ໄມເຄິ້ນ ແຈັກຊັ້ນ

ຈາກ ວິກິພີເດຍ
ແຈັກສັນໃນ​ປີ 1984​

ໄມເຄິ້ນ ແຈັກຊັ້ນ (ມີຊື່ເຕັມວ່າ ໄມເຄິ້ນ ໂຈເຊັບ ແຈັກຊັ້ນ; ອັງກິດ: Michael Joseph Jackson; 29 ສິງຫາ ຄ.ສ. 195825 ມິຖຸນາ ຄ.ສ. 2009) ໄດ້ຮັບການຂະໜານນາມວ່າເປັນ ລາຊາເພງປັອບ (King of Pop).[1]

ລາວເປັນລູກຄນທີ 7 ຂອງຄອບຄົວແຈັກຊັ້ນ ປາກົດໂຕເທື່ອທຳອິດໃນລະດັບອາຊີບດ້ານດົນຕີຕັ້ງແຕ່ອາຍຸ 11 ປີ ໂດຍເປັນໜຶ່ງໃນສະມາຊິກວົງເດິແຈັກຊັ້ນຟາຍ ໃນປີ 1969. ລາວເລີ່ມມີຜົນງານດ່ຽວໃນປີ 1971 ຂະນະທີ່ຍັງຄົງເປັນສະມາຊິກຂອງວົງຢູ່ ໃນປີ 1982 ມີຜົນງານອະລະບ້ຳທີ່ຊື່ Thriller ເຊິ່ງຖືເປັນອະລະບ້ຳທີຂາຍດີທີ່ສຸດຕະຫຼອດການ[2]ແລະສີ່ອະລະບ້ຳດ່ຽວທີ່ເຫຼືອກໍຍັງຖືວ່າແມ່ນອະລະບ້ຳທີ່ຂາຍດີທີ່ສຸດອະລະບ້ຳໜຶ່ງ ອັນປະກອບດ້ວຍຊຸດ Off the Wall (1979), Bad (1987), Dangerous (1991) ແລະ HIStory (1995).

ຕົ້ນຄິດທົດສະວັດ 1980 ລາວເລີ່ມມີຄວາມໂດດເດັ່ນໃນວົງການເພງປັອບ ແລະຖືເປັນຊາວອາຟິກັນ-ອາເມລິກັນ ຄົນທຳອິດທີ່ມີແຟນເພງຫຼາຍຫຼວງຜ່ານທາງຊ່ອງເອັມທີວີ. ຄວາມນິຍົມຊົມຊື່ນຂອງລາວມາຈາກການອອກອາກາດມິວສິກວິດີໂອທາງຊ່ອງເອັມທີວີ ຢ່າງເຊັ່ນເພງ "Beat It ", "Billie Jean " ແລະ "Thriller—ເພງນີ້ໄດ້ຮັບເອີ່ຍເຖິງວ່າແມ່ນການປ່ຽນແປງຮູບແບບມິວສິກວິດີໂອຈາກອຸປະກອນການປະຊາສຳພັນໄປເປັນຮູບແບບຂອງສິລະປະ— ມິວສິກວິດີໂອເຫຼົ່ານີ້ໄດ້ຊ່ອຍໃຫ້ຊ່ອງທີ່ຫາກໍເປີດໃໝ່ນີ້ມີຊື່ສຽງເພີ່ມຂຶ້ນ. ວິດີໂອເພງ "Black or White " ແລະ "Scream " ກໍຍັງຄົງເປີດບ່ອຍທາງຊ່ອງເອັມທີວີໃນຄິດທົດສະວັດ 1990 ດ້ວຍ ລີລາເທິງເວທີຂອງແຈັກຊັ້ນແລະມິວສິກວິດີໂອ. ແຈັກຊັ້ນສ້າງຄວາມໂດ່ງດັງກັບທ່າເຕັ້ນຊັບຊ້ອນໂດຍໃຊ້ຮ່າງກາຍຫຼາຍຫຼວງຫຼາຍ ໆ ທ່າ ຢ່າງເຊັ່ນທ່າເຕັ້ນໂຣບົດແລະທ່າເຕັ້ນມູນວອກ. ສ່ວນເອກະລັກດ້ານດົນຕີແລະສຽງຮ້ອງຂອງລາວຍັງເປັນອິດທິພົນໃຫ້ກັບສິລະປິນແນວຮິບຮັອບ ປັອບ ແລະອາແອນບີ ໃຫ້ອີກຫຼາຍຄົນ. ອິດທິພົນເພງຂອງລາວມີແພ່ກະຈາຍໄປສູ່ຄົນຫຼາຍລຸ້ນ.

