Jump to content

ກະຊວງປ້ອງກັນຄວາມສະຫງົບ

ຈາກ ວິກິພີເດຍ
ກະຊວງປ້ອງກັນຄວາມສະຫງົບ
ຮູບພາບລວມໜ່ວຍງານ
ກໍ່ຕັ້ງ5 ເມສາ 1961
ເຂດອຳນາດNational
ສຳນັກງານໃຫຍ່ນະຄອນຫລວງວຽງຈັນ
ຝ່າຍບໍລິຫານໜ່ວຍງານ
เว็บไซต์http://www.laosecurity.gov.la

ກະຊວງປ້ອງກັນຄວາມສະຫງົບ(ຄຳຫຍໍ້: ປກສ, ອັງກິດ: Ministry of Public Security) ແມ່ນໜຶ່ງໃນອົງກອນລັດຖະບານທີ່ມີ ລັດຖະມົນຕີກະຊວງເປັນຫົວໜ້າ. ເປັນກະຊວງຂອງຕໍາຫຼວດໂດຍສົມບູນ, ມີໜ້າທີ່ໃນການປ້ອງກັນຄວາມສະຫງົບໃຫ້ແກ່ປະຊາຊົນລາວ ໂດຍຈະມີແຕ່ລະໜ່ວຍງານ, ໜ້າທີ່, ພະແນກ ແລະ ການເຄື່ອນໄຫວທີ່ແຕກຕ່າງກັນ ໂດຍມີສໍານັກງານໃຫຍ່ທີ່ນະຄອນຫຼວງວຽງຈັນ.

ໜ້າທີ່ບົດບາດຂອງກະຊວງປ້ອງກັນຄວາມສະຫງົບ

[ດັດແກ້]

ກະຊວງປ້ອງກັນຄວາມສະຫງົບ ມີໜ້າທີ່ໃນການປ້ອງກັນຄວາສະຫງົບໃຫ້ແກ່ປະຊາຊົນລາວຈາກຜູ້ກໍ່ຄວາມບໍ່ສະຫງົບ ແລະອາດສະຍາກອນ ເພື່ອບໍ່ໃຫ້ສັງຄົມເກີດຄວາມວຸ້ນວາຍ, ລັດຖະບານໄດ້ເອົາໃຈໃສ່ໃນການພັດທະນາ ແລະດູແລເອົາໃຈໃສ່ຄວາມປອດໄພຂອງປະຊາຊົນລາວທັງປວງ. ກໍາລັງປ້ອງກັນຄວາມສະຫງົບໄດ້ມີພາລະບົດບາດໃນການປາບປາມຜູ້ບໍ່ຫວັງດີ, ອາດສະຍາກອນ, ການຄ້າມະນຸດ, ການຄ້າຍາສາບຕິດ, ປົກປ້ອງຄວາມມັ້ນຄົງຂອງຊາດ ແລະ ພາລະບົດບາດອື່ນໆ. ນອກຈາກນີ້, ກະຊວງປ້ອງກັນຄວາມສະຫງົບຍັງມີຫຼາຍພະແນກ ເຊິ່ງຫຼັກໆແມ່ນມີ 3 ພະແນກຄື: ພະແນກຕໍາຫຼວດຈາລະຈອນ, ພະແນກປ້ອງກັນສູນກາງ ແລະ ພະແນກປ້ອງກັນຄວາມສະຫງົບ.

