ຊຸດໂຣບົດ

ຈາກ ວິກິພີເດຍ

ຊຸດໂຣບົດ ຫຼື ຊຸດຫຸ່ນຍົນ (ອັງກິດ: powered exoskeleton) ແມ່ນໂຣບົດອັນເຄື່ອນໄຫວໄດ້ເຊິ່ງຄົນສາມາດນຳມານຸ່ງປານເຄື່ອງນຸ່ງ.

ຄວາມເປັນມາ[ດັດແກ້]

ປະເທດສະຫະລັດອາເມລິກາເປັນຜູ້ພັດທະນາຊຸດໂຣບົດອັນນຸ່ງປານເຄື່ອງນຸ່ງເປັນເທື່ອທຳອິດ. ເມື່ອນຸ່ງຈະເຮັດໃຫ້ມີແຮງຫຼາຍຫຼວງຂຶ້ນ. ການພັດທະນາຊູດໂຣບົດໃນຍຸດທຳອິດນັ້ນ ແມ່ນມີເປົ້າໝາຍເພື່ອນຳໄປໃຊ້ໃນການທະຫານ. ແຕ່ຕໍ່ມາກໍໄດ້ພັດທະນາເພື່ອໃຊ້ສຳລັບຄົນພິການແລະຄົນເຖົ້າຜູ້ຍ່າງ ນັ່ງ ຫຼື ນອນບໍ່ຄ່ອຍສະດວກ.​ສຳລັບປະເທດເກົາຫຼີໃຕ້ ໃນປີ ຄ.ສ. 2005 ທີມນັກວິໄຈໄດ້ພັດທະນາຊຸດໂຣບົດເຊິ່ງໜັກພຽງ 3 ກິໂລຂຶ້ນມາ.

ອ້າງອີງ[ດັດແກ້]

  • กีซอง,โด. วิทยาศาสตร์ฉลาดรู้ เรื่อง หุ่นยนต์. กรุงเทพมหานคร: อมรินทร์คอมมิกส์, 2008. Print.