Jump to content

ເຈົ້າຟ້າທຳມະທິເບດໄຊຍະເຊດສຸຣິຍະວົງ

ຈາກ ວິກິພີເດຍ
ເຈົ້າຟ້າທຳມະທິເບດໄຊຍະເຊດສຸຣິຍະວົງ
ກົມພະລາຊະວັງບໍວອນສະຖານມົງຄົນ
ກົມພະລາຊະວັງບໍວອນສະຖານມົງຄົນແຫ່ງກຸງສີອະຍຸດທະຍາ
ກ່ອນໜ້າເຈົ້າຟ້າພອນ
ປະສູດຄ.ສ. 1715
ສິ້ນພະຊົນຄ.ສ. 1755
ພະມະເຫສີເຈົ້າຟ້າອິນທະສຸດາວະດີ ກົມມະຂຸນຍິສານເສນີ
Full name
ເຈົ້າຟ້າທຳມາທິເບດໄຊຍະເຊດສຸລິຍະວົງ

ກົມພະລາຊະວັງບໍວອນສະຖານມົງຄົນ ເຊິ່ງມີພະນາມເດີມວ່າ ເຈົ້າຟ້າທຳມາທິເບດໄຊຍະເຊດສຸລິຍະວົງ (ໄທ: เจ้าฟ้าธรรมาธิเบศไชยเชษฐ์สุริยวงศ์)[1] ຫຼືພະນາມທີ່ຮູ້ຈັກກັນໂດຍທົ່ວໄປວ່າ ເຈົ້າຟ້າກຸ້ງ (ໄທ: เจ้าฟ้ากุ้ง) ແມ່ນພະລາຊະໂອລົດໃນສົມເດັດພະເຈົ້າຢູ່ຫົວບໍຣົມໂກດແລະກົມມະຫຼວງອະໄພນຸຊິດ

ພະອົງມີພະປີຊາສາມາດຫຼາຍດ້ານ ໂດຍສະເພາະດ້ານວັນນະກຳນັ້ນ ຊົງພະນິພົນວັນນະກຳໄວ້ຫຼາຍເລື່ອງ ເຊັ່ນ ກາບເຫ່ເຮືອ ນັນໂທປະນັນທະສູດຄຳຫຼວງ ພະມາໄລຄຳຫຼວງ ເນື່ອງຈາກພະອົງລັກລອບເປັນຊູ້ກັບພະສະໜົມຂອງພະລາຊະບິດາຈຶ່ງຕ້ອງພະອາຍາໃຫ້ຄ້ຽນ ເປັນເຫດໃຫ້ພະອົງສະເດັດສະຫວັນຄົດໃນທີ່ສຸດ

ພະປະຫວັດ

[ດັດແກ້]

ເຈົ້າຟ້າທຳມາທິເບດໄຊຍະເຊດສຸລິຍະວົງ (ຄຳໃຫ້ການຊາວກຸງເກົ່າວ່າ ເຈົ້າຟ້ານະລາທິເບດ[2]) ສະເດັດພະລາຊະສົມພົບເມື່ອໃດບໍ່ປາກົດຫຼັກຖານ[1] ພະອົງແມ່ນພະລາຊະໂອລົດພະອົງໃຫຍ່ໃນສົມເດັດພະເຈົ້າຢູ່ຫົວບໍຣົມໂກດ ປະສູດແຕ່ກົມມະຫຼວງອະໄພນຸຊິດ (ຫຼືພະພັນວັດສາໃຫຍ່) ໂດຍພະມານດາຂອງພະອົງສືບເຊື້ອສາຍມາຈາກສະກຸນພາມບ້ານສະໝໍພື ທີ່ມີຕົ້ນສະກຸນມາຈາກເມືອງຮາມນະຄອນ ມັດຖະຍະປະເທດ

