ພັກພິໄລ ທະວີສິນ

ຈາກ ວິກິພີເດຍ
ແພດຢິງ
ພັກພິໄລ ທະວີສິນ
ຊື່ຈິງพักตร์พิไล ทวีสิน
ເກີດພັກພິໄລ ປະຫຼັດຣັກສາ
(1961-01-29) 29 ມັງກອນ ຄ.ສ. 1961 (63 ປີ)
ປະເທດໄທ
ທີ່ຢູ່ປັດຈຸບັນບາງກອກ
ສັນຊາດທຸງຊາດຂອງໄທ ໄທ
ຊື່ອື່ນອ້ອມ
ຊາດພັນໄທສະຫຍາມ
ການສຶກສາຈຸລາລົງກອນມະຫາວິທະຍາໄລ
ຈົບຈາກໂຮງຮຽນສາທິດມະຫາວິທະຍາໄລສີນະຄະຣິນວິໂຣດ ປະທຸມວັນ
ອາຊີບແພດ
ນັກທຸລະກິດ
ເປັນທີ່ຮູ້ຈັກຈາກຄູ່ສົມລົດນາຍົກລັດຖະມົນຕີໄທ
ສາດສະໜາພຸດ
ນິກາຍເຖຣະວາດ
ຄູ່ສົມລົດເສດຖາ ທະວີສິນ (ສົມລົດ 1989)
ບຸດ3 ຄົນ
ບິດາມາຣດາຜ່ອນ ປະຫຼັດຣັກສາ
ອຸດົມສີ ປະຫຼັດຣັກສາ

ແພດຢິງ ພັກພິໄລ ທະວີສິນ (ໄທ: พักตร์พิไล ทวีสิน; ເກີດ 29 ມັງກອນ ຄ.ສ. 1961) ຊື່ຫຼິ້ນ ອ້ອມ ແມ່ນແພດດ້ານເວດຊະສາດ ນັກທຸລະກິດ ແລະພັນລະຍາຂອງທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ

ຊີວິດຊ່ວງຕົ້ນ[ດັດແກ້]

ທ່ານນາງ ພັກພິໄລ ທະວີສິນ (ສະກຸນເດີມ: ປະຫຼັດຣັກສາ) ເກີດເມື່ອວັນທີ 29 ມັງກອນ ຄ.ສ. 196 ແມ່ນລູກສາວຂອງ ທ່ານ ພົນຕຳຫຼວດໂທ ຜ່ອນ ປະຫຼັດຣັກສາ ອະດີດຜູ້ບັນຊາການຕຳຫຼວດພູທອນພາກ 3 ແລະຕຳຫຼວດພູທອນພາກ 5[1][2] ກັບທ່ານນາງ ອຸດົມສີ ປະຫຼັດຣັກສາ (ສະກຸນເດີມ: ຣາມອິນທາ) ມີອ້າຍນ້ອງ 4 ຄົນ[3] ທ່ານນາງຍັງເປັນຫຼານຕາຂອງທ່ານ ພົນຕຳຫຼວດໂທ ພະຣາມອິນທາ (ດວງ ຈຸໄລຍານົນ) ອະດີດອະທິບໍດີກົມຕຳຫຼວດ ຄົນທີ 6 ແລະອະດີດປະຫຼັດກະຊວງມະຫາດໄທຄົນທີ 11 ແລະເປັນຍາດກັບຄຸນຢິງ ວິມົນ ສິຣິໄພບູນ ຜ່ານທາງສາຍສະກຸນຂອງມານດາ[4][5]

ທ່ານນາງ ພັກພິໄລ ສຳເຫຼັດການສຶກສາລະດັບມັດທະຍົມຈາກໂຮງຮຽນສາທິດມະຫາວິທະຍາໄລສີນະຄະຣິນວິໂຣດ ປະທຸມວັນ[3] ປະລິນຍາຕີແພດສາດບັນດິດ ຈາກຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລ[6]

ການເຮັດວຽກ[ດັດແກ້]

