ໝີແດງແປງກາຍ

ຈາກ ວິກິພີເດຍ
ໝີແດງແປງກາຍ
ໂປສເຕີຮູບເງົາສະບັບພາສາລາວ
ກຳກັບໂດມີ ຊີ
ບົດຮູບເງົາ
ເນື້ອເລື່ອງ
  • ໂດມີ ຊີ
  • ຈູເລຍ ໂສ
  • ຊາຣາ ສະໄຕເກີ
ອຳນວຍການສ້າງລິນຊີ ຄໍລລິນ
ນັກສະແດງນຳ
ກຳກັບພາບ
  • ມາຢາ ອາບູ ຊີດີ
  • ໂຈນາທານ ພິດໂກ
ຕັດຕໍ່
  • ນິໂຄລັດສ໌ ຊີ. ສະມິດ
  • ສະຕີບ ບລູມ
ດົນຕີປະກອບລູດວິກ ໂຍລັນຊອງ
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍລ ດິສນີ ສະຕູດີໂອສ໌
ໂມຊັນ ພິກເຈີ
ວັນສາຍ21 ກຸມພາ 2022
(ເອ​ເວີ​ລີ​ແມນໂບ​ໂລ​ຢາດ)

11 ມີນາ ຄ.ສ. 2022
(ສະຫະລັດອາເມຣິກາ)

10 ມີນາ 2022
(ລາວ)
ຄວາມຍາວ100 ນາທີ[1]
ປະເທດສະຫະລັດອາເມຣິກາ
ພາສາອັງກິດ
ທຶນສ້າງ175 ລ້ານໂດລາສະຫະລັດ[2]
ລາຍໄດ້17.1 ລ້ານໂດລາສະຫະລັດ[3][4]

ໝີແດງແປງກາຍ (ອັງກິດ: Turning Red) ເປັນຮູບເງົາຄອມພິວເຕີແອນິເມຊັນອາເມຣິກາແນວຕະຫຼົກແຟນຕາຊີ ສາຍອອກໃນປີ 2022 ສ້າງໂດຍ ພິກຊາ ແອນິເມຊັນ ສະຕູດິໂອສ໌ ແລະ ຈັດຈຳໜ່າຍໂດຍ ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ ຮູບເງົາກຳກັບໂດຍ ໂດມີ ຊີ (ແມ່ນການກຳກັບຮູບເງົາຄັ້ງທໍາອິດຂອງນາງ) ຂຽນບົດໂດຍ ຊີ ແລະ ຈູເລຍ ໂສ ຕົວລະຄອນໃຫ້ສຽງໂດຍ ໂຣຊາລີ ຈຽງ, ແຊນດຣາ ໂອ, ເອວາ ມໍຣສ໌, ຮາເຢອິນ ປາກ, ໄມຕຣີຍີ ຣາມກຣີສະນະ, ໂອໄຣອອນ ລີ, ໄວ ຊິງ ໂຮ, ທຣິສຕັນ ອັລເລີຣິກ ເຊິນ ແລະ ເຈມ ຫົງ

ຮູບເງົາດຳເນີນເລື່ອງທີ່ ໂຕຣອນໂຕ, ລັດອອນແທລີໂອ ໃນປີ 2002 ເລົ່າເລື່ອງລາວຂອງ ເໝີຍລິນ. "ເໝີຍ" ລີ ນັກຮຽນຍິງຊາວຈີນ-ການາດາ ອາຍຸ 13 ປີ ທີ່ແປງກາຍເປັນ ແພນດ້າແດງ ໃນເວລາທີ່ນາງມີອາລົມທີ່ຮຸນແຮງ ຮູບເງົາໄດ້ເລີ່ມພັດທະນາໃນປີ 2018. ຫຼັງຈາກທີ່ນາງໄດ້ນໍາສະເໜີຕໍ່ ພິກຊາໃນເດືອນຕຸລາ 2017 ຮູບເງົາໄດ້ຮັບແຮງບັນດານໃຈຈາກປະສົບການຂອງຊີໃນໂຕຣອນໂຕ ໝີແດງແປງກາຍ ເປັນຮູບເງົາພິກຊາເລື່ອງທໍາອິດທີ່ໄດ້ກໍາກັບໂດຍຜູ້ຍິງດຽວ ແລະ ຄັ້ງທີສອງທີ່ມີຊາວອາຊີເປັນຕົວລະຄອນນຳ ຕໍ່ຈາກ Up (2009 film)

ໝີແດງແປງກາຍ ສາຍຮອບພິເສດທີ່ ເອ​ເວີ​ລີ​ແມນໂບ​ໂລ​ຢາດ ໃນລອນດອນເມື່ອວັນທີ 21 ກຸມພາ ປີ 2022 ຮູບເງົາສາຍຮອບປະຖົມມະທັດເມື່ອວັນທີ 1 ມີນາ ແລະ ສາຍໃນບໍລິການສະຕຣີມມິ່ງ ດິສນີ+ ເມື່ອວັນທີ 11 ມີນາ ພ້ອມກັບສາຍໃນຮູບເງົາທີ່ ໂຮງລະຄອນເອລແຄບປິຕັນ ແລະ ເອເອັມຊີເອັມໄພຣ໌ 25 ຮູບເງົາສາຍໃນໂຮງຮູບເງົາຂອງປະເທດສ່ວນໃຫຍ່ທີ່ບໍ່ມີດິສນີ+ ແລະ ໄດ້ຮັບຄຳຊົມຈາກນັກວິຈານໃນເລື່ອງຂອງເນື້ອເລື່ອງ, ຕະຫຼົກ, ແອນິເມຊັນ, ການໃຫ້ສຽງ ແລະ ການໃຊ້ວັດທະນະທຳ

ສ່ວນໃນປະເທດລາວມີກຳນົດສາຍໃນໂຮງຮູບເງົາ ວັນທີ 10 ມີນາ ປີ 2022

ອ້າງອີງ[ດັດແກ້]

  1. "Turning Red". Disney+. Archived from the original on 2022-03-11. Retrieved March 11, 2022.
  2. Bares, Brooks (March 7, 2022). "With Turning Red, a Big Red Panda Helps Break a Glass Ceiling". The New York Times. Archived from the original on March 9, 2022. Retrieved March 9, 2022.
  3. "Turning Red". The Numbers. Retrieved May 6, 2022.
  4. "Turning Red". Box Office Mojo. Retrieved 2022-05-06.