ເອໂຄໂນເມທຣິກ

ຈາກ ວິກິພີເດຍ

ໂດຍ ທົ່ວໄປ ເອໂຄໂນເມທຣິກ (ພາສາອັງກິດ: econometric) ແມ່ນ ຂະແໜງວິຊາໜຶງ ໃນ ເສດຖະສາດ ທີ່ ນຳໃຊ້ ຄະນິດສາດ, ສະຖິຕິ ແລະ ຄອມພິວເຕີ ໃນ ການຄົ້ນຄ້ວາ ປະກົດການ ທາງດ້່ານ ເສດຖະກິດ. ວັດຖຸປະສົງຫຼັກ ຂອງ ເອໂຄໂນທຣິກ ແມ່ນ ທົດສອບສົມມຸດຕິຖານ ໃນ ເສດຖະສາດ ໂດຍ ສະຖິຕິ ຂອງ ປະກົດການທີ່ເກີດຂຶ້ນໃນ ຕົວຈິງ. ນອກຈາກນີ້ ມັນຍັງ ມີການນຳໃຊ້ ເອໂຄໂນເມທຣິກ ໃນ ການຄາດຄະເນ ປະກົດການທາງດ້ານເສດຖະກິດ ເຊິ່ງ ອາດຈະເກີດຂຶ້ນ ໃນອານາຄົດ ໂດຍ ການສ້າງແບບຈຳລອງ (model) ເຊັ່ນ ແບບຈຳລອງເສດຖະກິດມະຫາພາກ (macroeconomic model) ທີ່ ບັນດາສະຖາບັນຄົ້ນຄ້ວາທາງດ້ານເສດຖະກິດ, ອົງກອນມະຫາພາກ ໃນ ຫຼາຍໆປະເທດ ມັກນຳໃຊ້ ເພື່ອ ຄາດຄະເນ ການຂະຫຍາຍຕົວ ທາງດ້ານເສດຖະກິດ ລວມທັງ ເພື່ອ ເປັນ ບ່ອນອ້າງອີງ ໃນການສ້າງນະໂຍບາຍເສດຖະກິດ.