ພະອົງມີພະເຊດຖະພະຄິນີ 1 ພະອົງ ຄື ເຈົ້າຟ້າບໍລົມ ແລະພະຂະນິດຖາ 6 ພະອົງ ໄດ້ແກ່ ເຈົ້າຟ້າທິດາ ເຈົ້າຟ້າລັດສະໝີ ເຈົ້າຟ້າສຸລິຍະວົງ ເຈົ້າຟ້າສຸລິຍາ ເຈົ້າຟ້າອິນທະສຸດາວະດີ (ກົມມະຂຸນຍິສານເສນີ ພະອັກຄະລະມະເຫສີໃນພະອົງ) ນອກຈາກນີ້ ພະອົງຍັງມີພະອະນຸຊາຕ່າງພະມານດາ 2 ພະອົງ ຄືເຈົ້າຟ້າເອກກະທັດ (ສົມເດັດພະທີ່ນັ່ງສຸລິຍາດອະມະລິນ) ແລະເຈົ້າຟ້າອຸທຸມພອນ (ສົມເດັດພະເຈົ້າອຸທຸມພອນ) ເມື່ອສົມເດັດພະລາຊະບິດາຂຶ້ນຄອງລາຊະສົມບັດແຫ່ງກຸງສີອະຍຸດທະຍາແລ້ວ ພະອົງໄດ້ຮັບການສະຖາປະນາໃຫ້ຊົງກົມທີ່ ກົມມະຂຸນເສນາພິທັກ

ເຫດແຫ່ງການອອກຜະໜວດ

[ດັດແກ້]

ເນື່ອງຈາກເຈົ້າຟ້າພະນະເຣນທອນ ກົມມະຂຸນສຸເຣນທອນພິທັກ ພະລາຊະໂອລົດໃນສົມເດັດພະສັນເພັດທີ່ 9 ນັ້ນ ຊົງສະໜິດກັບພະລາຊະບິດາຂອງພະອົງຢ່າງຫຼາຍ ເຮັດໃຫ້ພະອົງເກີດຄວາມລະແວງຂຶ້ນ ເມື່ອພະລາຊະບິດາຊົງປະຊວນແລະເຈົ້າພະກົມມະຂຸນສຸເຣນທອນພິທັກສະເດັດມາຊົງຢ້ຽມ ພະອົງຈຶ່ງຕຣັສໃຫ້ພະອົງເຈົ້າຊື່ນແລະພະອົງເຈົ້າເກີດໄປນິມົນເຈົ້າພະກົມມະຂຸນສຸເຣນທອນພິທັກເຂົ້າມາຍັງພະລາຊະວັງໜ້າ ເມື່ອເຈົ້າພະກົມມະຂຸນສຸເຣນທອນພິທັກສະເດັດມາເຖິງ ພະອົງໄດ້ໃຊ້ພະແສງດາບຟັນເຈົ້າພະກົມມະຂຸນສຸເຣນທອນພິທັກ ແຕ່ບໍ່ຊົງໄດ້ຮັບບາດເຈັບພຽງຖືກແຕ່ຜ້າຈີວອນຂາດເທົ່ານັ້ນ ເມື່ອພະອົງທອດພະເນດເຫັນດັງນັ້ນຈຶ່ງເກງພະລາຊະອາຍາແລ້ວຈຶ່ງສະເດັດໄປຍັງຕຳໜັກກົມມະຫຼວງອະໄພນຸຊິດ ພະມານດາຂອງພະອົງ

