ນະຣົກ

ຈາກ ວິກິພີເດຍ

ຕາມຄຳສອນຂອງສາສະໜາພຸດ[ດັດແກ້]

“ນະຣົກ” ຄືອິຫຍັງ…? ຕາຍແລ້ວໄປໃສ…ສະຖານທີ່ໆມະນຸດແລະສັດທັງຫຼາຍຕ້ອງວຽນວາຍຕາຍເກີດມີຢູ່ 31 ພູມ ຖ້າຢາກຮູ້ວ່າ ໃຜຕາຍແລ້ວໄປໃສຫຼືຢາກຮູ້ວ່າຕົວເຮົາເອງເມື່ອຕາຍໄປແລ້ວຈະຕ້ອງໄປຢູ່ທີ່ໃດ ກໍ່ມີວິທີສັງເກດງ່າຍໆ ຄື ເມື່ອຕົນຍັງມີຊີວິດຢູ່ເຮົາມັກເຮັດອິຫຍັງ ພໍເມື່ອຕາຍແລ້ວກໍ່ຕ້ອງໄປຮັບຜົນແຫ່ງການກະທໍາຂອງຕົນເອງຢ່າງນັ້ນ ຮຽກວ່າ “ຕາຍແລ້ວ ກໍ່ໄປສູ່ທີ່ຊອບ…ທີ່ຊອບ” ເຊັ່ນ

ນະຣົກຂຸມທີ ໑ (ສັນຊີວະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກຂ້າສັດ ມັກບີບຕີຍຸງເປັນປະຈໍາຫຼືຂ້າມະນຸດດ້ວຍ ກັນ ຮວມທັງຂ້າຕົວ ຕາຍດ້ວຍ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໑ ຊື່ວ່າ ສັນຊີວະນະຣົກ ເຊິ່ງນາຣົກຂຸມນີ້ເກີດຂຶ້ນມາເພື່ອຮອງ ຮັບຜູ້ທີ່ມັກການຂ້າໂດຍສະເພາະ.

ນະຣົກຂຸມທີ ໒ (ກາລະສຸດຕະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ລັກເລັກຂະໂມຍນ້ອຍ ສໍ້ໂກງ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໒ ຊື່ວ່າ ກາລະສຸດຕະນະຣົກ

ນາຣົກຂຸມທີ ໓ (ສັງຂາລະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກປະພຶດຜິດໃນກາມ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໓ ຊື່ວ່າ ສັງຂາ ລະນະຣົກ

ນະຣົກຂຸມທີ ໔ (ໂຣຣຸວະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກເວົ້າຂີ້ຕົວະ ເວົ້າຄໍາຫຍາບ ເວົ້າສຽດສີ…ຕາຍໄປແລ້ວ ກໍ່ຕ້ອງໄປຕົກນະ ຣົກຂຸມທີ ໔ ຊື່ວ່າ ໂຣຣຸວະນະຣົກ

ນະຣົກຂຸມທີ ໕ (ມະຫາໂຣຣຸວະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກດື່ມສຸລາຫຼືເສບສິ່ງມຶນເມົາ ຢາເສບຕິດ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກ ຂຸມທີ ໕ ຊື່ວ່າ ມະຫາໂຣຣຸວະນະຣົກ

ນະຣົກຂຸມທີ ໖ (ຕາປະນະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກຫຼິ້ນການພະນັນທຸກຊະນິດ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໖ ຊື່ວ່າ ຕາປະນະນະຣົກ ນະຣົກຂຸມທີ ໗ (ມະຫາຕາປະນະນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ມັກທ່ຽວກາງຄືນ ມົວເມົານໍາອະບາຍຍະມຸກ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກ ຂຸຸມທີ ໗ ຊື່ວ່າ ມະຫາຕາປະນະນະຣົກ

ນະຣົກຂຸມທີ ໘ (ອະເວຈີນະຣົກ)

