ຫົງຫາມເຕົ່າ ຂ້ອຍຕົວະເຈົ້າ ເຮົາຮັກກັນ

ຈາກ ວິກິພີເດຍ

ຫົງຫາມເຕົ່າ ຂ້ອຍຕົວະເຈົ້າ ເຮົາຮັກກັນ ເປັນຮູບເງົາ ໂຣແມນຕິກ-ຄອມເມດີ້ ອອກສາຍເມື່ອວັນທີ 29 ພຶດສະພາ ປີ ຄ.ສ. 2017 ນຳສະແດງໂດຍ ບັອບບີ້ ອັດສະວິນ ເພັດສັງຫານ, ລູກນ້ຳ ທິດາລັດ ວົງສິລິ ແລະ ພູມຊະນະ ສິລິວົງສາ (ເຈ້ຍ ປາຊິຟິກ).

ຫົງຫາມເຕົ່າ ຂ້ອຍຕົວະເຈົ້າ ເຮົາຮັກກັນ
ຮູບ:Hong harm tao.jpg
ໃບປິດຮູບເງົາ
ກຳກັບພູມຊະນະ ສິລິວົງສາ
ຂຽນບົດພູມຊະນະ ສິລິວົງສາ
ທະວີໄຊ ແກ້ວບຸນພັນ
ນຳສະແດງອັດສະວິນ ເພັດສັງຫານ
ທິດາລັດ ວົງສິລິ
ພູມຊະນະ ສິລິວົງສາ
ດົນຕີປະກອບສະເໝີຕົ້ນສະເໝີປາຍ
ດີຕໍ່ໃຈ
ມີແຕ່ເຮົາ
ສາຍ29 ພຶດສະພາ 2017(ລາວ)
29 ມິຖຸນາ 2017(ໄທ)
ຄວາມຍາວ105 ນາທີ
ປະເທດປະເທດລາວປະເທດລາວ
ພາສາລາວ
ລາຍໄດ້1.601 ລ້ານກີບ
ກ່ອນໜ້ານີ້ຮັກອີ່ຫຼີ
ຕໍ່ຈາກນີ້[[]]

ເນື້ອເລື່ອງ[ດັດແກ້]

ເຕົ່າ (ອັດສະວິນ ເພັດສັງຫານ) ພະນັກງານໜຸ່ມໃນບໍລິສັດຮັບເຮັດໂຄສະນາແຫ່ງໜຶ່ງ ທີ່ຜິດຫວັງຈາກການອົກຫັກຈົນບໍ່ເຊື່ອວ່າຄວາມຮັກແທ້ຈິງມີຢູ່ຈິງ. ແຕ່ແລ້ວມື້ໜຶ່ງໂຊກຊະຕາກໍພາມາເຈີກັບ ຫົງ (ທິດາລັດ ວົງສິລິ) ສາວນ້ອຍຜູ້ມີຈິດໃຈດີທີ່ຍອມຖິ້ມທຸນຮຽນຕ່າງປະເທດເພື່ອດູແລແມ່ແລະຄົນຈິດບໍ່ປົກກະຕິ2ຄົນ ຈົນມີຄົນມາຈ້າງໃຫ້ບໍລິສັດຂອງເຕົ່າເຮັດສາລະຄະດີ ພ້ອມກັບເງິນລາງວັນ 200,000$ ແລະຜູ້ທີ່ຊະນະຈະໄດ້ເປີເຊັນ 10% ພ້ອມຕຳແໜ່ງຫົວໜ້າຄຣີເອຖີບຟ໌ ແຕ່ງານນີ້ເບິ່ງຈະບໍ່ງ່າຍເພາະຫົງປະຕິເສດທີ່ຈະຖ່າຍສາລະຄະດີມາຫຼາຍເທື່ອແລ້ວ ແລະ ຍັງມີຄູ່ແຂ່ງຄື ເທບ (ບຸນຊຽນ ວິໄລວັນ) ອ້າຍເມຍເຈົ້າຂອງບໍລິສັດທີ່ພ້ອມຈະຍາດຊິງຕຳແໜ່ງຕະຫຼອດ ທັງມີ2ສາວຜູ້ຊ່ວຍຄື ຕຸກຕາ (ປີຍະມາດ ພູນປະເສີດ) ແລະ ຈ໊ຽບ (ອຳພອນ ໄຊຊະນະວົງເພັດ). ງານນີ້ບໍ່ແມ່ນເລື່ອງງ່າຍເລີຍ ເຕົ່າຈຶ່ງປຶກສາກັບ ອ້າຍໂລເບີດ (ພູມຊະນະ ສິລິວົງສາ) ເສືອຜູ້ຍິງທີ່ເປັນທີ່ປຶກສາແລະແນະນຳໃຫ້ເຕົ່າຕົວະເພື່ອທີ່ຈະຫາໂອກາດລັກຖ່າຍວິດີໂອຕ່າງໆຂອງຊີວິດຫົງເພື່ອໄປເຮັດເປັນສາລະຄະດີ. ແຕ່ໃນເວລາທີ່ເຕົ່າໄປຫາຫົງເພື່ອແອບຖ່າຍໃນແຕ່ລະມື້ກໍ່ເກີດຄວາມຮູ້ສຶກດີໆຂຶ້ນ ເຕົ່າຈະບອກຫົງແນວໃດ ແລະ ທັງ2ຈະກັບມາເປັນຄືເກົ່າບໍ?

ນັກສະແດງ[ດັດແກ້]