ຫຼັງຈາກນັ້ນ ເຈົ້າພະກົມມະຂຸນສຸເຣນທອນພິທັກສະເດັດເຂົ້າເຝົ້າສົມເດັດພະສັນເພັດທີ່ 9 ແລະພະອົງຕຣັສຖາມວ່າ ເຫດໃດພະຈີວອນຈຶ່ງຂາດ ເຈົ້າຟ້າພະກົມມະຂຸນສຸເຣນທອນພິທັກຖະຫວາຍພະພອນວ່າກົມມະຂຸນເສນາພິທັກຫຍອກທ່ານ ເມື່ອເຈົ້າພະກົມມະຂຸນສຸເຣນທອນພິທັກຖະຫວາຍພະພອນລາສົມເດັດພະສັນເພັດທີ່ 9 ແລ້ວ ກົມມະຫຼວງອະໄພນຸຊິດໄດ້ສະເດັດມາອ້ອນວອນແລະຕຣັສວ່າຖ້າທ່ານບໍ່ຊ່ວຍໃນຄາວນີ້ເຫັນທີກົມມະຂຸນເສນາພິທັກ ຄົງສິ້ນເຈົ້າຟ້າພະກົມມະຂຸນສຸເຣນທອນພິທັກຈຶ່ງຕຣັສວ່າຄົງມີແຕ່ຮົ່ມກາສາວະພັກເທົ່ານັ້ນທີ່ຊ່ວຍໄດ້ ກົມມະຫຼວງອະໄພນຸຊິດຈຶ່ງພາກົມມະຂຸນເສນາພິທັກສະເດັດອອກຜະໜວດທັນທີທີ່ວັດໂຄກແສງ ມີພະນາມສາຍາວ່າ "ສິຣິປາໂລ"[3]

ໃນຄັ້ງນັ້ນສົມເດັດພະພຸດທະເຈົ້າຢູ່ຫົວຊົງພະພິໂລດກົມມະຂຸນເສນາພິທັກຫຼາຍ ມີພະລາຊະດຳລັດໃຫ້ຄົ້ນຫາຕົວຈົນທົ່ວພະລາຊະວັງ ແຕ່ພົບພຽງພະອົງເຈົ້າຊື່ນແລະພະອົງເຈົ້າເກີດທີ່ສົມຮູ້ຮ່ວມຄິດເທົ່ານັ້ນ ຈຶ່ງມີພະລາຊະດຳລັດໃຫ້ນຳຕົວທັ້ງ 2 ພະອົງໄປສຳເລັດໂທດດ້ວຍທ່ອນຈັນ

ການຂຶ້ນເປັນກົມພະລາຊະວັງບໍວອນສະຖານມົງຄົນ

[ດັດແກ້]

ເມື່ອປີ ຄ.ສ. 1737 ກົມມະຫຼວງອະໄພນຸຂິດຊົງພະປະຊວນໜັກແລະໄດ້ຕຣັສທູນຂໍພະລາຊະທານອະໄພໂທດໃຫ້ກົມມະຂຸນເສນາພິທັກເຊິ່ງຜະໜວດຢູ່ນັ້ນ ສົມເດັດພະພຸດທະເຈົ້າຢູ່ຫົວກໍພະລາຊະທານອະໄພໂທດ ຫຼັງຈາກນັ້ນ ກົມມະຫຼວງອະໄພນຸຊິດກໍສະເດັດສະຫວັນຄົດລົງ ສ່ວນກົມມະຂຸນເສນາພິທັກຊົງລາຜະໜວດແລະໄດ້ເຂົ້າເຝົ້າລະອອງທຸລີພະບາດສົມເດັດພະພຸດທະເຈົ້າຢູ່ຫົວດັງເດີມ

ໃນປີ ຄ.ສ. 1741 ພະລາຊະໂກສາປານບ້ານວັດຣະຄັງໄດ້ກາບບັງຄົມທູນສົມເດັດພະພຸດທະເຈົ້າຢູ່ຫົວຂໍພະລາຊະທານໃຫ້ສະຖາປະນາກົມມະຂຸນເສນາພິທັກຂຶ້ນປະດິດສະຖານທີ່ກົມພະລາຊະວັງບໍວອນສະຖານມົງຄົນ ສົມເດັດພະພຸດທະເຈົ້າຢູ່ຫົວຈຶ່ງມີພະລາຊະດຳລັດໃຫ້ປະຊຸມເສນາບະດີ ເມື່ອທຸກຝ່າຍເຫັນພ້ອງຕ້ອງກັນແລ້ວ ຈຶ່ງຊົງພະກະລຸນາໂປດເກົ້າ ໃຫ້ຈັດຕັ້ງພະລາຊະພິທີອຸປະລາຊາພິເສກສະຖາປະນາກົມມະຂຸນເສນາພິທັກຂຶ້ນເປັນກົມພະລາຊະວັງບໍວອນສະຖານມົງຄົນ ພ້ອມກັນນີ້ຊົງພະກະລຸນາໂປດເກົ້າ ສະຖາປະນາໃຫ້ເຈົ້າຟ້າອິນທະສຸດາວະດີຊົງກົມທີ່ ກົມມະຂຸນຍິສານເສນີ ແລະພະລາຊະທານໃຫ້ເປັນພະອັກຄະລະຊາຍາໃນກົມພະລາຊະວັງບໍວອນດ້ວຍ

