Ant-Man and the Wasp: ລຸຍຈັກກະວານຄວັນຕ້ຳ

ຈາກ ວິກິພີເດຍ
Ant-Man and the Wasp: ລຸຍຈັກກະວານຄວັນຕ້ຳ
ກຳກັບເພຕັນ ຣີດ
ຂຽນບົດເຈຟ ເລີຟເນສ
ສ້າງຈາກແມ່ແບບ:Indented plainlist
ອຳນວຍການສ້າງເຄວິນ ໄຟກີ
ນັກສະແດງນຳ
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍລດິສນີສະຕູດິໂອສ໌ໂມຊັນພິກເຊີສ໌
ວັນສາຍ16 ກຸມພາ 2023
(ປະເທດລາວ)
17 ກຸມພາ 2023
(ສະຫະລັດອາເມລິກາ)
ປະເທດສະຫະລັດອາເມລິກາ
ພາສາອັງກິດ

Ant-Man and the Wasp: ລຸຍຈັກກະວານຄວັນຕ້ຳ (ອັງກິດ: Ant-Man and the Wasp: Quantumania) ເປັນຮູບເງົາຊູເປີຮີໂຣ່ສັນຊາດອາເມລິກາທີ່ສ້າງຈາກຕົວລະຄອນມາເວລ ຄໍມິກສ໌ຊື່ ສະກັອດ ແລງ / ແອນທ໌-ແມນ ແລະ ໂຮບ ແວນ ໄດນ໌ / ວອສພ໌ ຜະລິດໂດຍ ມາເວລສະຕູດິໂອສ໌ ແລະ ຈັດຈຳໜ່າຍໂດຍວໍລດິສນີສະຕູດິໂອສ໌ໂມຊັນພິກເຊີສ໌ ເປັນພາກຕໍ່ຂອງ Ant-man (2015) ແລະ Ant-Man and the Wasp (2018) ແລະ ເປັນສ່ວນໜຶ່ງຂອງຈັກກະວານຮູບເງົາມາເວລ (MCU) ຮູບເງົາເລື່ອງນີ້ກຳກັບໂດຍ ເພຕັນ ຣີດ ຈາກບົດຮູບເງົາໂດຍ ເຈຟ ເລີຟເນສ ແລະ ນຳສະແດງໂດຍ ພອບ ຣາດ ຮັບບົດເປັນ ແລງ ແລະ ເອວານເຈລີນ ລິລລີ ເປັນ ແວນ ໄດນ໌ ຮ່ວມກັບ ໄມເຄິລ ເພັນຍາ, ໄມເຄິລ ດັກລາສ, ມິເຊລ ໄຟເຟີ, ແຄທຣິນ ນິວຕັນ ແລະ ຈໍນາທັນ ເມເຈີສ໌

ແຜນສຳລັບຮູບເງົາແອນທ໌-ແມນ ເລື່ອງທີສາມໄດ້ຮັບການຢືນຢັນໃນເດືອນພະຈິກ ປີ 2019 ໂດຍ ຣີດ ແລະ ຣາດ ຈະກັບມາ Loveness ໄດ້ຮັບການວ່າຈ້າງພາຍໃນເດືອນເມສາປີ 2020 ໂດຍການພັດທະນາຂອງຮູບເງົາເລື່ອງນີ້ຈະເລີ່ມຂຶ້ນໃນຊ່ວງການລະບາດທົ່ວຂອງໂຄໂຣນາໄວຣັສ 2019-2020 ຂື່ຂອງຮູບເງົາເລື່ອງນີ້ ແລະ ສະມາຊິກໃໝ່ໄດ້ຮັບການປະກາດໃນເດືອນທັນວາ ປີ 2020 ການຖ່າຍທຳຈະເລີ່ມໃນຕົ້ນເດືອນກຸມພາປີ 2021 ໃນຕຸລະກີ ແລະ ຈະຖ່າຍທຳໃນແອດແລນຕາ, ລອນດອນ ແລະ ລອສ ແອນເຈີລິສດ້ວຍ

Ant-Man and the Wasp: ລຸຍຈັກກະວານຄວັນຕ້ຳ ມີກຳນົດສາຍໃນສະຫະລັດອາເມລິກາໃນວັນທີ 17 ກຸມພາ 2023 ເຊິ່ງເປັນສ່ວນໜຶ່ງຂອງໄລຍະຫ້າຂອງ MCU

ອ້າງອີງ[ດັດແກ້]