ເຂົ້າໜົມປັງຂິງ

ຈາກ ວິກິພີເດຍ
ເຂົ້າໜົມຕົ້ນຕຳລັບເມືອງນູເລັມເບີກ

ເຂົ້າໜົມປັງຂິງ ຫຼື ເຂົ້າໜົມຂິງ ຫຼື ເຂົ້າໜົມຂິງພິກໄທ ເຂົ້າໜົມຂິງເຄື່ອງເທດ ຫຼື ເຂົ້າໜົມຂິງນ້ຳເຜິ່ງ (ອັງກິດ: Ginger bread) ແມ່ນເຂົ້າໜົມອົບຊະນິດໜຶ່ງທີ່ມີຫຼາກຫຼາຍຮູບແບບ ແລະມັກອົບຮັບປະທານກັນໂດຍສະເພາະໃນຊ່ວງໜຶ່ງເດືອນກ່ອນເທດສະການຄຣິສມາສຕ໌ແລະໃນເທດສະການຄຣິສມາສຕ໌

ເຂົ້າໄຣຊ໌
ຄົນອົບເຂົ້າໜົມຂິງໃນຮາວໆ ຄ.ສ.1520
ການຫໍ່ບັນຈຸພັນໃນໂຮງງານຜະລິດເຂົ້າໜົມຂິງໂວລ໌ຟ ໃນເມືອງນູເລັມເບີກ ຄ.ສ.1959
ເຂົ້າໜົມຂິງຮູບຫົວໃຈ
ມະນຸດເຂົ້າໜົມຂິງ
ເຂົ້າໜົມຕົ້ນຕຳລັບເມືອງອາເຄນ
ບ້ານຂະໜົມຂິງ
ເຂົ້າໜົມຂິງຕຳລັບທອນເນີ້ ທິນເຊັນ
ເຂົ້າໜົມຂິງຮູບຫົວໃຈຂອງດານມາກ
ເຂົ້າໜົມຂິງທີ່ໃຊ້ເຮັດນ້ຳຊອສ

ສ່ວນຜະສົມ[ແກ້ໄຂ]

ນອກຈາກຈະໃຊ້ນ້ຳເຜິ່ງເປັນສານໃຫ້ຄວາມຫວານແລະມີເຄື່ອງເທດຈາກໂລກຕາເວັນອອກເປັນສ່ວນຜະສົມແລ້ວ (ໂດຍຫຼາຍຄື ອົບເຊີຍ ການພູ ໂປ໊ຍກັ໊ກ ຫຼືນ້ອຍຄັ້ງທີ່ໃຊ້ກະວານ ຜັກຊີ ຂິງ ລູກຈັນເທດ) ເຂົ້າໜົມຂິງຍັງແຕກຕ່າງຈາກເຂົ້າໜົມປັງອື່ນໆ ກົງທີ່ບໍ່ມີຍີສຕ໌ເປັນສ່ວນຜະສົມເລີຍ ການອົບເຂົ້າໜົມຂິງຈະໃຊ້ເກືອຈາກເຂົາກວາງແດງ (Hrischhornsalz) ຫຼືສານໂພແທສຊຽມ (ຫຼືອາດໃຊ້ທັງສອງຢ່າງ) ແທນຜົງຟູ ເຊິ່ງສານເຫຼົ່ານີ້ຈະເຮັດໃຫ້ແປ້ງດິບທີ່ຍັງບໍ່ໄດ້ອົບນັ້ນມີລົດຂົມເລັກນ້ອຍ ບ່ອຍຄັ້ງທີ່ມີການຕົກແຕ່ງເຂົ້າໜົມດ້ວຍອາມັງ ຖົ່ວ ຜົງເປືອກສົ້ມ ຜົງເປືອກໝາກນາວ ຫຼືໂດຍສະເພາະຢ່າງຍິ່ງກໍຄື ຊັອກໂກແລັດ ແປ້ງເປັນສ່ວນຜະສົມໜຶ່ງທີ່ບໍ່ໄດ້ໃຊ້ກັບເຂົ້າໜົມຂິງທຸກປະເພກສະເໝີໄປ ຕົວຢ່າງເຊັ່ນ ເຂົ້າໜົມຂິງຕຳລັບເມືອງນູເລັມເບີກ ເຊິ່ງຕາມຄຸນນະພາບແລ້ວຈະບໍ່ໃຊ້ແປ້ງເລີຍ ຫາກແຕ່ໃຊ້ນ້ຳມັນມະເລັດພືດແທນ

