ກິນດອງ

ຈາກ ວິກິພີເດຍ

ຄຳ​ວ່າ "​ກິນດອງ" ແມ່ນ​ໝາຍ​ເຖິງກາ​ນ​ແຕ່ງ​ດ​ອງ ຫຼື ການແຕ່ງ​ງານ​ຂອງ​ຄົນ​ລາວ ເຊິ່ງ​ເປັນ​ຄຳ​ເວົ້າ​ດັ່ງ​ເດີມ​ຂອງ​ຄົນ​ລາວ​ທີ່​ໃຊ້​ກັນ​ມາ​ແຕ່​ດົນ​ນານ, ຄຳ​ວ່າ​ "​ກິນ" ປະ​ສົມ​ກັບ​ຄຳ​ວ່າ "​ດອງ" ເປັນຄຳ​ວ່າ "​ກິນດອງ" ເຊິ່ງ​ຖ້າ​ໃຈ້​ແຍກຄຳ​ເວົ້າ​ດັ່ງ​ກ່າວ​ ​ຄຳ​ວ່າ "​ກິນ" ແມ່​ນອາດ​ຈະມາ​ຈາກ ​ການ​ກິນ​ລ້ຽງສັງ​ສັນ​ຂອງ​ຍາດ​ຕິ່​ນ້ອງ​ແລະ​ໝູ່​ເພື່ອນ​ຮັກ​ແພງ​ຂອງເຈົ້າ​ສາວ​ແລະ​ເຈົ້າ​ບ່າວທີ່​ຈັດ​ຂຶ້ນ​ໃນ​ມື້​ແຕ່ງດອງ ເພື່ອ​ເປັນ​ກຽດ​ໃຫ້ຄູ່​ສ້າງ​ຄອບ​ຄົວ​ໃໝ່ນັ້ນ​ເອງ, ຄຳ​ວ່າ "​ດອງ" ແມ່ນ​ອາດ​ຈະ​ມາ​ຈາກ​ການ​ເປັນ​ແກວ ເປັນ​ດອງ​ກັນ ​ຂອງ​ຍາດ​ຕິ່​ນ້ອງ​ຂອງ​ທັງ​ສອງ​ຝ່າຍ ​ກໍ່​ຄື​ຝ່າຍ​ເຈົ້າ​ສາວແລະຝ່າຍ​ເຈົ້າ​ບ່າວນັ້ນ​ເອງ, ເພາະ​ວ່າຫຼັງຈາກ​​ທີ່ຝ່າຍ​ຍິງ​ແລະ​ຝ່າຍ​ຊາຍ ກໍ່​ຄືເຈົ້າ​ສາວ​ແລະ​ເຈົ້າ​ບ່າວ​ໄດ້​ແຕ່ງດອງ​ກັນ​ແລ້ວ ພໍ່​ແມ່​ຂອງ​ທັງ​ສອງ​ຝ່າຍ ຈະ​ຮ້ອງ​ກັນ​ວ່າພໍ່​ດອງຫຼື​ແມ່ດອງ ເພາະ​ວ່າ​ໄດ້​ເປັນ​ດອງ ເປັນ​ພີ່​ນ້ອງ​​ກັນ​ແລ້ວ