ເມືອງນ້ຳບາກ

ຈາກ ວິກິພີເດຍ

ເມືອງ ນໍ້າບາກ

 ຄຳຂວັນ: ເມືອງນໍ້າບາກ ດິນແດນເຂົ້າຂາວ ຊາວເມືອງດຸໝັ່ນ ໝາກກ້ຽງຫວານ ວິລະກຳບັ້ນຮົບນໍ້າບາກທີ່ລືຊື່

ທີ່ຕັ້ງ ແລະ ລັກສະນະພູມສັນຖານ

ເມືອງນໍ້າບາກ ຕັ້ງຢູ່ທິດເໜືອຂອງແຂວງຫຼວງພະບາງ, ຫ່າງຈາກເທດສະບານແຂວງ ໄປຕາມເສັ້ນທາງເລກທີ13 ເໜືອ ປະມານ 120 ກິໂລແມັດ. ຕັ້ງຢູ່ໃນລະຫວ່າງເສັ້ນແວງທີ 102°27'35.13"E ແລະ ເສັ້ນຂະຫນານທີ 20°37'49.32"N. ຕັ້ງຢູ່ທີ່ລະດັບຄວາມສູງຈາກຫນ້ານ້ຳທະເລ 1000m. ມີເນື້ອທີ່ທັງໝົດ 1.700 ກວ່າກິໂລຕາແມັດ, ມີຊາຍແດນເຊື່ອມຕໍ່ກັບບັນດາເມືອງແລະ ແຂວາງຕ່າງໆດັ່ງນີ້ຄື:

ທິດເໜືອຕິດກັບ ເມືອງຂວາ ແຂວງຜົ້ງສາລີ ແລະ ເມືອງຫຼາ ແຂວງອຸດົມໄຊ

ທິດໃຕ້ຕິດກັບ ເມືອງປາກອູ

ທິດຕາເວັນອອກຕິດກັບ ເມືອງງອຍ

ທິດຕາເວັນຕົກຕິດກັບ ເມືອງງາ ແລະ ເມືອງໄຊ ແຂວງອຸດົມໄຊ

ລັກສະນະພູມສັນຖານເປັນພູດອຍ, ພູພຽງແລະ ພູສູງ(ປະມານ 75 ຫາ 80% ຂອງພື້ນທີ່ເມືອງທັງຫມົດ(ຫມາຍເຫດ ຜູ້ຂຽນສັນນິຖານເອງໂດຍອີງຈາກລັກສະນະພູມສັນຖານ ແລະ ຈາກການສຳຫລວດເບິ່ງຜ່ານພາບຖ່າຍ ແລະ ການເດີນທາງໄປສຳຜັດດ້ວຍຕົນເອງ). ເມືອງດັ່ງກ່າວນີ້ ເປັນເມືອງຫນຶ່ງທີ່ປົກຫຸ້ມໄປດ້ວຍພູ-ຜາ-ປ່າໄມ້ ທີ່ອຸດົມໄປດ້ວຍຊີວະນາໆພັນຫລາກຫລາຍຊະນິດ ຕັ້ງກະແຈກກະຈາຍຢູ່ທຸກມຸມຂອງເມືອງ.

ປະຫວັດຄວາມເປັນມາຂອງເມືອງນໍ້າບາກ

   ເມືອງນໍ້າບາກ ເປັນເມືອງຫນຶ່ງທີ່ຜ່ານສະມໍຣະພູມ ການຕໍ່ສູ້ກູ້ຊາດໃນຊ່ວງສະໄຫມສົງຄາມໂລກຄັ້ງທີ II ຈົນຊື່ໄດ້ຂະຫນານນາມວ່າ"ບັ້ນຮົບນ້ຳບາກ" ໃນເມື່ອກ່ອນແມ່ນຂຶ້ນກັບເມືອງງອຍ(ຍັງບໍ່ທັນເປັນເມືອງເທື່ອ) ຂື້ນກັບແຂວງຫຼວງພະບາງ, ມາຮອດປີ1964 ຈຶ່ງໄດ້ແຍກອອກຈາກເມືອງງອຍ ມາສ້າງເປັນເມືອງອຸດົມໄຊ ຂື້ນກັບ ແຂວງອຸດົມໄຊ, ຕໍ່ມາພາຍຫຼັງສົງຄາມຢຸດຕິລົງ ທົ່ວແຜ່ນດິນລາວໄດ້ຮັບການປົດປ່ອຍ ແລະ ໄດ້ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ1975, ເພື່ອໃຫ້ການຄຸ້ມຄອງທາງດ້ານທີ່ຕັ້ງ, ປະຊາກອນ ສະພາບພູມມີປະເທດໃຫ້ມີຄວາມສອດຄ່ອງ ເໝາະສົມ ຈຶ່ງໄດ້ແຍກເອົາ ເມືອງອຸດົມໄຊ ອອກຈາກແຂວງອຸດົມໄຊ ໃນລະຫວ່າງປີ 1989 - 1990 ມາຂື້ນກັບແຂວງຫຼວງພະບາງ ແລະ ໄດ້ຕັ້ງຊື່ເປັນ ເມືອງນໍ້າບາກ ຈົນເຖິງປັດຈຸບັນນີ້.