ສູດເຂົ້າໜົມຂິງສ່ວນໃຫຍ່ຈະມີປະລິມານແປ້ງໜ້ອຍຫຼາຍປະມານຮ້ອຍລະ 10 ເຖິງ 50 ຂອງສ່ວນຜະສົມເທົ່ານັ້ນ ຕຳລັບອາຫານເຢຍລະມັນສ່ວນຫຼາຍມັກປະກອບດ້ວຍແປ້ງສາລີ ໃນຂະນະທີ່ຕຳລັບອາຫານຝະລັ່ງແລະຫຼາຍປະເທດໃນເອີລົບຕາເວັນອອກກັບໃຊ້ເຂົ້າໄຣຍ໌ແທນ ໃນປັດຈຸບັນມີການນຳເຄື່ອງເທດຫຼັກທີ່ໃຊ້ໃນການອົບເຂົ້າໜົມຂິງມາຜະສົມສຳເລັດຮູບໂດຍເອິ້ນວ່າ ເຄື່ອງເທດເຂົ້າໜົມຂິງ

ໃນເຢຍລະມັນມີຊໍ້ກຳໜົດຂັ້ນຕ່ຳທາງກົດໝາຍກ່ຽວກັບຄຸນນະພາບແລະຄຸນນະລັກສະນະຂອງເຂົ້າໜົມຂິງ ໂດຍມີການກຳໜົດສູດຕົ້ນຕຳລັບສະເພາະຕ່າງໆ ເຊັ່ນ ເຂົ້າໜົມຂິງຕຳລັບເອລິເຊ (Elisenlebkuchen) ຕາມທີ່ກົດໝາຍອາຫານ ສິນຄ້າໂພກຄະພັນແລະອາຫານສັດຂອງເຢຍລະມັນກຳໜົດ ເຂົ້າໜົມຂິງທີ່ຈະໃຊ້ຊື່ຕຳລັບນີ້ໄດ້ຈະຕ້ອງມີຖົ່ວອາມັງຫຼືຖົ່ວຊະນິດອື່ນໆ ຮວມກັນຢ່າງໜ້ອຍຮ້ອຍລະ 25 ຂອງສ່ວນຜະສົມທັງໝົດ ມວນຮວມຂອງສ່ວນຜະສົມຈະຕ້ອງປະກອບດ້ວຍຜະລິດຕະພັນຈາກທັນຍາພືດບໍ່ເກີນຮ້ອຍລະ 10 ຫຼືມີຄວາມເຂັ້ມຂົ້ນຂອງທັນຍາພືດພຽງແຄ່ຮ້ອຍລະ 7.5 ເທົ່ານັ້ນ ດ້ວຍລາຍລະອຽດອັນພິຖີພິຖັນເຮັດໃຫ້ເຂົ້າໜົມຂິງຕຳລັບເອລິເຊເປັນເຂົ້າໜົມຊັ້ນເລີດຕາມມາດຕະຖານຂອງກົດໝາຍອາຫານ ສິນຄ້າໂພກຄະພັນແລະອາຫານສັດຂອງເຢຍລະມັນ ແລະອະນຸຢາດໃຫ້ໃຊ້ພຽງຊັອກໂກແລັດທີ່ມີຄຸນນະພາບໃນການຜະລິດ ຫ້າມໃຊ້ເນີຍໂກໂກ້ທຽມທີ່ມີຄຸນນະພາບຕ່ຳໂດຍເດັດຂາດ

ຊື່ເອິ້ນຕ່າງໆ ຂອງເຂົ້າໜົມຂິງ[ແກ້ໄຂ]

ເຂົ້າໜົມຂິງເອງກໍເໝືອນກັບອາຫານຊະນິດອື່ນໆ ທີ່ມີຊື່ເອິ້ນໃນພາສາເຢຍລະມັນແຕກຕ່າງກັນອອກໄປຕາມແຕ່ລະພູມິພາກ ໃນທາງຕອນໃຕ້ ຕາເວັນຕົກແລະຕອນເໜືອຂອງເຢຍລະມັນຈະໃຊ້ຄຳວ່າ ເລບຄູເຄນ (Lebkuchen) ຂະນະດຽວກັນໃນພູມິພາກທາງໃຕ້ແລະຕາເວັນຕົກຂອງເຢຍລະມັນກໍອາດພົບຊື່ເອິ້ນເຂົ້າໜົມຂິງທີ່ແຕກຕ່າງກັນອອກໄປ ໄດ້ແກ່ ລາເບີຄູເຄນ (Labekuchen) ເລັກຄູເຄນ (Leckkuchen) ຫຼື ເລເບນຄູເຄນ (Lebenskuchen) ໃນບາງພື້ນທີ່ຂອງລັດບາວາເລຍແລະລັດບາເດນ-ເວີດແທມເບີກເອິ້ນເຂົ້າໜົມຂິງວ່າ ມາເກັນໂບດ (Magenbrot) ແມ້ນວ່າໂດຍຮວມແລ້ວຈະໝາຍເຖິງເຂົ້າໜົມອົບຮູບແບບທີ່ແຕກຕ່າງກັນອອກໄປກໍຕາມ ກົງກັນຂ້າມກັບທາງຕາເວັນອອກຂອງເຢຍລະມັນທີ່ເອິ້ນເຂົ້າໜົມຂິງກັນວ່າເຟບເຟີຄູເຄນ (Pfefferkuchen) ຫຼື ເຂົ້າໜົມຂິງພິກໄທ

