ອານາຈັກຈາມປາ: Difference between revisions

ຈາກ ວິກິພີເດຍ
Content deleted Content added
ໜ້າໃໝ່: thumb|ສາສະນະສະຖານສິລະປະຈາມປາ '''ອານາຈັກຈາມປາ''' ແມ່ນອານາຈັກບ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 21:40, 7 ທັນວາ 2017

ສາສະນະສະຖານສິລະປະຈາມປາ

ອານາຈັກຈາມປາ ແມ່ນອານາຈັກບູຮານຕັ້ງເມື່ອພຸດທະສະຕະວັດທີ 7 ຢູ່ທາງໃຕ້ຂອງຈີນ ຢູ່ທາງຕາເວັນອອກຂອງຟູນັນ ປັດຈຸບັນແມ່ນບລິເວນເມືອງເວ້, ຕາມກີ່, ຟານຊາງ-ທ້າບຈ່າມ ແລະຢາຈາງ ຍ້ອນສະໄໝກ່ອນພື້ນທີ່ນີ້ແມ່ນເຂດທຸລະກັນດານ ຈີນຈຶ່ງບໍ່ສາມາດຄອບຄອງໄດ້ ຊົນຊາດຈາມສືບເຊື້ອສາຍຈາກຊາວມາລາໂຢໂປລິເນຊີ ຊາວຈາມເປັນຊາວທະເລ ມີຄວາມສາມາດທາງການເດີນເຮືອ ຕໍ່ມາປະມານ ພ.ສ. 989 ກອງທັບຈີນໄດ້ຍົກທັບມາຕີລາຊະທານີຂອງຊາວຈາມລົງໄດ້ ເມື່ອພຸດທະສະຕະວັດທີ 10 ມີຊາວຈີນຊື່ ມາຕວນຫຼິນ ໄດ້ຂຽນເລື່ອງຂອງຊາວຫຼິນຢີ່ຫຼືຊາວຈາມວ່າ ຊາວສ້າງບ້ານສ້າງເຮືອນດ້ວຍດິນຈີ່ແລ້ວສາບດ້ວຍປູນ ຍິງແລະຊາຍມີຜ້າຝ້າຍຜືນດຽວຫໍ່ຫຸ້ມຮ່າງກາຍ ແລະມັກເຈາະຫູແລະຫ້ອຍຫ່ວງເລັກ ຜູ້ດີໃສ່ເກີບໜັງ ຂ້າຂ້ອຍຍ່າງຕີນເປົ່າ ພະລາຊາຊົງພະມາລາທົງສູງ ທົງຊ້າງ ແລະລ້ອມຮອບດ້ວຍບໍລິພານຖືທຸງແລະກົດກັ້ນ ພຸດທະສະຕະວັດທີ 17 ນັ້ນຊາວຈາມປາໄດ້ຖືກກອງທັບຂອງພະເຈົ້າໄຊຍະວະລະມັນທີ 2 ກະສັດອານາຈັກຂະເໝນໂຈມຕີ ແລະຕໍ່ມາໃນພ.ສ. 1856 ພໍ່ຂຸນຣາມຄຳແຫງແຫ່ງກຸງສຸໂຂໄທສົ່ງກອງທັບມາຕີ ແລະໃນ ພ.ສ. 2014 ລາຊະວົງເລຂອງຊາວຫວຽດນາມໄດ້ຍົກທັບມາຕີລາຊະທານີກງວິໄຊ (ບິ່ນດິ່ນ) ຈົນແຕກ ຈົນຊາວຈາມເສຍຊີວິດ 60,000 ຄົນ ເປັນຊະເລີຍອີກ 30,000 ຄົນ ເຮັດໃຫ້ເສຍຄວາມເປັນຊາດໄປ ໂດຍເປັນເມືອງຂຶ້ນຫວຽດນາມ

ສາສະໜາຂອງຊາວຈາມ

ຊາວຈາມເດີມນັບຖືອສາສະໜາພາມແລະສາສະໜາພຸດ ແຕ່ຊາວມະລາຢູໄດ້ໄປເຜີຍແພ່ສາສະໜາອິສະລາມ ຊາວຈາມຈຶ່ງຫັນມານັບຖືສາສະໜາອິສະລາມ