Map









ປະຊາກອນ

ແບ່ງອອກເປັນ 9 ກຸ່ມບ້ານ ແລະ 10ບ້ານເທດສະບານ, ປະກອບມີ 86 ບ້ານ, 13.180 ຄອບຄົວ, ມີພົນລະເມືອງທັງໝົດ 75.457 ຄົນ, ຍິງ 37.349 ຄົນ; ເຜົ່າລາວກວມ 24,70%, ກຶມມູ 50,50%, ມົ້ງ 24,80% ລະດັບຄວາມໜາແໜ້ນຂອງພົນລະເມືອງ 44,38 ຄົນຕໍ່ກິໂລຕາແມັດ


ເຜົ່າພັນ ແລະ ສາສະຫນາ

ເມືອງນີ້ມີຫລາຍເຜົ່າພັນອາໄສຢູ່ນຳກັນ (ເຊິ່ງຜູ້ຂຽນເອງບໍ່ສາມາດລະບຸຊື່ຂອງແຕ່ລະເຜົ່າໄດ້) ແຕ່ສາປະສົບການທີ່ເຄີຍເດີນທາງຜ່ານໄປໆມາໆ ແລ້ວພົບເຫັນປະຊາຊົນທີ່ອາໄສພາຍໃນເມືອງນີ້ສ່ວນຫລາຍເປັນເຜົ່າກຶມຫມຸ, ເຜົ່າລາວລຸ່ມ ແລະ ເຜົ່າມົ້ງ. ເຊິ່ງ 3 ເຜົ່າຫລັກນີ້ ອາໄສຢູ່ທຸກທິດຂອງເມືອງ. ນອກນັ້ນ, ຍັງມີເຜົ່າໄຕດຳ, ໄຕແດງ, ໄຕລື້ ອາໄສຢູ່ບາງບ້ານ ບາງເຂດ. ປະຊາຊົນບັນດາເຜົ່າມີຮີດຄອງປະເພນີ ແລະ ຂະນົບທຳນຽມ, ການນຸ່ງຖື ແລະ ພາສາທີ່ແຕກຕ່າງກັນ ເຊິ່ງເປັນມົນສະເຫນ່ຢ່າງຫນຶ່ງທີ່ມີຄວາມລາກຫລາຍ ແລະ ເຮັດໃຫ້ຫນ້າຄົ້ນຫາ. ໃນແງ່ຂອງການລ້ຽງຊີບ, ປາຊົນສ່ວນຫລາຍອາໄສການເຮັດໄຮ່, ເຮັດສວນ, ເຮັດນາ ແລະ ເກັບເຄື່ອງປ່າຂອງດົງເພື່ອບໍລິໂພກ ແລະ ຊື້ຂາຍຕາມທ້ອງຕະຫລາດ ແລະ ຕາມທາງ ລຽບຕາມເສັ້ນທາງເລກທີ 13 ແລະ ເສັ້ນທາງເລກ 1.

ເສດຖະກິດ-ສັງຄົມ

ປະຊາຊົນສ່ວນຫລາຍອາໄສການຜະລິດກະສິກຳເພື່ອເປັນສິນຄ້າ ເຊິ່ງໃນນີ້ປະກອບມີ ເຂົ້າ, ສາລີ, ຫມາກເດືອຍ, ສັດລ້ຽງປະເພດຕ່າງໆ ແລະ ພືດຜັກຕາມລະດູການ. ພ້ອມນີ້, ຍັງມີສວນຢາງພາລາ ເຊິ່ງຈັດວ່າເປັນຫນື່ງໃນລາຍໄດ້ຫລັກຂອງຊຸມຊົນເມືອງນີ້.

