ເດິ ແຟລດຊ໌ (ຮູບເງົາ)

ຈາກ ວິກິພີເດຍ
ເດິ ແຟລດຊ໌
ໂປສເຕີຮູບເງົາ
ບົດຮູບເງົາຄຣິສຕິນາ ຮັອດສັນ
ເນື້ອເລື່ອງ
ສ້າງຈາກຕົວລະຄອນ
ຈາກ ດີຊີ
ອຳນວຍການສ້າງ
ນັກສະແດງນຳ
ກຳກັບພາບເຮນຣີ ບຣາແຮມ
ຕັດຕໍ່
ດົນຕີປະກອບເບນຈາມິນ ວໍລ໌ຟິຊ
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍເນີ ບຣາເທີສ໌ ພິກເຈີ
ວັນສາຍ

  • 15 ມິຖຸນາ ຄ.ສ. 2023 (2023-06-15) (ລາວ)

  • 16 ມິຖຸນາ ຄ.ສ. 2023 (2023-06-16) (ສະຫະລັດອາເມຣິກາ)
ຄວາມຍາວ144 ນາທີ[1]
ປະເທດສະຫະລັດອາເມຣິກາ
ພາສາອັງກິດ
ທຶນສ້າງ200–220 ລ້ານໂດລາສະຫະລັດ[2][3]
ລາຍໄດ້267.6 ລ້ານໂດລາສະຫະລັດ[4][5]

ເດິ ແຟລດຊ໌ (ອັງກິດ: The Flash) ເປັນຮູບເງົາຊູເປີຮີໂຣອາເມຣິກາປີ 2023 ທີ່ສ້າງຈາກຕົວລະຄອນ ດີຊີ ຄໍມິກສ໌ ທີ່ມີຊື່ດຽວກັນ ຜະລິດໂດຍວໍເນີ ບຣາເທີສ໌ ພິກເຈີ, ດີຊີ ສະຕູດິໂອສ໌, Double Dream ແລະ Disco Factory ແລະ ຈັດຈຳໜ່າຍໂດຍວໍເນີ ບຣາເທີສ໌ ພິກເຈີ ໂດຍມີຈຸດມຸ່ງໝາຍໃຫ້ເປັນເລື່ອງທີ 13 ໃນຈັກກະວານຂະຫຍາຍດີຊີ ຮູບເງົາເລື່ອງນີ້ກຳກັບໂດຍ ແອນດີ້ ມຸສຊຽດຕິ ຈາກບົດຮູບເງົາໂດຍ ຄຣິສຕິນາ ຮັອດສັນ ແລະ ສະແດງໂດຍ ເອຊະຣາ ມິນເລີ ໃນບົດ ແບຣີ ອາລ໌ເລນ/ເດິ ແຟລດຊ໌ ຮ່ວມດ້ວຍ Sasha Calle, ໄມເຄີລ ແຊນນອນ, ຣອນ ລິຟວິງສະຕັນ, Maribel Verdú, Kiersey Clemons, Antje Traue ແລະ ໄມເຄີລ ຄີຕັນ ໃນຮູບເງົາເລື່ອງນີ້ ແບຣີເດີນທາງຢ້ອນເວລາກັບໄປເພື່ອປ້ອງກັນການຕາຍຂອງແມ່ຂອງລາວ ນຳມາເຊິ່ງຜົນທີ່ຕາມມາໂດຍບໍ່ໄດ້ຕັ້ງໃຈ

ການພັດທະນາຮູບເງົາ ເດິ ແຟລດຊ໌ ເລີ່ມຕົ້ນຕັ້ງແຕ່ທົດສະວັດ 1980 ມີນັກຂຽນ ແລະ ຜູ້ກຳກັບຫຼາຍຄົນທີ່ເຂົ້າມາກ່ຽວຂ້ອງກັບໂຄງການນີ້ຈົນເຖິງປີ 2014 ຕໍ່ມາຮູບເງົາໄດ້ຮັບການພັດທະນາໃໝ່ໃຫ້ເປັນສ່ວນໜຶ່ງຂອງຈັກກະວານຂະຫຍາຍດີຊີ ໂດຍມີມິນເລີໄດ້ຮັບເລືອກໃຫ້ສະແດງເປັນແຟລດຊ໌ ມີຜູ້ກຳກັບຫຼາຍຄົນເຂົ້າມາເຮັດໜ້າທີ່ນີ້ໃນປີຕໍ່ໆມາໄດ້ແກ່: ເຊດ ແກຣແຮມ-ສະມິດ, ຣິກ ຟາມຸຢີວາ ແລະ ຄູ່ຂອງຈອນ ຟຣານຊິສ ເດລີກັບໂຈນາທານ ໂກລດ໌ສະຕິນ ທຸກຄົນຕ່າງຖອນຕົວອອກຈາກຕຳແໜ່ງເພາະມີຄວາມຄິດສ້າງສັນແຕກຕ່າງກັນກັບສະຕູດິໂອ ມຸສຊຽຕຕິ ແລະ ຮັອດສັນເຂົ້າຮ່ວມໂຄງການໃນເດືອນກໍລະກົດ 2019 ແລະ ເລີ່ມກຽມງານກ່ອນການຖ່າຍທຳໃນເດືອນມັງກອນ 2020 ຮູບເງົາໄດ້ຮັບອິດທິພົນມາຈາກໂຄງເລື່ອງຂອງປຶ້ມກາຕູນ ແຟລດຊ໌ ພອຍຕ໌ ຮູບເງົາຈະມີຕົວລະຄອນຈາກດີຊີຄໍມິກສ໌ຫຼາຍຕົວລວມເຖິງ ເບນ ແອັຟແຟລັກ ແລະ ຄີຕັນ ກັບມາຮັບບົດເດີມເປັນ ແບດແມນ ຂອງພວກເຂົາ ການຖ່າຍທຳເລີ່ມຕົ້ນຕັ້ງແຕ່ເດືອນເມສາ ຫາ ເດືອນຕຸລາ 2021 ທີ່ວໍເນີ ບຣາເທີສ໌ ສະຕູດິໂອ, ລິຟສ໌ເດນ ແລະ ທົ່ວສະຫະລາຊະອານາຈັກ

