູ່ຮ່ວມກັນເປັນກຸ່ມເປັນກ້ອນເຊັ່ງດັ່ງໃບຈໍາປາ ແລະ ຈາກລັກສະນະທີ່ຂຽວສົດງົດງາມກໍ່ສະແດງໃຫ້ຮູ້ວ່າປະເທດລາວມີຄວາມອຸດົມສົມບູນເຕັມໄປດ້ວຍຊັບໃນດິນສິນໃນນໍ້າປຽບດັ່ງບົດກອນໄດ້ກ່າວໄວ້ວ່າ “ເມືອງລາວສວຍງາມ ແລະ ຮັ່ງມີ”. ສ່ວນວ່າພາກສ່ວນດອກຈໍາປານັ້ນກໍ່ມີຫຼາຍສີ ແລະ ແຕ່ລະສີກໍ່ມີຄວາມໝາຍໃນຕົວມັນເຊັ່ນວ່າ: ສີຂາວ ກໍ່ສື່ເຖິງຈິດໃຈຂາວສະອາດ ຊື່ສັດສຸດຈະລິດ ຂອງປະຊາຊົນລາວບັນດາເຜົ່າທີ່ມີຕໍ່ປະເທດຊາດ, ສ່ວນສີແດງ ກໍ່ໝາຍເຖິງນໍ້າອັນສູງສົ່ງຂອງນັກຮົບປະຕິວັດກໍ່ຄືປະຊາຊົນ ທີ່ມີນໍ້າໃຈຕໍ່ສູ້ ແລະ ເສຍສະລະເລືອດເນື້ອຕໍ່ສູ້ຕ້ານຈັກະພັດຜູ້ທີ່ມາຮຸກຮານຢ່າງບໍ່ຍອມຈໍານົນ. ເວົ້າລວມແລ້ວດອກຈໍາປາແມ່ນມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ກັບປະເທດຊາດຂອງລາວເພາະວ່າແຕ່ລະພາກສ່ວນມັນໄດ້ສື່ໃຫ້ຄົນລາວເຫັນເຖິງການດໍາລົງຊີວິດ ແລະ ຄວາມອຸດົມສົມບູນຂອງຊາດລາວ.

ອ້າງອີງ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]