ເມືອງພູຄູນ

ຈາກ ວິກິພີເດຍ

ທີ່ຕັ້ງ ແລະ ພູມສັນຖານ

ເມືອງ ພູຄູນ ເປັນເມືອງໜຶ່ງທີ່ສຳຄັນໃນແຂວງຫລວງພະບາງ, ເຊິ່ງຕັ້ງຢູ່ທາງທິດໃຕ້ຂອງແຂວງຫລວງພະບາງ. ລັກສະນະພູມສັນຖານເປັນພູດອຍ ແລະ ພູສູງເປັນສ່ວນຫລາຍ(ປະມານ 85-90% ຂອງພື້ນທີ່ເມືອງທັງຫມົດ(ຫມາຍເຫດ ຜູ້ຂຽນສັນນິຖານເອງໂດຍອີງຈາກລັກສະນະພູມສັນຖານ ແລະ ຈາກການສຳຫລວດເບິ່ງຜ່ານພາບຖ່າຍ ແລະ ການເດີນທາງໄປສຳຜັດດ້ວຍຕົນເອງ). ເມືອງດັ່ງກ່າວນີ້ ເປັນເມືອງຫນຶ່ງທີ່ປົກຫຸ້ມໄປດ້ວຍພູ-ຜາ-ປ່າໄມ້ ທີ່ອຸດົມໄປດ້ວຍຊີວະນາໆພັນຫລາກຫລາຍຊະນິດ ຕັ້ງກະແຈກກະຈາຍຢູ່ທຸກມຸມຂອງເມືອງ.

- ທິດເຫນືອ ຕິດກັບເມືອງໂພນໄຊ ແຂວງຫລວງພະບາງ

- ທິດໃຕ້ ຕິດກັບເມືອງກາສີ ແຂວງວຽງຈັນ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ

- ທິດຕາເວັນອອກຕິດກັບເມືອງພູກູດ ແຂວງຊຽງຂວາງ

- ທິດຕາເວັນຕົກ ຕິດກັບເມືອງ ຊຽງເງິນ ແຂວງ ຫລວງພະບາງ

ເສດຖະກິດ-ສັງຄົມ

( ຖ້າຫາກໃຜ່ຮູ້ຂໍ້ມູນ ກະລູນາ ຂຽນລົງເພື່ອເປັນການເຜີຍແຜ່ຂໍ້ມູນສູ່ນັກຮຽນ, ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ແລະ ຜູ້ສົນໃຈອື່ນໆ...)

ເສັ້ນທາງ ຄົມມະນາຄົມຂົນສົ່ງ

ເສັ້ນທາງຂົນສົ່ງຫລັກໆ ທີ່ແລ່ນຜ່ານເມືອງພູຄູນແມ່ນເສັ້ນທາງເລກທີ່ 13 ເຊິ່ງແລ່ນຜ່ານເມືອງກາສີ ແລ້ວຕັດຜ່ານໃນກາງເມືອງພູຄູນ ແລ້ວຂຶ້ນໄປສູ່ເມືອງຊຽງເງິນ. ເສັ້ນທາງຫລັກສາຍທີ ສອງແມ່ນ ເສັ້ນທາງເລກ 7 ເຊິ່ງເຊື່ອມຕໍ່ຈາກໃຈກາງເມືອງພູຄູນ(ສາມແຍກພູຄູນ) ໄປທາງທິດຕາເວັນອອກ ໄປຍັງເມືອງພູກູດ ແຂວງຊຽງຂວາງ

ເຜົ່າພັນຕ່າງໆທີ່ດຳລົງຊິວິດພາຍໃນເມືອງນີ້

ເມືອງນີ້ມີຫລາຍເຜົ່າພັນອາໄສຢູ່ນຳກັນ (ເຊິ່ງຜູ້ຂຽນເອງບໍ່ສາມາດລະບຸຊື່ຂອງແຕ່ລະເຜົ່າໄດ້) ແຕ່ສາປະສົບການທີ່ເຄີຍເດີນທາງຜ່ານໄປໆມາໆ ແລ້ວພົບເຫັນປະຊາຊົນທີ່ອາໄສພາຍໃນເມືອງນີ້ສ່ວນຫລາຍເປັນເຜົ່າກຶມຫມຸ, ເຜົ່າລາວລຸ່ມ ແລະ ເຜົ່າມົ້ງ. ເຊິ່ງ 3 ເຜົ່າຫລັກນີ້ ອາໄສຢູ່ທຸກທິດຂອງເມືອງ. ປະຊາຊົນບັນດາເຜົ່າມີຮີດຄອງປະເພນີ ແລະ ຂະນົບທຳນຽມ, ການນຸ່ງຖື ແລະ ພາສາທີ່ແຕກຕ່າງກັນ ເຊິ່ງເປັນມົນສະເຫນ່ຢ່າງຫນຶ່ງທີ່ມີຄວາມລາກຫລາຍ ແລະ ເຮັດໃຫ້ຫນ້າຄົ້ນຫາ. ໃນແງ່ຂອງການລ້ຽງຊີບ, ປາຊົນສ່ວນຫລາຍອາໄສການເຮັດໄຮ່, ເຮັດສວນ, ເຮັດນາ ແລະ ເກັບເຄື່ອງປ່າຂອງດົງເພື່ອບໍລິໂພກ ແລະ ຊື້ຂາຍຕາມທ້ອງຕະຫລາດ ແລະ ຕາມທາງ ລຽບຕາມເສັ້ນທາງເລກທີ 13 ແລະ ເສັ້ນທາງເລກ 7.

ໝາຍເຫດ: ຂໍ້ມູນທີ່ຂຽນລົງໄປໃນວີກີພີເດຍນີ້ ເປັນຂໍ້ມູນພື້ນຖານຂອງເມືອງພູຄູນ ເຊິ່ງຂໍ້ມູນແມ່ນໄດ້ຈາກການສຳຫລວດ ແລະ ສັງເກດຈາກປະສົບການຕົວຈິງເປັນຫລັກ. ເຊິ່ງຍັງບໍ່ທັນໄດ້ມີຂໍ້ມູນທີ່ເປັນທາງການຈາກຫນ່ວຍງານລັດ ຫລື ຫນ່ວຍງານໃດໆ ມາອ້າງອີງເທື່ອ.

ຄຳແນະນຳ: ຕໍ່ໄປ ຫາກມີໃຜສົນໃຈຂຽນລົງໃນ ວີກີພີເດຍນີ້ ເພື່ອຈຸດປະສົງເຜີຍແຜ່ ເພື່ອເປັນປະໂຫຍດແກ່ຊາວລາວເຮົາ ລົບກວນເອົາຂໍ້ມູນຈາກຫນ່ວຍງານລັດ(ຫນ່ວຍງານປົກຄອງເມືອງ) ແລະ ຫນ່ວຍງານອື່ນໆ ທີ່ເຮັດການສຶກສາ ຄົ້ນຄວ້າທີເປັນລາຍລັກອັກສອນ ແລະ ຫນ້າເຊື່ອຖືໄດ້ ມາລົງໃສ ແລ້ວໃຫ້ແຈ້ງແຫລ່ງທີ່ມາຂງຂໍ້ມູນ ມາຈາກໃສ ປີໃດ...