ການວິໄຈເຖິງທີ່ມາແລະຄວາມໝາຍຂອງຄຳວ່າ ເລບຄູເຄນ (Lebkuchen) ເຊິ່ງແປວ່າເຂົ້າໜົມຂິງໃນພາສາເຢຍລະມັນນັ້ນຍັງບໍ່ເປັນທີ່ແນ່ຊັດ ແມ້ນຄຳວ່າ ເລບຄູເຄນ ຈະມີການອອກສຽງຄ້າຍກັບຄຳວ່າ ເລເບນ (Leben) ທີ່ໝາຍເຖິງຊີວິດ ແຕ່ກໍນ່າຈະບໍ່ມີສ່ວນກ່ຽວຂ້ອງກັນເລີຍ ເພາະຄາດວ່າຄຳວ່າ ເລບຄູເຄນມາຈາກພາສາລະຕິນທີ່ວ່າ ລິບຸມ (Libum) ເຊິ່ງໝາຍເຖິງເຂົ້າໜົມອົບຮູບຮ່າງແບນ ຫຼືເຂົ້າໜົມເສັ້ນໄຫວ້ມີການຕີຄວາມທາງສັບມູນວິທະຍາ (ສາດແຫ່ງທີ່ມາຂອງຄຳສັບ) ວ່າທີ່ມາຂອງຄຳດັງກ່າວມາຈາກຄຳວ່າ ໄລບ໌ (Laib) ໃນພາສາຊົນເຜົ່າເຈີມານິກບູຮານ ເຊິ່ງໝາຍເຖິງກ້ອນເຂົ້າໜົມປັງ

ຊື່ເອິ້ນ ເຟັບເຟີຄູເຄນ (Pfefferkuchen) ຫຼືເຂົ້າໜົມຂິງພິກໄທ ມີທີ່ມາຈາກຍຸກກາງໃນຍຸກທີ່ເອິ້ນເຄື່ອງເທດຈາກຕ່າງປະເທດເຊິ່ງໃຊ້ເປັນສ່ວນຜະສົມໃນການອົບເຂົ້າໜົມຮວມກັນວ່າ ພິກໄທ ຄຳເອິ້ນເຂົ້າໜົມຂິງໃນພາສາອັງກິດທີ່ວ່າ ຈິນເຈີເບດ (gingerbread) ຫຼືໃນພາສາຝະລັ່ງທີ່ວ່າ ແປງ ເດ ປີສ (pain d’épices) ຮວມເຖິງຄຳວ່າ ອິງແກວໂບດ (Ingwerbrot : ເຂົ້າໜົມປັງຂິງ) ຫຼື ເກເວີດໂບດ (Gewürzbrot : ເຂົ້າໜົມປັງເຄື່ອງເທດ) ໃນພາສາເຢຍລະມັນລ້ວນສສື່ຄວາມໝາຍທີ່ບົ່ງບອກເຖິງເຄື່ອງເທດແຫ່ງໂລກຕາເວັນອອກໄດ້ຢ່າງຊັດເຈນ ສ່ວນຄຳວ່າ ໂຮນິກໂບດ (Honigbrot : ເຂົ້າໜົມປັງນ້ຳເຜິ່ງ) ໃນພາສາເຢຍລະມັນນັ້ນເຊິ່ງກໍສື່ເຖິ່ງສ່ວນຜະສົມຫຼັກຢ່າງຕໍ່ໄປຂອງເຂົ້າໜົມຂິງກໍຄື ນ້ຳເຜິ່ງ ນັ້ນເອງ

ປະຫວັດ[ແກ້ໄຂ]

