ຊຸດລາວ

ຈາກ ວິກິພີເດຍ
ແມ່ຍິງລາວນຸ່ງຊຸດລາວ.

ຊຸດລາວແມ່ນຊຸດປະຈຳຊາດຂອງຊາວລາວລຸ່ມ ນຸ່ງຫົ່ມໄດ້ໂດຍທັງຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ.

ສ່ວນປະກອບ[ດັດແກ້]

ຊຸດລາວແມ່ນປະກອບດ້ວຍຫຼາຍສ່ວນ ມີຫຼາຍແບບເຊິ່ງຂຶ້ນຢູ່ກັບວາລະ ສະຖານທີ່ ຫຼືເພດແລະໄວຂອງຜູ້ນຸ່ງຫົ່ມ. ມັກນຸ່ງໃນງານບຸນສຳຄັນ ເຊັ່ນ ເວລາໄປທຳ­ບຸນ, ຕັກ­ບາດ, ເຂົ້າ​ວັດ​ຟັງ​ທຳ, ງານກິນດອງ, ຫຼື ພິ­ທີ​ທາງ​ສາ­ສະ­ໜາ. ໃນງານກິນດອງນັ້ນ ເຈົ້າບ່າວມັກນຸ່ງເສື້ອ​ຂາວ, ​ຜ້າຫາງ, ແພ​ບ່ຽງ​ບ່າຍ, ບ່າ​ໄຫຼ່ພາຍ​ຖົງ, ງ້າວ, ຖົງຕີນສີຂາວຍາວເຖິງເຂົ່າ, ແລະເກີບ. ສ່ວນແມ່ຍິງກໍມັກເກົ້າ­ຜົມ ໂດຍ​ນຳສາຍຄຳ​ໄປຄຽນ​ຕາມ​ກົກ​ເກົ້າ­ຜົມແລ້ວ​ປັກ​ປິ່ນ​ເກົ້າ​ເໜັບ​., ທາງ​ດ້ານຫຼັງ​ຕີນ​ຜົມກໍຈະມີ​ສາຍ​ຄຳໂຄ້ງຢ່ອງ​ລົງ​ໄປ​ ສ່ວນໜ້າກໍຈະແຕ່ງຢ່າງ​ພໍ­ດີ​ພໍ­ງາມບໍ່​ໂລດ​ໂຜນ​ເກີນ​ໄປ, ສ່ວນຫູກໍຈະໃສ່​ຕຸ້ມ­ຫູຍອຍ​ດອກ​ໝາກ, ສ່ວນໂຕກໍຈະນຸ່ງ​ເສື້ອ​ປ້າຍມີ​ແຂບ​ຄຳຖັກ​ດ້ວຍ​ໄໝຄຳ​ຝັ້ນ ແລະ​ນຸ່ງ​ສິ້ນ​ເຊິ່ງມັກນຸ່ງໃຫ້​ເຂົ້າ​ກັບ​ຜ້າ­ແພບ່ຽງ, ໃສ່​ສາຍ​ຄໍ​ຄຳ ແລະ ເຄື່ອງປະ­ດັບ​ຕ່າງໆ.[1]

ອ້າງອີງ[ດັດແກ້]

  1. ການນຸ່ງຖືຂອງແມ່ຍິງລາວກັບງານປະເພນີ ("Lao clothing in ceremonial events" in Lao)[dead link]

ບັນນານຸກົມ[ດັດແກ້]

  • Dolly Brittan (1997). The People of Laos. New York: PowerKids Press. ISBN 082-3951-24-3.
  • Edeltraud Tagwerker (2009). Siho and Naga--Lao Textiles: Reflecting a People's Tradition and Change. Frankfurt am Main: Peter Lang. ISBN 363-1586-89-2.

ແຫຼ່ງຂໍ້ມູນອື່ນ[ດັດແກ້]

ເບິ່ງຕື່ມ[ດັດແກ້]