Jump to content

ລາງວັນອອສກາ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Academy Award)
ນັກສະແດງຊາຍໃນຂະນະທີ່ຖືລາງວັນອອສກາ

ລາງວັນອອສກາ (ອັງກິດ: Academy Award; "ລາງວັນສະຖາບັນ") ຫຼື ອອສກາ (ອັງກິດ: Oscar)[1] ເປົນລາງວັນສໍາລັບຜົນສໍາເລັດທາງດ້ານສິລະປະແລະດ້ານວິຊາການໃນອຸດສາຫະກໍາຮູບເງົາ ເຊິ່ງຖືກຈັດທຸກຈໍາປີໂດຍສະຖາບັນສິລະປະແລະວິທະຍາການຮູບເງົາ (AMPAS) ເພື່ອສັນລະເສີນຄວາມເປັນເລີດໃນຜົນສໍາເລັດຂອງຮູບເງົາ ເຊິ່ງຖືກປະເມີນໂດຍການລົງຄະແນນສຽງຈາກສະມາຊິກຂອງສະຖາບັນ[2] ລາງວັນອອສກາຖືວ່າເປັນລາງວັນທີ່ມີຊື່ສຽງແລະສຳຄັນທີ່ສຸດໃນວົງການບັນເທີງຂອງສະຫະລັດແລະທົ່ວໂລກ[3][4][5] ຮູບປັ້ນອອສກາມີລັກສະນະເປັນອັດສະວິນໃນຮູບແບບສິລະປະຕົກແຕ່ງ[6]

ລາງວັນຫຼັກຈະຖືກນໍາສະເໜີໃນລະຫວ່າງການອອກອາກາດສົດທາງໂທລະພາບຮອລລີວູດ ໂດຍທົ່ວໄປແລ້ວແມ່ນຈັດຂຶ້ນໃນເດືອນກຸມພາຫຼືເດືອນມີນາ ອອສກາຖືເປັນພິທີມອບລາງວັນການບັນເທີງທີ່ເກົ່າແກ່ທີ່ສຸດໃນໂລກ[7] ໂດຍໄດ້ຖືກຈັດຂຶ້ນຄັ້ງທໍາອິດໃນປີ 1929[8] ແລະເທື່ອທີ່ສອງໃນປີ 1930 ໄດ້​ຮັບ​ໄດ້​​ການ​ປະກາດ​ຜົນຜ່ານ​ທາງ​ວິທະຍຸ ໃນ​ປີ 1953​ ອອສກາ​ໄດ້​ອອກ​ອາ​ກາດ​ຄັ້ງ​ທໍາ​ອິດ​ໃນ​ໂທລະ​ພາບ​[7] ອອສກາແມ່ນໜຶ່ງໃນສີ່ລາງວັນການບັນເທີງໃຫຍ່ທີ່ສຸດຂອງສະຫະລັດ ເທົ່າກັບລາງວັນເອມມີສໍາລັບໂທລະພາບ, ລາງວັນໂທນີສໍາລັບລະຄອນເວທີ ແລະລາງວັນແກຣມມີສໍາລັບດົນຕີ ເຊິ່ງທັງໝົດມີຕົ້ນແບບຈາກອອສກາ[9]

ອ້າງອິງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).