ເຫດລະເບີດຢູ່ແມນເຊສະເຕີອະຣີນາ ຄ.ສ. 2017
ເມື່ອເວລາ 22.33 ນ. ຕາມເວລາລະດູຮ້ອນໃນອັງກິດ (UTC+01:00) ຂອງວັນທີ 22 ພຶດສະພາ ຄ.ສ. 2017 ເກີດເຫດລະເບີດຢູ່ດ້ານນອກອາຄານແມນເຊສະເຕີອະຣີນາ ເມືອງແມນເຊສະເຕີ ສະຫະລາຊະອານາຈັກ ຫຼັງງານສະແດງຄອນເສີດຂອງອາຣີອານາ ກຣານເດ ນັກຮ້ອງຊາວອາເມລິກັນ ຈົບສິ້ນລົງ. ຜູ້ກໍ່ເຫດຮູ້ຊື່ໃນພາຍຫຼັງແມ່ນທ້າວຊັນມານ ຣາມາດານ ອະບີດີ[1][2] ອາຍຸ 22 ປີ ເປັນຊາວບະລິຕິດເຊື້ອສາຍລິເບຍ ໄດ້ຈຸດຊະໜວນລະເບີດສະແຫວງເຄື່ອງຂະນະຜູ້ເຂົ້າຊົມຄອນເສີດພວມເດີນທາງອອກຈາກອາຄານ. ເປັນເຫດໃຫ້ມີຜູ້ເສຍຊີວິດ 23 ຄົນ ລວມທ້າວຊັນມານຜູ້ກໍ່ເຫດ ແລະມີຜູ້ບາດເຈັບຈຳນວນ 64 ຄົນ.[3]
ເຫດລະເບີດ
[ດັດແກ້]ເມື່ອວັນທີ 22 ພຶດສະພາ ຄ.ສ. 2017 ເວລາ 22.33 ນ. ຕາມເວລາລະດູຮ້ອນໃນອັງກິດ (UTC+01:00)[4] ຜູ້ກໍ່ເຫດໄດ້ຈຸດຊະໜວນລະເບີດຂ້າໂຕຕາຍ ໂດຍເປັນລະເບີດສະແຫວງເຄື່ອງທີ່ເຕັມໄປດ້ວຍຕະປູແລະສະຫຼັກກຽວເປັນສະເກັດລະເບີດ ບໍລິເວນໂຖງທາງເຂົ້າດ້ານນອກອາຄານແມນເຊສະເຕີອະຣີນາ ເມືອງແມນເຊສະເຕີ ປະເທດອັງກິດ ຫຼັງງານສະແດງຄອນເສີດ ເດນເຈີຣັດວຸມັນທົວ ຂອງອາຣີອານາ ກຣານເດ ຈົບສິ້ນລົງ.[5][6] ທັງນີ້ງານສະແດງຄອນເສີດດັ່ງກ່າວຂາຍທີ່ນັ່ງຈົນໝົດທຸກທີ່ນັ່ງ ແລະອາດມີຜູ້ເຂົ້າຊົມຫຼາຍເຖິງ 21,000 ຄົນ[7] ຊຶ່ງໃນເວລາເກີດເຫດຜູ້ເຂົ້າຊົມພວມເດີນທາງກັບຄືນອອກຈາກອາຄານແລະເລືອກຊື້ສິນຄ້າທີ່ລະລຶກຂອງງານຄອນເສີດຢູ່ເປັນຈຳນວນຫຼາຍ.[8][9]
ສຳນັກງານຕຳຫຼວດເມືອງແມນເຊສະເຕີໄດ້ເຮັດການສືບສວນແລະປ່າວປະກາດໃຫ້ເຫດລະເບີດດັ່ງກ່າວເປັນການກໍ່ການຮ້າຍໂດຍໃຊ້ວິທີການລະເບີດຂ້າໂຕຕາຍ.[10] ນັບເປັນເຫດໂຈມຕີຄັ້ງຮ້າຍແຮງທີ່ສຸດໃນສະຫະລາຊະອານາຈັກນັບຕັ້ງແຕ່ເຫດລະເບີດໃນລອນດອນ 7 ກໍລະກົດ 2005 ແລະເປັນເຫດລະເບີດໃນແມນເຊສະເຕີຄັ້ງຫຼ້າສຸດນັບຕັ້ງແຕ່ປີ ຄ.ສ. 1996 ໂດຍກອງທັບສາທາລະນະລັດອຽກລັງຫຼື ໄອອາເອ.[11]
ຄວາມສູນເສຍ
[ດັດແກ້]ເຈົ້າໜ້າທີ່ຕຳຫຼວດລະບຸວ່າມີຜູ້ເສຍຊີວິດຈຳນວນ 23 ຄົນ ລວມຜູ້ກໍ່ເຫດ ແລະມີຜູ້ໄດ້ຮັບບາດເຈັບ 64 ຄົນ ໃນຈຳນວນນີ້ມີເດັກນ້ອຍອາຍຸຕ່ຳກວ່າ 16 ປີ ຈຳນວນ 12 ຄົນລວມຢູ່ນຳ.[10][12][13] ດ້ານໜ່ວຍລົດໂຮງໝໍນອດເວດລາຍງານວ່າໄດ້ນຳພາລົດໂຮງໝໍຂອງຕົນຈຳນວນກວ່າ 60 ຄັນ ເຂົ້າໄປຍັງຈຸດເກີດເຫດ ແລະໄດ້ນຳພາຜູ້ໄດ້ຮັບບາດເຈັບທັງ 59 ຄົນ ສົ່ງໂຮງໝໍທ້ອງຖິ່ນ ໃນຈຳນວນນີ້ມີຜູ້ໄດ້ຮັບບາດເຈັບເລັກນ້ອຍລວມຢູ່ໃນບ່ອນເກີດເຫດນຳ.[14] ຂະນະທີ່ອາຣີອານາ ກຣານເດ ບໍ່ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວແຕ່ຢ່າງໃດ.[15]
ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

- 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Danny Boyle, Barney Henderson, Leon Watson - Live Manchester Arena attack: 22 killed at Ariana Grande concert as bomber named as Salman Abedi - The Daily Telegraph (London). 23 May 2017. Retrieved 23 May 2017.