ເດິ ແຟລດຊ໌ ສາຍຮອບປະຖົມມະທັດເມື່ອວັນທີ 12 ມິຖຸນາ 2023 ທີ່ໂຮງລະຄອນ ແກຣມແມນສ໌ ໄຊນິສໃນລອສແອນເຈີລິສ ສາຍໃນລາວວັນທີ 15 ມິຖຸນາ ແລະ ສາຍໃນສະຫະລັດອາເມຣິກາວັນທີ 16 ມິຖຸນາ ຮູບເງົາເລື່ອນສາຍຢູ່ຫຼາຍຄັ້ງເນື່ອງຈາກການປ່ຽນແປງຜູ້ກຳກັບ, ການລະບາດທົ່ວຂອງໂຄໂຣນາໄວຣັສ 2019-2020 ແລະ ງານຫຼັງການຖ່າຍທຳທີ່ຫຼ້າຊ້າຮູບເງົາເຮັດເງິນ 210 ລ້ານໂດລາສະຫະລັດ ໄດ້ຮັບການຕອບຮັບຢ່າງປະສົມຈາກນັກວິຈານ ໂດຍຊົມເລື່ອງສາກແລ່ນໄວປານຟ້າແມບ, ອາລົມຂັນ ແລະ ການສະແດງ (ໂດຍສະເພາະມິນເລີ ແລະ ຄີຕັນ) ແຕ່ຕິໃນເລື່ອງວິຊົວ ເອັບເຟັກ ແລະ ອົງທີສາມ[6]

ເລື່ອງຫຍໍ້[ດັດແກ້]

ແບຣີ ອາລ໌ເລນ ຫຼື ເດິ ແຟລດຊ໌ ເດີນທາງຢ້ອນເວລາກັບໄປເພື່ອປ້ອງກັນການຕາຍຂອງແມ່ຂອງລາວ ເຊິ່ງກັກຂັງລາວໄວ້ໃນໂລກຄູ່ຂະໜານທີ່ບໍ່ມີເມຕາຮິວແມນ ແບຣີຂໍຄວາມຊ່ວຍເຫຼືອຈາກຕົວຕົນທີ່ອາຍຸໜ້ອຍກວ່າຂອງລາວ ແບດແມນໃນໄວຜູ້ສູງອາຍຸ ແລະ ຊູເປີເກີລ ເພື່ອຊ່ວຍໂລກນີ້ຈາກນາຍພົນຊັອດທີ່ຟື້ນຄືນຊີບ ແລະ ກັບສູ່ຈັກກະວານຂອງລາວ

ຜົນຕອບຮັບ[ດັດແກ້]

ປະເມີນການບັອກຊ໌ອັອບຟີດ[ດັດແກ້]

ເດິ ແຟລດຊ໌ ຄາດການໄວ້ວ່າຈະເຮັດລາຍໄດ້ 72-105 ລ້ານໂດລາສະຫະລັດໃນຊ່ວງທ້າຍອາທິດທີ່ເປີດຕົວໃນປະເທດ[7]

ການຕອບສະໜອງຄຳວິຈານ[ດັດແກ້]

ເດິ ແຟລດຊ໌ ໄດ້ຮັບຄຳຊົມໃນເລື່ອງສາກແອັກຊັນ ແລະ ການສະແດງ (ໂດຍສະເພາະ ມິນເລີ ແລະ ຄີຕັນ) ແຕ່ຖືກວິຈານເລື່ອງ CGI[6] ໃນເວັບໄຊຣອດເທນ ໂຕເມໂຕສ໌ ຄຳວິຈານ 71% ຂອງນັກວິຈານ 113 ຄົນຢູ່ໃນທາງບວກ ໂດຍມີຄະແນນສະເລ່ຍ 6.5/10

ອ້າງອີງ[ດັດແກ້]

  1. Cite error: Invalid <ref> tag; no text was provided for refs named BBFC
  2. Cite error: Invalid <ref> tag; no text was provided for refs named Budget
  3. Cite error: Invalid <ref> tag; no text was provided for refs named EstimatedBudget
  4. "The Flash". Box Office Mojo. IMDb. Retrieved July 20, 2023.
  5. ແມ່ແບບ:Cite The Numbers
  6. 6.0 6.1 Christopher Campbell (June 6, 2023). "The Flash First Reviews: Packed with Nostalgia and a Scene-Stealing Michael Keaton". Rotten Tomatoes. Retrieved June 8, 2023.
  7. "Long Range Box Office Forecast: INSIDIOUS: THE RED DOOR and JOY RIDE - Boxoffice". www.boxofficepro.com (in ອັງກິດ (ອາເມລິກັນ)). 2023-06-08. Retrieved 2023-06-09.[dead link]