ພະແນກຕໍາຫຼວດຈະລາຈອນ

[ດັດແກ້]

ພະແນກຕໍາຫຼວດຈາລະຈອນແມ່ນພະແນກທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ມີໜ້າທີ່ດູແລຄວາມປອດໄພຕາມຖະໜົນຫົນທາງແກ່ປະຊາຊົນຜູ້ນໍາໃຊ້ຍານພາຫະນະ ເພື່ອປ້ອງກັນຄວາມປອດໄພ ແລະ ຫຼີກລ່ຽງການເກີດອຸບັດຕິເຫດ. ນອກຈາກນີ້, ຕໍາຫຼວດຈາລະຈອນຍັງມີໜ້າທີ່ປິດທາງຊົ່ວຄາວ, ການຂີ່ລົດຈັກຕໍາຫຼວດນໍາຂະບວນທ່ານຜູ້ນໍາ ຫຼື ບຸກຄົນສໍາຄັນ ຫຼື ໃນເວລາທີ່ກາຍສັນຈອນຕິດຄັດ ຕໍາຫຼວດຈາລະຈອນກໍຈະເຮັດໜ້າທີ່ໃຫ້ການສັນຈອນກັບມາປົກກະຕິ. ການແຕ່ງກາຍຂອງຕໍາຫຼວດຈາລະຈອນ ແມ່ນຈະນຸ່ງຊູດຕໍາຫຼວດສີເຫຼືອງປົນຂາວ, ສວມຖົງມືສີຂາວ, ສວມໃສ່ໝວກຕໍາຫຼວດສີດຽວກັນກັບເສື້ອຜ້າ ຫຼື ຍາມທີ່ຕ້ອງນໍາຂະບວນທ່ານຜູ້ນໍາ ພວກເຂົາຈະສວມໝວກກັນກະທົບສີຂາວແທນ, ຕໍາຫຼວດຈາລະຈອນແຕ່ລະນາຍຈະມີນົກວີດ ເພື່ອໃຊ້ບອກຄໍາສັ່ງແກ່ປະຊາຊົນຜູ້ໃຊ້ພາຫະນະ.

ພະແນກປ້ອງກັນຄວາມສະຫງົບ

[ດັດແກ້]

ພະແນກປ້ອງກັນຄສາມສະຫງົບ ຫຼື ກໍາລັງປ້ອງກັນຄວາມສະຫງົບ(ປກສ). ແມ່ນ ພະແນກທີ່ມີໜ້າທີ່ປ້ອງກັນຄວາມສະຫງົບໃນທີ່ສາທາລະນະເພື່ອເຮັດໃຫ້ສັງຄົມປອດໄພ ແລະສະຫງົບໃຫ້ເຖິງທີ່ສຸດ. ເປັນກຸ່ມຕໍາຫຼວດທີ່ມັກພົບເຫັນຫຼາຍທີ່ສຸດໃນທີ່ສາທາລະນະ. ໂດຍການເຮັດວຽກຂອງພວກເຂົາ, ສ່ວນຫຼາຍຈະເປັນການປາບປາມຜູ້ກໍ່ຄວາມບໍ່ສະຫງົບ, ໂຈນຊິງຊັບ, ອາດສະຍາກອນ ແລະ ອື່ນໆ. ການນຸ່ງຖືຂອງຕໍາຫຼວດປກສຈະນູ່ງສຸດຕໍາຫຼວດສີຂຽວອົມເຫຼືອງ, ສວມໃສ່ໝວກຕໍາຫຼວດສີດຽວກັນກັບເສື້ອຜ້າ ຫຼື ຖ້າເປັນຕໍາຫຼວດຍິງຈະສວມສິ້ນແທນໂສ້ງ. ຕໍາຫຼວດປກສມີວຸດປະຈໍາກາຍແມ່ນປືນພົກ ຫຼື ບາງນາຍອາດກໍຈະມີປືນອາກ້າ.