ສະເດັດສະຫວັນຄົດ

[ດັດແກ້]
ເຈດີບັນຈຸພະອັດຖິຂອງເຈົ້າຟ້າທຳມາທິເບດໄຊຍະເຊດສຸລິຍະວົງ ນະ ວັດໄຊວັດທະນາລາມ ຕຳບົນບ້ານປ້ອມ ອຳເພີພະນະຄອນສີອະຍຸດທະຍາ ຈັງຫວັດພະນະຄອນສີອະຍຸດທະຍາ

ກົມພະລາຊະວັງບໍວອນສະຖານມົງຄົນປະຊວນດ້ວຍໂຮກສຳລັບບຸລຸດແລະກາຍໄປເປັນພະໂຮກຄົດຊະລາດ (ໂຮກຄຸດທະລາດ) ເປັນເຫດໃຫ້ພະອົງບໍ່ສາມາດເຂົ້າເຝົ້າສົມເດັດພະພຸດທະເຈົ້າຢູ່ຫົວເຖິງ 3 ປີເສດ ວັນໜຶ່ງພະອົງມີພະບັນທູນໃຫ້ຕຳລວດມານຳຕົວເຈົ້າກົມ ປະລັດກົມ ແລະນາຍເວນປະລັດເວນຂອງເຈົ້າສາມກົມ (ກົມມະໝື່ນຈິດສຸນທອນ ກົມມະໝື່ນສຸນທອນເທບ ແລະກົມມະໝື່ນເສບພັກດີ) ມາຖາມຄວາມວ່າ ເຈົ້າກົມນັ້ນເປັນແຕ່ໝື່ນ ເຫດໃດຈຶ່ງຕັ້ງບັນດາສັກໃຫ້ເປັນຂຸນ ເຊິ່ງນັບວ່າເຮັດສູງເກີນກວ່າສັກ ຈຶ່ງມີພະບັນທູນໃຫ້ລົງພະລາຊະອາຍາໂບຍຫຼັງຄົນລະ 15 ທີບ້າງຄົນລະ 20 ທີບ້າງ

