ອຸດົມ ຊົງແສງ
ໜ້ານີ້ຕ້ອງການໃຫ້ແປເປັນພາສາລາວ ເພື່ອໃຫ້ເປັນໄປຕາມມາດຕະຖານຂອງວິກິພີເດຍ ເມື່ອແປສຳເລັດແລ້ວ ໃຫ້ນຳປ້າຍນີ້ອອກ |
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
| ດົມ ຊວນຊື່ນ | |
| ຊື່ເກີດ | ອຸດົມ ຊົງແສງ |
| ຊື່ຫຼີ້ນ | ດົມ |
| ເກີດ | 20 ມິຖຸນາ ຄ.ສ. 1935 ອຸດົມ ຊົງແສງ ອຳເພີບ້ານໂປ່ງ ຈັງຫວັດລາຊະບຸລີ ປະເທດໄທ |
| ຄູ່ສົມລົດ | 4 ຄົນ |
| ບຸດ | ນົບພະດົນ ຊົງແສງ, ແສງດາວ ຊົງແສງ,ຜະດຸງ ຊົງແສງ |
| ອາຊີບ | ນັກສະແດງຕະຫຼົກ |
ອຸດົມ ຊົງແສງ ຫຼື ພໍ່ດົມ ຊວນຊື່ນ ແມ່ນນັກສະແດງຕະຫຼົກຊາວໄທ ໃນຄະນະຊວນຊື່ນ ມີຜົນງານສະແດງລະຄອນຫຼາຍຕໍ່ຫຼາຍເລື່ອງ ເຂົາມີພັນລະຍາທັງໝົດ 4 ຄົນ ບຸດ 15 ຄົນ ເຊິ່ງຖືວ່າເປັນນັກສະແດງຕະຫຼົກທີ່ມີພັນລະຍາຫຼາຍທີ່ສຸດໃນວົງການຕະຫຼົກໄທ
ປະຫວັດ
[ດັດແກ້]ອຸດົມ ຊົງແສງ ເກີດທີ່ອຳເພີບ້ານໂປ່ງ ຈັງຫວັດລາຊະບຸລີ ຄອບຄົວມີອາຊີບເປັນລິເກ ເຂົາຈຶ່ງຖືກດຶງເຂົ້າສູ່ທຸລະກິດແລະສິລະປະຂະແໜງນີ້ຢ່າງຫຼີກລ່ຽງບໍ່ໄດ້ ເຂົາຊອບເລື່ອງດົນຕີ ຈຶ່ງສາມາດຫຼີ້ນເຄື່ອງດົນຕີໄດ້ທຸກຊິ້ນ ແຕ່ໃຈຈິງເຂົາຢາກເປັນນັກດົນຕີສາກົນຫຼາຍກວ່າ ເພາະເຫັນວ່າເທ່ດີ ເຂົາຈຶ່ງບໍ່ຄ່ອຍມັກ ເມື່ອຕ້ອງນຳມາຫັດຮ້ອງຮຳລິເກ ແລະກໍມັກຈະຫຼົບໜີການເຝິກຊ້ອມຢູ່ເປັນປະຈຳ ແຕ່ດວງຂອງເຂົາຜູກພັນກັບເລື່ອງລິເກຢ່າງຊ່ອຍບໍ່ໄດ້ ຈົນໃນທີ່ສຸດ ກໍຕ້ອງເຂົ້າມາຮັບບົດພະເອກລິເກຈົນໄດ້ ເມື່ອພະເອກລິເກໃນຄະນະຂາດເຂົາຈຶ່ງຖືກນຳໂຕຂຶ້ນຮັບບົດພະເອກແທນຢ່າງກະທັນຫັນ ແຕ່ດ້ວຍໄຫວພຣິບ ການຮູ້ຈັງຫວະດົນຕີ ແລະປະຕິພານທີ່ມີຢູ່ເຫຼືອລົ້ນ ກໍເຮັດໃຫ້ເຂົາສາມາດສະແດງຈົນຜ່ານພົ້ນໄປໄດ້ດ້ວຍດີ ຫຼັງຈາກນັ້ນ ກໍຈຶ່ງໄດ້ເຮັ່ງຫັດລິເກຢ່າງເປັນກິດຈະລັກສະນະ ໂດຍລິເກຄະນະທຳອິດທີ່ເຂົາຮັບບົດເປັນພະເອກກໍຄືຄະນະສິນສົ່ງເສີມ
ເຊິ່ງປະສົບຄວາມສຳເລັດໃນລະດັບທີ່ນ່າພໍໃຈຢ່າງຍິ່ງ ກ່ອນຈະແຍກອອກມາຕັ້ງຄະນະລິເກອຸດົມສິນແລະໄດ້ສະແດງລິເກອອກລາຍການວິທະຍຸໃນນາມຄະນະ ອຸດົມ - ແວວດາວ ເຊິ່ງເປັນນ້ອງສາວ ແລະກໍປະສົບຄວາມສຳເລັດຢ່າງຫຼາຍທີ່ຈັນທະບຸລີ ຫລັງຈາກທີ່ສະແດງໄປໄດ້ແຄ່ 7 ມື້
