ສົນທະນາ:ນະລົກ

Page contents not supported in other languages.
ຈາກ ວິກິພີເດຍ

ມີສອງໜ້າທີ່ເໝືອນກັນ ຄື ນະລົກ ກັບ ນະຣົກ. ຂ້ອຍກໍເລີຍໂອນໜ້ານີ້ໄປທີ່ ນະຣົກ :) ເພື່ອສະດວກໃນການແກ້ໄຂ ຈະໄດ້ບໍ່ມີຂໍ້ຄວາມຊ້ຳ. ແຕ່ຂໍ້ຄວາມທີ່ຂ້ອຍລຶບຖິ້ມ (ຊຶ້ງຊ້ຳກັບ ໜ້າ ນາຣັກ ຂ້ອຍເກັບໄວ້ທາງລຸ່ມ - Bountonw (talk) ໐໔:໐໘, ໙ ກຸມພາ ໒໐໑໓ (UTC)

“ນະຣົກ” ຄືອິຫຍັງ…?
ຕາຍແລ້ວໄປໃສ…ສະຖານທີ່ໆມະນຸດແລະສັດທັງຫຼາຍຕ້ອງວຽນວາຍຕາຍເກີດມີຢູ່ 31 ພູມ ຖ້າຢາກຮູ້ວ່າ ໃຜຕາຍແລ້ວໄປໃສຫຼືຢາກຮູ້ວ່າຕົວເຮົາເອງເມື່ອຕາຍໄປແລ້ວຈະຕ້ອງໄປຢູ່ທີ່ໃດ ກໍ່ມີວິທີສັງເກດງ່າຍໆ ຄື ເມື່ອຕົນຍັງມີຊີວິດຢູ່ເຮົາມັກເຮັດອິຫຍັງ ພໍເມື່ອຕາຍແລ້ວກໍ່ຕ້ອງໄປຮັບຜົນແຫ່ງການກະທໍາຂອງຕົນເອງຢ່າງນັ້ນ ຮຽກວ່າ “ຕາຍແລ້ວ ກໍ່ໄປສູ່ທີ່ຊອບ…ທີ່ຊອບ” ເຊັ່ນ

ນະຣົກຂຸມທີ ໑ (ສັນຊີວະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກຂ້າສັດ ມັກບີບຕີຍຸງເປັນປະຈໍາຫຼືຂ້າມະນຸດດ້ວຍ ກັນ ຮວມທັງຂ້າຕົວ
ຕາຍດ້ວຍ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໑ ຊື່ວ່າ ສັນຊີວະນະຣົກ ເຊິ່ງນາຣົກຂຸມນີ້ເກີດຂຶ້ນມາເພື່ອຮອງ
ຮັບຜູ້ທີ່ມັກການຂ້າໂດຍສະເພາະ.

ນະຣົກຂຸມທີ ໒ (ກາລະສຸດຕະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ລັກເລັກຂະໂມຍນ້ອຍ ສໍ້ໂກງ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໒ ຊື່ວ່າ
ກາລະສຸດຕະນະຣົກ

ນາຣົກຂຸມທີ ໓ (ສັງຂາລະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກປະພຶດຜິດໃນກາມ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໓ ຊື່ວ່າ ສັງຂາ
ລະນະຣົກ

ນະຣົກຂຸມທີ ໔ (ໂຣຣຸວະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກເວົ້າຂີ້ຕົວະ ເວົ້າຄໍາຫຍາບ ເວົ້າສຽດສີ…ຕາຍໄປແລ້ວ ກໍ່ຕ້ອງໄປຕົກນະ
ຣົກຂຸມທີ ໔ ຊື່ວ່າ ໂຣຣຸວະນະຣົກ

ນະຣົກຂຸມທີ ໕ (ມະຫາໂຣຣຸວະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກດື່ມສຸລາຫຼືເສບສິ່ງມຶນເມົາ ຢາເສບຕິດ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກ
ຂຸມທີ ໕ ຊື່ວ່າ ມະຫາໂຣຣຸວະນະຣົກ