ຫຼັງຈາກນັ້ນບໍ່ດົນ ກົມມະໝື່ນສຸນທອນເທບເຮັດເລື່ອງກາບທູນສົມເດັດພະພຸດທະເຈົ້າຢູ່ຫົວເປັນການລັບວ່າ ກົມພະລາຊະວັງບໍວອນສະຖານມົງຄົນສະເດັດເຂົ້າມາລອບເຮັດຊູ້ກັບເຈົ້າຟ້ານິ່ມ ເຈົ້າຟ້າສັງວານ (ນັກປະຫວັດສາດເຊື່ອວ່າເປັນອົງດຽວກັນ[3]) ເຖິງໃນພະລາຊະວັງຫຼາຍຄັ້ງ ສົມເດັດພະພຸດທະເຈົ້າຢູ່ຫົວຈຶ່ງມີພະລາຊະດຳລັດໃຫ້ກົມພະລາຊະວັງບໍວອນ ເພື່ອນຳຕົວມາສອບຄວາມ ເມື່ອກົມພະລາຊະວັງບໍວອນຮັບສາລະພາບແລ້ວ ຈຶ່ງມີພະລາຊະດຳລັດລົງພະລາຊະອາຍາຄ້ຽນ ແລ້ວໃຫ້ເສນາບະດີແລະລູກຂຸນພິພາກສາໂທດ ທ້າວພະຍາມຸກຂະມົນຕີແລະລູກຂຸນກາບບັງຄົມທູນ ໂທດຂອງກົມພະລາຊະວັງບໍວອນ ເປັນມະຫັນຕະໂທດຂໍພະລາຊະທານໃຫ້ສຳເລັດໂທດດ້ວຍທ່ອນຈັນຕາມຂັດຕິຍະປະເພນີ ສົມເດັດພະພຸດທະເຈົ້າຢູ່ຫົວຕຣັສຂໍຊີວິດໄວ້ແຕ່ໃຫ້ນາບພະນະລາດແລ້ວຖອດໃຫ້ເປັນໄພ່ເສຍ ສ່ວນເຈົ້າຟ້າສັງວານໃຫ້ລົງພະລາຊະອາຍາຄ້ຽນອົງລະ 30 ທີ ພ້ອມທັງຖອດເປັນໄພ່ເຊັ່ນກັນ ເຈົ້າຟ້າສັງວານຢູ່ໄດ້ 3 ມື້ກໍສິ້ນພະຊົນ ສ່ວນກົມພະລາຊະວັງບໍວອນ ຕ້ອງຮັບພະລາຊະອາຍາຄ້ຽນແລະສະເດັດສະຫວັນຄົດລົງ ສົມເດັດພະພຸດທະເຈົ້າຢູ່ຫົວມີພະລາຊະດຳລັດໃຫ້ນຳພະສົບທັງສອງໄປຝັງຍັງວັດໄຊວັດທະນາລາມ

ພະກໍລະນີຍະກິດ

[ດັດແກ້]

ພະອົງເປັນແມ່ກອງໃນການປະຕິສັງຂອນວັດພະສີສັນເພັດວັດອື່ນໆ ມາກມາຍແລະຊົງຄວບຄຸມງານຕໍ່ພະສຽນພະມະຫາມົງຄົນບໍພິດ ຊົງລື້ມົນດົບທີ່ປະດິດສະຖານພະມະຫາມົງຄົນບໍພິດແລ້ວກໍ່ຂຶ້ນໃໝ່ເປັນພະວິຫານແທນຮວມທັງ ຊົງອຳນວຍການຊ່ອມພະທີ່ນັ່ງວິຫານສົມເດັດພາຍໃນພະລາຊະວັງກຸງສີອະຍຸດທະຍາ[3]

พระนิพนธ์

[ດັດແກ້]

พระองค์ทรงมีพระปรีชาสามารถหลายด้าน โดยเฉพาะด้านวรรณกรรม พระองค์ทรงเป็นกวีที่ยิ่งใหญ่ในสมัยกรุงศรีอยุธยาพระองค์หนึ่ง ผลงานด้านวรรณกรรมที่พระองค์ทรงนิพนธ์ไว้โดยมากจะเป็นคำประพันธ์ประเภทกาพย์ห่อโคลงมากกว่างานพระนิพนธ์ชนิดอื่น ๆ พระนิพนธ์ประเภทกาพย์ที่เป็ฯที่รู้จักโดยทั่วไป เช่น พระนิพนธ์ "กาพย์เห่เรือ" แบ่งออกเป็น 2 เรื่อง เรื่องแรกเป็นบทชมพยุหยาตราทางชลมารค ต่อด้วยชมเรือ ชมปลา ชมไม้ และชมนก สมเด็จพระเจ้าบรมวงศ์เธอ ชั้น 4 กรมพระยาดำรงราชานุภาพ สันนิษฐานว่า เป็นบทเห่เรือที่ทรงนิพนธ์ขึ้นเพื่อใช้สำหรับเห์เรือพระที่นั่งของพระองค์เองเวลาตามเสด็จขึ้นพระบาท[4] ส่วนเรื่องที่ 2 ได้หยิบยกเอาเรื่องพระยาครุฑลักนางกากีมาเป็นบทนำ ซึ่งกรมพระยาดำรงราชานุภาพ สันนิษฐานว่า เป็นบทที่สะท้อนความในพระหฤทัยของเจ้าฟ้าธรรมธิเบศรที่ลอบผูกสมัครรักใคร่กับเจ้าฟ้าสังวาล ด้วยเหตุนี้แต่เดิมเห็นจะใช้บทนี้เห่เวลาประพาสทางเรือโดยลำพัง[5] บทเห่เรือของเจ้าฟ้าธรรมธิเบศรที่เป็นที่รู้จักโดยทั่วไป เช่น