ໃນລະຫວ່າງທີ່ເປັນນັກສະແດງລິເກຄວາມທີ່ຊື່ນຊອບເລື່ອງດົນຕີທັ້ງໄທແລະສາກົນຈຶ່ງສາມາດຫຼີ້ນເຄື່ອງດົນຕີທີ່ໃຊ້ໃນການສະແດງລິເກໄດ້ທຸກຊິ້ນ ແລະມີຄວາມສົນໃຈໃນແຊກໂຊໂຟນ ຈຶ່ງໄດ້ຊື້ມາເຝິກຫຼີ້ນດ້ວຍຕົນເອງ ຕໍ່ມາພໍ່ດົມຈຶ່ງໄດ້ຄິດວິທີການດຶງຜູ້ຊົມໃຫ້ເຂົ້າມາເບິ່ງລິເກດ້ວຍການຫຼີ້ນດົນຕີສາກົນໃນຊ່ວງຫົວຄ່ຳກ່ອນການສະແດງ ຄະນະລິເກຂອງພໍ່ດົມຈຶ່ງມີທັ້ງແອັກຄໍດຽນ ກີຕ້າ ເບສ ແລະກອງຊຸດ ເຄື່ອງດົນຕີເຫຼົ່ານີ້ກໍຖືກນຳໄປຫຼີ້ນຮວມກັບເຄື່ອງດົນຕີລິເກ ນັບເປັນຄະນະລິເກຄະນະທຳອິດຂອງເມືອງໄທຈົນເປັນຕົ້ນແບບໃຫ້ກັບຄະນະລິເກໃນຍຸກປັດຈຸບັນ
ຂະນະອາຍຸໄດ້ 30 ປີ ຫລັງຈາກທີ່ໄດ້ຍິນຄົນເບິ່ງບົ່ນໃຫ້ຟັງເລື່ອງອາຍຸຫຼາຍເກີນທີ່ຈະເປັນພະເອກ ພໍ່ດົມກໍຕັດສິນໃຈລ້າງມືຈາກການເປັນພະເອກລິເກແລະຫນີເຂົ້າກຸງເທບພ້ອມກັບແຊກໂຊໂຟນຄູ່ໃຈເຂົ້າຮ່ວມວົງດົນຕີລູກທຸ່ງຂອງປະຈວບ ຈຳປາທອງ ສັງທອງ ສີໃສ ຊາຕີ ສີຊົນ ເພີນ ພົມແດນ ນັກຮ້ອງລູກທຸ່ງຊື່ດັງໃນຍຸກນັ້ນ ຢູ່ໃນຕຳແໜ່ງເຄື່ອງເປົ່າ ພ້ອມກັບໃຫ້ນົບພະດົນ ຊົງແສງ (ຈິ້ມ) ລູກຊາຍເຂົ້າຮ່ວມວົງອີກຄົນໃນຕຳແໜ່ງມືກອງ ໃນລະຫວ່າງພໍ່ດົມແລະຈິ້ມໄດ້ເລິ່ມຫັນມາສະແດງຕະຫລົກແທນຕະຫລົກໃນຄະນະທີ່ຫຍຸດພັກ ໂດຍໄດ້ຄ່າຕົວເຖິງຄືນລະ 500 ບາດ ຫຼີ້ນຕະຫລົກຢູ່ຮາວ 1 ປີ ຈົນກະທັ່ງວົງດົນຕີຂອງເພີນ ພົມແດນໄດ້ຍຸບໄປ
ໃນປີ ຄ.ສ. 1982 ຂະນະອາຍຸໄດ້ 47 ປີ ພໍ່ດົມໄດ້ຮວບຮວມສະມັກພັກພວກກໍ່ຕັ້ງຄະນະຕະຫລົກຄະນະຊວນຊົມຂຶ້ນໃນຮູບແບບຕະຫລົກຄອບຄົວແຕ່ບໍ່ໄດ້ຮັບຄວາມນິຍົມຫຼາຍນັກຈຶ່ງໄດ້ປ່ຽນຊື່ເປັນຊວນຊື່ນ ເຮັດໃຫ້ເລິ່ມມີຊື່ສຽງຂຶ້ນມາໂດຍຮັບງານສະແດງຕະຫລົກຕາມທີ່ຕ່າງ ໆ ລວມໄປເຖິງກໍ່ຕັ້ງບໍລິສັດຮັບຈັດງານສະແດງ ໂຊ ແລະຜະລິດລາຍການໂທລະທັດອອກມາຫຼາຍ ໃນເວລາຕໍ່ມາດ້ວຍອາຍຸທີ່ຫຼາຍຂຶ້ນພໍ່ດົມຈຶ່ງຍົກຄະນະໃຫ້ ຈິ້ມ ຊວນຊື່ນ ເປັນຜູ້ດູແລແທນແຕ່ພໍ່ດົມກໍຍັງຮ່ວມສະແດງຕະຫລົກກັບຊາວຄະນະຢູ່ສະເໝີຈົນກະທັ່ງຈິ້ມຍຸບຄະນະຊວນຊື່ນໄປໃນທີ່ສຸດ
