ເກ
ຮູບຮ່າງການສະແດງຜົນ


ເກ (ອັງກິດ: Gay) ແມ່ນຄຳສັບທີ່ໃຊ້ເພື່ອອະທິບາຍຄົນທີ່ມັກຫຼືມີຄວາມສົນໃຈທາງເພດຕໍ່ຄົນທີ່ມີເພດດຽວກັນ. ສ່ວນຫຼາຍຄົນເຫຼົ່ານີ້ຍັງມີຄວາມສົນໃຈໃນຄວາມຮັກກັບຄົນເພດດຽວກັນນຳອີກ. ຄົນທີ່ເປັນເກສາມາດເປັນຜູ້ຊາຍທີ່ມັກຜູ້ຊາຍດ້ວຍກັນ ຫຼື ຜູ້ຍິງທີ່ມັກຜູ້ຍິງດ້ວຍກັນ.
ຄຳວ່າ "ເກ" ສາມາດໝາຍເຖິງຄົນຮ່ວມເພດໃດກໍໄດ້, ແຕ່ບາງຄັ້ງມັນຖືກໃຊ້ສະເພາະກັບຜູ້ຊາຍຮ່ວມເພດເທົ່ານັ້ນ. ໃນກໍລະນີນັ້ນ, ຜູ້ຍິງຮ່ວມເພດຈະເອີ້ນວ່າ ເລສບຽນ "lesbian" ແທນ. ບາງຄັ້ງຄົນກໍໃຊ້ຄຳວ່າ "queer" ເພື່ອໝາຍເຖິງຄວາມໝາຍດຽວກັນກັບ "gay" ເມື່ອເວົ້າເຖິງເລື່ອງເພດສຳພັນ.
ໃນຄຣິຕທົດສະວັດທີ່ 1960 ຄຳວ່າ ເກ ໄດ້ກາຍເປັນຄໍາທີ່ນິຍົມໃນກຸ່ມຜູ້ຊາຍຮັກຮ່ວມເພດ[1] ໝາຍຄວາມວ່າ "ມ່ວນຊື່ນ" ຫຼື "ມີຄວາມສຸກ" ແລະ ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງໃນປັດຈຸບັນ
ອ້າງອີງ
[ດັດແກ້]- ↑ "Gay". Oxford English Dictionary. Oxford University Press. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 21 ພຶດສະພາ 2018. ສືບຄົ້ນເມື່ອ 13 ກຸມພາ 2018.
{{cite web}}: CS1 maint: date auto-translated (ລິ້ງ)