ຫຼັກຖານທີ່ເປັນລາຍລັກອັກສອນຊິ້ນແຮກໆ ເຊິ່ງບັນທຶກກ່ຽວກັບເຂົ້າໜົມຂິງນ້ຳເຜິ່ງທີ່ຜະສົມເຄື່ອງເທດ ນັ້ນມີອາຍຸຮາວໆ 350 ປີກ່ອນຄຣິສຕະການ ຊາວອີຍິບບູຮານມີເຂົ້າໜົມອົບທີ່ໃຊ້ນ້ຳເຜິ່ງເປັນສານໃຫ້ຄວາມຫວານແລະເປັນເຂົ້າໜົມທີ່ຕ້ອງໃຊ້ໃນພິທີສົບ ຊາວໂລມັງມີເຂົ້າໜົມທີ່ເອິ້ນວ່າ ພານຸສ ເມລລິທຸສ (panus mellitus) ເຊິ່ງກໍຄືເຂົ້າໜົມທີ່ທາໜ້າດ້ວຍນ້ຳເຜິ່ງແລ້ວນຳໄປອົບ ໃນສະໄໝກ່ອນນັ້ນຕ່າງຈາກປັດຈຸບັນຄືການຮັບປະທານເຂົ້າໜົມຂິງບໍ່ພຽງເປັນທີ່ນິຍົມສະເພາະໃນຊ່ວງເທດສະການຄຣິສມາສເທົ່ານັ້ນ ແຕ່ຮວມໄປເຖິງເທດສະການອີສເຕີ (ເທດສະການສະຫຼອງການຄືນຊີບຂອງພະເຍຊູ) ຫຼືຊ່ວງເວລາອື່ນໆ ດ້ວຍ ເຂົ້າໜົມຂິງນັ້ນຈັດເປັນໜຶງໃນອາຫານທີ່ນິຍົມຮັບປະທານໃນຊ່ວງເວລາຖືສີນອົດ ແລະອາດເສີບພ້ອມກັບເບຍດີກີສູງ ເປັນຕົ້ນ

ເຂົ້າໜົມຂິງໃນຮູບແບບທີ່ຮູ້ຈັກກັນໃນປັດຈຸບັນມີຕົ້ນກຳເໜີດຈາກເມືອງດີແນນໃນແບນຊິກ ຈາກນັ້ນຊາວເມືອງອາກເຄນໄດ້ຮັບມາດັດແປງ (ອ້າງອີງຈາກປະຫວັດເຂົ້າໜົມຂິງຕຳລັບເມືອງອາກເຄນ ຫຼື Aachener Printen) ແລະທ້າຍທີ່ສຸດຄະນະນັກບວດໃນຝະລັ່ງກໍຮັບເຂົ້າໜົມຊະນິດນີ້ມາ ແລະດັດແປງອີກເລັກໜ້ອຍ ຄະນະແມ່ຊີໃນສະໄໝນັ້ນຈະອົບເຂົ້າໜົມຂິງເພື່ອໃຊ້ເປັນຂອງຫວານ

ຊື່ເອິ້ນວ່າ ເຟັບເຟີຄູເຄນ ຫຼືເຂົ້າໜົມຂິງພິກໄທນັ້ນມີມາແລ້ວຕັ້ງແຕ່ປີ ຄ.ສ. 1296 ທີ່ເມືອງອູມ ປະເທດເຢຍລະມັນ ແລະໃນສະຕະວັດທີ່ 14 ເຂົ້າໜົມອົບຊະນິດນີ້ກໍເປັນທີ່ຮູ້ຈັກໃນເມືອງນູແລມເບີກແລະບໍລິເວນໄກ້ຄຽງ ໂດຍຜູ້ຮັບມາຄືຄະນະພະນັກບວດ ຕົ້ນຕຳລັບຂອງເມືອງນູແລມເບີກນີ້ມີທີ່ມາຈາກອາລາມຄຣິສຕະຈັກທີ່ເມືອງໄຮບອນເຊິ່ງຢູ່ບໍ່ໄກອອກໄປເຂົ້າໜົມຂິງນັ້ນເປັນທີ່ນິຍົມເນື່ອງຈາກບໍ່ເສຍງ່າຍແລະສາມາດເກັບໄວ້ຮັບປະທານໄດ້ດົນ ເຫຼ່ານັກບວດມັກຈະນຳໄປແຈກຈ່າຍໃຫ້ກັບປະຊາຊົນໃນຊ່ວງເວລາອົດຢາກແລ້ນແຄ້ນ