ເຂດຈຸດສຸມພັດທະນາ

ພາຍໃນເມືອງມີຫລາຍເຂດຈຸດສຸມພັດທະນາ ເນື່ອງຈາກເມືອງນີ້ຂ່ອນຂ້າງມີປະຊາກອນແຫນ້ນຫນາຫລາຍ ບ່ອນທີ່ໂດດເດັ່ນທີ່ສຸດແມ່ນເຂດບ້ານນ້ຳຖ້ວມ ເຊິ່ງມີສຳນັກງານລັດຫລາຍຫນ່ວຍງານ ເປັນຕົ້ນວ່າໂຮງຮຽນໂຮງຫມໍ, ໂຮງງານ, ຈຸດສຸມທຸລະກິດ ແລະ ອື່ນໆ. ພ້ອມນີ້ຍັງມີບ້ານອື່ນໆທີ່ມີລັກສະນະທ່າແຮງ ແລະ ຄວາມແຫນ້ນຫນາຄ້າຍຄືກັນ ບ້ານຫົວນາ, ບ້ານປາກງາ,​ບ້ານປາກມອງ, ເຂດບ້ານຊົງຈາ, ບ້ານນາຍາງ, ເຊິ່ງກຸ່ມບ້ານເຫລົ່ານີ້ຂ່ອນຂ້າງມີປະຊາກອນອາໄສຢູ່ຫລາຍ ເຊິ່ງການພັດທະນາມີທ່າແຮງຂະຫຍາຍຕົວໄວໃນແຕ່ລະປີ.

ແຫລ່ງທ່ອງທ່ຽວ

- ແຫລ່ງທ່ອງທ່ຽວທຳມະຊາດ:

ນ້ຳຕົກຕາດຫ້ວຍກອງ​ ຕັ້ງຢູ່ບ້ານຫ້ວຍກອງ ເຊິ່ງຕັ້ງຢູ່ທາງທິດຕາເວັນອອກຂອງເມືອງນ້ຳບາກ ໄລຍະທາງປະມານ 15 ຫາ 20 ກມ(ໂດຍປະມານ). ນ້ຳຕົກຕາດແຫ່ງນີ້ມີບ່ອນນັ່ງພັກຜ່ອນ ຍ່ອນອາລົມທ່າມກາງທົ່ງນາ ແລະ ປ່າໄມ້ ທີ່ອຸດົມສົມບູນ ແລະ ເຢືອກເຢັນ.

ວິວທົ່ງນາງາມເຂດບ້ານ ນາຍາງ-ນາໃຫມ່ ເປັນເຂດທີ່ມີທົ່ງນາກວ້າງຂວາງ, ມີພູ-ຜາ ແລະ ປ່າໄມ້ສູງສັນສະລັບຊັບຊ້ອນກັນ ເບິ່ງແລ້ວງານພໍໆກັນກັບວັງວຽງ. ມີສາຍນ້ຳໃຫຍ່ໄຫລຜ່ານ ເຫມາະແກ່ການນັ່ງແຊຕີນແລ້ວຈິບເບຍເບົາໆ

ນ້ຳຕົກຕາດບ້ານແນ່ ຕັ້ງຢູ່ທາງທິດໃຕ້ຂອງເມືອງ ເຊິ່ງສາມາດຂີ່ລົດລົງຈາກເຂດນ້ຳຖ້ວມລົງມາທາງຫລວງພະບາງ ຕາມສາຍທາງເລກທີ 13 ເຫນືອ. ຮອດບ້ານແນ່-ສີບຸນເຮືອງ ນ້ຳຕົກຕາດຈະຢູ່ຟາກນ້ຳງາ ຫ່າງຈາກບ້ານປະມານ 2 ກມ. ເປັນນ້ຳຕົກຕາດສູງປະມານ 10 ຫາ 15 ແມັດ ແລະ ມີຫລາຍພັກໆ, ມີນ້ຳໄຫລຕະຫລອດປີ. ມີປ່າໄມ້ອຸດົມສົມບູນ, ມີທົ່ງນາທາງລຸ່ມນ້ຳຕົກຕາດ ເບິ່ງແລ້ວຊ່າງງົດງາມ ແລະ ກົມກືນກັນ ພ້ອມທັງ ປະສົມປະສານສິ່ງທີ່ທຳມະຊາດສ້າງມາ ແລະ ສິ່ງມະນຸດສ້າງຂຶ້ນ


- ແຫລ່ງທ່ອງທ່ຽວວັດທະນະທຳ

ບ້ານໄຕລື້(ບ້ານນາຍາງ ເຫນືອ-ໃຕ້, ບ້ານນາໃຫມ່, ຫ້ວຍຮິດ)

