ເນື້ອທີ່

ຈາກ ວິກິພີເດຍ

ເນື້ອທີ່ ແມ່ນ ຂະໜາດ ຂອງ ໜ້າແບບສອງມິຕິ ລວມທັງ ຂອງ ໜ້າພຽງ ແລະ ຮູບສາມມິຕິ.

ຫົວໜ່ວຍ[ດັດແກ້]

ຫົວໜ່ວຍ ໃຊ້ເພື່ອວັດແທກເນື້ອທີ່ ລວມທັງ:

ເປັນແມັດ
ແມັດມົນທົນ ຫຼື ຕາແມັດ (m²) = ຕາມຫົວໜ່ວຍ SI
ອາ (a) = 100 ແມັດມົນທົນ (m²)
ເຮັກຕາ (ha) = 10,000 ແມັດມົນທົນ (m²)
ກິໂລແມັດມົນທົນ (km²) = 1,000,000 ກິໂລແມັດມົນທົນ (m²)
ແບບ ອັງກິດ ຫຼື ອາເມລິກາ
ຟຸດມົນທົນ = 144 ນິ້ວມົນທົນ = 0.09290304 ແມັດມົນທົນ (m²)
ຢາດມົນທົນ = 9 ຟຸດມົນທົນ = 0.83612736 ແມັດມົນທົນ (m²)
ເອເຄີ(acre) = 4,840 ຢາດມົນທົນ = 4046.8564224 ແມັດມົນທົນ (m²)

ສູດຄິດໄລ່ທີ່ມີປະໂຫຍດ[ດັດແກ້]

ສູດ ຄິດໄລ່ ເນື້ອທີ່ຮູບຕ່າງໆ:
ຮູບຮ່າງ ສູດ ໂຕປ່ຽນ
ຮູບຈັດຕຸລັດ ແມ່ນລວງຍາວຂອງຂ້າງໃດໜຶ່ງ.
ຮູບສາມແຈສະເໝີ ແມ່ນ ລວງຍາວຂອງຂ້າງໃດໜຶ່ງ.
ຮູບຫົກແຈສະເໝີ ແມ່ນລວງຍາວຂອງຂ້າງໃດໜຶ່ງ.
ຮູບແປດແຈ ແມ່ນລວງຍາວຂອງຂ້າງໃດໜຶ່ງ.
ຮູບຫຼາຍແຈສະເໝີໃດໜຶ່ງ ແມ່ນໄລຍະຫ່າງແຕ່ຈຸດໃຈກາງຫາ ຂ້າງໃດໜຶ່ງ, ແລະ ແມ່ນ ລວງຮອບຂອງຮູບຫຼາຍແຈນັ້ນ.
ຮູບຫຼາຍແຈໃດໜຶ່ງ ແມ່ນ ລວງຮອບ ແລະ ຈຳນວນຂ້າງ.
ຮູບຫຼາຍແຈໃດໜຶ່ງ (ໃຊ້ຂະໜາດມຸມ) ແມ່ນ ລວງຮອບ ແລະ ຈຳນວນຂ້າງ.
ຮູບສີ່ແຈ ແລະ ແມ່ນ ລວງຍາວ ແລະ ລວງກ້ວາງ.
ຮູບສີ່ແຈຂະໜານ (ໂດຍທົ່ວໄປ) ແລະ ແມ່ນ ພື້ນ ແລະ ລວງສູງ ຕາມລຳດັບ.
ຮູບສາມແຈ ແລະ ແມ່ນ ພື້ນ ແລະ ລວງສູງ ຕາມລຳດັບ.
ຮູບສາມແຈ ແລະ ແມ່ນ ລວງຍາວ ຂອງ ສອງຂ້າງໃດໜຶ່ງ ແລະ ມຸມລະຫວ່າງມັນ.
ຮູບວົງມົນ , or ແມ່ນ ເສັ້ນລັດສະໝີແລະ ແມ່ນ ເສັ້ນຜ່າກາງ.
ຮູບໄຂ່ ແລະ ແມ່ນ ເສັ້ນເຄົ້າຍາວ ແລະ ສັ້ນ, ຕາມລຳດັບ.
ຮູບຄາງໝູ ແລະ ແມ່ນ ຂ້າງຂະໜານກັນ ແລະ ໄລຍະຫ່າງລະຫວ່າງມັນ.
ຮູບທໍ່ມົນ ແລະ ແມ່ນ ລັດສະໝີ ແລະ ລວງສູງ .
ຮູບຈວຍ ແລະ ແມ່ນ ລັດສະໝີ ແລະ ລວງສູງ.
ຮູບໜ່ວຍກົມ or ແລະ ແມ່ນ ລັດສະໝີ ແລະ ເສັ້ນຜ່າກາງ.

