ອະວະຕາຣ : ວິຖີແຫ່ງສາຍນ້ຳ
ອະວະຕາຣ : ວິຖີແຫ່ງສາຍນ້ຳ | |
---|---|
ກຳກັບ | ເຈມ ແຄເມຣອນ |
ອຳນວຍການສ້າງ |
|
ຂຽນບົດ |
|
ຂຽນເລື່ອງ |
|
ນຳສະແດງ | |
ດົນຕີປະກອບ | ໄຊມອນ ແຟຣງເລນ |
ກຳກັບພາບ | ຣັສເຊລ ຄາເພນເຕີ |
ຕັດຕໍ່ |
|
ຄ່າຍ | ໄລທ໌ ສະຕຣອມ ອິນເຕີເທນເມັນ |
ຈຳໜ່າຍ/ເຜີຍແຜ່ | ທະເວນຕີ ເຊັນຈູຣີສ ສະຕູດີໂອສ໌ |
ສາຍ | 22 ທັນວາ 2022 (ປະເທດລາວ) 16 ທັນວາ 2022 (ສະຫະລັດອາເມລິກາ) |
ຄວາມຍາວ | 190 ນາທີ[1] |
ປະເທດ | ![]() |
ພາສາ | ອັງກິດ |
ງົບປະມານ | 350–460 ລ້ານໂດລາສະຫະລັດ[2][3] |
ລາຍໄດ້ | 2.050 ຕື້ໂດລາສະຫະລັດ[4][5] |
ອະວະຕາຣ : ວິຖີແຫ່ງສາຍນ້ຳ (ອັງກິດ: Avatar: The Way of Water) ເປັນຮູບເງົາອາເມລິກາແນວມະຫາກາບບັນເທີງຄະດີວິທະຍາສາດ ສາຍໃນປີ 2022 ກຳກັບໂດຍ ເຈມ ແຄເມຣອນ ແລະ ສ້າງໂດຍ ທະເວນຕີ ເຊັນຈູຣີສ ສະຕູດີໂອສ໌[6] ເປັນຮູບເງົາເລື່ອງທີສອງຂອງແຟຣນໄຊສ໌ ອະວະຕາຣ ຂອງແຄເມຣອນ ຕໍ່ຈາກ ອະວະຕາຣ (ປີ 2009) ແຄເມຣອນຮ່ວມອຳນວຍການສ້າງຮູບເງົາກັບ ຈອນ ແລນເດົາ ແລະ ຮ່ວມຂຽນບົດຮູບເງົາກັບຣິກ ຈາຟາ ແລະ ອາແມນດາ ຊິລເວີ ຈາກເນື້ອເລື່ອງໂດຍແຄເມຣອນ, ຈາຟາ, ຊິລເວີ, ຈອສ ຟຣາຍດ໌ແມນ ແລະ ເຊນ ຊາເລີໂນ ນັກສະແດງ ແຊມ ວໍທິງຕັນ, ໂຊອີ້ ຊາດານາ, ສະເຕເຟນ ແຣງ, ໂອເອລ ເດວິດ ມໍຣ໌, ຊີຊີເອຊ ພາວເດີ, ຈີໂອວັນນິ ຣິບິຊິ, ໄດລີບ ເຣົາ ແລະ ແມດຕ໌ ເຈີຣັລ ກັບມາຮັບບົດເດິມຈາກຮູບເງົາກ່ອນໜ້ານີ້ ຂະນະທີ່ ຊິກົວຣ໌ນີ ວີເວີ ກັບມາສະແດງໃນບົດບາດອື່ນ[7] ນັກສະແດງໃໝ່ປະກອບດ້ວຍ: ເຄດ ວິນສະເລດ, ຄລິຟ ເຄຕິສ, ເອດດີ ຟັລໂກ, ເຈເມນ ເຄລເມັນ ແລະ ເບຣນແດນ ຄາເວລລ໌
ແຄເມຣອນເຄີຍໄດ້ກ່າວໄວ້ໃນປີ 2006 ວ່າລາວຢາກຈະສ້າງພາກຕໍ່ຂອງ ອະວະຕາຣ ຖ້າຮູບເງົາປະສົບຜົນສຳເລັດ ຫຼັງຮູບເງົາປະສົບຜົນສຳເລັດ ລາວໄດ້ປະກາດພາກຕໍ່ສອງເລື່ອງເມື່ອປີ 2010 ໂດຍກຳນົດໃຫ້ ອະວະຕາຣ 2 ສາຍໃນປີ 2014[8][9][10] ແນວໃດກໍຕາມ ມີການປະກາດສ້າງພາກຕໍ່ອີກ 3 ເລື່ອງ ແລະ ຄວາມຈຳເປັນໃນການພັດທະນາເຕັກໂນໂລຊີໃໝ່ເພື່ອຖ່າຍທຳການຈັບການເຄື່ອນໄຫວໃນສາກໃຕ້ນ້ຳ ເຊິ່ງຄວາມສຳເລັດທີ່ບໍ່ເຄີຍມີມາກ່ອນ ເຮັດໃຫ້ເກີດຄວາມລ່າຊ້າຫຼາຍເພື່ອເຮັດໃຫ້ທີມງານມີເວລາຫຼາຍຂຶ້ນໃນການເຮັດວຽກຂຽນບົດ, ກ່ອນການສ້າງ ແລະ ວິຊວໍລເອັບເຟັກ ຮູບເງົາເລື່ອນສາຍເຖິງແປດຄັ້ງ ໂດຍຄັ້ງຫຼ້າສຸດຈະເກີດຂຶ້ນໃນວັນທີ 23 ກໍລະກົດ ປີ 2020[11] ກຳນົດສາຍປັດຈຸບັນແມ່ນວັນທີ 16 ທັນວາ 2022 ຕາມມາດ້ວຍພາກຕໍ່ອີກ 3 ເລື່ອງ ໂດຍຈະສາຍວັນທີ 20 ທັນວາ 2024, 18 ທັນວາ 2026 ແລະ 22 ທັນວາ 2028 ຕາມລຳດັບ[12][13]