ເນື່ອງຈາກການອົບເຂົ້າໜົມຂິງຈຳເປັນຕ້ອງໃຊ້ເຄື່ອງເທດຫາຢາກຈາກແດນໄກ ເມືອງຕ່າງໆທີ່ເປັນສູນກາງການຄ້າສຳຄັນຈຶງມີປະເພນີການເຮັດເຂົ້າໜົມຂິງທີ່ມີປະຫວັດອັນຍາວນານ ນອກຈາກເມືອງນູແລມເບີກແລະພຸນສະນິດແລ້ວ ຍັງຮວມໄປເຖິງເມືອງເອົາສະບູກ ໂຄໂລນແລະບາເຊລດ້ວຍ ທີ່ເມືອງມິວນິກມີລາຍຊື່ອາຊີບ "ເລບເຊລເທີ (Lebzelter) "ໃນທະບຽນພາສີມາຕັ້ງແຕ່ປີ ຄ.ສ. 1370 ເຊິ່ງກໍຄືຄົນເຮັດເຂົ້າໜົມຂິງນັ້ນເອງ ທີ່ເມືອງນີ້ຈະມີການເຮັດເຂົ້າໜົມຂິງໃຫ້ເປັນຮູບຮ່າງຕ່າງໆກັນ ແລະແຕ່ງໜ້າດ້ວຍນ້ຳຕານຫຼາກສີໃນຂະນະທີ່ເຂົ້າໜົມຂິງຕຳລັບເມືອງນູແລມເບີກຈະຕົກແຕ່ງດ້ວຍຖົ່ວອາມັງແລະຜົງເປືອກໝາກນາວ

ເຂົ້າໜົມຂິງຕົ້ນຕຳລັບເມືອງທອນຫຼືທີ່ຮູ້ຈັກກັນໃນຊື່ ທອນເນີ ຟາສເຕີສະຕາຍເນີ (Thorner Pflastersteine) ກໍມີຊື່ສຽງເຊັ່ນກັນ ເຂົ້າໜົມຂິງຕຳລັບນີ້ມາຈາກອານາເຂດ ປັດເຊຍຕາເວັນຕົກທີ່ຊື່ ທອນ ເຊິ່ງປັດຈຸບັນກາຍເປັນເມືອງໂຕລັນ (Toruń) ຂອງໂປແລນມາຕັ້ງແຕ່ປີຄ.ສ. 1919 ເຂົ້າໜົມຂິງຕຳລັບນີ້ຍັງມີອີກສອງສາຍາ ຄື ຄາທິນເຊັນ (Kathrinchen) ເຊິ່ງມີທີ່ມາຈາກຊື່ໂບດຂອງນັກບຸນຄາທາລິນາແຫ່ງອາເລັກຊານເດຍ ແລະສາຍາວ່າ ໄນເຊີ ຄອນເຟັກ (Neisser Konfekt) ເຊິ່ງມີທີ່ມາຈາກຊື່ເມືອງໄນເຊ ໃນເຂດຊິເລເຊຍທີ່ຖືກເຢຍລະມັນຍຶດຄອງມາຕັ້ງແຕ່ສະຕະວັດທີ່ 16

ໃນສະໄໝກ່ອນເຂົ້າໜົມຂິງເຊິ່ງເອິ້ນວ່າ ເລບຄົວເຄ (Lebkuoche) ໃນພາສາເຢຍລະມັນຍຸກກາງຈະອົບໂດຍວາງບົນແປ້ນພິມໃນໂຮງອົບເຂົ້າໜົມປັງຂອງໂບດ ເຊິ່ງເປັນບ່ອນອົບເຂົ້າໜົມປັງກົມທີ່ເອິ້ນວ່າ ແຜ່ນສີນ ຢູ່ແລ້ວ ໃນຕອນໃຕ້ຂອງເຢຍລະມັນແລະປະເທດໂອຕະລິດຈະເອິ້ນເຂົ້າໜົມປັງນີ້ວ່າ ເລບເຊລເທີ (Lebzelter) ເຊິ່ງບໍ່ວ່າຈະເປັນຄົນເຮັດເຂົ້າໜົມຂິງ ຫຼື ເລບເຊລເທີ ກໍຈັດຢູ່ໃນກຸ່ມສາຍອາຊີບດຽວກັນນັ້ນເອງ

ການຄິດຄົ້ນຜົງຟູໃນຊ່ວງປາຍສະຕະວັດທີ່ 19 ມີບົດບາດຕໍ່ວິວັດທະນາການຂອງເຂົ້າໜົມຂິງ ຜົງຟູເຮັດໃຫ້ສ່ວນຖານທີ່ເປັນແປ້ງນັ້ນພອງຟູຂຶ້ນ ດ້ວຍເຫດນີ້ຈຶງເຮັດໃຫ້ເກີດເຂົ້າໜົມອົບຂຶ້ນຫຼາຍຊະນິດທີ່ມີລົດຊາດແລະຄວາມໜຽວທັ້ງເໝືອນແລະບໍ່ເໝືອນກັບເຂົ້າໜົມຂິງຕົ້ນແບບ ຕົວຢ່າງເຊັ່ນ ເຂົ້າໜົມຂິງນ້ຳເຜິ່ງແລະເຂົ້າໜົມຂິງເຄື່ອງເທດໃນຮູບແບບຕ່າງໆ ຫຼາຍຊະນິດ

