ເງິນ (ໂລຫະ)

ຈາກ ວິກິພີເດຍ

ເງິນ (ອັງກິດ: silver) ແມ່ນທາດທີ່ມີໝາຍເລກອະຕອມ 47 ແລະສັນຍະລັກແມ່ນ Ag (ເກຣັກ: άργυρος árguros, ລາແຕງ: Argentum). ແມ່ນໂລຫະທະລານຊິຊັນສີຂາວເງິນ ນຳຄວາມຮ້ອນແລະໄຟຟ້າໄດ້ດີຫຼາຍ. ໃນທຳມະຊາດອາດລວມຢູ່ໃນແຮ່ອື່ນ ຫຼືຢູ່ອິສະລະ. ໃຊ້ປະໂຫຍດໃນການເຮັດຫຼຽນ ເຄື່ອງປະດັບ ພາຊະນະເທິງໂຕະອາຫານ ແລະອຸດສາຫະກຳການຖ່າຍຮູບ. ຜູ້ຄົ້ນພົບແມ່ນ ຣໍເບິດ ແບນເຟີດ.