ຮູບເງົາເຮັດລາຍໄດ້ 2.050 ຕື້ໂດລາສະຫະລັດ ເປັນຮູບເງົາທີ່ເຮັດເງິນສູງສຸດໃນອັນດັບທີສອງຂອງປີ 2022 ແລະ ເປັນຮູບເງົາທີາເຮັດລາຍໄດ້ເຖິງໜຶ່ງຕື້ໂດລາສະຫະລັດໄວເປັນອັນດັບທີ 6 ຕະຫຼອດການດ້ວຍເວລາພຽງ 14 ວັນ ແທນທີ່ຮູບເງົາພາກທຳອີດທີ່ໃຊ້ເວລາ 19 ວັນ ອີກທັງຍັງເປັນຮູບເງົາເຮັດເງິນຫຼາຍກວ່າ 1 ຕື້ໂດລາສະຫະລັດໃນຊ່ວງການລະບາດທົ່ວຂອງໂຄໂຣນາໄວຣັສ 2019-2020 ເປັນອັນດັບ 4 (ຕາມຫຼັງ ມະນຸດ-ແມງມຸມ ຮ່ວມກຳລັງປົກປ້ອງໂລກ, ທັອບກັນ: ມາເວີຣິກ ແລະ ຈູຣາສິກເວີລ ທວງຄືນອານາຈັກ)
ຮູບເງົາໄດ້ງົບປະມານ 350-460 ລ້ານໂດລາສະຫະລັດ ເຈມ ແຄເມຣອນ ກ່າວວ່າ ຮູບເງົາໄດ້ປະສົບຄວາມສຳເລັດໄດ້ຕ້ອງເປັນຮູບເງົາທີ່ເຮັດເງິນສູງສຸດໃນສິບອັນດັບທຳອິດ ຈຸດຄຸ້ມທຸນຂອງໜັງຈຶ່ງຢູ່ທີ່ 1500 ລ້ານໂດລາສະຫະລັດ ຮູບເງົາໄດ້ຮັບຄຳວິຈານໃນທາງບວກຢ່າງຫຼວງຫຼາຍຈາກນັກວິຈານ ນັກວິຈານຊື່ນຊົມໃນງານສ້າງ ການສ້າງເຕັກນິກພິເສດທາງພາບ ເຕັກນິກພິເສດທີ່ກ້າວລ້ຳ ງານຮຽບຮຽງພາບ ການກຳກັບ ແລະ ດົນຕີປະກອບ ແຕ່ວິຈານໃນບົດຮູບເງົາທີ່ບາງເບົາ ການເລົ່າເລື່ອງ ແລະ ຄວາມຍາວຂອງໜັງ[14] ຮູບເງົາໄດ້ຮັບການສົ່ງຊື່ເຂົ້າຊິງລາງວັນຫຼາກຫຼາຍຈາກຫຼາຍສະຖາບັນຮູບເງົາລວມຮູບເງົາດີເດັ່ນປະຈຳປີ 2022 ຂອງສຳນັກຣີວິວ
ພາກຕໍ່ ອະວະຕາຣ 3 ກຳນົດສາຍໃນສະຫະລັດອາເມລິກາວັນທີ 20 ທັນວາ 2024 ແຄເມຄອນເຜີຍ ລາວກຳລັງຈະຕ້ອງເຮັດພາກຕໍ່ຕາມທີ່ສັນຍາໄວ ເມື່ອອະວະຕາຣພາກທີສອງປະສົບຄວາມສຳເລັດ ເຊິ່ງລວມເຖິງຮູບເງົາເລື່ອງ 4 ແລະ 5 ດ້ວຍ
ນັກສະແດງ[ດັດແກ້]
ອ້າງອີງ[ດັດແກ້]
- ↑ Couch, Pamela McClintock,Aaron; McClintock, Pamela; Couch, Aaron (2022-10-29). "'Avatar: The Way of Water' Runtime Sails Past Three Hours". The Hollywood Reporter (in ອັງກິດ (ອາເມລິກັນ)). Retrieved 2022-10-29.
- ↑ Cite error: Invalid
<ref>
tag; no text was provided for refs namedauto1