สุวรรณหงส์ทรงพู่ห้อย

งามชดช้อยลอยหลังสินธุ์
เพียงหงส์ทรงพรหมมินทร์

ลินลาศเลื่อนเตือนตาชม

ขณะที่ผนวชหรือภายหลังผนวชเล็กน้อย พระองค์ทรงนิพนธ์วรรณกรรมเกี่ยวกับพระพุทธศาสนาไว้ด้วย ได้แก่ นันโทปนันทสูตรคำหลวง ทรงพระนิพนธ์เมื่อ พ.ศ. 2279 และ พระมาลัยคำหลวง ทรงพระนิพนธ์เมื่อ พ.ศ. 2280 นอกจากนี้ ยังมีพระนิพนธ์เรื่องอื่นๆ อีกมากมาย เช่น บทเห่เรื่องกากี 3 ตอน, บทเห่สังวาสและเห่ครวญอย่างละบท, กาพย์ห่อโคลงนิราศธารโศก, กาพย์ห่อโคลงนิราศธารทองแดง (กาพย์ห่อโคลงประพาสธารทองแดง), เพลงยาวบางบท และกาพย์ห่อโคลงนิราศพระบาท

ชีวิตส่วนพระองค์

[ດັດແກ້]

กรมพระราชวังบวรมหาเสนาพิทักษ์มีพระชายาและเจ้าจอมหม่อมห้ามหลายพระองค์ เท่าที่ปรากฏพระนามมีดังต่อไปนี้[6]

ลำดับ พระอัครชายา พระชายา และพระสนม พระราชโอรสธิดา
1. เจ้าฟ้าหญิงอินทสุดาวดี (กรมขุนยิสารเสนี) ไม่มีพระราชโอรสธิดา
2. เจ้าฟ้าหญิงเส เจ้าฟ้าศรี
3. หม่อมพัน พระองค์เจ้าอาทิตย์ กรมหมื่นพิทักษ์ภูเบศร์
4. หม่อมเหม หรือ เหญก พระองค์เจ้าฉาย หรือ พระองค์เจ้าฉัตร หรือ พระองค์เจ้าเกิด
5. หม่อมเจ้าหญิงสวย พระองค์เจ้าหญิงมิตร
พระองค์เจ้าหญิงทับ
พระองค์เจ้าหญิงชื่น
6. หม่อมจัน พระองค์เจ้าศรีสังข์
7. หม่อมสรวย พระองค์เจ้าหญิงตา
8. หม่อมทองแดง พระองค์เจ้าชายแม้น
9. หม่อมเจ้าหญิงสร้อย พระองค์เจ้าหญิงดารา
10. หม่อมสุ่น พระองค์เจ้าหญิงชี
พระองค์เจ้าหญิงชาติ
11. หม่อมเต่วน พระองค์เจ้าชายมิ่ง

พระอิสริยยศ

[ດັດແກ້]
  • พระราชสมภพ - 2276 สมเด็จพระเจ้าลูกเธอ เจ้าฟ้าธิเบศร์
  • พ.ศ. 2276 - 2284 สมเด็จพระเจ้าลูกเธอ กรมขุนเสนาพิทักษ์
  • พ.ศ. 2284 - 2289 กรมพระราชวังบวรสถานมงคล