ບ້ານໄຕດຳ(ບ້ານນາກອກ, ທ່າບູ້, ຊຽງດາ)

ບ້ານ ເຜົ່າກຶມຫມຸ(ເຂດທີ່ນັບຖືພຸດປະສົມປະສານຮີດດັ້ງເດີມປະກອບມີ ບ້ານນ້ຳຖ້ວມ, ທ່າລີ, ນາກອກ, ວັງຄຳ, ເຂດບ້ານຂັ້ນເທິງ, ຂັ້ນລຸ່ມ, ຍະບອຍ, ຫ້ວຍກອງ ແລະ ຫລາຍໆບ້ານ) ແລະ (ເຂດກຶມຫມຸທີ່ນັບຖືຮີດບັນພະບູລຸດດັ້ງເດີມ ມີຫລາຍບ້ານ ເຊັ່ນ ມົກເວດ, ໂພນຊຽງ, ປອງໃຕ້, ຫ້ວຍຫ້າ, ກິວຫາ, ບ້ານກຼາງ, ວັງຫີນ, ກະເຈັດ ແລະ ບ້ານອື່ນໆ)

ບ້ານ ເຜົ່າມົ້ງ(ເຂດບ້ານຊົງຈາ)

ເອກະລັກສະເພາະ

- ຫມາກກ້ຽງຫວານ

- ໄຄ່ແຜນ

ສອງຜະລິດຕະພັນນີ້ ຈັດວ່າເປັນສິນຄ້າ ໂອດ໋ອບຂອງເມືອງເລີຍ.

ເສັ້ນທາງຄົມມະນາຄົມຂົນສົ່ງ

ມີເສັ້ນທາງຫຼວງແຫ່ງຊາດ ເລກທີ13 ເໜືອ ເຊິ່ງເຊື່ອມຕໍ່ແຕ່ເທດສະບານແຂວງ ໄປຫາເມືອງນ້ຳບາກ ແລ້ວເຊື່ອມຕໍ່ໄປຍັງແຂວງອຸດົມໄຊ ແລະ ມີເສັ້ນທາງຫລັກອີກເສັ້ນທາງຫນຶ່ງຄື ເສັ້ນທາງເລກທີ1 ເຊິ່ງເລີ່ມຈາກ ສາມແຍກປາກມອງ ມຸ້ງຫນ້າໄປທາງເມືອງງອຍ, ເມືອງປາກແຊງ, ເມືອງວຽງຄຳ ແລ້ວອອກສູ່ແຂວງຫົວພັນ. ແລະ ເຊື່ອມຕໍ່ກັບບັນດາແຂວງພາກເໜືອ ອອກໄປສູ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ



ໝາຍເຫດ: ຂໍ້ມູນທີ່ຂຽນລົງໄປໃນວີກີພີເດຍນີ້ ເປັນຂໍ້ມູນພື້ນຖານຂອງເມືອງນ້ຳບາກ ເຊິ່ງຂໍ້ມູນແມ່ນໄດ້ຈາກການສຳຫລວດ ແລະ ສັງເກດຈາກປະສົບການຕົວຈິງເປັນຫລັກ. ເຊິ່ງຍັງບໍ່ທັນໄດ້ມີຂໍ້ມູນທີ່ເປັນທາງການຈາກຫນ່ວຍງານລັດ ຫລື ຫນ່ວຍງານໃດໆ ມາອ້າງອີງເທື່ອ.

ຄຳແນະນຳ: ຕໍ່ໄປ ຫາກມີໃຜສົນໃຈຂຽນລົງໃນ ວີກີພີເດຍນີ້ ເພື່ອຈຸດປະສົງເຜີຍແຜ່ ເພື່ອເປັນປະໂຫຍດແກ່ຊາວລາວເຮົາ ລົບກວນເອົາຂໍ້ມູນຈາກຫນ່ວຍງານລັດ(ຫນ່ວຍງານປົກຄອງເມືອງ) ແລະ ຫນ່ວຍງານອື່ນໆ ທີ່ເຮັດການສຶກສາ ຄົ້ນຄວ້າທີເປັນລາຍລັກອັກສອນ ແລະ ຫນ້າເຊື່ອຖືໄດ້ ມາລົງໃສ ແລ້ວໃຫ້ແຈ້ງແຫລ່ງທີ່ມາຂງຂໍ້ມູນ ມາຈາກໃສ ປີໃດ.?