ເຂົ້າໜົມຂິງຮູບແບບຕ່າງໆ ທົ່ວໄປ[ແກ້ໄຂ]

ທຸກວັນນີ້ເຂົ້າໜົມຂິງຈັດເປັນເຂົ້າໜົມອົບຍອດນິຍົມສຳລັບຊ່ວງເທດສະການຄຣິສມາສໂດຍມີຊື່ເອິ້ນແລະຮູບແບບທີ່ແຕກຕ່າງກັນອອກໄປຕາມແຕ່ລະພູມິພາກ ມີເຂົ້າໜົມຂິງທັງແບບທີ່ເຄືອບແລະບໍ່ເຄືອບຊັອກໂກແລັດ ທັງແບບທີ່ມີຖົ່ວຕ່າງໆ ແລະຖົ່ວອາມັງ ຫຼາຍຫຼືໜ້ອຍແຕກຕ່າງກັນໄປຫຼືແບບທີ່ສອດໄສ້ແຍມ ເປັນຕົ້ນ

ເຂົ້າໜົມຂິງລາຍພາບ[ແກ້ໄຂ]

ເຂົ້າໜົມຂິງລາຍພາບກໍຄືເຂົ້າໜົມຂິງທີ່ມີການຕັດຫຼືກົດທັບໃຫ້ເປັນລາຍ ເຂົ້າໜົມຂິງຮູບແບບນີ້ມີມາຕັ້ງແຕ່ສະໄໝທົດສະຕະວັດທີ່ 15 ມີທັງແບບດັ້ງເດີມທີ່ມີຮູບພາບທາງສາດສະໜາ ແລະຫຼັງຈາກນັ້ນກໍເລິ່ມມີແບບທີ່ເປັນຮູບພາບທົ່ວໄປ ໃນປັດຈຸບັນເຂົ້າໜົມຂິງລາຍພາບເຫຼົ່ານີ້ທີ່ເປັນທີ່ແພ່ຫຼາຍໃນນານາປະເທດແລະບໍ່ໄດ້ຜະລິດພຽງແຄ່ໃນຊ່ວງເທດສະການຄຣິສມາສອີກຕໍ່ໄປ ເຂົ້າໜົມຂິງຮູບຫົວໃຈທີ່ຕົກແຕ່ງດ້ວຍນ້ຳຕານໄອຊິ້ງນັ້ນຄ່ອນຂ້າງເປັນທີ່ຮູ້ຈັກກັນດີແລະຊື້ຫາໄດ້ທົ່ວໄປໃນງານລື່ນເລີງງານປະຈຳປີແລະແມ້ນກະທັ່ງບົນແຜງຂາຍເຂົ້າໜົມໃນຕະຫຼາດຄຣິສມາສ

ບ້ານເຂົ້າໜົມຂິງ[ແກ້ໄຂ]

ໃນພາສາເຢຍລະມັນ ສິ່ງທີ່ເອິ້ນວ່າ ບ້ານເຂົ້າໜົມຂິງພິກໄທ ຫຼື ເຟັບເຟີຄູເຄນຮອຍເຊັນ (Pfefferkuchenhäuschen) ທີ່ພາສາຊາວບ້ານເອິ້ນວ່າ ບ້ານເຂົ້າໜົມປັງກອບ ຫຼື ຄຸສເປີຮອຍເຊັນ (Knusperhäuschen) ໃນນິທານເລື່ອງ ບ້ານເຂົ້າໜົມປັງ (ນິທານເລື່ອງແຮນເຊລກັບເກເທລ) ກໍເຮັດມາຈາກເຂົ້າໜົມຂິງເຊັ່ນກັນ ບ້ານເຂົ້າໜົມຂິງເຫຼົ່ານີ້ນອກຈາກຈະເປັນທີ່ແພ່ຫຼາຍໃນປະເທດທີ່ໃຊ້ພາສາເຢຍລະມັນແລ້ວຍັງຫາຊື້ໄດ້ໃນແຖບເອີລົບຕາເວັນອອກແລະປະເທດທີ່ໃຊ້ພາສາອັງກິດອີກດ້ວຍ

ເຂົ້າໜົມຂິງສູດສະເພາະຂອງເຢຍລະມັນ[ແກ້ໄຂ]