ເປັນສະຖານທີ່ສໍາລັບພວກທີ່ເຮັດອະນັນຕະຣິຍະກັມ ຄື ຂ້າບິດາ ຂ້າມານດາ ຂ້າພຣະອະຣະຫັນເຮັດໃຫ້ ສົງແຕກແຍກກັນ ຫຼື ເຮັດໃຫ້ພຣະພຸດທະເຈົ້າໃຫ້ຫໍ່ພຣະໂລຫິດ ຕາຍແລ້ວກໍ່ຕ້ອງໄປຕົກນະຣົກຂຸມທີ ໘ ຊື່ວ່າອະ ເວຈີນະຣົກ ໃນທາງກົງກັນຂ້າມ ຖ້າມັກເຮັດບຸນ ໃຫ້ທານ ຮັກສາສີນ ນັ່ງສະມາທິ ຈະເລີນເມດຕາພາວະນາ ຫຼື ມັກບໍາ ເພັນບຸນກິລິຍາວັດຖຸ ໑໐ ປະການ ກໍ່ຈະມີ ສະຫວັນ ໖ ຊັ້ນ ພົມ ໑໖ ຊັ້ນ ອະຣູບປະພົມ ໔ ຊັ້ນ ເປັນທີ່ໄປສະເຫວີຍ ຜົນບຸນ ຫຼັງຈາກລະສັງຂານໃນໂລກມະນຸດແລ້ວ ສໍາລັບຄົນທີ່ມີປະເພດວ່າ ວັດກໍ່ເຂົ້າ ເຫຼົ້າກໍ່ກິນ ບຸນກໍ່ເຮັດບາບກໍາກໍ່ສ້າງ ຢ່າງນີ້ກໍ່ຕ້ອງໄປປະເມີນຜົນກັນ ຕອນຈະລະໂລກອີກເທື່ອໜຶ່ງ ຊ້ວງນັ້ນຮຽກວ່າ “ເສິກຊິງພົບ” ຂຶ້ນຢູ່ວ່າ ບຸກຄົນຜູ້ນັ້ນມີຈິດເກາະກ່ຽວຢູ່ກັບສິ່ງທີ່ ເປັນບຸນຫຼືເປັນບາບ ຖ້ານຶກເຖິງບຸນໄດ້ຈິດຜ່ອງໃສໃນຂະນະໝົດລົມຫາຍໃຈກໍ່ໄດ້ໄປສູ່ສຸກຄະຕິພູມກ່ອນ (ແລ້ວບາບກັມທີ່ເຮັດໄວ້ຈະຕາມມາສົ່ງຜົນໃນພາຍຫຼັງ)ແຕ່ຖ້າຊ້ວງນັ້ນຈິດນຶກເຖິງສິ່ງທີ່ເຮັດບໍ່ດີໄວ້ ຈິດໃຈກໍ່ເສົ້າໝອງໃນຂະນະໝົດລົມຫາຍໃຈກໍ່ຈະໄປສູ່ທຸກຄະຕິພູມກ່ອນ(ແລ້ວຜົນບຸນຈະຕາມມາສົ່ງຜົນໃນພາຍຫຼັງ)

ຕາມຄຳສອນຂອງສາສະໜາຄຣິດ[ດັດແກ້]

ຄະນະວັນເສົາ[ດັດແກ້]

ນະຮົກຍັງບໍ່ມີເທື່ອ. ຄົນຕາຍຢູ່ໃນສະພາບດັບສູນ, ບໍ່ຮັບຮູ້ຫຍັງເລີຍ. (ສ່ວນຜີນັ້ນ ເປັນວິນຍານຊົ່ວຮ້າຍຕ່າງຫາກ ທີ່ມີຢູ່ແລ້ວ, ບໍ່ແມ່ນວິນຍານຂອງຄົນທີ່ຕາຍໄປແລ້ວ)

ເມື່ອພຣະເຢຊູຄຣິດສະເດັດມາເປັນຄັ້ງທີ່ສອງ (ຄືວັນສິ້ນໂລກ), ຄົນອະທຳຈະຕາຍໝົດ ແລະຄົນຊອບທຳຈະຂຶ້ນສະຫວັນໝົດ. ຈະບໍ່ເຫລືອມະນຸດຢູ່ໃນໂລກເປັນເວລາ 1,000 ປີ. ໃນລະຫວ່າງ 1,000 ປີນັ້ນພຣະເຈົ້າຈະຕອບຄຳຖາມທີ່ຄ້າງຄາ ໃນໃຈ ແລະຈະມີການພິພາກສາກຳນົດໂທດໃຫ້ຄົນອະທຳ ກັບບັນດາພູດຜີປີສາດ. ຈາກນັ້ນຄົນອະທຳຈະຟື້ນຈາກຄວາມຕາຍ ແລ້ວພຣະເຈົ້າຈະສາຍໃຫ້ແຕ່ລະຄົນໄດ້ເຫັນເຖິງຄວາມບາບຂອງຕົນ ແລະຄົນບາບທຸກຄົນຈະຍອມຮັບວ່າ ການພິພາກສາຂອງພຣະເຈົ້າຍຸຕິທຳ. ແລ້ວຈະມີໄຟຕົກລົງມາເຜົາຄົນບາບ. ຄວາມຮ້ອນຂອງໄຟແລະຄວາມທໍຣະມານຈະຂຶ້ນຢູ່ກັບວ່າ ບາບຫລາຍບາບນ້ອຍຂອບແຕ່ລະຄົນ. ແຕ່ເມື່ອທຸກຄົນໄດ້ຮັບໂທດໝົດແລ້ວ, ຖືກທໍຣະມານແລະຖືກເຜົາຈົນໝົດແລ້ວ ຈະເຫລືອແຕ່ເຖົ້າຖ່ານ. ແລ້ວພຣະເຈົ້າຈະສ້າງໂລກໃໝ່. ດັ່ງນັ້ນ ສະຫລຸບວ່າ ນະຮົກຍັງບໍ່ມີເທື່ອ ແຕ່ຈະມີຢູ່ສັ້ນໆ ຫລັງ 1,000 ປີ ເມື່ອຄົນບາບຮັບໂທດ ຫລັງຈາກຄົນອະທຳຮັບໂທດແລ້ວກໍຈະບໍ່ມີນະຮົກອີກ.

ໂຣມັນຄາທໍລິກ[ດັດແກ້]

ຕາມຄຳສອນຂອງສາສະໜາອິສະລາມ[ດັດແກ້]