ແຈັກຊັ້ນຫາເງິນຫຼາຍລ້ານໂດລາເພື່ອມູລະນິທິການກຸສົນຂອງລາວ. ມີຊິງເກິ້ນການກຸສົນຫຼາຍຫຼວງທີສະໜັບສະໜຸນໃຫ້ກັບ 39 ອົງກອນ. ຊີວິດສ່ວນໂຕຂອງລາວມັກປາກົດໂຕໂດຍການປັບປ່ຽນເສື້ອຜ້າແລະພຶດຕິກຳໃຫ້ຄົນອື່ນຈື່ບໍ່ໄດ້ ແຕ່ນີ້ກໍແມ່ນສິ່ງທີ່ທຳລາຍພາບລັກທີ່ດີຂອງລາວດ້ວຍເຊັ່ນກັນ. ລາວຍັງຖືກຂໍ້ກ່າວຫາລວນລາມທາງເພດເດັກໃນປີ 1993 ແຕ່ກໍປິດລົງໂດຍລາວບໍ່ມີຄວາມຜິດເນື່ອງຈາກມີຫຼັກຖານບໍ່ພຽງພໍ. ແຈັກຊັ້ນມີບັນຫາກ່ຽວກັບສຸຂະພາບຕັ້ງແຕ່ຕົ້ນຄິດທົດສະວັດ 1990 ແລະຍັງມີຂໍ້ມູນລາຍງານຂັດແຍ້ງໃນເລື່ອງຖານະການເງິນຂອງລາວຕັ້ງແຕ່ປາຍຄິດທົດສະວັດ 1990. ແຈັກຊັ້ນແຕ່ງງານມາແລ້ວສອງເທື່ອ ມີລູກສາມຄົນ. ຕໍ່ມາໃນປີ 2005 ລາວມີຂໍ້ພິພາດອີກເທື່ອເລື່ອງລ່ວງລະເມີດທາງເພດແລະອີກຫຼາຍຄະດີ ແຕ່ລາວກໍບໍ່ມີຄວາມຜິດ (ເຊິ່ງໃນພາຍຫຼັງຄູ່ກໍລະນີຫຼາຍລາຍໄດ້ອອກມາຍອມຮັບວ່າ ແຈັກຊັ້ນ ບໍ່ໄດ້ເຮັດ ແລະທີ່ກ່າວຫາ ຍ້ອນເປັນເດັກ ແລະຖືກຜູ້ປົກຄອງບັງຄັບ ໂດຍຫວັງທີ່ຈະໄດ້ຮັບເງິນຄ່າເສຍຫາຍ.)

ລາວເປັນໜຶ່ງໃນບໍ່ຈັກສິລະປິນທີ່ມີຊື່ຢູ່ໃນ ລັອກແອນໂລນຮອນອອບເຟມ ເຖິງສອງເທື່ອ ຜົນງານຂອງລາວປະສົບຄວາມສຳເລັດໄດ້ຮັບສະຖິຕິຫຼາຍເທື່ອຈາກກິນເນສບຸກ ລວມເຖິງໃນຫົວຂໍ້ ເປັນໜຶ່ງໃນ "ສິລະປິນບັນເທີງທີ່ປະສົບຄວາມສຳເລັດທີ່ສຸດຕະຫຼອດການ." ລາວໄດ້ຮັບຮາງວັນແກມມີ້ 13 ເທື່ອ. ມີ 13 ຊິງເກິ້ນທີ່ຂຶ້ນອັນດັບ 1 ໃນຖານະນັກຮ້ອງດ່ຽວ ແລະມີຍອດຂາຍລວມກວ່າ 750 ລ້ານຊຸດທົ່ວໂລກ.[3]ລາວຖືເປັນສ່ວນສຳຄັນໃນວັດທະນະທຳເພງປັອບຫຼາຍວ່າ 4 ທົດສະວັດ. ໄມເຄິ້ນ ແຈັກຊັ້ນເສຍຊີວິດເມື່ອວັນທີ 25 ມິຖຸນາ ຄ.ສ. 2009 ອາຍຸໄດ້ 50 ປີ.[4]

ອ້າງອີງ[ດັດແກ້]

  1. Ryan, Joal (2009-06-25). "Michael Jackson, Pop's Thrilling King, Dead at 50". E! Online. Retrieved 2009-06-25.
  2. "Music Icon Quincy Jones Kicks-Off New Series in Tribune Newspapers". PR Newswire. January 16, 2009. Archived from the original on ເມສາ 13, 2009. Retrieved January 24, 2009.
  3. Eisinger, Amy. "Britney Spears isn't the only pop star primed for a comeback: Get ready for Michael Jackson", 2009-03-04. ຮຽກຂໍ້ມູນວັນທີ 2009-06-26
  4. Matthew Moore (2009-06-26) Michael Jackson, King of Pop, dies of cardiac arrest in Los Angeles Telegraph. Retrieved on 2009-06-27.