ເຂົ້າໜົມຂິງສູດສະເພາະຂອງເຢຍລະມັນຫຼາຍຕຳລັບເປັນທີ່ຮູ້ຈັກໄປທົ່ວໂລກ ຕົວຢ່າງເຊັ່ນ ເຂົ້າໜົມຂິງຕຳລັບນູແລມເບີກແລະເຂົ້າໜົມຂິງຕຳລັບເມືອງອາກເຄນ ສູດເຂົ້າໜົມຂິງສະເພາະຕາມພູມິພາກຕ່າງໆ ໄດ້ແກ່ ເຂົ້າໜົມຂິງຕຳລັບຣອສເນີ (Rosner Lebkuchen) ຈາກເມືອງວາລຊາສເຊນ (Waldsassen) ເຂົ້າໜົມຂິງຕຳລັບເບນໄຮເມີ ມັອບເພັນ (Bentheimer Moppen) ເຂົ້າໜົມຂິງຕຳລັບເມືອງພຸນສະນິດ ຫຼື ພຸນສະນິດເຊີ ເຟັບເຟີຄູເຄນ (Pulsnitzer Pfefferkuchen) ໄນເຊີ ຄອນເຟັກ (Neisser Konfekt) ແລະ ເຂົ້າໜົມຂິງພິກໄທແຫ່ງແມັກແລນບູກ ຫຼື ແມັກແລນບູກເກີ ເຟັບເຟີນຶດເຊີ (Mecklenburger Pfeffernüsse)

ເຂົ້າໜົມຂິງໃນລັດເຊຍ[ແກ້ໄຂ]

ເຂົ້າໜົມຂິງຕຳລັບລັດເຊຍທີ່ມີຊື່ໃນພາສາລັດເຊຍວ່າ ປິຍານິກີ (ປິຍານິກີ ຫຼື Пряники ເປັນຄຳເອິ້ນແບບພະຫູພົດ ຫາກເປັນຊິ້ນດຽວຈະເອິ້ນວ່າ ປິຍານິກ ຫຼື Пряник) ປະກອບດ້ວຍ ແປ້ງສາລີ ນ້ຳຕານ ມາກາລີນ ເນີຍ ນ້ຳມັນ ນ້ຳ ນົມ ແລະເກືອ ບາງຄັ້ງອາດໃສ່ນ້ຳເຜິ່ງແລະເຄື່ອງເທດລົງໄປດ້ວຍກໍໄດ້ ເຂົ້າໜົມຂິງຕຳລັບນີ້ມັກເສີບຄູ່ກັບຊາລັດເຊຍ

ເຂົ້າໜົມຂິງໃນເຂດເທືອກເຂົາແອລ[ແກ້ໄຂ]

ໃນສະວິດເຊີແລນ ເຂົ້າໜົມຂິງຮູບຊານຕາຄອສເປັນທີ່ນິຍົມແພ່ຫຼາຍ ບົນຊິ້ນເຂົ້າໜົມຂິງຈະມີກະດາດຮູບຊານຕາຄອສແປະຢູ່ໂດຍໃຊ້ນ້ຳຍາງກັມອາລະບິກເຊິ່ງເປັນຍາງໄມ້ທຳມະຊາດເປັນກາວຕິດປະເພນີນີ້ມີມາຕັ້ງແຕ່ຊ່ວງກາງສະຕະວັດທີ່ 19 ເຂົ້າໜົມຂິງຕຳລັບສະວິດເຊີແລນທີ່ເປັນທີ່ຮູ້ຈັກທົ່ວໂລກຄື ເຂົ້າໜົມຂິງຕຳລັບບາສເລີ ແລັກເຄີລີ (Basler Leckerli) ຈາກເມືອງບາເຊລແລະເຂົ້າໜົມຂິງຕຳລັບບີເບີລີ (Biberli) ຈາກເທືອກແອພເພັນເຊລ ເຂົ້າໜົມຂິງທີ່ມີຄວາມຫຼາກຫຼາຍຄ້າຍໆ ກັນນີ້ກໍເປັນທີ່ແພ່ຫຼາຍໄປທົ່ວໃນໂອຕະລິດເຊັ່ນດຽວກັບໃນເຢຍລະມັນ

ເຂົ້າໜົມຂິງຊະນິດອື່ນໆ ໃນເອີລົບ[ແກ້ໄຂ]

