ລາງວັນອອສກາ

ລາງວັນອອສກາ (ອັງກິດ: Academy Award; "ລາງວັນສະຖາບັນ") ຫຼື ອອສກາ (ອັງກິດ: Oscar)[1] ເປົນລາງວັນສໍາລັບຜົນສໍາເລັດທາງດ້ານສິລະປະແລະດ້ານວິຊາການໃນອຸດສາຫະກໍາຮູບເງົາ ເຊິ່ງຖືກຈັດທຸກຈໍາປີໂດຍສະຖາບັນສິລະປະແລະວິທະຍາການຮູບເງົາ (AMPAS) ເພື່ອສັນລະເສີນຄວາມເປັນເລີດໃນຜົນສໍາເລັດຂອງຮູບເງົາ ເຊິ່ງຖືກປະເມີນໂດຍການລົງຄະແນນສຽງຈາກສະມາຊິກຂອງສະຖາບັນ[2] ລາງວັນອອສກາຖືວ່າເປັນລາງວັນທີ່ມີຊື່ສຽງແລະສຳຄັນທີ່ສຸດໃນວົງການບັນເທີງຂອງສະຫະລັດແລະທົ່ວໂລກ[3][4][5] ຮູບປັ້ນອອສກາມີລັກສະນະເປັນອັດສະວິນໃນຮູບແບບສິລະປະຕົກແຕ່ງ[6]
ລາງວັນຫຼັກຈະຖືກນໍາສະເໜີໃນລະຫວ່າງການອອກອາກາດສົດທາງໂທລະພາບຮອລລີວູດ ໂດຍທົ່ວໄປແລ້ວແມ່ນຈັດຂຶ້ນໃນເດືອນກຸມພາຫຼືເດືອນມີນາ ອອສກາຖືເປັນພິທີມອບລາງວັນການບັນເທີງທີ່ເກົ່າແກ່ທີ່ສຸດໃນໂລກ[7] ໂດຍໄດ້ຖືກຈັດຂຶ້ນຄັ້ງທໍາອິດໃນປີ 1929[8] ແລະເທື່ອທີ່ສອງໃນປີ 1930 ໄດ້ຮັບໄດ້ການປະກາດຜົນຜ່ານທາງວິທະຍຸ ໃນປີ 1953 ອອສກາໄດ້ອອກອາກາດຄັ້ງທໍາອິດໃນໂທລະພາບ[7] ອອສກາແມ່ນໜຶ່ງໃນສີ່ລາງວັນການບັນເທີງໃຫຍ່ທີ່ສຸດຂອງສະຫະລັດ ເທົ່າກັບລາງວັນເອມມີສໍາລັບໂທລະພາບ, ລາງວັນໂທນີສໍາລັບລະຄອນເວທີ ແລະລາງວັນແກຣມມີສໍາລັບດົນຕີ ເຊິ່ງທັງໝົດມີຕົ້ນແບບຈາກອອສກາ[9]
ອ້າງອິງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).