ໂຮແມ
Appearance
![](http://upload.wikimedia.org/wikipedia/commons/thumb/0/0b/William-Adolphe_Bouguereau_%281825-1905%29_-_Homer_and_his_Guide_%281874%29.jpg/220px-William-Adolphe_Bouguereau_%281825-1905%29_-_Homer_and_his_Guide_%281874%29.jpg)
ໂຮແມ (ກະເລັກບູຮານ: Ὅμηρος Hómēros ; ອັງກິດ: Homer; ຝຣັ່ງ: Homère) ເປັນນັກແຕ່ງກອນໃນຕຳນານຊາວກະເລັກ ເຊິ່ງເຊື່ອກັນວ່າເປັນຜູ້ແຕ່ງມະຫາກາບເລື່ອງ ອີລຽດ ແລະ ໂອດິດເຊ. ຊາວກະເລັກບູຮານເຊື່ອກັນວ່າໂຮແມເປັນນັກປະຫວັດສາດ ແຕ່ນັກວິຊາການໃນປັດຈຸບັນພັດເບິ່ງໂຮແມດ້ວຍຄວາມຮູ້ສຶກສົງໄສ ຍ້ອນແມ່ນຂໍ້ມູນຊີວະປະຫວັດທີ່ສືບຕໍ່ກັນມາຍາວດົນຫຼາຍ. ອີກທັງໂຕກາບເອງ ກໍເລົ່າແບບປາກຕໍ່ປາກມາດົນນັບສະຕະວັດ ແລະດັດແກ້ໃໝ່ຈົນກາຍມາເປັນກະວີ. ມາຕິນ ເວສຕ໌ ເຊື່ອວ່າ "ໂຮແມ" ບໍ່ແມ່ນຊື່ຂອງກະວີໃນປະຫວັດສາດ ແຕ່ເປັນພຽງຊື່ທີ່ສ້າງຂຶ້ນມາ.