ໝາລ່າ

ຈາກ ວິກິພີເດຍ
ໝາລ່າ
ໝໍ້ຮ້ອນກັບເຄື່ອງໝາລ່າ
ຈີນ
ຊື່ພາສາຈີນອື່ນ ໆ
 ຈີນດັ້ງເດີມ麻辣醬
ຈີນປະຍຸກ麻辣酱

ໝາລ່າ (ຈີນ: 麻辣; ພິນອິນ: málà) ເປົນໜຶ່ງໃນລົດຊາດທີ່ນິຍົມທີ່ສຸດໃນອາຫານຈີນ ເຄື່ອງປຸງລົດຊາດນີ້ປະກອບໄປດ້ວຍ ໝາກເຜັດເສສວນ, ໝາກເຜັດ ແລະເຄື່ອງເທດອື່ນໆ ຕົ້ມໃສ່ນ້ຳມັນ ຄຳວ່າໝາລ່າ ແມ່ນມາຈາກການປະສົມກັນຂອງຕົວໜັງສືຈີນສອງຕົວຄື ໝາ () ແປວ່າ "ຊາ" ກັບ ລ່າ () ແປວ່າ "ເຜົດ" ເຊິ່ງບົ່ງບອກຄວາມຮູ້ສຶກໃນປາກຫຼັງຈາກກິນເຄື່ອງປຸງດັ່ງກ່າວເອີ້ນ​ວ່າ​ສະ​ພາບ​ການ "ເດົ້າລີ້ນ​"​[1]

ໝາລ່າແມ່ນລົດຊາດຂອງອາຫານພາກພື້ນສໍາລັບຈົງຊິງແລະເສສວນ[2] ແລະໃນປະຈຸບັນໝາລ່າໄດ້ກາຍເປັນຫນຶ່ງໃນເຄື່ອງປຸງທີ່ນິຍົມທີ່ສຸດໃນອາຫານຈີນ ໝ່າລ່າຖືກໃຊ້ໃນອາຫານຫຼາຍຊະນິດທັ້ງຜັດ, ແກງ, ປິ້ງ ໄປຈົນເຖິງໝໍ້ຮ້ອນ ຫຼືໝໍ້ຈຸ້ມ ໃນ​ເສສວນ ແລະ​​ຢຸນນານ ຜົງໝາລ່າ​ໄດ້​ຖືກ​ນໍາ​ໃຊ້​ເພື່ອ​ປຸງໃສ່ອາຫານເອີ້ນນ້ຳຍ່ອຍແລະ​ອາ​ຫານ​ຕາມ​ຖະ​ຫນົນ​ເຊັ່ນ ເຕົ້າຫູ້ເໝັນ, ຊີ້ນປີ້ງ ແລະຜັກປິ້ງ

ອ້າງອີງ[ດັດແກ້]

  1. textilefoodcolorchem (2017-12-19). "++ว่าด้วยความ "เด้าลิ้น" ของซุปหม่าล่า++". เคมีฟิสิกส์ของสิ่งทอ อาหาร และของรอบตัว (in ໄທ).
  2. "'หม่าล่า' เผ็ดชาสไตล์จีน บนมื้ออาหารคนไทย". The Momentum (in ໄທ). Retrieved 2018-04-29.