ຮັກອີ່ຫຼີ

ຈາກ ວິກິພີເດຍ

ຮັກອີ່ຫຼີ ເປັນຮູບເງົາລາວ ທີ່ອອກສາຍໃນປີ ຄ.ສ. 2014 ນຳສະແດງໂດຍ ພູມຊະນະ ສິລິວົງສາ, ທະວີໄຊ ແກ້ວບຸນພັນ, ສຸລິຍັນ ຍັງນຸວົງ, ມີນູ່ ໄຊຍະສິດ, ພູຈິນດາ ແພງພົງ ແລະ ອຳພອນ ໄຊຊະນະວົງເພັດ.

ຮັກອີ່ຫຼີ
ກຳກັບພູມຊະນະ ສິລິວົງສາ
ອຳນວຍການສ້າງພູມຊະນະ ສິລິວົງສາ
ຂຽນບົດພູມຊະນະ ສິລິວົງສາ
ນຳສະແດງພູມຊະນະ ສິລິວົງສາ
ທະວີໄຊ ແກ້ວບຸນພັນ
ສຸລິຍັນ ຍັງນຸວົງ
ມີນູ່ ໄຊຍະສິດ
ພູຈິນດາ ແພງພົງ
ອຳພອນ ໄຊຊະນະວົງເພັດ
ດົນຕີປະກອບອາໂກ່ຍ
ຕັດຕໍ່ສຸກປະເສີດ ລາຊາຈັກ
ສາຍ27 ມີນາ 2014(ລາວ)
ຄວາມຍາວ103 ນາທີ
ປະເທດປະເທດລາວປະເທດລາວ
ພາສາລາວ
ລາຍໄດ້1,002 ລ້ານກີບ
ຕໍ່ຈາກນີ້ຮັກອີ່ຫຼີ 2

ເນື້ອເລື່ອງ[ດັດແກ້]

ເລື່ອງລາວຂອງສາມສ່ຽວແຫ່ງຄະນະຕະຫຼົກ ຊັງເກີ້(ສຸລິຍັນ ຍັງນຸວົງ) ແລະ ເຖິກ(ພູຈິນດາ ແພງພົງ) ທີ່ມີຄວາມຮັກແລະຊີວິດຄູ່ທີ່ສົມບູນແບບ ເຫຼືອພຽງແຕ່ເຈັດ(ພູມຊະນະ ສິລິວົງສາ) ທີ່ຕ້ອງການຄວາມຕື່ນເຕັ້ນຈາກຄວາມຮັກ ເພາະວ່ານ້ຳ(ທະວີໄຊ ແກ້ວບຸນພັນ) ເປັນຄົນສະຫງົບສະຫງ່ຽມ ແຕ່ເຖິງຈະເປັນແນວນັ້ນເຈັດກໍ່ຍັງຮັກນ້ຳ. ໃກ້ຮອດວັນຄົບຮອບ 3ປີທີ່ເຈັດແລະນ້ຳແຕ່ງງານກັນ ເຈັດຈຶ່ງປຶກສາຫາລືກັບສອງສ່ຽວ, ເມສາ(ມີນູ່ ໄຊຍະສິດ) ແລະ ລູຊີ້(ອຳພອນ ໄຊຊະນະວົງເພັດ) ເພື່ອທີ່ຈະຫາສະຖານທີ່ທີ່ຈະໄປຮັນນີມູນແລະທ່ຽວນຳກັນ ຈົນຕັດສິນໃຈໄປທ່າລາດເຮືອນທວດຂອງລູຊີ້ເຊິ່ງມີເລື່ອງລຶກລັບທີ່ບໍ່ມີໃຜຮູ້ມາກ່ອນ ຈົນເຮັດໃຫ້ນ້ຳຫາຍຕົວໄປຢ່າງບໍ່ມີຮ່ອງຮອຍ, ເຈັດຈະຫານ້ຳເຫັນຫຼືບໍ່?

ນັກສະແດງ[ດັດແກ້]