ພະແນກປ້ອງກັນສູນກາງ

[ດັດແກ້]

ພະແນກປ້ອງກັນສູນກາງ ຫຼື ກໍາລັງປ້ອງກັນສູນກາງແມ່ນພະແນກໜຶ່ງທີ່ມີໜ້າທີ່ສະເພາະຕົວ ໂດຍແມ່ນການຄຸ້ມທ່ານຜູ້ນໍາຫຼື ບຸກຄົນສໍາຄັນ ເຊິ່ງຈະແຕກຕ່າງກັບຕໍາຫຼວດຈາລະຈອນໂດຍທີ່ ຕໍາຫຼວກຈາລະຈອນຈະມີໜ້າທີ່ປິດເສັ້ນທາງ ຫຼື ນໍາຂະບວນ. ແຕ່ຕໍາຫຼວດປ້ອງກັນສູນກາງມີໜ້າທີ່ຄຸ້ມກັນລົດຂອງຜູ້ນໍາໂດຍກົງ ໂດຍການຂີ່ລົດຈັກຕໍາຫຼວດນໍາໜ້າລົດບຸກຄົນສໍາຄັນ. ແລະ ເມື່ອທ່ານຜູ້ນໍາຖືກຈອມຕີ ຫຼື ມີຜູ້ບໍ່ຫວັງດີພະຍາຍາມຈະດັກທໍາຮ້າຍ ຕໍາຫຼວດປ້ອງກັນສູນກາງຈະໃຊ້ກໍາລັງກັບບຸກຄົນທີ່ຈະທໍາຮ້າຍຜູ້ນໍາເພື່ອໃຫ້ທ່ານຜູ້ນໍາປອດໄພ. ກໍາລັງປ້ອງກັນສູນກາງຍັງເປັນຕົ້ນກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບໃນປັດຈຸບັນ. ການນຸ່ງຖືຂອງຕໍາຫຼວດປ້ອງກັນສູນກາງແມ່ນຈະນຸ່ງຊຸດຕໍາຫຼວດສີຟ້າອົມດໍາສວມໝວກຕໍາຫຼວດທີ່ສີຄ້າຍກັບສີຂອງເຄື່ອງນຸ່ງ.

ອາວຸດຂອງເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ

[ດັດແກ້]

312x312

ເຈົ້າໜ້າທີ່ສ່ວນຫຼາຍແລ້ວຈະໃຊ້ອາວຸດທີ່ມາແຕ່ຍຸກໂຊວຽດ ຫຼື ບາງອັນກໍເປັນອາວຸດສະໄໝໃໝ່. ໂດຍສ່ວນຫຼາຍແມ່ນຈະໃຊ້ປືນເຫຼັກຍາວເຊັ່ນ: ເອເຄ-47, ເອເຄ-ເອັມ ແບບພັບພານທ້າຍ. ສ່ວນປືນພົກອາດແມ່ນ ກລອກ-22 ແລະ ປືນຊະນິດອື່ນໆແມ່ນບໍ່ລະບຸ. ສ່ວນອາວຸດເສີມກໍຈະມີໄມ້ກະບອງທີ່ໃຊ້ສໍາລັບເຈົ້າໜ້າທີ່. https://www.policinglaw.info/country/laos

ປະຫວັດຂອງກະຊວງປ້ອງກັນຄວາມສະຫງົບ

[ດັດແກ້]

ປະຫວັດຄວາມເປັນມາຂອງກະຊວງປ້ອງກັນຄວາມສະຫງົບແມ່ນຖືກສ້າງຕັ້ງຂຶ້ນໃນ ວັນທີ5 ເດືອນເມສາ ປີ1961 ເພື່ອມາຄຸ້ມກັນທ່ານຜູ້ນໍາຝ່າຍປະເທດລາວເພື່ອຕໍ່ຕ້ານກັບຈັກກະພັດລາເມືອງຂຶ້ນຝລັ່ງ, ກະຊວງປ້ອງກັນຄວາມສະຫງົບໄດ້ຕໍ່ສູ້ຄ່ຽງບ່າຄ່ຽງໄລ່ກັບກອງທັບປະຊາຊົນລາວໃນໄລຍະສົງຄາມອິນດູຈີນຄັ້ງທີ2.

ອ້າງອີງ

[ດັດແກ້]

Laos People's Armed Force Wikipedia english[1]

ລິ້ງຄ໌ພາຍນອກ

[ດັດແກ້]

ກະຊວງປ້ອງກັນຄວາມສະຫງົບ