ເຜົ່າເບຣົາ

ຈາກ ວິກິພີເດຍ

ມາຮູ້ຈັກກັບເຜົ່າເບຣົາ ແຂວງອັດຕະປື :

ເຜົ່າເບຣົາ ເປັນຊົນເຜົ່າໜຶ່ງ ທີ່ໄດ້ຍົກຍ້າຍ ມາຈາກພາກເໜືອ ຂອງລາວເປັນເວລາ ດົນນານມາແລ້ວ ແລະ ໄດ້ມາຕັ້ງຖິ່ນຖານ ພູມລໍາເນົາ ຢູ່ພາກໃຕ້ເຂດ ເມືອງພູວົງ ເປັນສ່ວນໃຫຍ່ ເຊິ່ງຫ່າງໄກ ຈາກເທສະບານ ແຂວງອັດຕະປື ໄປປະມານ 20 ກິໂລ ແມັດ ແລະ ມັກຕັ້ງບ້ານເຮືອນ ຢູ່ເຂດພູສູງ ໂດຍອາໄສລໍານໍ້າ ແລະ ທໍາມະຊາດ ເປັນບ່ອນທໍາມາຫາກິນ, ອາຊີບຕົ້ນຕໍແມ່ນ ເຮັດໄຮ່ປູກເຂົ້າ.

ຕາມການບອກເລົ່າ ຂອງເຈົ້າຖິ່ນເຂດ ບ້ານວົງວິໄລ, ເມືອງພູວົງ ເຊິ່ງເປັນບ້ານ ຂອງຊົນເຜົ່າເບຣົາ ໄດ້ໃຫ້ຮູ້ວ່າ: ຊົນເຜົ່າເບຣົາ ເປັນຊົນເຜົ່າທີ່ມີ ພາສາປາກເວົ້າ ແລະ ພາສາຂຽນ ເປັນຂອງຕົນເອ ງໃນໝວດພາສາມອນ- ຂະແມ. ນອກຈາກນັ້ນກໍຍັງໄດ້ ເວົ້າພາສາເຈ້ງ, ໂອຍ, ຢະຣູ, ຢະເຫີນ, ສະດາງ ແລະ ພາສາລາວ ໄດ້ດີນໍາອີກດ້ວຍ. ປະຊາຊົນ ເຜົ່າເບຣົາ ມີການແຕ່ງກາຍ ເປັນເອກະລັກເຜົ່າຕົນ ໂດຍສະເພາະ, ທັງແມ່ຍິງ ແລະ ຜູ້ຊາຍລ້ວນແລ້ວ ແຕ່ຕັດແຂ້ວ ເບື້ອງເທິງອອກ (ເວລາຍິ້ມຈະເຫັນແຂ້ວ ເບື້ອງເທິງພຽງດີ ເຊິ່ງເຜົ່າລາວລຸ່ມ ມັກເອີ້ນກັນວ່າ ຂ້າແຂ້ວຕັດ), ບ່ອງຫູ ແລະ ສັກລາຍ. ສໍາລັບການນຸ່ງຖື ຂອງແມ່ຍິງແມ່ນ ນຸ່ງສິ້ນກາໂດ, ເສື້ອສີດໍາ, ເກົ້າຜົມແລ້ວນິຍົມ ປັກຫວີໄມ້ເຮ້ຍ ຫລື ຫວີເຂົາຄວາຍ ດ່ອນໃສ່ເກົ້າຜົມ, ມັດຜົມດ້ວຍ ຝ້າຍສີແດງ ແລະ ສີຂາວ, ສ່ວນເຄື່ອງປະດັບ ແມ່ນໃສ່ຕຸ້ມຫູງາຊ້າງ, ປະດັບເອ້ດ້ວຍ ໝາກປັດທອງ ໃສ່ປອກແຂນ-ຂາ ພ້ອມທັງຄາບກອກຢາໃຫຍ່ ທີ່ເຮັດດ້ວຍທອງ, ໄມ້ ແລະ ຫີນອ່ອນ. ສໍາລັບຜູ້ຊາຍ ແມ່ນນຸ່ງຜ້າກະຕ່ຽວ ເກົ້າຜົມພ້ອມທັງ ຂັບລໍາເຈືອງ ໂດຍໃຊ້ເຄື່ອງດົນ ຕີພື້ນເມືອງເຊັ່ນ: ຄ້ອງລາ, ຄ້ອງຈູມ, ຄ້ອງນ່ອງແນ່ງ, ຄ້ອງວົງ , ຕົບບັ້ງໄມ້ ພ້ອມທັງນັ່ງອອ້ມ ວົງທັງຍິງ-ຊາຍ ກິນເຫຼົ້າໄຫ ແກ້ມໄກ່ຕົ້ມແລ້ວ ຄາບກອກຢາໃຫຍ່ ເຫັນແລ້ວເປັນ ຕາອອນຊອນ ແທ້ໄດ໋ທ່ານເອີຍ.

ທ່ານໃດຫາກໄດ້ໄປ ເຂດເມືອງພູວົງ ຢ່າລືມໄປແວ່ຊົມ ບ້ານວົງວິໄລ ບ້ານຊົນເຜົ່າເບຣົາ ແດ່ເດີທີ່ເຕັມໄປດ້ວຍ ທໍາມະຊາດພູຜາ ປ່າໄມ້ດົກໜາປົກຄຸມ ໄປທົ່ວທຸກບ່ອນ, ເຮັດໃຫ້ອາກາດ ປອດໂປ່ງສົດໃສດີ, ມີສາຍລົມເຢັນ ພັດຜ່ານຕະຫລອດ ເວລາພາໃຫ້ ໃຈເພີດເພີນ ແລະ ຮັບປະກັນໄດ້ເລີຍ ວ່າທ່ານຈະຖືກໃຈ ກັບວິຖີຊີວິດ ພ້ອມທັງຮີດຄອງປະເພນີ ແລະ ການແຕ່ງກາຍ ຂອງເຂົາເຈົ້າ, ສິ່ງສໍາຄັນທ່ານຈະໄດ້ ຮຽນຮູ້ເຖິງຮີດຄອງປະເພນີ ແລະ ພາສາປາກເວົ້າ ທີ່ເປັນເອກະລັກດັ້ງເດີມ ຂອງເຂົາເຈົ້າພ້ອມ ທັງໄດ້ຊີມລົດຊາດ ເຫລົ້າໄຫ-ໄກ່ຕົ້ມ ນໍາອີກດ້ວຍ.