ໄອຊັກ ແອຊິມອບ

ຈາກ ວິກິພີເດຍ

ໄອຊັກ ແອຊິມອບ (ອັງກິດ: Isaac Asimov; ລັດເຊຍ: Айзек Азимов Ayzek Azimov; IPA: /ˈaɪzək ˈæzɪmˌɔf/; 2 ມັງກອນ 1920 – 6 ເມສາ, 1992) ເປັນນັກຂຽນແລະນັກຊີວະເຄມີຊາວອາເມລິກັນເຊື້ອສາຍລັດເຊຍທີ່ປະສົບຄວາມສຳເລັດຢ່າງສູງ. ມີຊື່ສຽງຮູ້ຈັກກັນດີໃນຖານະນັກຂຽນນິຍາຍວິທະຍາສາດ ແລະປຶ້ມແນວວິທະຍາສາດສຳລັບບຸກຄົນທົ່ວໄປ. ຜົນງານທີ່ມີຊື່ສຽງທີ່ສຸດ ແມ່ນ ປຶ້ມຊຸດສະຖາບັນສະຖາປະນາ ລວມທັງປຶ້ມອີກ 2 ຊຸດ ແມ່ນ ປຶ້ມຊຸດຈັກກະວັດເອັມໄພ ແລະ ປຶ້ມຊຸດຫຸ່ນຍົນ. ນອກຈາກນີ້ ຍັງໄດ້ຂຽນນິຍາຍແນວລຶກລັບແລະແຟນຕາຊີ ລວມທັງສາລະຄະດີອີກຈຳນວນຫຼາຍ. ໄດ້ຂຽນປຶ້ມໃນໝວດໃຫຍ່ໆ ຂອງລະບົບທົດສະນິຍົມດິວອີ້ທຸກແນວເນື້ອຫາ ເວັ້ນແຕ່ແນວປັດຍາເທົ່ານັ້ນ.

ອ້າງອີງ[ດັດແກ້]