ເອນມີດ

ຈາກ ວິກິພີເດຍ

ເອນມີດ (ກະເລັກ: Ἑρμῆς) ຫຼື ແຮກແມັດ (ຝຣັ່ງ: Hermès) ເປັນເທບພະເຈົ້າອົງໜຶ່ງໃນປະກະລະນຳປະລຳປະລາກະເລັກ ຫຼືໃນປະກະລະນຳປະລຳປະລາໂລມັງມີຊື່ວ່າ ເມນກູລີອຸດ (ລາແຕັງ: Mercurius) ຫຼື ແມກກູນ (ຝຣັ່ງ: Mercure). ພໍ່ແມ່ນຊູດ (ເຊບ Ζεύς), ແມ່ແມ່ນມາຢາ (Μαῖα) ເຊິ່ງເປັນລູກຂອງອັດລັດ. ຮູບລັກຂອງພະອົງເປັນທີ່ຄຸ້ນເຄີຍຫຼາຍກວ່າຮູບລັກຂອງເທບພະເຈົ້າອົງອື່ນໆ ຍ້ອນພະອົງມີຮູບປັ້ນທີ່ເຫັນບ່ອຍຫຼາຍ. ພະອົງສະຫງ່າງາມແລະຄ່ອງແຄ່ວ ຕີນໃສ່ເກີບມີປີກ ໝວກແບນ ໆ ກໍຕິດປີກຄືກັນ ຄະທາກາຍະສິດຂອງພະອົງມີຊື່ວ່າ ເກລູເກອົນ (κηρύκειον) ຫຼື ກາດູຍເຊ (ຝຣັ່ງ: caducée). ພະອົງເປັນຜູ້ສົ່ງສານຂອງຊູດ ບິນໄວຄືຄວາມຄຶດເພື່ອເຮັດຕາມຄຳສັ່ງພໍ່.

ໃນບັນດາເທບພະເຈົ້າ ເອນມີດສະຫຼາດແລະເຈົ້າເລ້ທີ່ສຸດ. ແທ້ຈິງແລ້ວພະອົງເປັນຈອມໂຈນທີ່ເລີ່ມລັກຂອງຕັ້ງແຕ່ເກີດມາຍັງບໍ່ທັນເຖິງໜຶ່ງມື້. ມີເລື່ອງເລົ່າວ່າ ພະອົງເກີດຍາມຮຸ່ງເຊົ້າ ແຕ່ກ່ອນຄ່ຳກໍໄດ້ລັກຝູງສັດຂອງອາໂປໂລໄປແລ້ວ. ຈາກນັ້ນ ກໍຖືກຊູດສັ່ງໃຫ້ຄືນຝູງສັດໄປ ແລະໄດ້ຮັບອະໄພຈາກອາໂປໂລຍ້ອນວ່າເອນມີດຖວາຍພິນທີ່ຫາກໍປະດິດຂຶ້ນຈາກກະດອງເຕົ່າໃຫ້. ເລື່ອງນີ້ອາດມີຄວາມເຊື່ອມໂຍງລະຫວ່າງເລື່ອງໃນຕອນທຳອິດຂອງພະອົງກັບການທີ່ພະອົງເປັນເທບພະເຈົ້າແຫ່ງການຄ້າຂາຍ ແລະເປັນຜູ້ພິທັກຂອງພໍ່ຄ້າ. ສິ່ງທີ່ຂັດແຍ່ງກັບລັກສະນະຂອງເອນມີດແມ່ນ ພະອົງຍັງເປັນມັກຄຸເທດຂອງຄົນຕາຍອີກ ເປັນເທບທີ່ປະກາດເອີ້ນຜູ້ຮັບວິນຍານລົງໄປສູ່ເຮືອນສຸດທ້າຍຂອງບັນດາຄົນຕາຍ.

ເອນມີດປະກົດຢູ່ໃນເລື່ອງປະລຳປະລາຕ່າງໆ ບ່ອຍກວ່າເທບພະເຈົ້າອົງອື່ນໃດ.

ອ້າງອີງ[ດັດແກ້]