ເນີຍແຂງຟ້າແກ່

ຈາກ ວິກິພີເດຍ

ເນີຍແຂງຟ້າແກ່ (ອັງກິດ: blue cheese, ຝຣັ່ງ: fromage à pâte persillée ຫຼື ຝຣັ່ງ: fromage bleu) ແມ່ນບັນດາເນີຍແຂງທີ່ເຮັດຈາກນົມງົວ ນົມແກະ ຫຼືນົມແບ້ ເຊິ່ງມີການເພາະປູກຂອງຮາ Penicillium ເພື່ອທີ່ຈະໃຫ້ມີຮາເປັນຈຸດໆ ໂດຍມີຮາທີ່ມີສີຟ້າແກ່ ສີຟ້າແກ່ອົມສີຂີ້ເທົ່າ ຫຼືສີຟ້າແກ່ອົມສີຂຽວ ແລະມີກິ່ນອັນມີເອກະລັກ. ເນີຍແຂງຟ້າແກ່ສ່ວນຫຼາຍຈະໝັກໄວ້ໃນທີ່ປັບອຸນຫະພູມໄດ້ ເຊັ່ນໃນອຸໂມງ. ເນີຍແຂງຟ້າແກ່ສາມາດນຳມາກິນເປົ່າໆ ຫຼືສາມາດນຳມາລະລາຍປະສົມກັບອາຫານອື່ນໆ ໄດ້.