ທ່ານນາງ ພັກພິໄລ ເຄຍເຮັດວຽກຢູ່ຣາດຊະເທວີຄລິນິກ[7] ປັດຈຸບັນເປັນແພດປະຈຳສູຍສົ່ງເສີມສຸຂະພາບໄວທັລໄລຟ໌ ໂຮງໝໍບຳຣຸງຣາດ[7] ແລະຍັງແມ່ນຜູ້ສ້າງຕັ້ງ ເອສ ເມດິຄັລ ສປາ[3] ນອກຈາກນີ້ທ່ານນາງຍັງເຄຍເປັນປະທານກຳມະການສະມາຄົມເວດຊະສຳອາງແລະສັນລະຍະສາດຜິວພັນແຫ່ງປະເທດໄທດ້ວຍ[8]

ຊີວິດສ່ວນໂຕ[ດັດແກ້]

ທ່ານນາງ ພັກພິໄລ ສົມລົດກັບທ່ານ ເສດຖາ ທະວີສິນ ເມື່ອປີ 1989[9] ມີບຸດດ້ວຍກັນ 3 ຄົນ ທຸກວັນຈະໃຊ້ເວລາສ່ວນໜຶ່ງໃນການອອກກຳລັງກາຍ[7]

ໃນປີ 2013 ໄດ້ໃຫ້ສຳພາດປະຕິເສດຂ່າວລືວ່າຈະຢ່າກັບທ່ານ ເສດຖາ[10]

ຜົນງານ[ດັດແກ້]

  • ພັອກເກັດບຸ໊ກ "ສວຍທັ້ງຮູບ ຍິ່ງຈູບຍິ່ງຫອມ" - ເອ ເອ ເປເປອຣ໌ ແອນດ໌ ສເຕຊັ່ນເນອຣີ່[11]

ຮາງວັນ[ດັດແກ້]

  • HELLO! Beauty Awards 2022 - Honorary Awards[12]

ອ້າງອີງ[ດັດແກ້]

  1. พักตร์พิไล ทวีสิน จัดงานแซยิด ฉลองอายุ 100 ปี คุณพ่อ 3 วันติด
  2. ประวัติความเป็นมา–ตำรวจภูธรภาค ๕
  3. 3.0 3.1 3.2 "วัยใสของคุณหมอสุดเปรี้ยว พญ. พักตร์พิไล ทวีสิน". mgronline.com (in ໄທ). 2018-11-12.
  4. อนุสรณ์ นางอุดมศรี ปลัดรักษาແມ່ແບບ:ลิงก์เสีย
  5. วิศวนาถ, วิศวนาถ. กว่าจะถึงวันนี้ของทมยันตี. ณ บ้านวรรณกรรม. ISBN 9789744468604.
  6. ""พญ.พักตร์พิไล ทวีสิน" ภริยาว่าที่นายกฯ คนที่ 30 ของไทย กับลุคหวานซ่อนเปรี้ยว-เครซี่การออกกำลังกาย". mgronline.com (in ໄທ). 2023-08-23.
  7. 7.0 7.1 7.2 พญ.พักตร์พิไล ทวีสิน ใจเป็นนาย กายเป็นบ่าว
  8. รู้จักครอบครัวเศรษฐา ทวีสิน “พญ.พักตร์พิไล” สตรีหมายเลข 1 และ 3 ทายาทแสนล้าน
  9. ""พญ.พักตร์พิไล" โพสต์ภาพสวีต 31 ปีกับ "เศรษฐา ทวีสิน" สามีนักธุรกิจหมื่นล้านแห่งแสนสิริ". mgronline.com (in ໄທ). 2020-07-02.
  10. "โต้ข่าวหย่า!หมอพักตร์พิไลยังรักกันดีกับสามี". posttoday (in ໄທ). 2013-07-05.
  11. "ดั๊บเบิ้ล เอ เปิดตัวสื่อสร้างปัญญาเฟส 3". ryt9.com (in ໄທ).
  12. "นิตยสาร HELLO! จัดงานมอบรางวัลสุดยอดผลิตภัณฑ์ และนวัตกรรมความงาม สุดยิ่งใหญ่แห่งปี HELLO! Beauty Awards 2022 ต่อเนื่องเป็นปีที่ 5 - Brand Buffet" (in ອັງກິດ (ອາເມລິກັນ)). 2022-08-24.
ກ່ອນໜ້າ ພັກພິໄລ ທະວີສິນ ຖັດໄປ
ນະຣາພອນ ຈັນໂອຊາ ຄູ່ສົມລົດນາຍົກລັດຖະມົນຕີໄທ
(ຄ.ສ. 2023 – ປັດຈຸບັນ)
ຢູ່ໃນຕຳແໜ່ງ