ນະຣົກຂຸມທີ ໖ (ຕາປະນະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກຫຼິ້ນການພະນັນທຸກຊະນິດ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໖ ຊື່ວ່າ
ຕາປະນະນະຣົກ
ນະຣົກຂຸມທີ ໗ (ມະຫາຕາປະນະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກທ່ຽວກາງຄືນ ມົວເມົານໍາອະບາຍຍະມຸກ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກ
ຂຸຸມທີ ໗ ຊື່ວ່າ ມະຫາຕາປະນະນະຣົກ

ນະຣົກຂຸມທີ ໘ (ອະເວຈີນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ເຮັດອະນັນຕະຣິຍະກັມ ຄື ຂ້າບິດາ ຂ້າມານດາ ຂ້າພຣະອະຣະຫັນເຮັດໃຫ້
ສົງແຕກແຍກກັນ ຫຼື ເຮັດໃຫ້ພຣະພຸດທະເຈົ້າໃຫ້ຫໍ່ພຣະໂລຫິດ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໘ ຊື່ວ່າອະ
ເວຈີນະຣົກ
ໃນທາງກົງກັນຂ້າມ ຖ້າມັກເຮັດບຸນ ໃຫ້ທານ ຮັກສາສີນ ນັ່ງສະມາທິ ຈະເລີນເມດຕາພາວະນາ ຫຼື ມັກບໍາ
ເພັນບຸນກິລິຍາວັດຖຸ ໑໐ ປະການ ກໍ່ຈະມີ ສະຫວັນ ໖ ຊັ້ນ ພົມ ໑໖ ຊັ້ນ ອະຣູບປະພົມ ໔ ຊັ້ນ ເປັນທີ່ໄປສະເຫວີຍ
ຜົນບຸນ ຫຼັງຈາກລະສັງຂານໃນໂລກມະນຸດແລ້ວ
ສໍາລັບຄົນທີ່ມີປະເພດວ່າ ວັດກໍ່ເຂົ້າ ເຫຼົ້າກໍ່ກິນ ບຸນກໍ່ເຮັດບາບກໍາກໍ່ສ້າງ ຢ່າງນີ້ກໍ່ຕ້ອງໄປປະເມີນຜົນກັນ
ຕອນຈະລະໂລກອີກເທື່ອໜຶ່ງ ຊ້ວງນັ້ນຮຽກວ່າ “ເສິກຊິງພົບ” ຂຶ້ນຢູ່ວ່າ ບຸກຄົນຜູ້ນັ້ນມີຈິດເກາະກ່ຽວຢູ່ກັບສິ່ງທີ່
ເປັນບຸນຫຼືເປັນບາບ ຖ້ານຶກເຖິງບຸນໄດ້ຈິດຜ່ອງໃສໃນຂະນະໝົດລົມຫາຍໃຈກໍ່ໄດ້ໄປສູ່ສຸກຄະຕິພູມກ່ອນ (ແລ້ວບາບກັມທີ່ເຮັດໄວ້ຈະຕາມມາສົ່ງຜົນໃນພາຍຫຼັງ)ແຕ່ຖ້າຊ້ວງນັ້ນຈິດນຶກເຖິງສິ່ງທີ່ເຮັດບໍ່ດີໄວ້ ຈິດໃຈກໍ່ເສົ້າໝອງໃນຂະນະໝົດລົມຫາຍໃຈກໍ່ຈະໄປສູ່ທຸກຄະຕິພູມກ່ອນ(ແລ້ວຜົນບຸນຈະຕາມມາສົ່ງຜົນໃນພາຍຫຼັງ)

- Bountonw (talk) ໐໔:໐໘, ໙ ກຸມພາ ໒໐໑໓ (UTC)