ເຊລີນ້າ ໂກເມຊ

ຈາກ ວິກິພີເດຍ

ເຊລີນ້າ ມາຣີ ໂກເມຊ (ອັງກິດ: Selena Marie Gomez) ເກີດເມື່ອວັນທີ່ 22 ກໍລະກົດ ຄ.ສ. 1992 ເປັນທັງນັກຮ້ອງແລະນັກສະແດງຊາວອະເມລິກັນ. ຜົນງານທີ່ມີຊື່ສຽງຂອງນາງແມ່ນ ຊີຣີ້ສຸດດັງທາງຊ່ອງ ດິສນີຍ໌ແຊນໂນລເລື່ອງ ຄອບຄົວພະລັງໂອມພ້ຽງ! (ອັງກິດ: Wizards Of Waverly Place) ທີ່ຮັບບົດເປັນ ອະເລັກຊ໌ ຣູສໂຊ້ ແລະຍັງມີຮູບເງົາເລື່ອງ Another Cinderella Story ແລະ Princess Protection Program.

ກ່ອນໜ້າທີ່ນາງຈະມາເປັນດາລານັກສະແດງໃນດິສນີ້ ນາງເຄີຍເປັນ ນັກສະແດງໃນເລື່ອງ ບາຣ໌ນີ້ແລະພ້ອງເພື່ອນ ໃນປີ 2008 ແລະຍັງອອກເພງໃຫ້ແກ່ Hollywood Records ຍົກໂຕຢ່າງເຊັ່ນ Tinker Bell, Another Cinderella Story and Wizards of Waverly Place soundtracks. ເຊລີນ້າອອກອັລບັ້ມດ່ຽວອັລບັ້ມທຳອິດຂອງນາງໃນຊື່ Selena Gomez & the Scene ອອກວາງຂາຍເມື່ອວັນທີ່ 29 ພະຈິກ ຄ.ສ. 2009. ໂດຍມີເພງ Falling Down ໃນອັລບັ້ມ ຮິດຕິດທັອບຊາດຫຼາຍຫຼວງ ແລະນາງກໍໄດ້ອອກອັລບັ້ມດ່ຽວອັລບັ້ມທີ່ສອງ ຊື່ວ່າ A Year Without Rain ອັນແຮງບໍ່ແພ້ກັນໃນວັນທີ່ 21 ກັນຍາ ຄ.ສ. 2010.

ແຫຼ່ງຂ້ໍມູນອື່ນ[ດັດແກ້]