ພະລາຊະຕະກູນ

[ດັດແກ້]

ອ້າງອິງ

[ດັດແກ້]
ເຊິງອັດ

ແມ່ແບບ:ລາຍການອ້າງອິງ

ບັນນານຸກົມ

ແມ່ແບບ:ເລິ່ມອ້າງອິງ

  • พระราชพงศาวดารกรุงศรีอยุธยา ฉบับพันจันทนุมาศ (เจิม) และเอกสารอื่น. นนทบุรี : ศรีปัญญา, 2553. ISBN 978-616-7146-08-9
  • พระราชพงศาวดาร ฉบับพระราชหัตถเลขา ภาค 2. สมเด็จฯ เจ้าฟ้ากรมพระยาภาณุพันธุวงศ์วรเดช พิมพ์ขึ้นเป็นส่วนพระราชกุศลทานมัยในงานพระศพ พระเจ้าบรมวงศ์เธอ กรมหลวงวรเสฐสุดา, พระอรรคชายาเธอ กรมขุนอรรควรราชกัญญา, สมเด็จฯ เจ้าฟ้ากรมขุนพิจิตรเจษฎจันทร์ และสมเด็จฯ เจ้าฟ้ากรมขุนสวรรคโลกลักษณวดี. พ.ศ. 2455. {{cite book}}: Check date values in: |year= (help)
  • กาพย์เห่เรือเจ้าฟ้ากุ้ง และ เสภาของสุนทรภู่แต่ง ๒ เรื่อง เสภาเรื่องพระราชพงศาวดารและเสภาเรื่องขุนช้างขุนแผนตอนกำเนิดพลายงาม. พิมพ์เป็นอนุสรณ์งานฌาปณกิจศพ นายแดง ศิลปสุขุม. พ.ศ. 2498. {{cite book}}: Check date values in: |year= (help)

สารานุกรมประวัติศาสตร์ไทย เล่ม ๑ อักษร ก. กรุงเทพฯ : ราชบัณฑิตยสถาน, 2549. 434 ໜ້າ. ໜ້າ 368-369. ISBN 974-9588-63-0 ແມ່ແບບ:ຈົບອ້າງອິງ

ກ່ອນໜ້າ ເຈົ້າຟ້າທຳມະທິເບດໄຊຍະເຊດສຸຣິຍະວົງ ຖັດໄປ
ເຈົ້າຟ້າພອນ
(ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ)

ກົມພະລາຊະວັງບໍວອນສະຖານມົງຄົນແຫ່ງກຸງສີອະຍຸດທະຍາ
(ລາຊະວົງບ້ານພູຫຼວງ)

(ຄ.ສ. 1741 - ຄ.ສ. 1756)
ສົມເດັດເຈົ້າຟ້າ ກົມມະຂຸນພອນພິນິດ
(ສົມເດັດພະເຈົ້າອຸທຸມພອນ)


ແມ່ແບບ:ກົມພະລາຊະວັງບໍວອນສະຖານມົງຄົນ


ແມ່ແບບ:ອາຍຸໄຂ

  1. 1.0 1.1 สารานุกรมประวัติศาสตร์ไทย เล่ม ๑ อักษร ก, หน้า 368
  2. พระราชพงศาวดารกรุงศรีอยุธยา ฉบับพันจันทนุมาศ (เจิม) และเอกสารอื่น, หน้า 551
  3. 3.0 3.1 3.2 "เจ้าฟ้าธรรมธิเบศร". Retrieved 23 มีนาคม 2556. {{cite web}}: Check date values in: |accessdate= (help)[dead link]
  4. กาพย์เห่เรือเจ้าฟ้ากุ้ง, หน้า 4
  5. กาพย์เห่เรือเจ้าฟ้ากุ้ง, หน้า 5
  6. เจ้าฟ้าธรรมธิเบศร, หน้า 25