ແລປົງ
ແລປົງ[1] (ຝຣັ່ງ: Raiponce) ຫຼື ລາພັນເຊນ (ເຢຍລະມັນ: Rapunzel) ຫຼື ສາວນ້ອຍຜົມຍາວ ແມ່ນເທບນິຍາຍເຢຍລະມັນ ໄດ້ຖືກເກັບຮິມໂຮມໂດຍອ້າຍນ້ອງຕະກູນກິມ. ລົງພິມເທື່ອທຳອິດໃນປີ ຄ.ສ. 1812[2] ແລປົງເປັນນຶ່ງໃນເທບນິຍາຍທີ່ມີຊື່ສຽງ ແລະເນື່ອເລື່ອງໄດ້ຖືກການນຳໄປໃຊ້ໃນການສະແດງໂດຍນັກແຕ້ມກາຕູນ ແລະນັກສະແດງຕະຫຼົກຫຼາຍຫຼວງ.
ເລື່ອງຫຍໍ້[ດັດແກ້]
ແລປົງນັ້ນມີຫຼາຍເວີຊັ້ນ ໂດຍເນື້ອເລື່ອງອາດບໍ່ຄືກັນ ແຕ່ທຸກເວີຊັ້ນຈະມີແມ່ຍິງຜົມຍາວຢູ່ເທິງຫໍຄອຍ.
ເລື່ອງຫຍໍ້ເວີຊັ້ນວອນ ດິສະນີ[ດັດແກ້]
ໂກແຕນລັກພາໂຕແລປົງໄປຊ່ອນໄວ້ໃນຫໍຄອຍສູງກາງປ່າ ແລ້ວລ້ຽງເບິ່ງແຍງປານລູກໂຕເອງ ເພື່ອໃຊ້ຜົມຂອງແລປົງຊ່ອຍໃຫ້ນາງຄົງຄວາມເຍົາໄວແລະຈົດງາມ. ນາງຮູ້ດີວ່າ ຄັນຕັດຜົມຂອງແລປົງອອກ ຜົມນັ້ນຈະເສື່ອມສັບພະຄຸນ ດັ່ງນັ້ນ ນາງຈຶ່ງປ່ອຍໃຫ້ຜົມຂອງແລປົງຍາວໂດຍບໍ່ໄດ້ຕັດເລີຍ ແລະບໍ່ໃຫ້ແລປົງອອກນອກຫໍຄອຍເລີຍ. ທັງນີ້ ທຸກ ໆ ປີ ໃນວັນຄ້າຍວັນເກີດຂອງແລປົງ ພະລາຊາແລະລາສະດອນຂອງພະອົງຈະປ່ອຍໂຄມລອຍນັບແສນດວງຂຶ້ນສູ່ຟ້າ. ເຂົາເຈົ້າຫວັງວ່າໂຄມລອຍຈະນຳພາພະທິດາຂອງເຂົາເຈົ້າເມືອມາອີກເທຶ່ອ. ເຊົ້າມື້ນຶ່ງເມື່ອໂກແຕນເມືອມາ ແລປົງຂໍໃຫ້ນາງໄປເກັບເປືອກຫອຍມາໃຫ້ເປັນຂອງຂວັນວັນເກີດ. ໂກແຕນຍອມໃຊ້ເວລາເດີນທາງສາມມື້ໄປເອາຂອງຂວັນມາໃຫ້. ລະຫວ່າງນັ້ນ ແລປົງຕົກລົງກັບຟິນວ່າ ໃຫ້ພານາງອອກໄປນອກຫໍຄອຍ ເພື່ອໄປຊົມດູເຫຼົາໂຄມລອຍ ທີ່ນາງເຂົ້າໃຈວ່າເປັນ "ໝູ່ດາວ". ລະຫວ່າງເດີນທາງ ໂກແຕນພົບມ້າແມກຊີມທີ່ບໍ່ມີຄົນຂີ່ ແລະເກີດກັງວົນຂຶ້ນມາວ່າຈະມີຄນໄປພົບພໍ້ແລປົງຂຶ້ນ. ນາງຟ້າວຄືນເມືອໄປຍັງຫໍຄອຍ ແຕ່ພໍ້ວ່າແລປົງບໍ່ຢູ້ແລ້ວ. ຟິນພາແລປົງໜີໄປໄດ້. ພໍບໍ່ດົນແລປົງກໍຖືກໂກແຕນຈັບໂຕໄປເມື່ອຟິນມາຮອດຫໍຄອຍ ໂກແຕນແທງເຂົາຈາກຂ້າງຫຼັງ ກ່ອນແລປົງຈະໄດ້ຊ່ອຍຟິນ ຟິນຄວ້າເສດແວ່ນມາຕັດຜົມຂອງແລປົງ. ຜົມຂອງແລປົງຈຶ່ງປ່ຽນເປັນສີນ້ຳຕານເຂັ້ມແລະສູນເສຍສັບພະຄຸນໄປ. ໂກແຕນຮ້າຍແລະຮ່າງກາຍນາງກໍປ່ຽນກັບສູ່ຄວາມຊະລາຢ່າງໄວວາ ຈົນນາງບໍ່ອາດຍອມຮັບເງົາຂອງຕົນໃນແວ່ນໄດ້ ແລະໃຊ້ຜ້າຄຸມປິດໜ້າຕົນເອງໄວ້ ດ້ວຍຄວາມຮ້າຍແລະຕົກໃຈ ນາງສະດຸດພຸ່ງອອກຈາກປະຕູຫໍຄອຍ ລົງສູ່ພື້ນທາງລຸ່ມ ຮ່າງກາຍຂອງນາງກໍຮ່ວງໂຮຍຂຶ້ນເລື້ອຍໆ ກ່ອນນາງຈະໂດນກັບພື້ນແລ້ວປົ່ນເປັນຂີ້ເທົ່າດູກໄປ. ຟິນຄ່ອຍ ໆ ຕາຍລົງໃນອ້ອມແຂນຂອງແລປົງ ດ້ວຍຄວາມເສຍໃຈ. ແລປົງຮ້ອງໄຫ້ແລະຮ້ອງເພງມົນ ຢາດນ້ຳຕາຂອງນາງຢົດລົງເທິງແກ້ມຂອງຟິນແລະຍັງໃຫ້ລາວຟື້ນຈາກຄວາມຕາຍອີກຄັ້ງ. ທັງສອງກອດແລະຈູບກັນ ແລ້ວພາກັນເມືອອານາຈັກ ພະໄທຂອງລາຊາແລະລາຊິນີນັ້ນລົ້ນໄປດ້ວຍນ້ຳຕາຂອງຄວາມປີຕິທີ່ໄດ້ພໍ້ພະທິດາອີກເທື່ອ. ຫຼາຍປີຕໍ່ມາ ຟິນແລະແລປົງໄດ້ສົມລົດກັນ.
ອ້າງອີງ[ດັດແກ້]
- ↑ ຈາກ ຝຣັ່ງ: Raiponce ແຣປົງສ໌
- ↑ Jacob and Wilhelm Grimm, Household Tales (English translation by Margaretmm Hunt), 1884, "Rapunzel"
- ບັນນານຸກົມ
ແຫຼ່ງຂໍ້ມູນອື່ນ[ດັດແກ້]
- D.L. Ashliman's Grimm Brothers website. The classification is based on Antti Aarne and Stith Thompson, The Types of the Folktale: A Classification and Bibliography, (Helsinki, 1961).
- Translated comparison of 1812 and 1857 versions
- The Annotated Rapunzel with variants, illustrations and annotations