- ↑ D'Alessandro, Anthony (December 18, 2022). "Avatar: The Way Of Water Opens To $134M; Why Pic's Box Office Fate Will Be Determined Through The Holidays – Sunday AM Update". Deadline Hollywood. Archived from the original on December 18, 2022. Retrieved December 18, 2022.
- ↑ ແມ່ແບບ:Cite Box Office Mojo
- ↑ ແມ່ແບບ:Cite The Numbers
- ↑ Mahajan, Viraj (September 24, 2019). "Too much pressure on James Cameron for Avatar 2 after Avengers: Endgame?". International Business Times. Archived from the original on September 27, 2019. Retrieved January 17, 2020.
- ↑ Klein, Brennan (2022-04-30). "Avatar 2 First Images Reveal What James Cameron Has Spent 13 Years On". ScreenRant (in ອັງກິດ (ອາເມລິກັນ)). Archived from the original on April 30, 2022. Retrieved 2022-04-30.
- ↑ Carroll, Larry. "'Titanic' Mastermind James Cameron's King-Size Comeback: Two Sci-Fi Trilogies", MTV, June 29, 2006
- ↑ Rosenberg, Adam. "'Avatar' Sequel Confirmed By James Cameron... And Here's What We'd Like To See", MTV, January 8, 2010
- ↑ McClintock, Pamela. "James Cameron’s 5-year plan", Variety, October 27, 2010
- ↑ "Avatar 2 delayed indefinitely due to coronavirus, confirms James Cameron", The Independent, July 23, 2020 (in en)
- ↑ Mendelson, Scott (July 25, 2020). "Box Office: 'Avatar 2' Delay Means Universal's 'F9' And 'Jurassic World: Dominion' Could Rule 2021". Forbes. Retrieved July 28, 2020.
- ↑ Reimann, Tom. "The 'Avatar' Sequels Have Been Delayed Again, So I Guess Things Are Returning to Normal", July 23, 2020 (in en-US)
- ↑ Whitten, Sarah. "'Avatar: The Way of Water' review roundup: See it on the biggest screen possible, critics say". CNBC (in ອັງກິດ). Retrieved December 17, 2022.