ຊູຊິ

ຈາກ ວິກິພີເດຍ
ຊູຊິ
ຊູຊິໜ້າຕ່າງ ໆ
ຂໍ້ມູນຈຸດກຳເໜີດ
ປະເທດກຳເໜີດ: ປະເທດຍີ່ປຸ່ນ
ຂໍ້ມູນອາຫານ
ອຸນະຫະພູມການເສີບ: ເຢັນ
ສ່ວນປະກອບຫຼັກ: ເຂົ້າ

ຊູຊິ (ຍີ່ປຸ່ນ: 寿司 ໂຣມາຈິsushi ທັບສັບແລະມີການຊຽນອີກຫຼາຍແບບໄດ້ແກ່ すし、鮨、鮓、寿斗、寿し、壽司) ຫຼື ເຂົ້າປັ້ນມີໜ້າ ເປັນອາຫານຍີ່ປຸ່ນ ທີ່ເອົາເຂົ້າປະສົມກັບນ້ຳສົ້ມສາຍຊູ ແລະກິນກັບປາ ຊີ້ນ ຫຼື ຂອງຄາວປະເພດຕ່າງ ໆ ໃນປະເທດຍີ່ປຸ່ນ ຊູຊິປົກກະຕິແລ້ວຫມາຍເຖິງອາຫານທີ່ມີ ຊູຊິເມຊິ (寿司飯 ແປວ່າ ເຂົ້າທີ່ຜະສົມນ້ຳສົ້ມສາຍຊູ) ແລະມີໜ້າແບບຕ່າງ ໆ ຫຼາກຫຼາຍຊະນິດ ໜ້າທີ່ນິຍົມປະກອບມີ ອາຫານທະເລ ຜັກ ໄຂ່ ເຫັດ ຊີ້ນທີ່ນຳມາໃຊ້ອາດຈະແມ່ນຊີ້ນດິບ ຫຼືຜ່ານກະບວນການປຸງແຕ່ງແລ້ວ ສໍາລັບປະເທດອື່ນ ໆ ແລະຊູຊິສ່ວນໃຫຍ່ມັກຈະໃສ່ວາຊາບິເທິງເຂົ້າ ເພື່ອເຮັດໃຫ້ມັນແຊບຫຼາຍຍິ່ງຂຶ້ນ