ສິ້ນ

ຈາກ ວິກິພີເດຍ
ແມ່ຍິງລາວ"ພວນ"ນຸ່ງສິ້ນ

ສິ້ນ (ອັງກິດ: sinh) ແມ່ນຜ້ານຸ່ງຂອງແມ່ຍິງ ທີ່ສະແດງເຖິງຄວາມເປັນແມ່ຍິງລາວ ເຊິ່ງສິ້ນຈະມີຮູບຮ່າງໜ້າຕາທີ່ແຕກຕ່າງກັນໄປຕາມແຕ່ທ້ອງຖິ່ນ ບໍ່ວ່າຈະເປັນການນຸ່ງ ແລະ ລວດລາຍເທິງຜືນຜ້າຂອງທ້ອງຖິ່ນນັ້ນໆ ທີ່ມີເອກະລັກຕາມແຕ່ລະທ້ອງຖິ່ນ.

ສ່ວນປະກອບຂອງສິ້ນ ສິ້ນສ່ວນຫຼາຍ ແມ່ນມີລັກສະນະຄ້າຍຄືກັນເຊຶ່ງປະກອບດ້ວຍ 3 ສ່ວນຫຼັກ ໄດ້ແກ່:

  • ຫົວສິ້ນ ແມ່ນສ່ວນເທິງສຸດຂອງສິ້ນ ບໍ່ນິຍົມຊົມຊື່ນຕ່ຳລວດລາຍ ບາງແຫ່ງໃຊ້ຜ້າຂາວຫຍິບເປັນຫົວສິ້ນ ແລະເໜັບພົກໄວ້ ເບິ່ງບໍ່ເຫັນຈາກພາຍນອກ;
  • ໂຕສິ້ນ ຫຼື ພື້ນສິ້ນ ແມ່ນສ່ວນຫຼັກຂອງສິ້ນ ອາດມີການຕ່ຳລວດລາຍເລັກນ້ອຍໃນລັກສະນະຂອງລວດລາຍອັນກົມກືນ ສວຍງາມ ບໍ່ແມ່ນລາຍໂດດເດັ່ນ ມັກເປັນສີດຽວຕະຫຼອດ;
  • ຕີນສິ້ນ ແມ່ນສ່ວນສຸດຂອງຜືນສິ້ນ ໃນບາງທ້ອງຖິ່ນນິຍົມຕ່ຳລວດລາຍເປັນພິເສດ ສຳລັບຕີນສິ້ນໂດຍສະເພາະ ແຄບແດ່ ກວ້າງແດ່;
  • ຜ້າບ່ຽງ ແມ່ນແຜ່ນຜ້າທີ່ໃຊ້ບ່ຽງທັບເສື້ອໄໝລາວ ແລະ ໃສ່ຄູ່ກັບສິ້ນໄໝ ເພີ່ມຄວາມສວຍງາມໃຫ້ແກ່ຊຸດໄຫມຂອງແມ່ຍິງລາວ;
  • ສິ້ນເປັນສິ່ງໜື່ງທີ່ບົ່ງບອກເຖິງ ເຊື້ອຊາດ, ຊົນຊາດ, ຊົນເຜົ່າ ເຊີ່ງສະແດງອອກທາງດ້ານ ລວດລາຍທີ່ແຕກຕ່າງກັນໃນແຕ່ລະທ້ອງຖີ່ນ.

ອ້າງອີງ[ດັດແກ້]

  • Dolly Brittan (1997). The People of Laos. New York: PowerKids Press. ISBN 082-3951-24-3.
  • Edeltraud Tagwerker (2009). Siho and Naga--Lao Textiles: Reflecting a People's Tradition and Change. Frankfurt am Main: Peter Lang. ISBN 363-1586-89-2.

ເບິ່ງຕື່ມ[ດັດແກ້]

ລິງຄ໌ພາຍນອກ[ດັດແກ້]