ປະເທດອື່ນໆ ໃນເອີລົບກໍມີເຂົ້າໜົມຂິງຕຳລັບສະເພາະທີ່ມີປະຫວັດເປັນມາຍາວນານເຊັ່ນກັນ ຕົວຢ່າງເຊັ່ນ ເຂົ້າໜົມຂິງຕຳລັບຝະລັ່ງແຫ່ງເມືອງດີໂຈ (Dijon) ເຂົ້າໜົມຂິງຕຳລັບຄິດຕຽນ ເຟລ (Christiansfeld) ຂອງດານມາກ ຫຼື ເຂົ້າໜົມຂິງຕຳລັບທອນເນີ ຄາທິນເຊັນ (Thorner Kathrinchen) ຈາກເມືອງທອນເຊິ່ງປ່ຽນຊື່ເປັນເມືອງໂຕລັນຂອງໂປແລນຕັ້ງແຕ່ ຄ.ສ. 1919 ຕຸ໊ກຕາເຂົ້າໜົມຂິງແລະບ້ານເຂົ້າໜົມຂິງທີ່ມາຈາກເມືອງພາດູບິດໃນສາທາລະນະລັດແຊັກນັ້ນຈະແຕ່ງດ້ວຍນ້ຳຕານໄອຊິ້ງຈຳນວນຫຼາຍເປັນພິເສດ

ເຂົ້າໜົມຂິງທີ່ໃຊ້ເຮັດນ້ຳຊອສ[ແກ້ໄຂ]

ເຂົ້າໜົມຂິງທີ່ໃຊ້ເຮັດນ້ຳຊອສ ເຊິ່ງໃນພາສາເຢຍລະມັນຮຽກວ່າ ໂຊເຊນຄຸເຄນ (Soßenkuchen) ຫຼື ໂຊເຊນເລບຄູເຄນ (Soßenlebkuchen) ແມ່ນເຂົ້າໜົມຂິງທຳມະດາໆ ຊະນິດໜຶ່ງ ມີຢູ່ໃນບາງພູມິພາກຂອງເຢຍລະມັນ ໂດຍຈະມີການຜະລິດເຂົ້າໜົມຂິງຊະນິດນີ້ໃນທຸກລະດູການເພື່ອໃຊ້ໃນການເຮັດນ້ຳຊອສ

ລາຍລະອຽດອື່ນ ໆ[ແກ້ໄຂ]

  • ຄຳເອິ້ນເຂົ້າໜົມຂິງໃນພາສາອັງກິດທີ່ວ່າ ຈິນເຈີເບດ (Gingerbread) ນັ້ນໃຊ້ເປັນຊື່ເອິ້ນລະບົບປະຕິບັດການແອນດຣອຍດ໌ຮູບແບບໜຶ່ງຂອງບໍລິສັດກູເກິ້ນ
  • ໃນພິພິດທະພັນເຄື່ອງເທດເກົ່າແກ່ທີ່ໃຊ້ໃນຄົວເຮືອນ (Museum Alte Pfefferküchlerei) ໃນເມືອງໄວແຊນແບກ (Weißenberg) ລັດແຊັກໂຊນີໃນເຢຍລະມັນ ມີການຈັດສະແດງເຄື່ອງມືທີ່ໃຊ້ໃນການຜະລິດເຂົ້າໜິມຂິງ
  • ໃນວັນທີ່ 5 ທັນວາ ຄ.ສ. 2003 ທີ່ເມືອງເອສລິງແກນ (Esslingen) ຮິມຝັ່ງແມ່ນ້ຳແນັກຄາ (Neckar) ໄດ້ມີການອົບເຂົ້າໜົມຂິງທີ່ໃຫຍ່ທີ່ສຸດໃນໂລກ ເຂົ້າໜົມຂິງເປັນຮູບຊານຕາຄອສມີຂະໜາດຄວາມຍາວ 10 ແມັດ ແລະຄວາມກວ້າງ 4 ແມັດ ສ່ວນຜະສົມທີ່ໃຊ້ຄື ແປ້ງເຂົ້າໜົມປັງ 350 ກ.ກ ນ້ຳເຊື່ອມ 180 ກ.ກ. ແລະເຄື່ອງເທດສຳລັບເຮັດເຂົ້າໜົມຂິງທັງໝົດ 8 ກ.ກ. ແລະແຕ່ງໜ້າດ້ວຍມາຊິພານ (ຖົ່ວອາມັງແລະນ້ຳຕານບົດຮວມກັນເປັນຂອງແຫຼວໜຽວໆ) ແລະນ້ຳຕານໄອຊິ້ງຊະນິດໜືດຫຼືທີ່ເອິ້ນວ່າ ຟັນເດິນທ໌ (Fondant) ເຊິ່ງເຮັດໃຫ້ເຂົ້າໜົມຂິງຊິ້ນນີ້ມີນ້ຳໜັກຮວມເຖິງ 650 ກ.ກ. ເລີຍທີດຽວ

ອ້າງອີງ[ແກ້ໄຂ]