ໂມງ

ຈາກ ວິກິພີເດຍ
Paolo Monti, 1965

ໂມງ (ອັງກິດ: clock, ຝຣັ່ງ: horloge) ແມ່ນເຄື່ອງມືສຳລັບໃຊ້ບອກເວລາ ສ່ວນຫຼາຍຈະມີຮອບເວລາ 12 ຊົ່ວໂມງຫຼື 24 ຊົ່ວໂມງ ສຳລັບໂມງທົ່ວໄປ ມີເຄື່ອງໝາຍບອກຊົ່ວໂມງ ນາທີ ຫຼືວິນາທີ. ເຄື່ອງມືສຳລັບຈັບເວລາໄລຍະສັ້ນ ໆ ເອີ້ນວ່າໂມງຈັບເວລາ. ເດີມນັ້ນແມ່ນອຸປະກອນກົນຈັນ ມີລານໝູນຂັບເຄື່ອນແຮງແລະມີເຟືອງເປັນໂຕທົດຄວາມໄວໃຫ້ໄດ້ຮອບທີ່ຕ້ອງການແລະໃຊ້ເຂັມບອກເວລາ ໂດຍໃຊ້ໜ້າປັດຂຽນໂຕເລກລະບຸເວລາເອົາໄວ້.