ເຄື່ອງໝາຍການຄ້າ

ຈາກ ວິກິພີເດຍ
ໂລໂກ້ເຄື່ອງໝາຍການຄ້າທີ່ຈົດທະບຽນ
ໂລໂກ້ເຄື່ອງໝາຍການຄ້າ

ເຄື່ອງໝາຍການຄ້າ (ອັງກິດ: trademark) ໝາຍເຖິງ ກາສິນຄ້າ ຫຼື ສ່ວນໜຶ່ງຂອງກາສິນຄ້າ ເພື່ອສະແດງວ່າສິນຄ້າທີ່ໃຊ້ເຄື່ອງໝາຍຂອງເຈົ້າຂອງເຄື່ອງໝາຍການຄ້ານັ້ນ ເຈົ້າຂອງມີສິດທາງດ້ານກົດໝາຍແຕ່ພຽງຜູ້ດຽວ ເຮົາບໍ່ສາມາດໃຊ້ເຄື່ອງໝາຍການຄ້າຂອງບຸກຄົນອື່ນ ແລະ ບຸກຄົນອື່ນກໍບໍ່ສາມາດໃຊ້ເຄື່ອງໝາຍການຄ້າຂອງເຮົາໄດ້ ຍັງຕ້ອງມີການອອກແບບໂລໂກ້ ເວັ້ນເສຍແຕ່ວ່າມີສັນຍາແລະຂໍ້ຕົກລົງກັບກັນ ແລະ ກັນ (ເຊັ່ນການຄວບລວມທຸລະກິດ) ສັນຍາລັກອາດຈະປະກອບໄປດ້ວຍ ຊື່ ຂໍ້ຄວາມ ວະລີ ສັນຍາລັກ ພາຍ ງານອອກແບບ ຫຼື ຫຼາຍສ່ວນຮ່ວມກັນ ໂດຍມີຄວາມໝາຍທາງດ້ານຊັບສິນ ທາງປັນຍາເປັນເຄື່ອງໝາຍສະແດງເຖິງ ຊື່ຜະລິດຕະພັນສະເພາະ ຫຼື ທຸກປະເພດໃນເຄື່ອງໝາຍການຄ້າຈະເປັນການສະແດງພາບເຄື່ອງໝາຍ ຊື່ ກາສັນຍາລັກເພື່ອສະແດງເຖິງ ອ້າງເຖິງ ມີຄວາມໝາຍເຖິງສິ່ງໃດໆ ກໍຕາມທີ່ມີຄວາມກ່ຽວຂ້ອງກັນ

ເຄື່ອງໝາຍການຄ້າທີ່ເປັນສັນຍາລັກສາກົນ ຄືການກຳກັບດ້ວຍ ໝາຍເຖິງເຄື່ອງໝາຍການຄ້າທີ່ໄດ້ຈົດທະບຽນ ຫຼື ® ໝາຍເຖິງເຄື່ອງໝາຍການຄ້າຈົດທະບຽນ ເຊິ່ງຈະໄດ້ຮັບສິດຄຸ້ມຄອງຕາມກົດໝາຍ

ເບິ່ງເພີ່ມເຕີມ[ດັດແກ້]