ແພັກກີ້ ສະກົນນະລີ

ຈາກ ວິກິພີເດຍ
ແພັກກີ້ ສະກົນນະລີ
ຊື່ເກີດສະສິວິມົນ ໄຊປະເທດ
(ໄທ: ศศิวิมล ไชยประเทศ)
ເກີດ (1999-01-07) 7 ມັງກອນ ຄ.ສ. 1999 (25 ປີ)
ອຳເພີສະຫວ່າງແດນດິນ, ຈັງຫວັດສະກົນນະຄອນ, ທຸງຊາດຂອງໄທ ໄທ
ປະເພດລູກທົ່ງ, ປັອບ, ໝໍລຳ
ອາຊີບນັກຮ້ອງ
ເຄື່ອງດົນຕີຂັບຮ້ອງ
ປີປະຕິບັດວຽກ2021-ປະຈຸບັນ
ຄ່າຍແກມມີ້ໂກລດ໌

ສະສິວິມົນ ໄຊປະເທດ (ໄທ: ศศิวิมล ไชยประเทศ ເກິດ 7 ມັງກອນ 1999) ຫຼືຊື່ໃນວົງການ ແພັກກີ້ ສະກົນນະລີ (ໄທ: แพ็กกี้ สกลนรี) ແມ່ນນັກຮ້ອງລູກທົ່ງຍິງຊາວໄທສັງກັດແກມມີ້ໂກລດ໌

ປະຫວັດ[ດັດແກ້]

ເກິດເມື່ອວັນທີ່ 7 ມັງກອນ 1999 ທີ່ອຳເພີສະຫວ່າງແດນດິນ ຈັງຫວັດສະກົນນະຄອນ ປະເທດໄທ[1] ນາງຈົບການສຶກສາຊັ້ນມັດ​ທະ​ຍົມຕອນປາຍຈາກໂຮງຮຽນສະຫວ່າງແດນດິນ ແລະກຳລັງສຶກສາຄະນະຄະລຸສາດ ສາຂາວິຊາພາສາໄທ ມະຫາວິທະຍາໄລລາຊະພັດສະກົນນະຄອນ[1]

ນາງເລິ້ມຕົ້ນອາຊີບນັກດົນຕີຈາກວົງດົນຕີທີ່ເຂົ້າຮຽນໃນໂຮງຮຽນ ນາງໄດ້ໂຄເວີເພງລູກທົ່ງມາກມາຍໃນຊ່ອງຍູທູບໃນຊື່ "ເຕິບນຶງ ສະຕູດິໂອ" (เติบนึง สตูดิโอ) ເພື່ອດຶງຄວາມສົນໃຈມາສູ່ການຮ້ອງເພງຂອງນາງບົນເວັບ ວັນໜຶ່ງ ສະຫຼາ ຄຸນນະວຸດ ເຊິ່ງແມ່ນນັກແຕ່ງເພງພາຍໃຕ້ສັງກັດແກມມີ້ໂກລດ໌ເພື່ອພົບນາງແລະເຫັນຄວາມສາມາດຂອງນາງ ສະຫຼາຈຶ່ງພານາງເຂົ້າວົງການໃນທ້າຍປີ 2020

ນາງໄດ້ບັນທຶກເພງ ຜູ້ບ່າວລົດແຫ່ແຢ່ລູກສາວເຈົ້າພາບ (ผู้บ่าวรถแห่แหย่ลูกสาวเจ้าภาพ) ຮ່ວມກັບ ມົນແຄນ ແກ່ນຄູນ ໃນເດືອນເມສາ ປີ 2021[2] ນາງມີຊິງເກິ້ນທຳອິດຄຶ ຍາອ້າຍ (ญาอ้าย) ໃນເດືອນກັນຍາ ປີ 2021 ເພງອື່ນໆຂອງນາງໄດ້ແກ່ ຈົບຮັກ (ສະບັບຄວາຍໆ) (จบฮัก (ฉบับควายๆ)) ແລະ ສາວສະຫວ່າງ YOUNG LOVE (สาวสว่าง YOUNG LOVE)

ຜົນງານ[ດັດແກ້]

ຊິງເກິ້ນດ່ຽວ[ດັດແກ້]

ປີ ຊື່ເພງ ຄ້າຍ ໝາຍເຫດ
2021 ຮ້ອງໄຫ້ໃກ້ໜອງຫານ (ร้องไห้ใกล้หนองหาน) (ຮ້ອງແກ້ຈາກເພງ ທິ້ງໄວ້ທີ່ໜອງຫານ ຂອງ ວົງເດືອນ ຊະໄມພອນ) ແກມມີ້ໂກລດ໌ ເພງໃນໂປເຈັກ ລຸຍໂລດລົດແຫ່ (ลุยโลดรถแห่)
ຍາອ້າຍ (ญาอ้าย) ຊິງເກິ້ນທຳອິດພາຍໃຕ້ສັງກັດແກມມີ້ໂກລດ໌
ຈົບຮັກ (ສະບັບຄວາຍໆ) (จบฮัก (ฉบับควายๆ))
ສາວສະຫວ່າງ YOUNG LOVE (สาวสว่าง YOUNG LOVE) (Feat. ເນັກ ນະລຶພົນ) [3]

ອ້າງອິງ[ດັດແກ້]

  1. 1.0 1.1 เปิดวาร์ปสาวน้อย ศิลปินน้องใหม่แกรมมี่โกลด์ แพ็กกี้ สกลนรี เตรียมปล่อยเพลง 3 ก.ย. นี้
  2. ‘แกรมมี่โกลด์’ส่งความม่วนเขย่าเทศกาล กับอัลบั้ม‘ลุยโลดรถแห่’
  3. ‘แพ็กกี้ สกลนรี’ ชวน ‘เน็ค นฤพล’ ขยับลีลาใน ‘สาวสว่าง YOUNG LOVE’