ຈັກກະພັດຈີນ
ພະລາຊະອິສະລິຍະຍົດ | ຈັກກະພັດ |
---|---|
ປົກຄອງ | China |
ປະມຸກພະອົງທຳອິດ | ສິນຊີຮ່ອງເຕ້ |
ປະມຸກພະອົງສຸດທ້າຍ | ຈັກກະພັດປູຢີ |
ຈັກກະພັດຈີນ, ຫຼືເອີ້ນວ່າ ຮ່ອງເຕ້ (ຮົກກ້ຽນ), ອ້ວງຕີ່ (ແຕ້ຈິ່ວ) ຫຼື ຫວງຕີ້ (ຈີນກາງ) (ຈີນ: 皇帝; ພິນອິນ: Huángdì) ຜູ້ທີ່ສະຖາປະນາຕຳແໜ່ງນີ້ຂຶ້ນມາແມ່ນສົມເດັດພະຈັກກະພັດຈິ່ນຊີຮ່ອງເຕ້, ເຊິ່ງແມ່ນຮ່ອງເຕ້ພະອົງທຳອິດ ກ່ອນສະໄໝລາຊະວົງຈິ່ນຫຼືສິນນັ້ນ, ປະເທດຈີນໄດ້ຖືກແບ່ງເປັນແວ່ນແຄວ້ນຕ່າງໆຫຼາຍໆ, ໃນແຕ່ລະແຄວ້ນຈະມີຜູ້ປົກຄອງ ເອີ້ນວ່າ ອ່ອງ (ພາສາຈີນ: 王 ພິ່ນອິ່ນ: wáng) ເຊິ່ງແປວ່າ ກະສັດ.
ຕັ້ງແຕ່ສະໄໝລາຊະວົງສິນ, ຮ່ອງເຕ້ໄດ້ຮັບການເຄົາລົບດຸດໂອລົດສະຫວັນ ແມ່ນວ່າປຽບຄືກັບໄດ້ຮັບອຳນາດຈາກສະຫວັນມາໃຫ້ປົກຄອງປະຊາຊົນ ຕາມຫຼັກການວ່າ "ສູງສຸດແມ່ນໂອລົດສະຫວັນ, ລ່າງສຸດນັ້ນແມ່ນປະຊາລາດສະດອນ"(最高的是天子,最低的是人民) ການສືບທອດຕຳແໜ່ງຮ່ອງເຕ້ມັກຢູ່ໃນຮູບແບບຈາກບິດາໄປຫາບຸດ.
ໂດຍຄຳວ່າ ຮ່ອງເຕ້ ຫຼື ຫວງຕີ້ ນັ້ນ, ຖ້າແປໂດຍກົງຈະສາມາດແປໄດ້ວ່າ "ຜູ້ປົກຄອງທີ່ຍິ່ງໃຫຍ່" (ຫວງ 皇 - ຜູ້ຊົງສັກ/Imperial , ຕີ້ 帝 - ອົງອະທິປັດ/Sovereign) ໂດຍເອົາມາຈາກພະນາມຮ່ອງເຕ້ອົງທຳອິດ ແມ່ນ ສິນຊືຫວງຕີ້ (秦始皇帝)
ຮ່ອງເຕ້ພະອົງສຸດທ້າຍຂອງປະເທດຈີນ ແມ່ນຈັກກະພັດຮົງຊ່ຽນ ຫຼື ຫຍວນ ຊື່ໄຂ່. ແຕ່ວ່າບໍ່ໄດ້ຮັບການຍອມຮັບຈາກປະຊາຊົນ ແຕ່ຮ່ອງເຕ້ພະອົງສຸດທ້າຍທີ່ໄດ້ຮັບການຍອມຮັບຈາກປະຊາຊົນ ແມ່ນສົມເດັດພະຈັກກະພັດຜູ່ອີ່ ແຫ່ງ ລາຊະວົງຊິງ.