ສູດເພີ່ມເຕີມໃນການຊອກຫາເນື້ອທີ່[ດັດແກ້]

  • ຮູບສາມແຈ: (ເຊິ່ງວ່າ B ແມ່ນພື້ນຂອງຮູບສາມແຈ ແລະ h ແມ່ນລວງສູງຈາກຈອມຫາພື້ນ B ຂອງຮູບສາມແຈດັ່ງກ່າວ), ສູດນີ້ສາມາດນຳໃຊ້ໄດ້ເມື່ອເຮົາຮູ້ລວງສູງ hຂອງມັນ . ແຕ່ໃນກໍລະນີທີ່ເຮົາຮູ້ລວງຍາວຂອງສາມຂ້າງເຮົາສາມາດນຳໃຊ້ ສູດເຮລົງ Heron's formula ໃນການຄິດໄລ່ຄື: ໂດຍ a, b, c ແມ່ນຂ້າງຂອງຮູບສາມແຈ, ແລະ }ຫຼື ເຄິ່ງລວງຮອບ. ແຕ່ຖ້າເຮົາຮູ້ໜຶ່ງມູມແລະຂ້າງສອງຂ້າງທີ່ປະກອບກັນເປັນມູມ, ສາມາດຊອກເນື້ອທີ່ໄດ້ແມ່ນ ເຊິ່ງ C ແມ່ນມູມທີ່ໃຫ້ມາ ສ່ວນ a ແລະ b ແມ່ນສອງຂ້າງທີ່ປະກອບກັນເປັນມູມດັ່ງກ່າວ. ແຕ່ຖ້າຮູບສາມແຈດັ່ງກ່າວສະແດງຢູ່ໃນລະບົບເສັ້ນເຄົ້າຫົວໜ່ວຍຕັ້ງສາກແລະຮູ້ຕົວປະສານຂອງສາມຈອມ ເຮົາໃຊ້ສູດ , ສູດນີ້ຮູ້ຈັກກັນໃນຊື່ສູດຊູເຫຼກ shoelace formula ແລະເປັນສູດທີ່ງ່າຍທີ່ສຸດໃນການຊອກຫາເນື້ອທີ່ ເມື່ອເຮົາຮູ້ຕົວປະສານຂອງສາມເມັດຈອມຄື(x1,y1), (x2,y2), ແລະ (x3,y3). ນອກນີ້ ສູດຊູເຫຼກ ຍັງສາມາດນຳໃຊ້ໃນການຊອກຫາເນື້ອທີ່ຂອງຮູບຫຼາຍແຈໃນລະບົບເສັ້ນເຄົ້າຫົວໜ່ວຍຕັ້ງສາກເມື່ອຮູ້ຕົວປະສານເມັດຈອມຂອງມັນ. ນອກນີ້ ເຮົາຍັງສາມາດນຳໃຊ້ ສັງຂະນິດບໍ່ກຳນົດ Infinitesimal calculus ໃນການຊອກຫາເນື້ອທີ່ໄດ້.