ນອກຈາກນີ້ ພໍ່ດົມຍັງເປັນນັກແຕ່ງເພງເຊິ່ງໄດ້ຮັບຄຳແນະນຳມາຈາກ ພອນ ພິລົມ ໃນຊ່ວງທີ່ໄປຫຼີ້ນລິເກນຳກັນດົນ 2 ປີ ພໍ່ດົມໄດ້ປະພັນເພງໄວ້ຫຼາຍບົດເພງໃຫ້ກັບນັກຮ້ອງຊື່ດັງຫຼາຍທ່ານ ອາທິ ຄຳພີ ແສງທອງ ຍອດຮັກ ສະລັກໃຈ ເອກກະໄຊ ສີວິໄຊ ແລະບົດເພງທີ່ສ້າງຊື່ສຽງໃຫ້ກັບພໍ່ດົມຫຼາຍທີ່ສຸດຄືເພງ ພິດຮັກພິດສະນຸໂລກ ເດີມພໍ່ດົມຕັ້ງໃຈແຕ່ງເອົາໃວ້ໃຫ້ຈິ້ມຕອນອາຍຸ 14 ປີ ພາຍຫລັງໄດ້ຖືກນຳໄປເປັນເພງປະກອບຮູບເງົາເລື່ອງ ຄົນປີມະ ຂັບຮ້ອງໂດຍ ສີຫນຸ່ມ ເຊີນຍິ້ມ ເປັນຜູ້ຂັບຮ້ອງຄົນທຳອິດ ຕໍ່ມາ ສັນຕິ ດວງສະຫວ່າງ ແລະ ຫນູ ມິເຕີ້ ໄດ້ນຳເພງນີ້ໄປຂັບຮ້ອງໃໝ່
ເດືອນມິຖຸນາ ຄ.ສ. 2018 ພໍ່ດົມໄດ້ຕວດພົບວ່າຕົວເອງເປັນໂຮກມະເລັງຕັບໃນລະຍະທີ່ 3 ກະທັ່ງພໍ່ດົມໄດເສຍຊີວິດລົງທີ່ໂຮງພະຍາບານພະນັ່ງເກົ້າເມື່ອວັນຈັນທີ່ 24 ທັນວາ ຄ.ສ. 2018 ດ້ວຍໄວ 83 ປີ 7 ເດືອນ 4 ມື້
ผลงาน
[ດັດແກ້]ภาพยนตร์
[ດັດແກ້]| พ.ศ. | ละคร | รับบท |
|---|---|---|
| 2545 | ผีหัวขาด | ชาวบ้าน (รับเชิญ) |
| 2546 | องค์บาก | ตาเหมือน (รับเชิญ) |
| หลบผี ผีไม่หลบ | ดม | |
| ดึก ดำ ดึ๋ย | ตาของสวย | |
| คนปีมะ | ||
| 2547 | บอดี้การ์ดหน้าเหลี่ยม | ดม (เอเลียต) (รับเชิญ) |
| โหมโรง | ช่างซ่อมเครื่องดนตรีไทย | |
| โกร๋น ก๊วน กวน ผี | ตาเก่ง | |
| มนต์รักร้อยล้าน | ผู้ใหญ่เทพ | |
| 2548 | พยัคฆ์ร้ายส่ายหน้า | บอม คนบ้าชอบทำระเบิด |
| 2549 | โหน่ง เท่ง นักเลงภูเขาทอง | นายแดง (พ่อของบุญเท่ง) |
| โกยเถอะโยม | สัปเหร่อจัน | |
| แสบสนิท ศิษย์ส่ายหน้า | ||
| 2551 | บ้านผีเปิบ | ลุงดูด |
| 2552 | บุปผาราตรี 3.1 | ลูกกรอกตัวพ่อ |
| บุปผาราตรี 3.2 | ลูกกรอกตัวพ่อ | |
| 2553 | 8E88 แฟนลั้ลลา | เจ้าพ่อดม |
| มือปืนดาวพระเสาร์ | เปิ้ล อาก้า | |
| 2554 | จั๊กกะแหล๋น | ป๋าชา |
| ใหม่กะหม่ำ โดนกะโดน | พ่อของใหม่ | |
| เหลือแหล่ | ลุงดม | |
| หมาแก่ อันตราย | เปิ้ล อาก้า | |
| ขอบคุณที่รักกัน | เตี่ย | |
| 2557 | ตุ๊กแกรักแป้งมาก | ลุงโอ่ง |
| 2559 | หลวงพี่แจ๊ส 4G | พ่อดม (พ่อของหลวงพี่แจ๊ส) (รับเชิญ) |
ละครโทรทัศน์ และซิตคอม
[ດັດແກ້]| พ.ศ. | ละคร | รับบท |
|---|---|---|
| 2545 | คนส่งกรรม | เฒ่าสุก |
| 2546 | สัญญาเมื่อสายัณห์ | |
| 2548 | ชิชา สาวน้อยมหัศจรรย์ | |
