ເສດຖະສາດກາງຫາວ

ຈາກ ວິກິພີເດຍ

ເສດຖະສາດກາງຫາວ (Spatial economics) ແມ່ນ ຂະແໜງໜຶ່ງ ຂອງ ເສດຖະສາດ ທີ່ ວິເຄາະ, ສຶກສາ ວ່າ ເປັນຫຍັງ ອຸດສາຫະກຳໃດໜຶ່ງຈຶ່ງໂຮມໂຕກັນ ຢູ່ ເຂດໃດໜຶ່ງ, ວ່າ ເປັນຫຍັງຈຶ່ງເກີດມີເມືອງໃດໜຶ່ງຂຶ້ນ. ການຄົ້ນຄ້ວາ ທີ່ ໃຫ້ເຫດຜົນທາງດ້ານເສດຖະກິດ ກ່ຽວກັບ ທີ່ຕັ້ງຂອງອຸດສາຫະກຳນັ້ນ ມີ ການບົດນິພົນ ໂດຍ ໂຈຮັນ ເຮນຣິຈ ວອນ ທູເນັນ (Johann Heinrich von Thünen) ໃນ ປີ 1826 ທີ່ ນຳໃຊ້ວິທີການວິເຄາະທາງຄະນິດສາດໃໝ່ ວິເຄາະ ທີ່ຕັ້ງຂອງ ກະສິກອນຜະລິດນົມ, ກະສິກອນປູກຝັກ ແລະ ກະສິກອນປູກເຂົ້າ ຢູ່ ອ້ອມຕົວເມືອງໃດໜຶ່ງ. ຜົນ ຂອງ ການວິເຄາະ ໂດຍອີງໃສ່ ຄ່າເຊົ່າດິນເປັນຕົວປ່ຽນນັ້ນ ແມ່ນ ກະສິກອນຜະລິດນົມ ຈະຕັ້ງຢູ່ໃກ້ຕົວເມືອງທີ່ສຸດ,​ຈາກນັ້ນ ແມ່ນ ກະສິກອນປູກຜັກ ແລ້ວຈຶ່ງແມ່ນ ກະສິກອນປູກເຂົ້າ. ຄວາມຈິງແລ້ວ, ຜົນການວິເຄາະນີ້ ມີຄວາມສຳຄັນນ້ອຍຫຼາຍ ເມື່ອທຽບໃສ່ກັບ ວິທີການວິເຄາະ ທີ່ເລີ່ມນຳເອົາແນວຄວາມຄິດດ້ານ ໄລຍະທາງ, ທີ່ຕັ້ງ ເຂົ້າມາໃນການວິເຄາະທາງດ້ານເສດຖະສາດ.

ເອກະສານອ້າງອີງ[ດັດແກ້]

  • M. Fujita, P. Krugman and A. J. Venables, The Spatila Economy, 1999.