| 2550 | ผู้กองเจ้าเสน่ห์ | (ตอน ตัวประกัน) |
| 2551 | รักต้องซ่อม | (ตอน รักติดปีก) |
| 2552 | เป็นต่อ | ลุงของพี่กอล์ฟ (ตอน ผ้าเหลืองร้อน) |
| บ่วงร้ายพ่ายรัก | มัคทายก | |
| เทพธิดาปลาร้า | ||
| 2553 | วงษ์คำเหลา เดอะซีรีส์ | ท่านปู่ทอง |
| วายุภัคมนตรา | ท่านเจ้าที่ | |
| 2554 | รักไม่มีวันตาย | ลุงมหา |
| 2555 | แก้วกลางดง | |
| นางสิงห์สะบัดช่อ | สัปเหร่อคง | |
| ก้นครัวตัวแสบ | ยม | |
| 2556 | คุณชายรัชชานนท์ | พรานเกิ้น |
| มาเฟียตาหวาน | ||
| 2557 | ธิดาแดนซ์ | จ่า |
| ยอดชายนายตุ๊กตุ๊ก | ลุงแช่ม | |
| 2558 | ลิเกหมัดสั่ง | มัคทายก |
| 2 รัก 2 วิญญาณ | คนขับแท็กซี่ | |
| เจ้านาง | พ่อครู | |
| มนต์รักเพลงผีบอก | ||
| 2559 | สัญญาเมื่อสายัณห์ | ตาชุปสี่คิ้ว (ครูสอนเพลงลูกทุ่ง) |
| ระเบิดเถิดเทิงแดนเซอร์ทะลวงไส้ | (ตอน พ่อไม่เข้าใจแหนม) | |
| ละครเทิดพระเกียรติ ชุด ใต้ร่มพระบารมี เรื่อง เพลงแห่งแสงตะวัน |
ลุงต่าย | |
| 2560 | หล่อล่าผี | ปู่ดม |
| ว่าความตามรัก | นับตังค์ สงวนสิน (ปู่นับตังค์) (รับเชิญ) | |
| ราชนาวีที่รัก | ลุงโขง | |
| 2561 | รักปรุงรส | ปู่สิงห์ |
รายการโทรทัศน์
[ດັດແກ້]- บุปผาสวรรค์ ซูเปอร์ลูกทุ่ง ทางช่อง 5
- ชวนชื่นโชว์ ทางช่อง ทรูเฮฮา
- ก่อนบ่ายโชว์ ทางช่อง 3
- สน. ชวนชื่น ทางช่อง ทรูเฮฮา
- ชวนชื่นเธียเตอร์ ทางช่อง ไทยรัฐทีวี
- ชวนชื่น Family Show ทางช่อง 3
- 7 ดาวประจัญบาน ทางช่อง 7 สี
- ป๋าซ่า พาซิ่ง ทางช่อง ทรูโฟร์ยู
- บริษัทฮาไม่จำกัด (21 มิถุนายน 2558, 25 พฤศจิกายน 2560, 1 กรกฎาคม 2561)
ผลงานอื่นๆ
[ດັດແກ້]- แต่งเพลง พิษรักพิษณุโลก เพลงประกอบภาพยนตร์ คนปีมะ (2546)
- มิวสิควีดีโอ คุณลำใย ของ ลูกนก สุภาพร
- มิวสิควีดีโอ เมื่อไหร่จะได้พบเธอ ของ ภูริต ภิรมย์ภักดี
- มิวสิควีดีโอ แว้นฟ้อหล่อเฟี้ยว ของ แจ๊ส สปุ๊กนิค ปาปิยอง กุ๊กกุ๊ก
- ร่วมร้องเพลง ป๋าซ่าพาซิ่ง เพลงประกอบรายการ ป๋าซ่าพาซิ่ง